ປະ​ທານ​ໂຮ່​ຈີ​ມິນ: ແບບຢ່າງ​ຄຸນ​ສົມ​ບັດ, ພູມ​ປັນ​ຍາ​ຂອງ​ຊາດ ແລະ ຍຸກ​ສະ​ໄໝ

(VOVWORLD) -ປະທານໂຮ່ຈີມິນ ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ, ແມ່ນຕົວພະຍານປະຫວັດສາດໄດ້ເປັນທີ່ຮູ້ຈັກໃນທົ່ວຫ້າທະວີບ ບໍ່ພຽງແຕ່ຍ້ອນຄວາມປີຊາສາມາດເທົ່ານັ້ນ, ຫາກຍັງແມ່ນຍ້ອນຄຸນສົມບັດທີ່ໃສແຈ້ງ, ເຕົ້າໂຮມບັນດາຄຸນຄ່າທີ່ດີງາມຂອງວັດທະນະທຳຊົນຊາດຫວຽດນາມ ອີກດ້ວຍ. 52 ປີໄດ້ຜ່ານພົ້ນໄປນັບແຕ່ເພິ່ນໄດ້ເຖິງແກ່ມໍລະນະກຳ (2/9/1969 – 2/9/2021), ຊຊ ຫວຽດນາມ ແລະ ເພື່ອນມິດສາກົນ ຍັງເຕຶ້ອງເຖິງເພິ່ນ ດ້ວຍຄວາມເຄົາລົບນັບຖືທີ່ສຸດ.
ປະ​ທານ​ໂຮ່​ຈີ​ມິນ: ແບບຢ່າງ​ຄຸນ​ສົມ​ບັດ, ພູມ​ປັນ​ຍາ​ຂອງ​ຊາດ ແລະ ຍຸກ​ສະ​ໄໝ - ảnh 1

 ປະທານໂຮ່ຈີມິນ ແບບຢ່າງຄຸນສົມບັດ, ພູມປັນຍາຂອງຊາດ (ພາບ: TTXVN )

ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ ແມ່ນແຫຼ່ງບັນດານໃຈ, ແມ່ນເຂັມຊີ້ທິດ, ປຸກລຸກຄວາມຄາດຫວັງ ແລະ ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ ປຊ ຫວຽດນາມ ໃນການຕໍ່ສູ້ເພື່ອເອກະລາດ, ເສລີພາບ, ສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ ກໍ່ຄືໃນການສ້າງສາ, ພັດທະນາປະເທດຊາດ.

ນຳມາເຊິ່ງມໍລະດົກດ້ານຈິດໃຈທີ່ມີຄ່າໃຫ້ແກ່ ປຊ ຫວຽດນາມ

  ຢູ່ຫວຽດນາມ, ມີຫຼາຍບົດຂຽນ, ກິດຈະກຳຄົ້ນຄ້ວາ, ຄຳເຫັນຕີລາຄາກ່ຽວກັບແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ. ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດ ສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງຊຸດທີ່ XIIກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ, ແບບວີຖີປະທານໂຮ່ຈີມິນຈັດຂຶ້ນໃນວັນທີ 12 ມິຖຸນາປີ 2021, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຢືຢັນວ່າ:

ເພິ່ແມ່ນສັນຍາລັກອັນດີງາມທີ່ສຸດຂອງລັດທິຮັກຊາດ ແລະ ລັດທິວິລະຊົນປະຕິວັດ; ເຕົ້າໂຮມສິ່ງທີ່ດີງາມຂອງຄຸນສົມບັດ, ພູມປັນຍາ, ແບບແຜນ, ມະໂນທຳຂອງຊາດ ແລະ ຍຸກສະໄໝ. ໃນຕະຫຼອດຊີວິດຂອງຕົນ, ເພິ່ດ້ຝືກຝົນຫຼໍ່ຫຼອມ, ອຸທິດຕົນຢ່າງບໍ່ຢຸດຢັ້ງ, ທຸກສິ່ງທຸກຢ່າງແມ່ນອຸທິດໃຫ້ແກ່ປະເທດຊາດ, ໃຫ້ , ພາລະກິດປົດປ່ອຍຊາດ, ປົດປ່ອຍສັງຄົມ, ຊົນຊັ້ນ ແລະ ມວນມະນຸດ.

ປະ​ທານ​ໂຮ່​ຈີ​ມິນ: ແບບຢ່າງ​ຄຸນ​ສົມ​ບັດ, ພູມ​ປັນ​ຍາ​ຂອງ​ຊາດ ແລະ ຍຸກ​ສະ​ໄໝ - ảnh 2

 ທ່ານເລຂາທິການໃຫ່າວຫງວຽນຝູຈ້ອງ ກ່່າວຄຳເຫັນທີ ກອງປະຊຸມສະຫລຸບ 5 ປີປະຕິບັດຄຳສັ່ງເລກທີ 05 ເມື່ອວັນທີ 12/6/2021 (ພາບ: dangcongsan.vn)

 ໂດຍໄດ້ຈື່ຈຳຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າແຂ່ງຂັນແມ່ນຮັກຊາດ, ຮັກຊາດແມ່ນຕ້ອງແຂ່ງຂັນ”, ທ່ານ ແທັກເຊືອງ, ຢູ່ຕາແສງກີມເຊີນ, ເມືອງຈ່າກູ໊, ແຂວງຈ່າວິງ ໄດ້ດຸໝັ່ນຂະຫຍັນພຽນອອກແຮງງານ, ພັດທະນາເສດຖະກິດ ແລະ ປະກອບເງິນຄຳ, ເຫື່ອແຮງເພື່ອຊ້ອມແປງຂົວ, ຖະໜົນຫົນທາງຄົມມະນາຄົມຊົນນະບົດ, ຊ່ວຍເຫຼືອຜູ້ທຸກຍາກ:

  ປະທານໂຮ່ຈີມິນ ເຄີຍສັ່ງສອນວ່າ: ເວົ້າຕ້ອງໄປຄຽງຄູ່ກັບການກະທຳ. ສະນັ້ນ, ຄຽງຂ້າງກັບການຂົນຂວາຍ, ນຳໜ້າໃນຂະບວນການຂອງທ້ອງຖິ່ນ, ຂ້າພະເຈົ້າພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສ້າງຊີວິດຂອງຄອບຄົວ ໃຫ້ນັບມື້ນັບດີຂຶ້ນ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາກ່ວາອີກ.

ໃນຫຼາຍປີຜ່ານມາ, ປ້າ ເລທິເລິບ, ຫົວໜ້າສະມາຄົມກະສິກອນບ້ານ 3, ຕາແສງ ອານຝູໄຕ, ເມືອງ ບິນແຈັງ, ນະຄອນໂຮ່ຈິີມິນ ໄດ້ຂົນຂວາຍ ປຊຊ ບໍລິຈາກເງິນເຂົ້າກອງທຶນສົ່ງເສີມການຮ່ຳຮຽນຂອງທ້ອງຖິ່ນ, ປ້າເລິບ ໃຫ້ຮູ້ວ່າ, ບັນດາຄຳສັ່ງສອນຂອງປະທານໂຮ່ຈີມິນ ແມ່ນເຂັມຊີ້ທິດໃນການປະຕິບັດວຽກງານເປັນເວລາ 20 ປີຂອງປ້າ:

ຂ້າພະເຈົ້າຮາໍ່ຮຽນຕາມແນວຄິດຂອງປະທານໂຮ່ຈີມິນທີ່ວ່າ: ວຽກໃດມີປະໂຫຍດໃຫ້ ປຊຊ ກໍ່ຄວນເຮັດ, ວຽກໃດມີຜົນຮ້າຍຕໍ່ ປຊຊ ຕ້ອງຫຼີກລ້ຽງ. ຍາມໃດເຮົາກໍ່ຕ້ອງໃກ້ຊິດຕິດແທດກັບ ປຊຊ.

ສຳລັບໂລກ, ເພິ່ນແມ່ນພາບພົດທີ່ມີຊີວິດຊີວາກ່ຽວກັບບຸກຄະລິກກະພາບທີ່ລຽບງ່າຍ

  ມາຮອດປະຈຸບັນ, ມີກິດຈະກຳຄົ້ນຄ້ວາ, ປຶ້ມ, ວາລະສານນັບຫຼາຍຮ້ອຍຫົວ, ບົດຂຽນນັບຫຼາຍພັນບົດຂອງການນຳປະເທດຕ່າງໆ, ບັນດານັກຄົ້ນຄ້ວາ, ນັກຂ່າວໜັງສືພິມໃຫ່ຍໃນໂລກ ໄດ້ຂຽນກ່ຽວກັບປະທານໂຮ່ຈີມິນ. ສາດສະດາຈານ ຮວາງແຈວນ ອະດີດຮອງຫົວໜ້າສະຖາບັນວິທະຍາສາດສັງຄົມກວາງຊີ ຖືວ່າ:

  ປະທານໂຮ່ຈີມິນ ໄດ້ນຸ່ງຖືທຳມະດາ ແລະ ມີແບບແຜນການດຳລົງຊີວິດທີ່ລຽບງ່າຍ, ເອົາໃຈໃສ່, ໃກ້ຊິດສະໜິດສະໜົມກັບມະຫາຊົນ, ເຂົ້າຫາໄດ້ງ່າຍ, ກິລິຍາມາລະຍາດປະຊາທິປະໄຕ, ເປັນກັນເອງ. ເພິ່ນແມ່ນການນຳທີ່ລຽບງ່າຍ.

ເດືອນພະຈິກປີ 2013, ໃນການມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານາທິບໍດີສະຫະພັນລັດເຊຍ V. Putin ໄດ້ຂຽນລົງໃນປື້ມອະນຸສອນ ວ່າ: “ມວນມະນຸດໄດ້ກ້າວເຂົ້າສູ່ສັດຕະວັດທີ່ 21, ສັດຕະວັດຂອງສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ. ແຕ່ຄຸນຄ່າດ້ານແນວຄິດ, ຄົນສົມບັດຂອງປະທານໂຮ່ຈີມິນ ຍັງຄົງແມ່ນທວນໄຟ, ແມ່ນສັນຍາລັກໃຫ້ແກ່ພື້ນຖານວັດທະນະທຳໃນອະນາຄົດ”.

  ທ່ານ Gilbert Schoon, ອະດີດຜູ້ອຳນວຍການຫໍພິພິຕະພັນປະຫວັດສາດມີຊີວິດ Montreuil ຢູ່ປະເທດຝະລັ່ງ ສະແດງວ່າ:

ປະທານໂຮ່ຈີມິນ ແມ່ນສັນຍາລັກ, ແມ່ນຜູ້ນຳພາປະເທດຫວຽດນາມ, ແຕ່ເພິ່ນແມ່ນຜູ້ລຽບງ່າຍ. ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບສິ່ງທີ່ປະທານໂຮ່ຈີມິນ ໄດ້ເຮັດ, ບໍ່ພຽງແຕ່ໃຫ້ປະເທດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໃຫ້ທົ່ວໂລກອີກດ້ວຍ, ເພິ່ນໄດ້ເຮັດໃຫ້ໂລກເຫັນວ່າ ບັນດາຊົນຊາດທີ່ເປັນຂ້າທາດ ສາມາດລຸກຂຶ້ນເພື່ອຕໍ່ສູ້ປົດປ່ອຍຊາດອອກຈາກບັນດາອິດທິກຳລັງລ່າເມືອງຂື້ນພາຍນອກ.

  ປະຈຸບັນ, ປະເທດຫວຽດນາມ ໄດ້ກ້າວເຂົ້າສູ່ກາລະໂອກາດໃໝ່, ເໝາະສົມກັບທ່າອ່ຽງກ້າວຂຶ້ນຂອງຍຸກສະໄໝ. ໃນວິວັດການພັດທະນານັ້ນ, ແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຍາມໃດກໍ່ແມ່ນພື້ນຖານດ້ານຈິດໃຈທີ່ໝັ້ນຄົງ, ເພື່ອໃຫ້ ປຊຊ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດບັນດາເປົ້າໝາຍພັດທະນາໃນໄລຍະໃໝ່ໃຫ້ສຳເລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ