ປະ​ທານ​ໂຮ່​ຈ​ີ​ມິນ: ແຫຼ່ງ​ບັນ​ດານ​ໃຈ​ທີ່ບໍ່​ມີ​ວັນ​ສິ້​ນ​ສ​ຸດກ່ຽວ​ກັບ​​ການປະ​ຕິ​ວັດ ແລະ ວັດ​ທະ​ນ​ະ​ທຳ​ຂອງມວນ​ມະ​ນຸດ

(VOVWORLD) -“ປະທານໂຮ່ຈີມິນ: ແຫຼ່ງບັນດາໃຈບໍ່ມີວັນສິ້ນສຸດກ່ຽວກັບການປະຕິວັດ ແລະ ວັດທະນະທຳຂອງ ມວນມະນຸດ”, ນັ້ນແມ່ນຫົວຂໍ້ບົດຂຽນຂອງທ່ານຮອງສາດສະດາຈານ, ປອ. ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີວິຈານວັນນະຄະດີສິລະປະສູນກາງ ມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຜູ້ນຳທີ່ມີຄວາມປີຊາສາມາດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ໃນບົດຂຽນໂດຍໄດ້ຄັດສະເໜີຄຳເວົ້າຂອງນັກປະພັນຊາວຈີເລຄົນໜຶ່ງ, ທ່ານຫງວຽນເທ໊ກີຢັ້ງຢືນວ່າ “ປະທານໂຮ່ຈີມິນໄດ້ອຸທິດສ່ວນຕະຫຼອດຊີວິດເພື່ອຊາດ. ເພາະສະນັ້ນ, ສຳລັບຊົນຊາດຂອງຕົນ, ປະທານໂຮ່ຈີມິນໄດ້ກາຍເປັນຜູ້ນຳທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກ. ສຳລັບຊົນຊາດຕ່າງໆໃນໂລກ, ເພິ່ມເປັນຜູ້ທີ່ເປັນໜ້າເຄົາລົບນັບຖື”
ປະ​ທານ​ໂຮ່​ຈ​ີ​ມິນ: ແຫຼ່ງ​ບັນ​ດານ​ໃຈ​ທີ່ບໍ່​ມີ​ວັນ​ສິ້​ນ​ສ​ຸດກ່ຽວ​ກັບ​​ການປະ​ຕິ​ວັດ ແລະ ວັດ​ທະ​ນ​ະ​ທຳ​ຂອງມວນ​ມະ​ນຸດ - ảnh 1ພາບປະກອບ 

ປະທານໂຮ່ຈີມິນ ແມ່ນວິລະຊົນປົດປ່ອຍຊາດ ຫວຽດນາມ, ນັກວັດທະນະທຳດີເລີດຂອງ ຫວຽດນາມ ແລະ ໂລກ. ເພິ່ນໄດ້ເຕົ້າໂຮມ, ສົມທົບ ແລະ ເສີມຂະຫຍາຍບັນດາ ສິ່ງຍອດຍິ່ງທີ່ສຸດຢ້ຽມຂອງວັດທະນະທຳແຫ່ງຊາດ ແລະ ຍຸກສະໄໝ, ຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ, ອະດີດຕະການ ແລະ ປັດຈຸບັນ,  ຄວາມອົງອາດກ້າແກ່ນ, ຄວາມສະຫຼາດສະຫຼຽວ ແລະ ມະນຸດສະທຳ, ຄວາມຍິ່ງໃຫຍ່ ແລະ ລຽບງ່າຍ, ສະຫງຽບຄ່ຽມຄົມ. ປະທານໂຮ່ຈີມິນ ແມ່ນແຫຼ່ງບັນດາໃຈ ໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດ, ປົດປ່ອຍສັງຄົມ, ປົດປ່ອຍຊົນຊັ້ນ, ປົດປອ່ຍມະນຸດ, ພ້ອມທັງກໍ່ແມ່ນແຫຼ່ງບັນດານໃຈຢ່າງບໍ່ຢຸດຢ່ອນໃຫ້ບັນດານັກກະວີ, ນັກປະພັນ, ນັກຂ່າວ, ບັນດານັກສີລະປິນທີ່ເຄື່ອນໄຫວໃນຂົງເຂດສື່ມວນຊົນຂອງໜັງສືພິມ ແລະ ສິລະປະຕ່າງ.

ແຫຼ່ງບັນດາໃຈທີ່ບໍ່ມີວັນສິນສຸດກ່ຽວກັບການປະຕິວັດ ແລະ ການຕ່ໍ່ສູ້ປົດປ່ອຍຊາດ, ປົດປ່ອຍສັງຄົມ, ປົດປ່ອຍຊົນຊັ້ນ, ປົດປ່ອຍມະນຸດ.

        ທ່ານ ຮອງສາດສະດາຈານ, ປອ. ຫງວຽນເທ໊ກີ໊ ໄດ້ຢັ້ງຢືນວ່າ ແນວຄິດມະຫາສາມັກຄີ, ມີຄວາມເມດຕາປານີ, ມະນຸດສະທຳຂອງປະທານໂຮ່ຈີມິນໄດ້ເຮັດໃຫ້ເຖິງຫຼາຍປະເທດ, ຫຼາຍຊົນຊາດ, ຊົນຊັ້ນ, ສາສະໜາມີຄວາມສະດຸ້ງໃຈ. ບັນດາຊື່ທີ່ເຄົາລົງຮັກ “ໂຮ່ຈີມິນ”, “ລຸງໂຮ່” ໄດ້ເຄີຍເອີ້ນຢູ່ຫຼາຍປະເທດ. ທ່ານປະທານກູບາ Fidel Castro ໄດ້ຍ້ອງຍໍຊົມເຊີຍລຸງໂຮ່ວ່າ “ກຽດອັນສະຫງ່າຕະຫຼອດການແມ່ນຂອງປະທານໂຮ່ຈີມິນ, ທ່ານເປັນແບບຢ່າງທີ່ດີທີ່ສຸດຂອງນັກປະຕິວັດທີ່ຍິ່ງໃຫຍ່ ນັບມື້ນັບໄດ້ຮັບຄວາມເຄົາລົບນັບຖື ແລະ ຍາມໃດກໍ່ໄດ້ຮັບຄວາມຮັກແພງ ບໍ່ພຽງແຕ່ຈາກປະຊາຊົນ ຫວຽດນາມເທົ່ານັ້ນ ຫາກຍັງແມ່ນຈາກຊົນຊາດຕ່າງໆໃນທົ່ວໂລກອີກດ້ວຍ”. ທ່ານປະທານາບໍດີ ອານເຊຣີ Abdelaziz Bouteflika ຢັ້ງຢືນວ່າ “ປະທານໂຮ່ຈີມິນຍັງແມ່ນຄວາມຫວັງ ແລະ ທວນໄຟໃຫ້ແກ່ບັນດາຊົນຊາດທີ່ພວມທຳການຕໍ່ສູ້ເພື່ອໂລກແຫ່ງສັນຕິພາບ, ສະເໝີພາບ, ເສລີພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ”. ທ່ານປະທານາທິບໍດີອິນເດຍ Ramaswamy Venkataraman ຊີ້ແຈ້ງວ່າ: “ປະທານໂຮ່ຈີມິນ ບໍ່ພຽງແຕ່ແມ່ນນັກຕໍ່ສູ້ປົດປ່ອຍຊາດທີ່ດີເດັ່ນເທົ່ານັ້ນ. ດ້ວຍຄຸນນະທາດ ແລະ ຄວາມເກັ່ງກ້າສາມາດຂອງຕົນ, ເພິ່ນໄດ້ນໍາພາປະຊາຊົນຫວຽດນາມຫຼຸດພົ້ນອອກຈາກຕ່ອງໂສ້ຈັກກະພັດ, ສ້າງພາບພົດອໍາມະຕະໃນຫົວໃຈ ແລະ ຈິດສໍານຶກຂອງບຸກຄົນຜູ້ຮັກຊາດຫວຽດນາມ. ເພິ່ນຍັງແມ່ນຜູ້ມີຈິດໃຈລັດທິສາກົນທີ່ຍອດຍິ່ງ: ເຮັດສຸດຊີວິດຂອງຕົນເພື່ອຄວາມເຊື່ອໝັ້ນຕໍ່ຊີວິດຂອງປະຊາຊາດອ້າຍນ້ອງອື່ນອີກ, ເພື່ອບັນດາຈຸດປະສົງອັນສູງສົ່ງຂອງມວນມະນຸດໃນທົ່ວທຸກ 5  ທະວີບໃນໂລກ. ເພ່ິນແມ່ນແຫຼ່ງກໍາລັງ ແລະ ຄວາມໄຝ່ຝັນໃຫ້ແກ່ບຸກຄົນຜູ້ທີ່ຮັກຫອມສັນຕິພາບໃນໂລກໃນທຸກຍຸກສະໄໝທັງໝົດ”. ປະມຸກລັດ ກໍາປູເຈຍ Norodom Sihanouk ໄດ້ຂຽນວ່າ: “ປະທານໂຮ່ຈີມິນໄດ້ເຂົ້າສູ່ປະຫວັດສາດຂອງບັນດາປະເທດອິນດູຈີນ ແລະ ບັນດາປະເທດ ອາຊີ, ອາຟະລິກາ ແລະ ທະວີບ ອາເມລິກາ ລາຕີນ ເໝືອນດັ່ງສັນຍາລັກໃຫ້ແກ່ການຕໍ່ສູ້ຮັກຊາດຍາດເອົາເອກະລາດແຫ່ງຊາດ”.

        ທ່ານປະລິນຍາເອກ Modagat Ahmed, ຜູ້ອໍານວຍການພາກພື້ນ ອາຊີ - ປາຊີຟິກ ຂອງ UNESCO ເຄີຍຢັ້ງຢືນວ່າ: “ມີບຸລຸດໃນປະຫວັດສາດໜ້ອຍທີ່ສຸດທີ່ໄດ້ກາຍເປັນເທບນິຍາຍນັບແຕ່ເມື່ອຄາວຍັງມີຊີວິດຢູ່ ແລະ ເປັນທີ່ຈະແຈ້ງແລ້ວວ່າ ປະທານໂຮ່ຈີມິນ ແມ່ນໜຶ່ງໃນບຸກຄົນເຫຼົ່ານັ້ນ”.

ແຫຼ່ງບັນດານໃຈທີ່ບໍ່ມີວັນສິ້ນສຸດຂອງບັນດານັກປະພັນ, ນັກກະວີ, ນັກຂ່າວ ແລະ ນັກສິລະປິນ

        ພາຍຫຼັງໄດ້ຮັບໄຊຊະນະ ດ້ຽນບຽນຝູ ທີ່ “ລືຊາຜາກົດດັງກ້ອງກັງວານໄປທົ່ວ 5 ທະວີບໃນທົ່ວໂລກ”, ນັກດົນຕີຊາວອັງກິດ Ewan Maccoll ໄດ້ແຕ່ງບົດເພງທີ່ມີຊື່ວ່າ “The Ballad of Ho Chi Minh” (ແປວ່າບົດເພງໂຮ່ຈີມິນ). ບົດເພງດັ່ງກ່າວ ໄດ້ແປອອກເປັນຫຼາຍພາສາ ແລະ ກາຍເປັນບົດເພງທີ່ຄຸ້ນເຄີຍສໍາລັບມວນຊົນຫຼາຍປະເທດ. ຊຸດບົດກະວີ “ບັນທຶກປະຈໍາວັນໃນຄຸກ” ຂອງປະທານໂຮ່ຈີມິນ ກໍໄດ້ແປອອກເປັນ 35 ພາສາໃນໂລກ, ໃນນັ້ນ ມີຫຼາຍປະເທດໄດ້ແປແລ້ວພິມຈໍາໜ່າຍຄືນໃໝ່ເປັນຫຼາຍຄັ້ງອີກດ້ວຍ. ປະທານໂຮ່ຈີມິນ ກໍແມ່ນຫົວຂໍ້ຂຽນບົດຂອງນັກປະພັນ, ນັກກະວີທີ່ມີຊື່ສຽງໂດ່ງດັງໃນໂລກຫຼາຍຄົນ. ນັກກະວີ ກູບາ Felix Pita Rodriguezn ໃຫ້ຂໍ້ສັງເຫດວ່າ: ໃນບົດປະພັນຂອງປະທານໂຮ່ຈີມິນ, ຊາວກະສິກອນຢູ່ຫວຽດນາມ, ຢູ່ ອານເຊຣີີ, ຕຸຍນີເຊຍ, ກົງໂກ, ຜູ້ຖືກກົດຂີ່ຂູດຮີດຢູ່ໝູ່ເກາະ Antilles ຫຼື ຢູ່ ພາກໃຕ້ຂອງ ອາເມລິກາ, ລ້ວນແຕ່ແມ່ນຜູ້ສຸດຈິດສຸດໃຈເພື່ອປ້ອງກັນຕົນ”. ນັກກະວີ Rodriguezn ແມ່ນນັກຂຽນຂອງບົດກະວີຫຼາຍບົດກ່ຽວກັບປະທານໂຮ່ຈີມິນ, ພົ້ນເດັ່ນທີ່ສຸດແມ່ນບົດປະພັນ “ປະທານໂຮ່ຈີມິນ, ຊື່ຂອງເພິ່ນແມ່ນພື້ນຖານກາບກອນ” ແລະ ບົດປະພັນ “ນະຄອນຫຼວງຮ່າໂນ້ຍ ຄິດຮອດລຸງໂຮ່”.

        ຢູ່ຫວຽດນາມ, ນັບແຕ່ປີ 1945 ມາຮອດປັດຈຸບັນ, ໄດ້ປະດິດແຕ່ງ ແລະ ແຜ່ຂະຫຍາໜັງສືພິມ, ບົດປະພັນ, ບົດກະວີ, ທິດສະດີ, ດົນຕີ, ລະຄອນເວທີ, ຟິມຮູບເງົາ, ສິລະປະກໍາ, ຖ່າຍຮູບ, ວາດຟ້ອນ, ສະຖາປັດຕະຍາກໍາ.... ກ່ຽວກັບຫົວຂໍ້ປະທານໂຮ່ຈິມິນ, ຮູບພາບປະທານໂຮ່ຈີມິນ, ກ່ຽວກັບບັນດາຜະລິດຕະພັນສື່ມວນຊົນ, ວັດທະນະທໍາ, ສິລະປະຂອງເພິ່ນ. ການຮໍ່າຮຽນ ແລະ ປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນໃນຊີວິດສື່ມວນຊົນ, ສິລະປະ ໄດ້ກໍ່ສ້າງນັກຂ່າວ, ນັກປະພັນ, ນັກສິລະປິນ ລຸ້ນຕ່າງໆທີ່ມີຄວາມກະຕືລືລົ້ນນໍາໜ້າໃນພາລະກິດແຫ່ງການສ້າງສາປະເທດຊາດ ແລະ ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້”.

        ສິ້ນສຸດບົດຂຽນ, ຜູ້ຂຽນໄດ້ເນັ້ນໜັກວ່າ ຍັງມີເລື່ອງລາວຫຼາຍຢ່າງທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງຢູ່ໃນນັ້ນ ປະທານໂຮ່ຈີມິນແມ່ນແຫຼ່ງບັນດານໃຈ, ແມ່ນຄວາມໄວ້ເນື້ອເຊື່ອໃຈ, ແມ່ນແສງໄຟ, ແມ່ນແຫຼ່ງກໍາລັງແຮງອັນໃຫຍ່ຫຼວງ ເພື່ອໃຫ້ປະຊາຊາດ ແລະ ປະຊາຊົນທຸກຄົນຜ່ານຜ່າຄວາມຫຍຸ້ງຍາກ, ພົ້ນອອກຈາກແອກຕ່ອງໂສ້, ສົງຄາມ ເພື່ອປົດປ່ອຍຊາດຂອງຕົນ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ ມຸ່ງໄປສູ່ຊີວິດອິດສະຫຼະ, ປະຊາທິປະໄຕ, ຍຸຕິທໍາ, ອີ່ມໜໍາສໍາລານສົມບູນພູນສຸກ, ໄດ້ເປັນປະເທດແຫ່ງເອກະລາດ, ໄດ້ເປັນຄົນທີ່ລຽບງ່າຍ, ມີວັດທະນະທໍາມະນຸດ ແລະ ແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ