ປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມລັດເຊຍ: ບໍ່ພຽງແຕ່ແມ່ນການຊຸກຍູ້ການຮ່ວມມື

vovworld) - ປະທານາທິບໍດີ ອັກ​ຊັງ​ຕີນ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ໃນ​ວັນ​ທີ 22/4. ການ​ຢ້ຽມຢາມ​​ນີ້ບໍ່​ພຽງ​ແຕ່​​ເພື່ອ​ຕອບ​ສະໜອງ​ການ​ຢ້ຽມຢາມ​​ຂອງ​ປະທານາທິບໍດີ V. Putin ​ເຖິງ ອັກ​ຊັງ​ຕີນ ​ເມື່ອ​ເດືອນ 7/2014 ​ຕາມ​ພິທີການ​ທູດເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍອື່ນໆ​ອີກ. ສຳລັບ​ລັດ​ເຊຍ, ​ເພື່ອ​ກຳນົດ​ທີ່​ຕັ້ງ​​ເປັນປ​ະ​ເທດ​ມະຫາ​ອຳນາດຄືນ​ໃໝ່​ຢູ່​ພາກ​ພື້ນອາ​ເມ​ລິ​ກາ​ລາຕີ​ນນັ້ນ​, ​ລັດ​ເຊຍ​ຈະຕ້ອງ​ມີ​ການ​ພົວພັນ​ຢ່າງ​​ແໜ້ນ​ແຟ້ນກັບ ອັກ​ຊັງ​ຕີນ, ສຳ​ລັບ ອັກ​ຊັງ​ຕີນ, ການ​ສ້າງ​ການ​ພົວພັນ​ສະໜິດ​ສະໜົມ​ກັບ​ມົດ​ສະ​ກູ, ຈະ​ຊ່ວຍ Buenos Aires ​​ເພື່ອເພີ່ມ​ທະວີ​ກຳລັງ​ແຮງ​ດ້ານ​ການ​ທະຫານໃນ​ການ​ຂັດ​ແຍ້​ງໝູ່​ເກາະ Malvinas, ​ເຊິ່ງອັງກິດ​ໄດ້​ປະກາດ​ວ່າມີ​ອະທິປະ​ໄຕ​ແລ້ວ.

ປະທານາທິບໍດີ ອັກຊັງຕີນ ຢ້ຽມຢາມລັດເຊຍ: ບໍ່ພຽງແຕ່ແມ່ນການຊຸກຍູ້ການຮ່ວມມື - ảnh 1


ປະທານາທິບໍດີ Putin ແລະປະທານາທິບໍດີ Fernandez ທີ່ການພົບປະເມື່ອເດືອນ 7/2014.

(ພາບ:: AFP)

​ໃນ​ການ​ຢ້ຽມຢາມ​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ປະທານາທິບໍດີ Cristina Fernandez de Kirchne ພ້ອມ​ກັບ​ຄູ່​ຕຳ​ແໜ່​ງ V. Putin ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ, ​ມາດ​ຕະການຜັນ​ຂະຫຍາຍ​ການຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຫຼັກ​ແຫຼ່ງ​ເຊິ່ງທັງ​ສອງ​ຝ່າຍລ້ວນ​ແຕ່​ມີ​ທ່າ​ແຮງ. ​ແຕ່​ຕາມ​ບັນດາ​ນັກ​ສັງ​ເກດ​ການ, ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ຈຶ່ງ​ແມ່ນ​ຂົງ​ເຂດ​ຕົ້ນຕໍ​ໃນ​ການ​ພົບ​ປະ​ຄັ້ງ​ນີ້​ລະຫວ່າງ​ການ​ນຳ​ສອງ​ທ່ານ.

        ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ, ການປ້ອງ​ກັນຊາ​ດ

        ຂ່າວ​ຫຼ້າ​ສຸດ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ​ ໃຫ້​ຮູ້​ວ່າ, ມົດ​ສະ​ກູ ​ແລະ Buenos Aires ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ແຜນການ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະ​ຫວ່າງ​ກອງທັບ​ສອງ​ປະ​ເທດ​ໃນ​ສະພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ. ຂໍ້​ຕົກລົງ​ນີ້​ບັນລຸ​ໄດ້​ໃນ​ການ​ປະຊຸມ​ລະຫວ່າງ​ເຈົ້າໜ້າທີ່ກະຊວງປ້ອງກັນ ປະເທດສອງປະເທດ ຢູ່ນອກກອງປະຊຸມປ້ອງກັນຄວາມສະຫງົບສາກົນຄັ້ງທີ 4 ເຊິ່ງດຳເນີນຢູ່​ມົດ​ສະດູ​ເມື່ອ​ສັບປະດາ​ກ່ອນ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ 7/2014, ປະທານາທິບໍດີລັດ​ເຊຍ V. Putin ​ໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ໋ງ Cristina Fernandez de Kirchne ​ແລະ ປຶກສາ​ຫາລື​ຫຼາຍ​ບັນຫາ, ​ໃນ​ນັ້ນ​​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ, ການປ້ອງ​ກັນຊາ​ດ, ຖື​ນີ້​ແມ່ນ​ການ​ຮ່ວມ​ມື​ທີ່​ສຳຄັນ​ໃນ​ໄລຍະ​​ໃໝ່. ຕາມ​ນັ້ນ​ແລ້ວ, ມົດ​ສະ​ກູ​ ໃຫ້​ຄຳ​ໝັ້ນ​ສັນຍາ​ກຽມພ້ອມ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ບຳລຸງ​ສ້າງ​ເຈົ້າ​ໜ້າ​ທີ່​ດ້ານ​ການ​ທະຫານ ຫຼື​ກອງທັບ​ໃຫ້​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ອັກ​ຊັງ​ຕີນ. ສິ່ງ​ສຳ​ຄັນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ແຜນການຂອງ ລັດ​ເຊຍ ຂາຍ​ຍົນ​ສູ້​ຮົບ​ໄລຍະ​ໄກ Su-24, 12 ລຳ​ໃຫ້ ອັກ​ຊັງ​ຕີນ. ສ່ວນ ອັກ​ຊັງ​ຕີນ ກໍ່​ສະໜອງ​ໃຫ້​ລັດ​ເຊຍ​ເຂົ້າ​ບະ​ເລ, ຜະລິດ​ຕະພັນ​ທີ່​ປຸງ​ແຕ່ງຈາກ​ຊີ້ນ ​ແລະ ຜະລິດ​ຕະພັນ​ກະ​ເສດ​ອື່ນໆ. ​ເປັນ​ອັນວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້, ນອກຈາກ​ຈຸດປະສົງ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ແລ້ວ, ລັ​ດ​ເຊຍ ​ແລະ ອັກ​ຊັງ​ຕີນ ຍັງ​​ຈະເຊັນ​ສັນຍາ​ຊື້​ຂາຍ​ອຸປະກອນ​ດ້ານ​ການ​ທະຫານ ​ແລະ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ກັນ​ໃນ​ຂົງ​ເຂດ​ປ​້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ອີກ​ດ້ວຍ.

        ທັງ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

        ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອັກ​ຊັງ​ຕີນ​ ​ແມ່ນ​ພັດທະນາ​ຕາມ​ທິດ​ທີ່​ດີງາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ພົວພັນ​ຍັງ​ຖືກ​ຈຳກັດ​ຢູ່ ​ແລະ ຕົ້ນຕໍ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ. ຍ້ອນ​ເຫດ​ນັ້ນ​ການ​ພົວພັນ​ອັນ​ດີງາມ​ນີ້​ບໍ່​ທັນ​ໄດ້​ຮັບ​ການ​ໝູນ​ໃຊ້​ຢ່າງ​ເຖິງ​ຖອງ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດກວ່າ​ອີກ​ໃຫ້​ທັງ​ສອງ​ຝ່າຍ.

        ​ແຕ່​ໃນ​ສະພາບ​ຝ່າຍ​ຕາ​ເວັນ​ຕົກ​ນຳ​ໃຊ້​ຫຼາຍ​ມາດ​ຕະການ​ລົງ​ໂທດ​ ລັດ​ເຊຍ ນັ້ນ, ​ໄດ້​ເຮັດໃຫ້​ປະ​ເທດ​ນີ້​ຕ້ອງ​ຊອກ​ຫາ, ​ເປີດ​ກວ້າງ​ຕະຫຼາດ​ໄປ​ສູ່​ອາ​ເມ​ລິ​ກາ​ລາຕີ​ນ. ​ໂດຍຜ່ານ​ການ​ເພີ່ມ​ທະວີການ​ພົວພັນດ້ານ​ການ​ຄ້າກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ຄື ອັກ​ຊັງ​ຕີນ, ລັດ​ເຊຍ​ ຈະ​ບໍ່​ສາມາດ​ສົ່ງ​ຜົນ​ສະທ້ອນ​ໃນ​ບັນຫາ​ຢູ​ແກຼມ ອີກ ຍ້ອນ​ຄຳ​ສັ່ງ​ຂວ້ຳ​ບາດ ​ແລະ ລົງ​ໂທດ​ຂອງ​ເອີ​ລົບ - ອາ​ເມ​ລິ​ກາ​. ພ້ອມ​ກັນ​ນັ​້ນ, ການ​ເພີ່ມ​ທະວີ​ກຳລັງ​ແຮງ​ດ້ານ​ການ​ທະຫານ​ໃຫ້ ອັກ​ຊັງ​ຕີນ, ກໍ່​ແມ່ນ​ວິທີຊຶ່ງ ​ມົດ​ສະ​ກູ “ຢາກ​ກ່າວ​ເຕືອນ“ ອັງກິດ, ​ເຊິ່ງ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ສະໜັບສະໜູນ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ ​ລັດ​ເຊຍ.

        ​ໃນ​ຂະນະ​ນັ້ນ, ບັນຫາ​ໝູ່​ເກາະ Malvinas ກໍ່​ແມ່ນ​ບັນຫາ​ສັບສົນ​ໃນ​ການ​ພົວພັນ​ລະຫວ່າງ ອັກ​ຊັງ​ຕີນ ກັບອັງກິດ. ໝູ່​ເກາະ​ນີ້​ໂດຍ ອັກ​ຊັງ​ຕີນ ​ປະກາດ​ອະທິປະ​ໄຕ, ​ແຕ່​ພັດ​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ອັງກິດນັບ​ແຕ່​ປີ 1830. ປີ 1982, ອຳນາດ​ການ​ປົກຄອງ Buenos Aires​ ໄດ້​ດຳ​ເນີນ​ສົງຄາມ​ກັບ​ລອນ​ດອນ ​ເພື່ອ​ຢືດ​ຄອງ​ໝູ່​ເກາະ​ນີ້​ຄືນ​ໃໝ່, ​ແຕ່​ພັດ​ຖືກ​ປະລາ​ໄຊ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງອັງກິດ - Buenos Aires ​ເຄີຍ​ເກີດ​ບັນຫາ. ຫວ່າງ​ແລ້ວ​ນີ້, ອັກ​ຊັງ​ຕີນ ປະກາດ​ເພີ່ມງົບປະມານ​ດ້ານ​ການ​ທະຫານ​ໃນ​ປີ 2015 ​ໄດ້​ພາ​ໃຫ້​ອັງກິດ ​ວິຕົກ​ກັງວົນ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ອັງກິດ​ ໄດ້​ປະກາດ​ມີ​ແຜນການ​ເພີ່ມ​ທະວີ​ງົບປະມານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ໝູ່​ເກາະ​ອາ​ເມ​ລິ​ກາ​ໃຕ້​ນີ້ ​ເພື່ອ​ຮັບ​ມື​ກັບ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ກຳລັງ​ແຮງ​ດ້ານ​ການ​ທະ​ຫານ​ຂອງ Argentine.

        ຕໍ່ໜ້າ​ການ​ພົວພັນ​ອັນ​ສະໜິດສະໜົມ​ລະຫວ່າງ​ລັດ​ເຊຍ ​ກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້, ບໍ່​ພຽງ​ແຕ່ອັງກິດ, ຫາກອາ​ເມ​ລິ​ກາ​ ກໍ່​ວິຕົກກັງວົນ. ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ ໃນ​ຄັ້ງ​ນີ້​ຂອງ​ປະທານາທິບໍດີ Argentine ດ້ວຍ​ຈຸດປະສົງ​​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ, ​ໄດ້​ເປັນ​ຂີດ​ໝາຍ​ການ​ກັບ​ຄືນ​ອາ​ເມ​ລິ​ກາ​ໃຕ້​ຂອງ​ລັດ​ເຊຍ, ທັງ​​ເປັນ​ການ​ທ້າ​ທາຍ​ໃໝ່​ໃຫ້​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດຝ່າຍ​ຕາ​ເວັນ​ຕົກ. ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ​ປະຊາ​ຄົມ​​ໂລກ​ອາດ​ຈະ​ເຫັນ​ປະຈັກ​ຕາ​ການ​ຊ່ວງ​ເສັງ​ອາວຸດ​ໃນ​ພາກ​ພື້ນນີ້.

    


ຕອບກັບ

ຂ່າວ/ບົດ​ອື່ນ