ປະສິດທິຜົນແຫ່ງການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2012

ປີ 2012 ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ເມື່ອ​ຫວນ​ຄືນ​ເສັ້ນທາງ 1 ປີ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ ອາດ​ຈະ​ເຫັນ​ໄດ້​ວ່າ: ຫວຽດນາມ ​ໄດ້​ຜັນ​ຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຕາມ​​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫ່ຍທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11, ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ອັນ​ລະອຽດ. ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2012 ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະ​ນາ​ຂອງ​ປະ​ເທດ​ຊາດ, ຍາດແຍ່ງ​ແຫຼ່ງກຳລັງ​ໃຫ້​ແກ່​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້ໜູນ​ຊ່ວຍປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ຂອງຫວຽ​ດນາມ ອີກ​ດ້ວຍ.

ປະສິດທິຜົນແຫ່ງການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2012 - ảnh 1

(ພາບປະກອບ::nguyentandung.org)

​  ໃນ​ປີຜ່ານມາ, ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ທີ່​ສຸດ. ການ​ໄປ​ຢ້ຽມຢາມ, ການ​ພົບ​ປະ​ຂັ້ນສູງ​ຄັ້ງຕ່າງໆກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ພາກ​ພື້ນ, ຄູ່​ຮ່ວມ​ມື​ໃຫ່ຍ, ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ເຫຼົ່ານັ້ນມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ຕື່ມ. ທ່ານ​ເລ​ຫາຍ​ບິ່ງ, ຫົວໜ້​າກົມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ສັງກັດກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຖື​ວ່າ:

  “ມີ​ສອງ​ຈຸດ​ພິ​ເສດ​ທີ່​ສາມາດ​ເຫັນ​ໄດ້, ທີ​ໜຶ່ງແມ່ນຈຳນວນ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມຫວຽດນາມ ​ໄດ້​ເພີ່​ມຂຶ້ນ, ຊ້ຳບໍ່​ໜຳ​ໄດ້​ເພີ່ມ​ຂຶ້ນ​ທົບ 4-5 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 2011. ທີ​ສອງ​ແມ່ນ​ດ້ານ​ຄຸນ​ນະພາ​ບ, ຫຼາຍ​ປະ​ເທດ​ຢາກ​ຍົກ​ລະດັບ​ການ​ພົວພັນ​ກັບ​ຫວຽດນາມ, ຢາກ​ນຳ​ການ​ພົວພັນ​ກັບ​ຫວຽດນາມ ເຂົ້າສູ່​ລວງ​ເລິກຄື: ສິງກະ​ໂປ, ​ໄທ, ອີ​ຕາ​ລີ…​ສິ່ງດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ສາຍຕາ​ຂອງ​ເພື່ອ​ນມິດສາ​ກົນ, ອິດ​ທິພົນ​ຊື່​ງສຽງ​ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ, ​ເຂົາ​ເຈົ້າຖືການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ

 

ປະສິດທິຜົນແຫ່ງການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2012 - ảnh 2

ຄະນະ​ຜູ້​ແທນ​ຫວຽດນາມ​ ຢ້ຽມຢາມ​ຍີ່ປຸ່ນ

(ພາບ:vov.vn)

  ສຳລັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮື​ອນຄຽງ​ຄື​ລາວ ​ແລະ ກຳປູ​ເຈຍ, ປີຜ່ານມາ​ແມ່ນ​ປີ​ເຕັມ​ໄປ​ດ້ວຍ​​ການ​ເຄື່ອ​ນໄຫວສະ​ເຫຼີ​ມສະຫຼອງ​ຄື: ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ ​ແລະ ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ. ຜ່ານ​ນັ້ນ​ໄດ້​ຮັດ​ແໜ້ນ​ອາລົມຈິດ​ຄວາມ​ຮັກ​ແພງ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​​ຄວາມໄວ້​ເນື້ອເຊື່ອ​ໃຈ​ຊື່​ງກັນ ​ແລະ ກັນ. ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ອາ​ຊຽນ ກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫຼັກ​ແຫຼ່ງຄື: ລັດ​ເຊຍ, ຍີ່ປຸ່ນ, ສ​ເກົາຫຼີ, ອິນ​ເດຍ, ອາ​ເມ​ລິ​ກາ, ອີ​ຢູ….ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ. ສະຫະພັນ​ລັດ​ເຊຍ ​ໄດ້​ຖື​ຫວຽດນາມ ​ເປັນ 1 ​ໃນ 3 ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ​ກ່ວາ​ໝູ່​ຢູ່​ອາຊີ-​ປາຊີ​ຟິກ. ຍີ່ປຸ່ນ ສືບ​ຕໍ່​ແມ່ນ​ນັກ​ອຸປະຖຳ ODA ຫຼາຍ​ກ່ວາ​ໝູ່​ໃຫ້​ແກ່​ຫວຽດນາມ ​ແລະ ​ໃນ​ປີຜ່ານມາ, FDI ຂອງ​ຍີ່ປຸ່ນ ​ເຂົ້າຫວຽດນາມ ມີ​ທ່າ​ເພີ່ມ​ຂຶ້ນຢ່າງ​ແຮງ. ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແທ້​ຈິງ​ໃນ​ຫຼາຍ​ຂົງ​ເຂດ…ພິ​ເສດ, ການ​ພົວພັນ​ທາງ​ການ​ທູດ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ, ປະກອບສ່ວນປົກ​ປ້ອງ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ​ແລະ ​ໄຫ່ລທະວີບ​ຂອງ​ປະ​ເທດ​ຊາດ. ຫວຽດນາມ ຍຶດໝັ້ນ​ແນວທາງ​ການ​​ຕ່າງປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຄື: ​ແກ້​ໄຂ​ການ​ພິພາດ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ທ່ານ​ເລ​ຮ່ວາຍ​ຈຸ​ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ:

   “​ທີ່​ບັນດາ​ເວທີ​ປາ​ໄສ, ຍາມ​ໃດ​ຫວຽດນາມ ກໍ່​ຊີ້​ແຈ້ງທັດສະນະ, ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​​ໃນ​​ເລື່ອງ​ພ້ອມ​ກັບປະ​ເທດ​ຕ່າງໆ​ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມງວດ, ​ແກ້​ໄຂ​ການ​ພິພາດ, ຂີດ​ເສັ້ນຊາຍ​ແດນ​ທາງ​ທະ​ເລ…​ຜ່ານ​ນັ້ນສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ແມ່ນ​ມີ​ເຈດ​ຕະນາ​ດີ ​ແລະ ​ໄດ້ປະຕິບັດກົດໝາຍ​ສາກົນ​, ສົນທິສັນຍາ​ກົດໝາຍ​ທະ​ເລ​ຂອງ ສປຊ ຢ່າງ​ເຂັ້ມງວດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ບັນລຸ​ໄດ້​ກັບ​ອາ​ຊຽນ ​ໃນ​ບັນຫາຮ່ວມ​ມື​ກໍ່​ຄື​ການ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ“.

​  ໃນ​ປີ 2012, ການ​​ເຄື​ອ່​ນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນກໍ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ດ້ວຍ​ງານ​ພົບ​ປະ​ແລກປ່ຽນ, ການພົບ​ປະ, ຢ້ຽມຢາມ​ຄັ້ງຕ່າງໆ…​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ, ຜ່ານ​ນັ້ນ, ປະຊາ​ຄົມ​ໂລກຈະ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ສິດ​ເສລີພາບ, ສາສະໜາ, ສິດທິ​ມະນຸດ​ຂອງ​ຫວຽດນາມ ກ່ວາ​ອີກ. ທ່ານເລ​ຫາຍ​ບິ່ງ, ຫົວໜ້​າກົມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ສັງກັດກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ຕື່ມ​ອີກວ່າ:

   “ພວກ​ເຮົາ​ໄດ້​ເປັນ​ເຈົ້າການ ສົມທົບ​ການ​ຮ່ວມ​ມື ​ແລະ ການຕໍ່ສູ້, ສິ່ງ​ໃດ​ບໍ່​ທັນ​ຖືກຕ້ອງ​ຕ້ອງ​ເວົ້າ​ໃຫ້​ຖືກຕ້ອງ, ບໍ່​ຫລົບຫຼີກ​ ພ້ອມ​ທັງ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ, ຮັດ​ແຄ​ບຊ່ອງ​ຫວ່າງ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ທັດ​ສະນະ, ຊຸກຍູ້​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ​ກັນກ່ວາ​ອີກ ​ແລະ ສິ່ງ​ສຳຄັນ​ນັ້ນ​ແມ່ນ​ບໍ່​ກໍ່​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ

   ບັນດາ​ຜົນງານ​ດ້ານ​ການ​​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ປີ 2012 ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ນຳ​ໃຊ້ກາລະ​ໂອ​ກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ປະຕິບັດ​ບັນດາ​ໜ້າ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2013 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປສຳ​ເລັດ​ຜົນ ນັ້ນ​ແມ່ນ​ສືບ​ຕໍ່​ຜັນ​ຂະຫຍາຍການ​ທູດ​ສອງ​ຝ່າຍຢ່າງ​ມີ​ປະສິດທິ​ຜົນກ່ວາ​ອີກ ບົນ​ພື້ນ​ຖານ​ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ການ​ໃຫ້​ບຸລິມະສິດ​ໃນ​ພາກ​ພື້ນ, ຄູ່​ຮ່ວມ​ມື, ຂົງ​ເຂດ, ມາດ​ຕະການ. ​ໃນ​ການ​ພົວພັນ​ຫຼາຍ​ຝ່າຍ, ຫວຽດນາມ ​ເພີ່ມ​ທະວີ​ການ​ປະກອບສ່ວນ​ທີ່​ແທດ​ຈິງ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ລິ​ເລິ່ມ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຕາມ​ທິດ​ນຳ​ທີ່​ວ່າ “​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ“, ສ້າງ​ທີ່​ຕັ້ງບົດບາດໝັ້ນຄົງ​ໜັກ​ແໜ້ນ​ໃນ​ເວທີ​ສາກົນ​ກ່ວາ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ