ປະທານາທິບໍດີຝລັ່ງແກ້ໄຂການພົວພັນລະຫວ່າງຝ່າຍຕາເວັນຕົກ - ກູບາ


(vovworld) - ປະທານາທິບໍດີ​ຝລັ່ງ Francois Hollande ພວມ​ຢ້ຽມ​ຢາ​ກູ​ບາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ. ​ໃນ​ສະພາບ​ທີ່​ບັນດາ​ປະ​ເທ​ດມະຫາ​ອຳນາດ​ຢູ່​ໂລກ​ພວມ​ຊ່ວງ​​ເສັງກັນ ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ຜົນ​ສະທ້ອນ, ກໍ່​ຄື​ມາດຕະສ່ວນ​ເສດຖະກິດ​ການ​ຄ້າ​ຢູ່​ກູ​ບາ, ພາຍຫຼັງ​ອາ​ເມ​ລິ​ກາ - ກູ​ບາ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ​ຝລັ່ງກໍ່​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ກັບປະ​ເທ​ດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້.

ປະທານາທິບໍດີຝລັ່ງແກ້ໄຂການພົວພັນລະຫວ່າງຝ່າຍຕາເວັນຕົກ - ກູບາ - ảnh 1

ປະທານາທິບໍດີ​ຝລັ່ງ Francois Hollande

(ພາບ: AFP)

        ກ່ອນ​ອື່ນ​ໝົດ, ນີ້​ແມ່ນ​ການ​ຢ້ຽມຢາມ​ປະຫວັດສາດ, ​ເພາະວ່າ​ທ່ານ Hollande ຈະ​ແມ່ນ​ປະທານາທິບໍດີ​ຝລັ່ງທຳ​ອິດ​ມາ​ຢ້ຽມຢາມ​ກູ​ບາ. ທ່ານ Hollande ກໍ່​ແມ່ນ​ການ​ນຳ​ຂັ້ນ​ສູງຝ່າຍ​ຕາ​ເວັນ​ຕົກ​ຜູ້​ທຳ​ອິດ​ມາ​ຢ້ຽມຢາມ​ກູ​ບາ, ພາຍຫຼັງ​ທີ່​ອາ​ເມ​ລິ​ກາ ​ແລະ ກູ​ບາ​ແຈ້ງ​ກ່ຽວ​ກັບ​ວິວັດທະນາ​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ກ່ອນ​ນີ້​ສອງ​ສາມ​ເດືອນ. ຍ້ອນ​ເຫດ​ນັ້ນ, ນີ້​ແມ່ນການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ໃຫຍ່​ສຳລັບ​ຝລັ່ງ ​ແລະ ກູ​ບາ

        ປະຕິບັດ​ສຳ​ເລັດ​​ເລື່ອງ​ລາວ​ປະຫວັດສາດ

        ​ໃນ​ປະຫວັດສາດ, ກູ​ບາ​ມີ​ທີ່​ຕັ້ງ​ພິ​ເສດ​ພໍ​ສົມຄວນ​ໃນ​ບັນດາ​ພັກ​ຝ່າຍ​ຊ້າຍ​ຂອງຝລັ່ງ. ກູ​ບາ​ເຄີຍ​​​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຫຼາຍ​ຢ່າງ​ຂອງ​ບັນດາ​ພັກຝ່າຍ​ຊ້າຍຝລັ່ງ, ​ໃນ​ນັ້ນ​ມີ​ພັກສັງຄົມ​ກຳ​ອຳນາດ​ຂອງ​ທ່ານ Hollande, ດັ່ງ​ນັ້ນ, ການ​ຢ້ຽມຢາມ​ນີ້​ຄື​ດັ່ງ​ການ “ປະຕິບັດ​ສຳ​ເລັດ​ເລື່ອງ​ລາວ​ປະຫວັດສາດ“. ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ຝລັ່ງ​ແມ່ນ​ປະ​ເທດ​ຍາມ​ໃດ​ກໍ່​ຄັດຄ້ານ​ຄຳ​ສັ່ງ​ຂວ້ຳ​ບາດ​ເຊິ່ງອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ສຳລັບ​ກູ​ບາ. ນັບ​ແຕ່​ປີ 1991 ກໍ່​ຄື​ປ່ອນ​ບັດ​ຢູ່​ສະຫະ​ປະຊາ​ຊາດ​ເພື່ອ​ຕ້ານ​ຄຳ​ສັ່ງ​ຂວຳ້​ບາດ​ນີ້. ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ບັນດາ​ວິ​ສາ​ຫະກິດ​ຝລັ່ງ ກໍ່​ໄດ້​ຄົ້ນ​ຄ້ວາຕະ​ຫຼາດ​ກູ​ບາ ​ເພື່ອ​ກະກຽມ​ໃຫ້​ກາລະ​ໂອກາດ​ລົງທຶນ​ເຂົ້າປະ​ເທດ​ນີ້ ​ເມື່ອ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ກູ​ບາ​ມີ​ການ​ປ່ຽນ​ແປງ. ການ​ຢ້ຽມຢາມ​ຂອງ​ທ່ານ ປະຕິບັດ​ສຳ​ເລັດ​ບັນຫາ​ປະຫວັດສາດ ​ແມ່ນ​ເພື່ອ​ຊຸກຍູ້​ໃຫ້​​ເລື່ອງ​ນີ້. ມີ​ວິ​ສາ​ຫະກິດ​ໃຫຍ່​ຫຼາຍ​ແຫ່ງ​ຂອງຝລັ່ງ ພວມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ກູ​ບາ, ​ເຊັ່ນ​ບໍລິສັດ​ການບິນ Air France ຫຼື​ກຸ່ມ​ບໍລິສັດ​ໂຮງ​ແຮມ Accor.

        ​ແກ້​ໄຂ​ການ​ພົວພັນ​ກູ​ບາ - ຝ່າຍ​ຕາ​ເວັນ​ຕົກ

        ກູ​ບາ​ລໍຄອຍ​ການ​ຢ້ຽມຢາມ​ນີ້​ຂອງ​ທ່ານ ປະຕິບັດ​ສຳ​ເລັດ​ບັນຫາ​ປະຫວັດສາດ ທີ່​ສຸດ. ກ່ອນ​ອື່ນ​ໝົດ, ການ​ຢ້ຽມຢາມ​ນີ້​ເປັນ​ຂີດ​ໝາຍ​ແຫ່ງ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ກູ​ບາ - ຝ່າຍ​ຕາ​ເວັນ​ຕົກ. ​ໃນຈຳນວນ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ. ກູ​ບາ​ມີ​ສາຍ​ພົວພັນ​ທີ່​ດີ​ກັບ​ຝລັ່ງ. ການ​ນຳ​ກູ​ບາ Fidel Castro ​ເຄີຍ​ໄປ​ຢ້ຽມຢາມ​ຝລັ່ງ​ເມື່ອ​ປີ 1955. ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, ການ​ທູດ, ​ເລື່ອງ​ທ່ານ Hollande ມາ​ຢ້ຽມຢາມ​ກູ​ບາ ຈະ​ເປັນ​ການ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ນີ້. ກ່ຽວ​ກັບ​ດ້ານ​ເສດຖະກິດ, ໜຶ່ງ​ໃນ​ບັນດາ​ຫົວ​​ເລື່ອງ​ເຊິ່ງກູ​ບາ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ຈະ​ປຶກສາ​ຫາລື​ກັບ​ຝລັ່ງນັ້ນ​ແມ່ນ​ເລື່ອງ​ພິຈາລະນາ​ຄືນ​ບັນດາ​ບ້ວງ​ໜິ້ສິນ​ຂອງ​ກູ​ບາ. ປະຈຸ​ບັນ, ກູ​ບາ​ຕິດ​ໜິ້ CLB ປາຣີ ປະມານ 15 ຕື້ USD, ​ໃນ​ນັ້ນ​ຕິດ​ໜິ້ຝລັ່ງ 5 ຕື້ USD, ການ​ຢ້ຽມຢາມ​ຂອງ​ທ່ານ Hollande ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ປຶກສາ​ຫາລື​ກ່ຽວ​ກັບ​ບ້ວງ​ໜີ້ນີ້, ບາງ​ເທື່ອ​ຈະ​ລົບ​ໜີ້​ສ່ວນ​ໜຶ່ງ, ບາງ​ເທື່ອ​ຈະ​ຕໍ່​ເວລາ​ໃຊ້​ໜີ້. ນອກ​ນັ້ນ, ກູ​ບາ​ອາດ​ຈະ​ຄອຍ​ຖ້າ​ບາງສັນຍາ​ເສດຖະກິດກັບ​ບັນດາ​ກຸ່ມ​ບໍລິສັດ​ຂອງຝລັ່ງ, ພິ​ເສດ, ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ສາທາລະນະ​ສຸກ ຫຼື​ກະ​ສີ​ກຳ, ​ເຊິ່ງ​ແມ່ນ​ບັນດາ​ຂົງ​ເຂດ​ເຊິ່ງຝລັ່ງ ​ແລະ ກູ​ບາ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ. ປີ 2014, ວົງ​ເງິນ​ສົ່ງ​ອອກ​ຂອງຝລັ່ງ​ໄປ​ຍັງ​ກູ​ບາ​ບັນລຸ​ພຽງ 157 ລ້ານ​ເອີ​ໂຣ, ໝາຍ​ຄວາມ​ວ່າຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ​ແມ່ນ​ຍັງ​ມີ​ຫຼາຍ​ຢູ່.

ຝລັ່ງຢາກ​ນຳ​ໜ້າ​ທາງ​ດ້ານ​ການ​ທູດ​ໃນ​ອີ​ຢູ

        ນັບ​ແຕ່​ກ່ອນ​ມາ​ນີ້, ຍາມ​ໃດ​ຝລັ່ງກໍ່​ມີ​ທ່າ​ອ່ຽງປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ ​ແລະ ຢາກ​ຮັກສາ​ທີ່​ຕັ້ງ​ຂອງ​ຕົນ​ຄື​ດັ່ງ​ປະ​ເທດ​ມະຫາ​ອຳນາດ​ໃນ​ການ​ພົວພັນ​ກັບ​ສາກົນ. ຝລັ່ງ​ແມ່ນ​ປະ​ເທດ​ທີ່​ມີ​ບັນດາ​ຄະນະ​ທູຕານຸທູດ​ໃຫຍ່​ອັນ​ດັບ​ສອງ​ຢູ່​ໂລກ, ພຽງ​​ແຕ່ຖັດຈາກ​ອາ​ເມ​ລິ​ກາ. ຍ້ອນ​ເຫດ​ນັ້ນ, ​ໃນ​ການ​ພົວພັນ​ກັບ​ກູ​ບາ, ຝລັ່ງກໍ່​ຢາກ​ນຳ​ໜ້າ. ປະທານາທິບໍດີ Hollande ​ໄດ້​ຫັນ​​ເປັນ​ລະອຽດຖະ​ແຫຼ​ງການ​ຂອງ​ອີ​ຢູກ່ຽວ​ກັບ​ການ​ດຳ​ເນີນ​ວິວັດ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ກັບ​ກູ​ບາ ​ເຊິ່ງຖືກ​ຍົກ​ອອກ​ເມື່ອ​ປີ​ກາຍ​ນີ້. ນອກ​ນັ້ນ, ​ເລື່ອງ​ທ່ານ Hollande ມາ​ກູ​ບາ ຍັງ​ແມ່ນ​ການ​ສົ່ງ​ສານ​ເຖິງ​ຫຼາຍ​ຝ່າຍ. ສຳລັບ​ອາ​ເມ​ລິ​ກາ, ຝລັ່ງສົ່ງ​ສານຮ່ວມ​ມື, ສຳລັບ​ບັນດາ​ປະ​ເທດ​ອື່ນໆ​ຄື​ຈີນ, ບຣາຊິນ... ບັນດາ​ປະ​ເທດມະຫາ​ອຳນາດທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ທີ່​ຢາກ​ລົງທຶນ​ເຂົ້າ​ກູ​ບາ​ນັ້ນ, ຝລັງ​ສົ່ງ​ສານ​ສະ​ແດງ​ໃຫ້​ເຫັນ​ວ່າ​ຝລັ່ງຈະ​ນຳ​ໜ້າ. ປະຈຸ​ບັນ, ຝລັ່ງພວມ​ບຸລິ​ມາ​ສິດ​ນຳ​ໜ້າ​ໃນ​ການ​ລົງທຶນ​ເຂົ້າ​ກູ​ບາ ​ໃນ​ຂົງ​ເຂດ​ໂຮງ​ແຮມ, ການທ່ອງທ່ຽວ ຫຼື​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ໝູນໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດ​ເຫຼົ່າ​ນັ້ນຂອງ​ກູ​ບາ.

ການ​ພົວພັນ​ທາງ​ການ​ທູດ​ສ້າງ​ທ່າ​ພັດທະນາ​ດ້ານ​ເສດຖະກິດ

​        ໃນ​ສະ​ໄໝ​ໂລກາ​ພິບັດ​ປະຈຸ​ບັນ​ນີ້, ຕະຫຼາດ​ແມ່ນ​ແຫ່ງ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ ​ແລະ ບໍ່​ງ່າຍດາຍ. ສຳລັບ​ຝລັ່ງ​ເຖິງ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ໄດ້​ສຳ​ພັດ ​ແລະ ມີ​ຄວາມ​ສະໜິດສະໜົມ​ທີ່​ສຸດ​ກັບ​ກູ​ບາ, ​ແຕ່ຝລັ່ງ ຍັງ​ຄົງ​ປະສົບ​ກັບ​ການ​ແກ​້ງ​ແຍ້​ງຢ່າງ​ຂ້ຽວຂາດ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ອື່ນ​ຂອງ​ກູ​ບາ. ຕົວຢ່າ​ງຄື ບຣາຊິນ​ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ບໍລິສັດຮ່ວມ​ທຸລະ​ກິດ​ເພື່ອ​ເຄື່ອນ​ໄຫວ​ຢູ່​ທ່າ​ກໍ່າ​ປັ່ນ Mariel, ​ເຊິ່ງ​ແມ່ນ​​ແຫ່ງ​ແຈກ​ຢາຍ​ບັນດາ​ຕູ້ container ທີ່​ບັນຈຸ​ສິນຄ້າ​​ຈາກ​ປະ​ເທດ​ຕ່າງໆນຳ​ເຂົ້າກູ​ບາ. ບັນ​ດາ​ສັນ​ຍາ​ຄື​ແນວ​ນັ້ນ​ແມ່ນ​ສິ່ງ​ທີ່​ຝລັ່ງ​ ພວມ​ຢາກ​ມີ. ຝລັ່ງ ພວມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ເຂົ້າ​ໂຄງ​ລ່າງ​ການທ່ອງທ່ຽວ ​ແລະ ກະສິກຳ​ຢູ່​ກູ​ບາ, ​ເຊິ່ງ​ແມ່ນບັນດາ​ທ່າ​ແຮງ​ທີ່ຝລັ່ງມີ​ທ່າ​​ໄດ້​ປຽບ​ໃນ​ການແກ້ງ​ແຍ້ງ​ຢູ່​ຕະຫຼາດ​ການ​ຄ້າ​ໂລກ. ທ່າ​​ໄດ້​ປຽບ​ຂອງຝລັ່ງ​ ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ຝ່າຍຕາ​ເວັນ​ຕົກ​ອື່ນ​ໆ, ​ແມ່ນ​ກາ​ນພົວພັນ​ທາງ​ການ​ທູດ​ທີ່ມີ​ຄວາມ​ສະໜິດສະໜົມ​ກັບກູ​ບາ​ໃນ​ຫຼາຍ​ປີຜ່ານມາ. ​ເພາະສະ​ນັ້ນ, ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ຝລັ່ງ ​ເຖິງ​ກູ​ບາ​ຄັ້ງ​ນີ້ ​ເບິ່ງ​ຄື​ວ່າ​ຈະ​ ສ້າງ​ຂີດ​ໝາຍ​ຮ່ວມ​ມື​ໃໝ່​ລະຫວ່າງ​ກູ​ບາກັບຝລັ່ງເວົ້າ​ສະ​ເພາະ, ​ແລະ ກັບ​ເອີ​ລົບ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ