ປະ​ທານ​ປະ​ເທດ​ຢ້ຽມ​ຢາມ​ສະ​ວິດ ແລະ ສະ​ຫະ​ພັນ​ລັດ​ເຊຍ: ບັນ​ດາ​ສານ​ສຳ​ຄັນ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ

(VOVWORLD) -ຕອນຄ່ຳວັນທີ 2 ທັນວາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງມົດສະກູ ເດີນທາງກັບມາປະເທດ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ຢ່າງຈົບງາມ (29/11 - 02/12) ຕາມຄຳເຊີນຂອງປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin. ກ່ອນການໄປຢ້ຽມຢາມລັດເຊຍ ແຕ່ວັນທີ 25-29/11, ທ່ານປະທານປະເທດກໍ່ໄດ້ໄປຢ້ຽມຢາມສະຫະພັນສະວິດ ຕາມຄຳເຊີນຂອງປະທານາທິບໍດີ ສະຫະພັນສະວິດ Guy Parmelin. ຢູ່ແຕ່ລະປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ລ້ວນແຕ່ໄດ້ນຳມາເຊິ່ງບັນດາສານສຳຄັນ, ຊຸກຍູ້ນ້ຳໃຈມິດຕະພາບ ແລະ ເຮັດໃຫ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ-ສະວິດ ແລະ ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ.
ປະ​ທານ​ປະ​ເທດ​ຢ້ຽມ​ຢາມ​ສະ​ວິດ ແລະ ສະ​ຫະ​ພັນ​ລັດ​ເຊຍ: ບັນ​ດາ​ສານ​ສຳ​ຄັນ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 1

ປະທານາທິບໍດີສະວິດ Guy Parmelinຈັບມືຊົມເຊີຍທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ມາຢ້ຽມຢາມສະວິດ ຢ່າງເປັນທາງການ (ພາບ: VOV)

      ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນການພີສູດຢ່າງມີຊີວິດຊີວາ, ສະແດງໃຫ້ເຫັນວ່າ ຫວຽດນາມ ຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນລະຫວ່າງ ຫວຽດນາມ-ສະວິດ ແລະ ສະຫະພັນລັດເຊຍ ເປັນສຳຄັນ.

ຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເປັນສຳຄັນ

  “ນ້ຳໃຈມິດຕະພາບຫວຽດນາມ-ສະວິດ ແມ່ນສັບສົມບັດທີ່ລ້ຳຄ່າ” ແມ່ນສານທະລຸລ່ວງຂອງການຢ້ຽມຢາມ ຊື່ງທ່ານປະທານປະເທດ ຫງວຽນຊວັນຝຸກ ໄດ້ເນັ້ນໜັກເປັນພິເສດ ໃນການພົບປະເຈລະຈາກັບປະທານາທິບໍດີສະຫະພັນສະວິດ Guy Parmelin. ທ່ານປະທານປະເທດ ຫງວຽນຊວັນຝຸກ ສະແດງວ່າ “ລັດ ແລະ ປຊຊ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ນັບຖືການສະໜັບສະໜູນ, ການຊ່ວຍເຫຼືອທີ່ມີຄ່າຂອງສະວິດ ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງຊາດໃນເມື່ອກ່ອນ ແລະ ການສ້າງສາປະເທດຊາດໃນປະຈຸບັນ”. ທ່ານປະທານປະເທດ ຫງວຽນຊວັນຝຸກ ໄດ້ຂອບອົກຂອບໃຈລັດຖະບານສະວິດ ທີ່ໄດ້ສະໜອງແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ, ປະກອບສ່ວນໜູນຊ່ວຍຫວຽດນາມ ບັນລຸໄດ້ບັນດາຜົນງານໃນການພັດທະນາເສດຖະກິດ ສັງຄົມ, ປະຕິບັດສຳເລັດເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ ກ່ອນກຳນົດເວລາ.

   ສ່ວນຝ່າຍສະວິດ ຮັບຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານເສດຖະກິດບຸລິມະສິດສຳຄັນຂອງຕົນຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີຈະສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA)  ໂດຍໄວ ຊື່ງສະວິດ ແມ່ນປະເທດນຳໜ້າ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແຮງ. ສອງປະເທດຖືວ່າ ນີ້ແມ່ນໜ້າທີ່ບຸລິມະສິດ ຄວນສຸມໃສ່ຊຸກຍູ້.

   ຈຸກພົ້ນເດັ່ນໃນການຢ້ຽມຢາມສະວິດ ຂອງທ່ານປະທານປະເທດ ຫງວຽນຊວັນຝຸກ ແມ່ນເວທີປາໄສວິສາຫະກິດຂັ້ນສູງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດຫວຽດນາມ ແລະ ປະທານາທິບໍດີສະວິດ. ນະທີ່ນີ້, ບັນດາການນຳ ໄດ້ປຸກລຸກນ້ຳໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈໃນວິສາຫະກິດສອງປະເທດວ່າ ສອງພື້ນຖານເສດຖະກິດຫວຽດນາມ ແລະ ສະວິດ ແມ່ນມີລັກສະນະຊ່ວຍຊູກັນ.

ປະ​ທານ​ປະ​ເທດ​ຢ້ຽມ​ຢາມ​ສະ​ວິດ ແລະ ສະ​ຫະ​ພັນ​ລັດ​ເຊຍ: ບັນ​ດາ​ສານ​ສຳ​ຄັນ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 2

ປະທານາທິບໍດີ ລັດເຊຍ Vladimir Putin. ແລະ ປະທານປະເທດຫວຽດນາມ ຫງວຽນຊວັນຝຸກ (ພາບ: VOV)

 ສະມາຊິກທີ່ມີຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.

   ຢູ່ເຊີແນວ, ຊື່ງແມ່ນສູນກາງຂອງບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ທ່ານປະທານປະເທດ ໄດ້ພົບປະກັບຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນ, ໃນນັ້ນມີຜູ້ອຳນວຍການໃຫ່ຍອົງການອະນາໄມໂລກ  (WHO) Tedros Adhanom Ghegreyesus. ແລະ ຜູ້ອຳນວຍການໃຫ່ຍຫ້ອງການ ສປຊ ປະຈຳເຊີແນວ ປະເທດສະວິດ Tatiana Valovaya.

ການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ

   ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວັນຝຸກ ໄດ້ປະສົບຜົນສຳເລັດອັນຈົບງາມ ໃນຂະນະທີ່ໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນຢ່າງຮອບດ້ານ. ການຢ້ຽມຢາມ ໄດ້ປັບປຸງການພົວພັນໃນປະຈຸບັນ ກໍ່ຄືສະແດງໃຫ້ເຫັນການຈົດຈຳບຸນຄຸນຂອງບັນດາເພື່ອນລັດເຊຍ ທີ່ມີຄຸນງາມຄວາມດີ ປະກອບສ່ວນໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

   ກ່າວຄຳເຫັນເປີດສາກການພົບປະເຈລະຈາກັບປະທານາທິບໍດີ Vladimir Putin, ທ່ານປະທານປະເທດ ຫງວຽນຊວັນຝຸກ ໄດ້ຢືນຢັນວ່າ: “ສະຫະພັນລັດເຊຍ ແມ່ນເພື່ອນຜູ້ໃຫ່ຍ ແລະ ສະໜິດສະໜົມຂອງ ປຊຊ ຫວຽດນາມ”. ຕາມທ່ານປະທານປະເທດ,  ນີ້ແມ່ນການພົບປະເຈລະຈາຄັ້ງປະຫວັດສາດ ຊື່ງໄດ້ແກ່ຍາວໃນເວລາ 4 ຊົ່ວໂມງ. ໝາກຜົນຂອງການພົບປະເຈລະຈາໃຫ້ເຫັນວ່າ, ສອງປະເທດໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກ ສິ່ງກີດຂວາງ ເພື່ອຍົກສູງລະດັບການທູດ, ແກ້ໄຂບັນຫາໃນການພົວພັນສອງຝ່າຍ ແລະ ຕິດພັນກັບບັນດາບັນຫາທົ່ວໂລກ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມຂັ້ນສູງ ວິໄສທັດຮອດປີ 2030 ຂອງຫວຽດນາມ ແລະ ສະຫະພັນລັດເຊຍ ດ້ວຍເນື້ອໃນລະອຽດ, ມີຄວາມໝາຍຍຸດທະສາດ, ຍາວນານ.

   ໃນການຢ້ຽມຢາມສະຫະພັນລັດເຊຍ, ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ ຢ່າງມີປະສິດທິຜົນ ກໍ່ຄືສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກ ໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ ເພື່ອແນໃສ່ສ້າງບາດກ້າວບຸກທະລຸຢ່າງແຮງ ໃນບັນດາຂົງເຂດຮ່ວມມືສຳຄັນ. ທ່ານປະທານປະເທດ ຫງວຽນຊວັນຝຸກ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໄຂເວທີປາໄສວິສາຫະກິດຫວຽດນາມ-ລັດເຊຍ; ພົບປະກັບບັນດາການນຳກຸ່ມເສດຖະກິດໃຫ່ຍດ້ານສາທາລະນະສຸກ, ນ້ຳມັນອາຍແກັດ, ການເງິນ…ຂອງລັດເຊຍ. ເປັນສັກຂີພິຍານພິທີລົງນາມເປີດຖ້ຽວບິນໂດຍກົງຫວຽດນາມ-ມົດສະກູ ຂອງ Vietjet. ຕາມ ທ່ານປະທານປະເທດ ຫງວຽນຊວັນຝຸກ ແລ້ວ, ປະເທດລັດເຊຍ ບໍ່ພຽງແຕ່ແມ່ນມີການພົວພັນສຳຄັນດ້ານເສດຖະກິດ, ສັງຄົມ, ປ້ອງກັນຊາດເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືອັນດັບໜຶ່ງໃນການພົວພັນທາງການທູດຂອງຫວຽດນາມ ອີກດ້ວຍ, ແມ່ນລູກກຸນແຈສຳຄັນ ໃນການພົວພັນທາງການທູດ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດຊາດ.

   ການຢ້ຽມຢາມເອີລົບ ຄັ້ງທຳອິດໃນຖານະຕຳແໜ່ງສໃໝ່ຂອງທ່ານປະທານປະເທດ ຫງວຽນຊວັນຝຸກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການຢ້ຽມຢາມ ໄດ້ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ພ້ອມທັງປຸກລຸກກຳລັງໜູນໃນການຮ່ວມມືຢ່າງແຮງກ່ວາອີກ ໃນການພົວພັນລະຫວ່າງຫວຽດນາມ ກັບ ສະວິດ ແລະ ສະຫະພັນລັດເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ