ປະທານາທິບໍດີ ເວເນຊູເອລາ ຢ້ຽມຢາມຫວຽດນາມ: ສ້າງຂີດໝາຍໃຫມ່ໃນການພົວພັນລະຫວ່າງສອງປະເທດ


(vovworld)- ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ, ທ່ານ  Nicolas Maduro Moros ພວມ​ດຳ​ເນີນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ເວ​ລາ 2 ວັນ. ເວ​ເນ​ຊູ​ເອ​ລາ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ສະ​ນັ້ນ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ Nicolas Maduro Moros ຈະສ້າງ​ຂີດ​ໝາຍ​ໃຫມ່​​ ອັນ​ດີ​ງາມ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ  ເວ​ເນ​ຊູ​ເອ​ລາ ໝັ້ນ​ຄົງ ແລະ ແທດ​ຈິງກວ່າ.

ປະທານາທິບໍດີ ເວເນຊູເອລາ ຢ້ຽມຢາມຫວຽດນາມ: ສ້າງຂີດໝາຍໃຫມ່ໃນການພົວພັນລະຫວ່າງສອງປະເທດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ 
Nicolas Maduro Moros
ພາບ:internet

        ໂດຍ​ຕັ້ງ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ​ໃຕ້, ເວ​ເນ​ຊູ​ເອ​ລາ ເຖິງວ່າ​ຢູ່​ຫ່າງ​ໄກ​ກັບ​ຫວຽດ​ນາມ​ເຄິ່ງ​ຫນ່ວຍ​ພິ​ພົບ​ກໍ​ຕາມ ແຕ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ການ​ສະ​ຫນິດ​ຕິດ​ພັນ​ມາ​ແຕ່​ດົນ​ນານ​ແລ້ວ. ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ເດືອນ 12/1989. ໃນ​ສະ​ໄຫມ​ຕໍ່​ສູ້​ກູ້​ຊາດ​ຂອງ​ປະ​ຊາ​ຊົນ​ຫວ​ຽດ​ນາມ, ຂະ​ບວນ​ການ​ສາ​ມັກ​ຄີ ແລະ ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ ແລະ ກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ ເວ​ເນ​ຊູ​ເອ​ລາ. ໃນ​ໄລ​ຍະ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ມີ​ຫລາຍ​ຈຸ​ດ​ຄ້າຍ​ຄື​ກັນ​ຂອງ​ສອງ​ປະ​ເທດ​ໄດ້ສືບ​ຕໍ່​ນຳ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ສະ​ຫນິດ​ຕິ​ດ​ພັນ​ນຳ​ກັນ​ກວ່າ. ຍາມ​ໃດ ຫວຽດ​ນາມ ກໍ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ສັງ​ຄົມ ມຸ້ງ​ໄປ​ເຖິງ​ຄົນ​ທຸກ​ຍາກ, ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ​ຂອງ​ບັນ​ດາ​ການ​ນຳ ເວ​ເນ​ຊູ​ເອ​ລາ. ບັນ​ດາ​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ໃຫມ່ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ໄດ້​ຮັບ​ການຕີ​ລາ​ຄາ​ສູງຈາກ ​ ເວ​ເນ​ຊູ​ເອ​ລາ ແລະ ປາດ​ຖະ​ຫນາ​ຢາກ​ໄດ້​ຮັບ​ການ​ແບ່ງ​ປັນນຳ​ກັນ.

        ພື້ນ​ຖານກວ່າ 25 ປີ​ແຫ່ງ​ການ​ພົວ​ພັນ​ອັນ​ດີ​ງາມ.

        ນັບ​ແຕ່​ ​​ເມື່ອສ້າງ​ຕັ້ງການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 1989, ສອງ​ຝ່າຍ ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະ​ຈຳ, ສ້າງ​ຄວາມ​ໄວ້​ເນື້ອ​ເຊືື່ອ​ໃຈ​ດ້ານ​ການ​ເມືອງ​​ຢ່າງສູງ. ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ- ເວ​ເນ​ຊູ​ເອ​ລາ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ປີ 2006 ເນື່ອ​ງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Hugo Chavez. ເດືອນ 5/ 2007, ສອງ​ຝ່າຍ​ເຫັນ​ດີ​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ທ່ານ Jorge Rondon Uzcategui, ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ເນ​ຊູ​ເອ​ລາ ປະ​ຈຳ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ດ້ວຍ​ວິ​ໄສ​ທັດ​ທີ່​ຍາວ​ໄກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Hugo Chavez ກ່ຽວ​ກັບ​ນະ​ໂຍ​ບາຍ​ດ້ານ​ການ​ທູດ, ເວ​ເນ​ຊູ​ເອ​ລາ ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້​ອ​ເຊື່ອ​ໃຈ​ໃນ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ຊາດ ແລະ ແມ່ນ​ພັນ​ທະ​ມິດ​ຍຸດ​ທະ​ສາດ​ໃນ​ຂອບ​ເຂດ​ສາ​ກົນ ເພື່ອ​ສ້າງ​ໂລກ​ຫລາຍ​ຂົ້ວ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ ແລະ ຂອບ​ເຂດ​ການ​ຮ່ວມ​ມື ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.”

        ບົນ​ພື້ນ​ຖານ​​ຄວາມໄວ້​ເນື້ອ​ເຊ​ື່ອ​ໃຈ​ດ້ານ​ການ​ເມືອງຢ່າງສູງ, ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ໂຄງ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ. ນັ້ນ​ແມ່ນ ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ພົ້ນ​ເດັ່ນ​ຄື: ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ ນ້ຳ​ມັນ​ອາຍ​ແກ​ສ Petro Macareo ລະ​ຫວ່າງ ບໍ​ລິ​ສັດ​ໃຫຍ່​ສຳ​ຫລວດ​ນ້ຳ​ມັນ​ອາຍ​ແກ​ສ​ຫວຽດ​ນາມ (PVEP) ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ແຫ່ງ​ຊາດ ຫວຽດ​ນາມ (Petro VietNam) ກັບ​ບໍ​ລິ​ສັດ​ໃຫຍ່​ນ້ຳ​ມັນ ເວ​ເນ​ຊູ​ເອ​ລາ- ສາ​ຂາ​ຂອງ​ກຸ​່ມ​ບໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ Petroleos de Venezuela (PDVSA), ໂຄງ​ການ​ຮ່ວມ​ທຸ​ລະ​ກິ​ດ​ຜະ​ລິດ​ຊອບ​ແວ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໂຄງ​ການ​ຮ່ວມ​ທຸ​ລະ​ກິດ​ຜະ​ລິດດອກໄຟ​ເຍືອງທາງ​, ດອກ​ໄຟ, ໂຄ​ງ​ການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂົນ​ສົ່ງ​ທະ​ເລ, ໂຄງ​ການກໍ່​ສ້າງ​ເຮືອນ​ຢູ່.

        ວົງ​ເງິນ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ຮັກ​ສາ​ທ່າ​ເຕີບ​ໂຕ, ເປັນ​ຕົ້ນ ໃນ​ໄລ​ຍະ 3 ປີມໍ່ໆ​ມານີ້. ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ເປັນ​ສອງ​ຄັ້ງ ແລະ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ 5 ສະ​ບັບ​ຄື: ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກ​ສ, ກ​ະ​ສິ​ກຳ ປ່າ​ໄມ້ ແລະ ການ​ປະ​ມົງ, ຖະ​ແຫລງ​ຂ່​າວ​ສື່​ສານ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ກິ​ລາ, ທ່ອງ​ທ່ຽວ. ​ທີ່​ກອງ​ປະ​ຊຸມ​ຈັດ​ຂຶ້ນ​ໃນ​ເດືອນ 3/2015 ຜ່ານ​ມາ, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ວາງ​ຈຸດ​ສຸມ​ການ​ຮ​່ວມ​ມື​ສອງ​ຝ່າຍ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກ​ສ ແລະ ກະ​ສິ​ກຳ, ຊຸກ​ຍູ້​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ເຂົ້າ ເວ​ເນ​ຊູ​ເອ​ລາ ໃນ​ບັນ​ດາ​ຂົງ​ເຂດ: ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ ແລະ​ຕິດ​ຕັ້ງ, ໄຟ​ຟ້າ ແລະ ເຄ​ື່ອງ​ໄຟ​ຟ້າ​ໃຊ້​ໃນ​ຄອບ​ຄົວ, ການກໍ່​ສ້າງ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ຫລາຍ​ຝ່າຍ, ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ຍາ​ມ​ໃດ​ກໍ​ສະ​ຫງວນ​ການ​ສະ​ຫນັບ​ສະ​ຫນູນ​ໃຫ້​ກັນ. ເວ​ເນ​ຊູ​ເອ​ລາ ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການ​ການ​ຄ້າ ໂລກ (WTO) ແລະ​ ຮັບ​ຮູ້​ຂໍ​້​ກຳ​ນົດ​ກົດ​ລະ​ບຽບ​ການ​ຕະ​ຫລາດ​ຂອງ​ຫວຽດ​ນາມ, ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ (ຊຸດ​ທີ 2008-2009) ແລະ ກາຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2015-2016. ຍາມ​ໃດ​ຫວຽດ​ນາມ ກໍ​ເອົາ​ໃຈ​ໃສ່​ສະ​ຫນັບ​ສະ​ຫນູນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ ເວ​ເນ​ຊູ​ເອ​ລາ.

        ການ​ພົວ​ພັນ​ສອງ​ຝ່າຍ ຈະ​ສືບ​ຕໍ່ ພັດ​ທະ​ນາ​ແບບ​ຍືນ​ຍົງ

       ປີ 2014, ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ສະ​ເຫລີມ​ສະ​ຫລອງ 25 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ແລະ ກໍ​ແມ່ນ​ປີ​ເປັນ​ຂີດ​ໝາຍ 50 ປີ​ແຫ່ງ​ການ​ພົບ​ປະ​ລະ​ຫວ່າງ ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ແລະ ຫວຽດ​ນາມ, ທ່ານ Jorge Rondon Uzcategui ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ເນ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ​ແລະ ເວ​ເນ​ຊູ​ເອ​ລາ ໄດ້​ສ້າງ​ການ​ພົວ​ພັນ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ສັ້ນ ເພາະ ສອງ​ປະ​ເທດ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເສ​ລ​ີ​ພາບ​ກໍ​ຄື​ຊອກ​ຫາ​ເສັ້​ນ​ທາງ​ດີ​ສຸດ​ໃຫ້​ຄວ​າມ​ຈ​ະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊົນ. ສະ​ນັ້ນ ປະ​ຊາ​ຊົນ ສອງ​ປະ​ເທດ ມີ​ຄວາ​ມ​ເຊື່ອ​ໝັ້ນ​​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຊາດ​ຈະ​ນັບ​ມື້ນັບ​ແຫນ້ນ​ແຟ​້ນກວ່າ:

        “ແງ່​ຫວັງ​ໃນ​ການ​ພົວ​ພັນ​ໄລ​ຍະ​ກາງ ແລະ ຍາວ ລະ​ຫວ່າງ​ສອງ​ປະ​ເທດ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ເອີບ​ໃຈ, ຍ້ອນ​ມີ​ແນວ​ຄິດ​, ຜົນ​ປະ​ໂຫຍດ​ລວມ ແລະ ຄວາມ​ຈຳ​ເປັນເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ເງິນ, ພະ​ລັງ​ງານ, ເຕັກ​ນິກ, ວັດ​ທະ​ນະ​ທຳ, ກະ​ສິ​ກຳ ແລະ ບັນ​ດາ​ຂົງ​ເຂດ​ອື່ນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ຫລັງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ, ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ບໍ່​ພຽງ​ແຕ່​ສະ​ຫນິດ​ຕິດ​ພັນ​ກວ່າ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ທຸກ​ຂົງ​ເຂດ​ອີກ​ດ້ວຍ.”

       ບົນ​ພື້ນ​ຖານ​ອັນ​ດີ​ງາມນັ້ນ, ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicola Maduro Moros ຈະ​ສ້າງ​ຂີດ​ໝາຍ​ ​ໃຫມ່, ຊຸກ​ຍູ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ສືບ​ຕໍ່​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ