ປະທານາທິບໍດີ Donald Trump ດ້ວຍວິໄສທັດປະເອີບໃຈ ກ່ຽວກັບປະເທດ ອາເມລິກາ

(vovworld) - ​ວັນ​ທີ 28/02 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ມີ​ບົດ​ກ່າວ​ປາ​ໄສ​ທຳ​ອິດ ຕໍ່​ສະພາສູງ ​ແລະ ສະພາ​ຕ່ຳ ​ແລະ ບັນດາ​ສະມາຊິກ​ລັດຖະບານ ນັບ​ແຕ່​ເມື່ອ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ. ​ໃນ​ບົດ​ກ່າວ​ປາ​ໄສ ມີ​ບັນດາ​ຈຸດ​ທີ່​ຄື​ກັບສານ​ສະຫະ​ລັດນີ້, ທ່ານ​ປະທານາທິບໍດີ Donald Trump ​ໄດ້ສ້າງ​ບັນດາ​​ແຜນການ ​ຊຶ່ງ​ທ່ານ​ຈະ​ປະຕິບັດ​ໃນ​ 4 ປີ​ທີ່ກຳ​ອຳນາດ, ພິ​ເສດ​ແມ່ນ​ໃນ​ປີ​ທຳ​ອິດ. ສິ່ງ​ທີ່​ໄດ້​​ເຫັນ​ວ່າ ຫົວ​​​ເລື່ອງ​ການ​ຟື້ນ​ຟູດ້ານຈິດ​ໃຈ ອາ​ເມ​ລິ​ກາ ກວມ​ລວມ​ໃນ​ບົດ​ກ່າວ​ປາ​ໄສ​ນີ້. ຫາງ​ສຽງ​​ໄດ້​ມີປະຕິກິລິຍາ​ຢ່າງ​ຕັ້ງໜ້າ ພາຍຫລັງ​ບົດ​ກ່າວ​ປາ​ໄສ​ຂອງທ່ານ Donald Trump.

ປະທານາທິບໍດີ Donald Trump ດ້ວຍວິໄສທັດປະເອີບໃຈ ກ່ຽວກັບປະເທດ ອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
ກ່າວ​ປາ​ໄສ​ທຳ​ອິດ ຕໍ່​ສະພາ
ສູງ ​ແລະ ສະພາ​ຕ່ຳ ​
(ພາບ: AFP / TTXVN)

​     ໄປ​ຝືນ​ກັບ​ບົດ​ກ່າວ​ປາ​ໄສ​ທຳ​ອິດ​ຂອງ​ທ່ານ Trump ຕໍ່ໜ້າປະຊາຊົນ ອາ​ເມ​ລິ​ກາ ​ທີ່ພິທີ​ຮັບ​ດຳລົງ​ຕຳ​ແໜ່​ງ​​ໃນວັນ​ທີ 20/01 ​ເມື່ອ​ທ່ານ​ຍົກ​ອອກ​ມາ​ຮູບ​ພາບຂອງ​ປະ​ເທດ ອາ​ເມ​ລິ​ກາ ພວມ​ຊຸດ​ໂຊມ, ບົດ​ກ່າວປາ​ໄສຕໍ່​ສະພາສູງ ​ແລະ ສະພາ​ຕ່ຳ​ນີ້ ​​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ປະ​ເອີ​ບ​ໃຈ​ກ່ວາ. ທ່ານ Donald Trump ຍັງ​ຮັກສາທ່າ​ທີ່ ​ແລະ ຄຳ​ເວົ້າ​ມີ​ລັກສະນະ​ໄກ່​ເກ່ຍປອງ​ດອງ ​ເພື່ອ​ແນ​ໃສ່​ມຸ່ງ​​ໄປ​ເຖິງ​ຈຸດໝາຍ​ສາມັກຄີ​ທົ່ວ​ປະ​ເທດ.

ຄຳ​ໝັ້ນ​ສັນຍາ​ຈະ​ແຈ້ງກ່ຽວ​ກັບ​ບັນດາ​ຈຸດໝາຍ​ຈະ​ປະຕິບັດ​ໃນ​ອາຍຸ​ການ

        ດ້ວຍ​ຫົວ​ເລື່ອງ​ວ່າ “ການຟື້ນ​ຟູ​​ຈິດ​ໃຈຂອງ ອາ​ເມ​ລິ​ກາ” ກວມ​ລວມ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ Donald Trump. ບັນຫາ​ທຳ​ອິດ​ທີ່ທ່ານ Donald Trump ​ເຕື້ອງ​ເຖິງ​ແມ່ນ ຢັ້ງຢືນ​ຄຳ​ໝັ້ນ​ສັນ​ຍາ​ສຳລັບ​ບັນດາ​ສິດທາ​ງ​ແພ່ງ, ພ້ອມ​ທັງ​ກ່າວ​ປະນາມ​ກະ​ແສ​ຟອງ​ນາບ​ຂູ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ທີ່​ເລັ່ງ​ໃສ່​ບັນດາ​ສູນຊາວ​ຢິວ​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ. ທ່ານ Donald Trump ຖະ​ແຫຼ​ງວ່າ ອາ​ເມ​ລິ​ກາ ​ແມ່ນ “ປະ​ເທດ​ທີ່ສາມັກ​ຄີ​ກັນ ​ກ່າວ​ປະນາມ​ໂທດ​ກຳ​ພາຍ​ໃຕ້​ທຸກ​ຮູບ​ການ”.

        ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ໄດ້​ເຕື້ອງ​ເຖິງ​ບັນດາ​ຜົນງານ​ເສດຖະກິດ​ເບື້ອງ​ຕົ້ນ ພາຍຫລັງ​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາໜຶ່ງ​ເດືອນ, ​ໃນ​ນັ້ນ ມີ​​ການ​ຊ່ວຍ​ຫັນທຶນຮອນ​ຕະຫລາດ​ຫຼັກ​ຊັບ​​ເພີ່ມ​ຂຶ້ນ​ເກື​ອບ 3.000 ຕື້ USD. ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ຄື: Ford, Fiat-Chrysler, General Motor, Walmart ຫຼື Lockheed ພ້ອມກັບຫລາຍ​ບໍລິສັດ​ອື່ນໆ ລ້ວນ​ແຕ່​ປະກາດ​ວ່າຈະ​ລົງທຶນ​ເຂົ້າ​ຕະຫລາດ​ພາຍ​ໃນ​ນັບ​ຫລາຍ​ຕື້ USD, ຜ່ານ​ນັ້ນ ຈະ​ສ້າງ​ວຽກ​ເຮັດ​ງານທຳ​ໃໝ່​ນັບ​ໝື່ນໆ​ວຽກ​ໃຫ້​ແກ່​ປະຊາຊົນ ອາ​ເມ​ລິ​ກາ. ​ເພື່ອ​ໃຫ້​ເສດຖະກິດ​ເຕີບ​ໂຕ, ທ່ານ Donald Trump ຮຽກ​ຮ້ອງ​ສ້າງ​ຕະຫລາດ​ສະ​ເໝີ​ພາບ​ໃຫ້​ບັນດາ​ບໍລິສັດ ​ແລະ ຄົນ​ງານ ອາ​ເມ​ລິ​ກາ. ທ່ານ Donald Trump ​ໃຫ້​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່ ຈະ​ຫລຸດ​ຜ່ອນ​ພາສີ​ອາກອນ​ໃຫ້​ຊົນ​ຊັ້ນ​ກາງ​ໃນ​ສັງຄົມ ອາ​ເມ​ລິ​ກາ ​ແລະ ​ວົງ​ການ​ວິ​ສາ​ຫະກິດລົງຢ່າງ​ແຮງ, ກໍ່​ຄື​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ນັບ​ລ້ານ​ວຽກ​ໃຫ້​ແກ່​ປະຊາຊົນ. ທ່ານ​ປະທານ​າທິບໍດີ Donald Trump ກໍ່​ຢືນຢັນ​ວ່າ ຈະ​ລົງທຶນ 1.000 ຕື້ USD ​ເພື່ອ​ສ້າ​ງ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ຄືນ​ໃໝ່ ​ຊຶ່ງ​ທ່ານ​ຖື​ວ່າ ພວມ​ເຊື່ອມ​ໂຊມ. ອຳ​ນາດ​ການ​ປົກຄອງ​ຂອງ​ທ່ານ Donald Trump ຫວັງ​ວ່າ ດ້ວຍ​ມາດ​ຕະການ​ຫລາຍ​ຢ່າງ​ໄດ້​ນຳໃຊ້, ປະ​ເທດ ອາ​ເມ​ລິ​ກາ ຈະ​ຮັກສາ​ໄດ້​ອັດຕາການ​ເຕີບ​ໂຕ​ປະຈຳ​ປີ ບັນລຸ​ຢ່າງ​ໜ້ອຍ​ສຸດ​ແມ່ນ 3%. ນີ້​ແມ່ນ​ຄາດໝາຍ ​ເຊິ່ງບັນດານັກ​ເສດຖະກິດ​ຫລາຍ​ຄົນ​ຖື​ວ່າມີ​ຄວາມປະ​ເອີ​ບ​ໃຈຫລາຍ​ເກີນ​ໄປ.

        ກ່ຽວກັບ​ດ້ານ​ການ​ສຶກສາ, ທ່ານ Donald Trump ກຳນົດວ່າ ນີ້​ແມ່ນ​ບັນຫາ​ເຊື້ອ​ຊາດຜິວ​ພັນ. ທ່ານ​ກໍ່​ໃຫ້​ຮູ້​ວ່າ: ພວມ​ຮຽກຮ້ອງບັນດາ​ສະມາຊິກ​ຂອງ​ທັງ 2 ພັກ​ຮັບຮອງ​ເອົາ​ຮ່າງກົດໝາຍ​ວ່າ​ດ້ວຍການ​ສຶກສາ​ທີ່​​ສະໜອງ​ການ​ເງິນ​ໃຫ້​ບັນດາ​​ໄວ​ໜຸ່ມ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ລວມມີ​ຊາວ ອາ​ເມ​ລິ​ກາ ​ເຊື້ອ​ຊາດອາ​ຟຣິກກາ ຫຼື ອາ​ເມ​ລິ​ກາລາ​ຕິ​ນ ນັບ​ລ້ານ​ຄົນ.

       ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຊາວ​ອົບ​ພະ​ຍົບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ເນັ້ນ​ຫນັກ​ອີກ​ຄັ້ງ​ຫນຶ່ງ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຊາຍ​ແດນ ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົບ. ທ່ານ​ຖື​ວ່າ ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ​ຈະ​ເຮັດ​ໃຫ້​ເງິນ​ເດືອນ​ຂອງ​ຄົນ​ງານ​ເພີ່ມ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ຜູ້​ຫວ່າງ​ງານມີ​ວຽກ​ເຮັດ​ງານ​ທຳ, ປະ​ຢັດ​ຈຳ​ນວ​ນ​ເງິນ​ໄດ້​ນັບ​ຕື້​ໆ USD ກໍ​ຄື​ຊ່ວຍ​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ມີ​ຄວາມ​ປອດ​ໄພ​ກວ່າ. ທ່ານ Trump ກໍ່​ມີ​ຄຳ​ໝັ້ນສັນ​ຍາກໍ່​ສ້າງ​ກຳ​ແພງ​ຢູ່​ລຽບ​ຕາມ​ຊາຍ​ແດນ ອາ​ເມ​ລິ​ກາ - ເມ​​ກຊີ​ໂກ ພ້ອມ​ທັງ​ຖະ​ແຫລງ​ຈະ​ປະ​ກາດ​ໃຊ້​ລະ​ບົບ​ຊາວ​ອົບ​ພະ​ຍົບ​ໃຫມ່ ໂດຍ​ອີງ​ໃສ່​ກຳ​ລັງ​ຄວາມ​ສາ​ມາດ ເພື່ອ​ແນ​ໃສ່​ຈຳ​ກັດ​ກະ​ແສ​ຟອງ​ຄົນ​ງານບໍ່​ມີ​ວິ​ຊາ​ສະ​ເພາະ​ເຂົ້າ​ ອາ​ເມ​ລິ​ກາ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ​ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ ສອງ​ພັກ​ຄື: ພັກ ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ສາ​ທາ​ລະ​ນະ ທີ່​ສະ​ພາ​ແຫ່ງ​ຊາດ ຈົ່ງ​ຮ່ວມ​ມື​ນຳ​ກັນເພື່ອ​ສ້າງ​ແຜນ​ການ​ປະ​ຕິ​ຮູບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ດ້ວຍ​ຂອບ​ເຂດ​ກ້​ວາງ​ຂວາງ.

        ​ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ​ໃຫມ່ ພວມ​ຕັ້ງ​ຫນ້າ​ປັບ​ປຸງ​ບັນ​ດາ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ ແລະ ຕິດ​ຕາມກວດ​ກາ, ພ້ອມ​ທັງ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ບາດ​ກ້າວ​ເດີນ​ໃຫມ່ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ. ທຳ​ນຽບ​ຂາວ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ພັດ​ທະ​ນາ​ແຜນ​ການ​ເພື່ອ​ດັບ​ສູນ​ອົງ​ການກໍ່​ການ​ຮ້າຍ "ລັດ​ອິ​ດ​ສະ​ລາມ" IS ຂະ​ຫນາມ​ນາມ​ເອງ ພ​້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ ອາ​ເມ​ລິ​ກາ ໃນ​ບັນ​ດາ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ລວມ.

​ຄຳ​ຕອບ​ທີ່​ຕັ້ງ​ຫນ້າ​ຈາກ​ຫ​າງ​ສຽງ

        ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ​ເຖິງ​ບົດ​ກ່າວ​ປາ​ໄສຂອງ​​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Donald Trump ​ຕໍ່​ຫນ້າ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ເພາະ​ຢາກ​ຮູ້​ວ່າ ທ່ານ Donald Trump ສະ​ເຫນີ​ບັນ​ດາ​ແຜນ​ການ​ລະ​ອຽດ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ທີ່​ຍົກ​ອອກ​ມາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ. ທ່ານ Sean Spicer, ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃຫ້​ຮູ້​ວ່າ: ທ່ານ Donald Trump ໄດ້​ນຳ​ໃຊ້​​ໂອ​ກາດນີ້​ເພື່ອ​​ຍົກອອກວິ​ໄສ​ທັດ​ຕັ້ງ​ຫນ້າ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ເພື່ອ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ ມີ​ຄວາ​ມ​ຮັບ​ຮູ້​ຢ່າງ​ແທ້​ຈິງວ່າ ປະ​ເທດ ອາ​ເມ​ລິ​ກາ ອາດ​ຈະ​ໄປ​ຮອດ​ໃສ ແລະ ເຮັດ​ແນວ​ໃດ​ເພື່ອ​ບັນ​ລຸ​ໄດ້​ສິ່ງນັ້ນ ກໍ​ຄື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ ອາ​ເມ​ລິ​ກາ ແມ່ນ​ຫຍັງ.

        ເຖິງວ່າບໍ່​ໄດ້​ຮັບ​ຄວາມ​ຊົ​ມ​ເຊີຍ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ ພັກ​ປະ​ຊາ​ທິ​ປະ​ໄຕ ກໍ​ຕາມ, ແຕ່​ໝາກ​ຜົນ​ແຫ່ງ​ການ​ສຳ​ຫລວດ​ຂອງ CNN ປະ​ກາດ​ໃຫ້​ເຫັນ​ວ່າ, ຜູ້​ຊົມ​ສ່ວນ​ຫລາຍ​ມີ​ປະ​ຕິ​ກິ​ລິ​ຍາ​ຕັ້ງ​ຫນ້າຕໍ່​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump. ທ່ານ Vincent Michelot, ນັກ​ໄຈ້​ແຍກ​ຊາວ ຝ​ລັ່ງ ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ບົດ​ກ່າວ​ປາ​ໄສ​ຖືກ​ກັບ​ຄວາມ​ຄິດ​ຂອງ ທ່ານ Donald Trump ຢ່າງ​ແທ້​ຈິງ. ໃນ​ຂະ​ນະ​ນັ້ນ ຫນັງ​ສື​ພິມ Washington Post ໄດ້​ສັງ​ເກດ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ Donald Trump ກ່າວ​ປາ​ໄສ​ຕໍ່​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ອ​າ​ເມ​ລິ​ກາ ດ້ວຍ​ທ່າ​ທີ່ “ເຂັ້​ມງວດ ແລະ ປອງດອງ”.

        ດ້ວຍ​ບົດ​ກ່າວ​ປາ​ໄສ​ເປັນ​ຄັ້​ງ​ທ​ຳ​ອິດ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ມຸ້ງ​ຫວັງ ແລະ ຄວາມ​ປະ​ເອີບ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ, ຊື່ງ​ແມ່ນ​ຜູ້​ທີ່​ເຄີຍ​ມີ​ຄວາມ​ເປັນ​ຫ່ວງ ແລະ ມີ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ໂຄງ​ການ​ການ​ເມືອງ​ຂອງ​ທ່ານ Donald Trump, ເວ​ລາ​ຈະ​ມາ​ເຖິງ​ຈະ​ແມ່ນ​ຄຳ​ຕອບ​ດີ​ສຸດ​ໃຫ້​ສານ​ດັ່ງ​ກ່າວ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. 

 

ຕອບກັບ

ຂ່າວ/ບົດ​ອື່ນ