ປະທານປະເທດ ເຈິ່ນດ້າຍກວາງ ແລະ ບັນດາຂີດໝາຍປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ

(VOVWORLD) - ຈົນຮອດເວລາສີ້ນລົມຫາຍໃຈສຸດທ້າຍຢ່າງກະທັນຫັນໃນວັນທີ 21 ກັນຍາ ປີ 2018, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັກສາຕຳແໜ່ງປະທານປະເທດ ຫວຽດນາມ ມາເປັນເວລາ 2 ປີເຄິ່ງ.

ໃນຖານະຕຳແໜ່ງເປັນຜູ້ນຳລັດ ຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມີບັນດາການປະກອບສ່ວນສຳຄັນ ແລະ ສ້າງຂີດໝາຍຫລາຍຢ່າງ ໃນການເຄື່ອນໄຫວພົວພັນຕ່າງປະເທດ, ປະກອບສ່ວນ  ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດ ຫວຽດນາມ.

ປະທານປະເທດ ເຈິ່ນດ້າຍກວາງ ແລະ ບັນດາຂີດໝາຍປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ - ảnh 1 ປະທານປະເທດ ເຈິ່ນດ້າຍກວາງ ແລະ ບັນດາຂີດໝາຍປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ (ພາບ: TTXVN)

ເດືອນ ມິຖຸນາ ປີ 2016, ການຢ້ຽມຢາມລາວ ແລະ ກຳປູເຈຍແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ດ້ວຍຖານະຕຳແໜ່ງເປັນປະທານປະເທດ ໄດ້ສ້າງຂີດໝາຍເລີ່ມຕົ້ນການປະຕິບັດນະໂຍບາຍການຕ່າງປະເທດ ຊຶ່ງໄດ້ວາງອອກທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ. ນັບແຕ່ຈຸດເວລານັ້ນມາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ໄດ້ປະສົບຜົນສຳເລັດໃນການຮັດແໜ້ນການພົວພັນກັບຕ່າງປະເທດ, ເປັນການຍົກສູງທີ່ຕັ້ງບົດບາດ ແລະ ເພີ່ມທະວີສາຍຮ່ວມສຳພັນລະຫວ່າງ ຫວຽດນາມ ກັບປະຊາຄົມສາກົນ.

ບັນດາການປະກອບສ່ວນສຳຄັນ

        ປີ APEC 2017, ພິເສດແມ່ນສັບປະດາຂັ້ນສູງ APEC ຢູ່ ດ່າໜັງ, ໄດ້ສ້າງຂີດໝາຍແຫ່ງຜົນສຳເລັດຂອງເຫດການພົວພັນຕ່າງປະເທດໃຫຍ່ສຸດໃນປີຂອງ ຫວຽດນາມ. ເພື່ອນມິດສາກົນມີຄວາມປະທັບໃຈຕໍ່ພາບພົດຂອງຜູ້ນຳລັດ ຫວຽດນາມ ໃນບັນດາການເຄື່ອນໄຫວພົບປະwfh ຊຶ່ງດຳເນີນຢູ່ ດ່າໜັງ ແລະ ຮ່າໂນ້ຍ ຢ່າງລຽນຕິດ, ກໍ່ຄືບົດບາດການບໍລິຫານທີ່ຄວາມຄ່ອງແຄ້ວ, ເຄັ່ງຄັດ ແຕ່ກໍ່ມີຄວາມອ່ອນໂຍນຂອງປະທານປະເທດ ເຈິ່ນດ້າຍກວາງ  ໄດ້ຊ່ວຍໃຫ້ເຫດການນີ້ປະສົບຜົນສຳເລັດ. ດ້ວຍຖານະເປັນປະທານຂອງປະເທດເຈົ້າພາບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ປະຕິບັດສຳເລັດພາລະໜ້າທີ່ສຳຄັນໂດຍຕາງໜ້າໃຫ້ປະເທດຕ້ອນຮັບ, ເປັນປະທານບັນດາກອງປະຊຸມສຳຄັນທີ່ສຸດ, ປຶກສາຫາລືຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນດາບັນຫາໃຫຍ່ຂອງ APEC ກັບຜູ້ນຳໜ້າບັນດາປະເທດສະມາຊິກ APEC, ໃນນັ້ນ ມີບັນດາປະເທດ “ມະຫາອຳນາດ” ຂອງໂລກ. ໃນບັນດາການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສືຈີ້ນຜິງ, ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ…ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງ ຫວຽດນາມ ຢ່າງລະອຽດອ່ອນ ແລະ ເລິກເຊິ່ງ ດ້ວຍການຢັ້ງຢືນບັນດາປະເທດຄູ່ຮ່ວມມືເປັນເພື່ອນມິດ, ເປັນຄູ່ຮ່ວມມືຮອບດ້ານ ດ້ວຍຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເຄົາລົບເອກະລາດ, ອຳນາດປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ, ພ້ອມທັງສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ພວມພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ. ບັນດາສານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ໄດ້ສະແດງອອກໃນບັນດາການພົບປະ ແລະ ເຮັດວຽກໄດ້ຮັບຄວາມຮັບຮູ້ ແລະ ຄວາມສົນໃຈຈາກຫລາຍປະເທດ. ຄວາມຈິງໃຈ, ກົງໄປກົງມາ, ນ້ຳໃຈຮັກແພງ, ການຕ້ອນຮັບຢ່າງສົມກຽດ, ລອບຄອບຖີ່ຖ້ວນຂອງທ່ານປະທານປະເທດ ເຈິ່ນກ້າຍກວາງ ແລະ ພັນລະຍາ ກໍ່ຄືຄວາມອົບອຸ່ນ, ໄມຕີຈິດມິດຕະພາບຂອງປະຊາຊົນ ຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ປະມຸກລັດບັນດາປະເທດສະມາຊິກ APEC. ຜົນສຳເລັດອັນດີງາມໃນຫລາຍດ້ານຂອງ APEC 2017 ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຮັດໃຫ້ ຫວຽດນາມ ນັບມື້ນັບໂດ່ງດັງຂຶ້ນໃນໂລກ.

ປະທານປະເທດ ເຈິ່ນດ້າຍກວາງ ແລະ ບັນດາຂີດໝາຍປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ - ảnh 2ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: baochinhphu.vn)
 

        ໃນຖານະຕຳແໜ່ງເປັນຜູ້ນຳລັດ, ໃນເວລາກ່ວາ 2 ປີຜ່ານມາ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ 20 ພິທີ ແລະ ການຕ້ອນຮັບແຂກຕ່າງປະເທດ, ພົບປະ 2 ຝ່າຍ 1.000 ຄັ້ງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຍັງປະຕິບັດການຢ້ຽມຢາມທາງລັດຖະກິດ, ບັນດາການຢ້ຽມຢາມພົບປະ, ເຮັດວຽກເກືອບ 20 ຄັ້ງຈາກຕາເວັນອອກໄປສູ່ຕາເວັນຕົກເຄິ່ງໜ່ວຍໂລກຕິດຕໍ່ກັນ, ຈາກລາວ, ກຳປູເຈຍ; ກູບາ; ຈີນ; ບຣຸໄນ; ຍີ່ປຸ່ນ; ສິງກະໂປ…ເຖິງ ລັດເຊຍ, ເບລາຣຸດ, ອີຕາລີ, ເປຣູ, ອິດສະຣາແອັນ, ອິນເດຍ…ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ.

ບັນດາຄວາມປະທັບໃຈຢ່າງເລິກເຊິ່ງ

ໃນການດຳລົງຕຳແໜ່ງເປັນປະທານປະເທດໃນກ່ວາ 900 ວັນ, ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໄວ້ໃນດວງໃຈຂອງເພື່ອນມິດສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ອຸທິດສ່ວນ ແລະ ຊຸກຍູ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ - ຫວຽດນາມ. ທ່ານປະທານາທິບໍດີ ລັດເຊຍ Putin ຖືວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສຳເລັດຄວາມຮັບຜິດຊອບເພີ່ມທະວີການປ້ອງກັນຄວາມສະຫງົບແຫ່ງຊາດ, ປົກປ້ອງຜົນປະໂຫຍດໃນທົ່ວໂລກ. ສ່ວນທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານບໍ່ລື່ມບັນດາການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ສຽງເວົ້າຂອງທ່ານໃຫ້ແກ່ ຫວຽດນາມ ນັ້ນ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ແລະ ເອກະລາດໃນເວທີສາກົນ.

ປະທານປະເທດ ເຈິ່ນດ້າຍກວາງ ແລະ ບັນດາຂີດໝາຍປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ - ảnh 3ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ສົມເດັດພະລາຊາທິບໍດີ ບຣຸໄນ Haji Hassanal Bolkiah Mu’izzaddin Waddaulah (ພາບ: TTXVN)

ເຖິງວ່າທ່ານໄດ້ຈາກໄປແລ້ວກໍ່ຕາມ, ແຕ່ບັນດາສານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ຕໍ່ກັບວຽກງານການພົວພັນຕ່າງປະເທດ  ພ້ອມກັບບັນດາການຊີ້ນຳຂອງການນຳພັກ, ລັດຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາແນວທາງ, ທິດທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງວ່ອງໄວ ແລະ ເລິກເຊິ່ງກ້ວາງຂວາງຂອງ ຫວຽດນາມ ./.

ຕອບກັບ

ຂ່າວ/ບົດ​ອື່ນ