ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ແລະ ທັນ​ການ

(VOVWORLD) - ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຈະປຶກສາຫາລືໃນເວລາ 2 ວັນ (ຄືວັນທີ 27 ແລະ ວັນທີ 28 ຕຸລາ 2022) ກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມປີ 2022 ແລະ ແຜນການປີ 2023. ກ່ອນໜ້ານັ້ນ, ໃນວາລະປຶກສາຫາລືຢູ່ໜ່ວຍໃນທ້າຍອາທິດຜ່ານມາ, ມີສະມາຊິກສະພາແຫ່ງຊາດ ຫຼາຍຄົນໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນທີ່ຕັ້ງໜ້າໃນການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ບັນດາສະມາຊິກຖືວ່າ ບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ, ພ້ອມກັບຄວາມຕັດສິນໃຈຢ່າງສູງຂອງທົ່ວລະບົບການເມືອງນັ້ນ, ເສດຖະກິດຂອງປະເທດຊາດຈະເພີ່ມຄວາມໄວ,  ບັນລຸລະດັບການເຕີບໂຕສູງກ່ວາເມື່ອທຽບໃສ່ກັບການຄາດຫວັງ.

ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ແລະ ທັນ​ການ - ảnh 1ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn  )

ພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບປະສິດທິຜົນຂອງບັນດາກົນໄກ, ນະໂຍບາຍໄດ້ປະກາດໃຊ້

   ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາລາວ່າ ເສດຖະກິດໃນ 9 ເດືອນຕົ້ນປີ 2022 ໄດ້ຮັບການຟື້ນຟູຢ່າງຕັ້ງໜ້າ ແລະ ຮອບດ້ານ. ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານເຈິ່ນຮ່ວາງເງິນ ສະມາຊີກສະພາແຫ່ງຊາດນະຄອນໂຮ່ຈີມິນ ຊີ້ໃຫ້ເຫັນວ່າ:

        ປີນີ້ ພວກເຮົາໄດ້ປະຕິບັດສຳເລັດ ແລະ ລື່ນກາຍ 14/15 ຄາດໝາຍ. ນັ້ນແມ່ນຄວາມມານະພະຍາຍາມທີ່ເປັນໜ້າເຄົາລົບນັບຖື ແລະ ຊ່ວຍໃຫ້ພວກເຮົາສືບຕໍ່ມີກຳລັງໜູນສູ້ຊົນປະຕິບັດສຳເລັດຄາດໝາຍເສດຖະກິດສັງຄົມ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ວາງອອກ.

ທ່ານນາງ ຫງວຽນທິທູງວຽດ, ສະມາຊິກສະພາແຫ່ງຊາດແຂວງດັກລັກ ຕີລາຄາວ່າ ໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ, ລັດຖະບານໄດ້ບໍລິຫານຢ່າງຕັ້ງໜ້າ, ຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ. ຕາມສະມາຊິກສະພາແຫ່ງຊາດຫຼາຍທ່ານແລ້ວ, ພ້ອມກັບການສຸມໃສ່ບັນດາວິທີການແກ້ໄຂໄລຍະສັ້ນ, ໄລຍະກາງ, ລັດຖະບານໄດ້ຜັນຂະຫຍາຍບັນດາວິທີການແກ້ໄຂຍາວນານເພື່ອຮັບປະກັນການພັດທະນາແບບຍືນຍົງ. ພົ້ນເດັ່ນຂຶ້ນແມ່ນບັນດາຄຳໝັ້ນສັນຍາຢູ່ກອງປະຊຸມ COP26, ປະຕິບັດສຳເລັດລະບອບລະບຽບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຍົກສູງຄວາມສາມາດໃນການຮັບມື ແລະ ຄວາມທົນທານຂອງພື້ນຖານເສດຖະກິດ

        ເມື່ອເຕື້ອງເຖິງການກຳນົດທິດພັດທະນາເສດຖະກິດ - ສັງຄົມປີ 2023, ມີສະມາຊິກຫຼາຍທ່ານຖືວ່າ ໃນເງື່ອນໄຂປັດຈຸບັນ, ສິ່ງທ້າທາຍວາງອອກຫຼາຍພໍສົມຄວນ. ເຖິງວ່າ ດັດຊະນີໄພເງິນເຟີ້ໄດ້ຮັບການຄວບຄຸມກໍ່ຕາມ, ແຕ່ລາຄານ້ຳມັນໃນໂລກເພີ່ມຂຶ້ນ ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຕ້ອງມີວິທີການຮັບມືຢ່າງທັນການ, ເໝາະສົມກັບລາຄານ້ຳມັນທົ່ວໂລກ ເຊິ່ງຈະສືບຕໍ່ເພີ່ມຂຶ້ນ. ທ່ານ ຮ່ວາງດຶກທັ້ງ, ສະມາຊິກສະພາແຫ່ງຊາດແຂວງກ໋ວາງຈິ ຊີ້ແຈ້ງວ່າ:

        ສຳລັບເລື່ອງນ້ຳມັນເຊື້ອໄຟ ຕ້ອງມີບົດລາຍງານຍື່ນສະເໜີຕໍ່ສະພາແຫ່ງຊາດ ແລະ ຄວນມີຍຸດທະສາດກ່ຽວກັບເລື່ອງນີ້ຢ່າງມີແບບມີແຜນ. ແນ່ນອນວ່າ ໃນອະນາຄົດ ພວກເຮົາຕ້ອງປະສົບກັບບັນດາບັນຫາຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກ່ຽວກັບສະພາບການເສດຖະກິດໂລກ, ໃນນັ້ນມີຜົນກະທົບຂອງນ້ຳມັນແລະເຊື້ອໄຟ.

        ຕາມການຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2023 ແລ້ວ, ລັດຖະບານ ຫວຽດນາມ ໄດ້ວາງເປົ້າໝາຍຍູ້ແຮງການປະຕິບັດຢ່າງແທດຈິງ, ມີປະສິດທິຜົນໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃຫ້ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ, ລັກສະນະເປັນເຈົ້າການ, ຄວາມສາມາດໃນການຮັບມື ແລະ ແຮງຕ້ານທານຂອງພື້ນຖານເສດຖະກິດ. ຕາມນັ້ນແລ້ວ, ບຸລິມະສິດການຈັດສັນເງິນລົງທຶນພາກສາທາລະນະຢ່າງມີຈຸດສຸມ, ສຸມໃສ່ບັນດາໂຄງການພື້ນຖານໂຄງລ່າງຢ່າງມີຈຸດສຸມ, ຍຸດທະສາດ, ຮັບປະກັນຄວາມກົມກຽວລະຫວ່າງບັນດາທ້ອງຖິ່ນ, ເຂດພາກ; ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ຍອດເງິນລົງທຶນພາກສາທາລະນະໃນປີ 2023 ແມ່ນສູງທີ່ສຸດ, ດັ່ງນັ້ນໜ້າທີ່ວາງອອກໃນປີໜ້າແມ່ນຕ້ອງປ່ຽນແປງໃໝ່ໃນກົນໄກຄຸ້ມຄອງການລົງທຶນພາກສາທາລະນະ, ທ່ານ ຮ່ວາງວັນເກືອງ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ສະເໜີວ່າ:

        ຂ້າພະເຈົ້າຖືວ່າ ການສັ່ງສິນຄ້າແມ່ນໜຶ່ງໃນບັນດາວິທີການເຊິ່ງພວກເຮົາໄດ້ເວົ້າມາແຕ່ດົນແລ້ວ, ແຕ່ຍັງບໍ່ທັນປະຕິບັດໄດ້. ໃນປັດຈຸບັນ ການລົງທຶນພາກສາທາລະນະ, ຖ້າພວກເຮົາປະຕິບັດກົນໄກ ໄດ້ເປັນຢ່າງດີ, ໃນນັ້ນມີກົນໄກສັ່ງສິນຄ້າ, ກໍ່ບໍ່ຕ້ອງລໍຖ້ານຳບັນດາໂຄງການອີກແລ້ວ. ຖ້າປະຕິບັດໄດ້ກົນໄກສັ່ງສິນຄ້າ, ພວກເຮົາຖືວ່ານີ້ຈະແມ່ນບາດລ້ຽວໃນວິທີການປະຕິບັດການລົງທຶນພາກສາທາລະນະ.

        ເສດຖະກິດ ຫວຽດນາມ ໄດ້ມີການຟື້ນຟູຢ່າງແຮງໃນ 9 ເດືອນຜ່ານມາ. ເລື່ອງບັນດາສະມາຊິກສະພາແຫ່ງຊາດໄຈ້ແຍກ, ສະເໜີບັນດາໜ້າທີ່, ວິທີການພັດທະນາເສດຖະກິດ ສັງຄົມໃນໄລຍະຈະມາເຖິງ ໄດ້ປະກອບສ່ວນສຳຄັນເຂົ້າໃນການຕັດສິນບັນດາການກຳນົດທິດ, ເປົ້າໝາຍສັງລວມ, ຄາດໝາຍພື້ນຖານໃຫ້ແກ່ປີ 2023 ຂອງສະພາແຫ່ງຊາດ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ