ປະເທດ ລັດເຊຍ ໃນໄລຍະທາງໃໝ່

(VOVWORLD) - ດ້ວຍອັດຕາບັດສະໜັບສະໜູນກ່ວາ 76%, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງສິ້ນເຊິງໃນການເລືອກຕັ້ງປະທານາທິບໍດີສະຫະພັນ ລັດເຊຍ ໃນວັນທີ 18 ມີນາ. ໝາກຜົນນີ້ໄດ້ສະແດງໃຫ້ເຫັນການສະໜັບສະໜູນກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນລັດເຊຍ ສະຫງວນໃຫ້ແກ່ການນຳປະເທດລັດເຊຍ.

ປະເທດ ລັດເຊຍ ໃນໄລຍະທາງໃໝ່ - ảnh 1ທ່ານປະທານາທິບໍດີ Vladimir Putin

(ພາບ: Variety)

ເຖິງວ່າຍາດໄດ້ໄຊຊະນະດ້ວຍອັດຕາບັດສະໜັບສະໜູນສູງ ກໍ່ຕາມ ແຕ່ໜ້າທີ່ນຳພາປະເທດ ລັດເຊຍ ຂອງທ່ານ Putin ໃນອາຍຸການຈະມາເຖິງ ແມ່ນບໍ່ງ່າຍດາຍ ຂະນະທີ່ສະພາບການໂລກປະຈຸບັນ “ຍັງມີຫຼາຍກຳລັງທີ່ເປັນປໍລະປັກຕ້ານຄືນລັດເຊຍ” ຄືດັ່ງການຢັັ້ງຢືນຂອງທ່ານ Putin.

        ອີກຄັ້ງໜຶ່ງ, ທ່ານ Vladimir Putin ການນຳວັງ Kremlin ໄດ້ຮັບໄຊຊະນະດ້ວຍອັດຕາບັດສະໜັບສະໜູນສູງກ່ວາ 76%. ນີ້ແມ່ນໝາກຜົນສູງສຸດໃນການເລືອກຕັ້ງປະທານາທິບໍດີຂອງທ່ານໃນຄັ້ງຕ່າງໆ. ໄປຄຽງຄູ່ກັບອັດຕາບັດສະໜັບສະໜູນສູງ ນັ້ນກໍ່ແມ່ນຄວາມຸ່ງຫວັງວ່າທ່ານ Putin ຈະສືບຕໍ່ນຳພາປະເທດ ລັດເຊຍ ຜ່ານຜ່າບັນດາສິ່ງທ້າທາຍດ້ານເສດຖະກິດ, ການພົວພັນຕ່າງປະເທດໃນໄລຍະຈະມາເຖິງ.

ປະເທດລັດເຊຍ ພາຍຫຼັງ 3 ອາຍຸການ ທ່ານ Putin ດຳລົງຕຳແໜ່ງປະທານາທິບໍດີ

       ນັບແຕ່ເມື່ອທ່ານ Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສະຫະພັນລັດເຊຍ ເປັນຄັ້ງທຳອິດໃນປີ 2000 ນັ້ນ, ມາຮອດປະຈຸບັນ, ປະເທດນີ້ໄດ້ຄ່ອຍໆປັບປຸງທີ່ຕັ້ງບົດບາດຄືດັ່ງປະເທດມະຫາອຳນາດໃນໂລກ. ທ່ານປະທານາທິບໍດີ Putin ໄດ້ນຳປະເທດ ລັດເຊຍ ກັບຄືນສູ່ທີ່ຕັ້ງເປັນປະເທດມະຫາອຳນາດໃນໂລກແບບມະຫັດສະຈັນ, ນຳຄວາມເອກອ້າງທະນົງໃຈກັບຄືນສູ່ໃຫ້ປະຊາຊົນປະເທດນີ້ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຂອງເຂົາເຈົ້າ. ທ່ານໄດ້ໂຮມ Crimea ເຂົ້າລັດເຊຍ ໃນປີ 2014, ນຳພາປະເທດ ລັດເຊຍ ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງໃນທາງດ້ານການພົວພັນຕ່າງປະເທດ ຕໍ່ໜ້າບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ; ປະຕິບັດບັ້ນຮົບຕ້ານກໍ່ການຮ້າຍຢູ່ ຊີຣີ, ຜ່ານນັ້ນ, ຍົກ ອິດທິພົນຊື່ສຽງດ້ານການທະຫານ, ກຳລັງແຮງດ້ານການທະຫານຂອງລັດເຊຍສູງຂຶ້ນ, ຟື້ນຟູຜົນສະທ້ອນຢ່າງແຮງຢູ່ບັນດາເຂດມີທີ່ຕັ້ງດ້ານພູມສາດຍຸດທະສາດຄື: ຕາເວັນອອກກາງ, ອາຊີກາງ…

        ພາຍໃຕ້ສະໄໝໂດຍທ່ານ Putin ນຳພານັ້ນ, ປະເທດລັດເຊຍ ໄດ້ກັບຄືນສູ່ສະພາບການພູມສາດການເມືອງ ແລະ ສ້າງຕັ້ງພື້ນຖານເສດຖະກິດ 2 ພາກສ່ວນສອດຫ້ອຍກັນລະຫວ່າງພາກລັດ ແລະ ເອກະຊົນ, ແຫຼ່ງທຶນຊ່ວຍ ລັດເຊຍ ອາດສາມາດຮັບມືກັບວິກິດການການເມືອງປີ 2008 ແລະ ບັນດາມາດຕະການລົງໂທດດ້ານເສດຖະກິດຈາກຝ່າຍຕາເວັນຕົກ. GDP ຂອງປະເທດ ລັດເຊຍ ເພີ່ມຂຶ້ນທົບ 2 ເທົ່າໃນ 10 ປີຜ່ານມາ. ເງິນເດືອນ ແລະ ເງິນເດືອນຂອງຜູ້ກິນເບ້ຍບຳນານເພີ່ມຂຶ້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫຼາຍ.

ສິ່ງທ້າທາຍຍັງຫຼາຍຢູ່

       ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ບັນດາຜົນງານທີ່ເປັນໜ້ານັບຖື, ປະເທດ ລັດເຊຍ ຍັງຄົງຕ້ອງປະເຊີນໜ້າກັບຫຼາຍບັນຫາເສດຖະກິດ - ສັງຄົມທີ່ສັບສົນ. ພື້ນຖານເສດຖະກິດເຕີບໂຕ 1,5% ໃນປີ 2017 ພາຍຫຼັງຖືກຫລຸດລົງ 0,2% ໃນປີ 2016. ແຕ່ເຖິງຢ່າງໃດກໍ່ຕາມ, ລະດັບການເຕີບໂຕນີ້ຍັງຕ່ຳກ່ວາຫຼາຍເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວໂລກແມ່ນ 3%. ລັດເຊຍ ຍັງຕ້ອງເອື່ອຍອີງການຂາຍນ້ຳມັນອາຍແກຼດ. ຍິ່ງກ່ວານັ້ນ, ມີປະຊາຊົນປະມານ 20 ລ້ານຄົນ, ຄາດວ່າ ບັນລຸປະມານ 14% ພົນລະເມືອງ ລັດເຊຍ, ພວມຕ້ອງດຳລົງຊີວິດໃນລະດັບທຸກຍາກລຳບາກ. ໃນສານສະຫະລັດອ່ານຕໍ່ໜ້າສະພາແຫ່ງຊາດ ລັດເຊຍ ເມື່ອຕົ້ນເດືອນ ມີນາ ຜ່ານມາ, ທ່ານປະທານາທິບໍດີ Putin ຢືນຢັນວ່າ: ຄວາມຮັ່ງມີຂອງປະຊາຊົນ ແລະ ລາຍຮັບໃຫ້ແກ່ບັນດາຄອບຄົວຢູ່ລັດເຊຍ ແມ່ນບັນດາປັດໄຈພັດທະນາຫຼັກແຫຼ່ງ. ນີ້ແມ່ນບັນຫາເຊິ່ງປະເທດລັດເຊຍ ຕ້ອງສ້າງບາດກ້າວບຸກທະລຸຕັດສິນຊີ້ຂາດ.

        ການສໍ້ລາດບັງຫຼວງ ກໍ່ແມ່ນ “ພະຍາດ” ຮຽກຮ້ອງໃຫ້ ລັດຖະບານຂອງທ່ານປະທານາທິບໍດີ Putin ຕ້ອງມີຢາ “ປິ່ນປົວຢ່າງເດັດຂາດ” ເມື່ອອົງການກະຈ່າງແຈ້ງສາກົນໄດ້ຈັດ ລັດເຊຍ ເຂົ້າບັນຊີລາຍຊື່ 45 ປະເທດມີດັດຊະນີການສໍ້ລາດບັງຫຼວງຫຼາຍທີ່ສຸດ.

ປະເທດ ລັດເຊຍ ໃນໄລຍະທາງໃໝ່ - ảnh 2 ທ່ານ Putin ແລະ ບັນດາເຈົ້າໜ້າທີ່ຂັ້ນສູງ ລັດເຊຍ

(ພາບ: RIA Novosti).

        ໃນຂະນະນັ້ນ, ປະເທດລັດເຊຍ ຍັງບໍ່ທັນມີສະພາບແວດລ້ອມແຫ່ງການລົງທຶນທີ່ດຶງດູດ. ຮູບແບບເສດຖະກິດເອື່ອຍອີງເຂົ້າລາຄາພະລັງງານສູງ ເຄີຍເປັນກຳລັງໜູນຊຸກຍູ້ການເຕີບໂຕດ້ານເສດຖະກິດໃນ 2 ອາຍຸການທຳອິດຂອງທ່ານປະທານາທິບໍດີ Putin. ແຕ່ເມື່ອລາຄາພະລັງງານຫລຸດລົງຫຼາຍ, ພື້ນຖານເສດຖະກິດ ລັດເຊຍ ກໍ່ຖືກຜົນກະທົບໄປນຳ. ດັ່ງນັ້ນ, ຄວາມເປັນຫຼາຍຮູບຫຼາຍແບບຂອງພື້ນຖານເສດຖະກິດ, ລົງທຶນໃຫ້ພື້ນຖານເສດຖະກິດອີງໃສ່ດ້ານວິທະຍາສາດ, ເຕັກໂນໂລຊີ, ພິເສດແມ່ນ “ເຕັກໂນໂລຊີສະຫຼາດ, ພູມປັນຍາຂອງມະນຸດ” ແມ່ນທິດທາງໂດຍທ່ານປະທານາທິບໍດີ Putin ຍົກອອກມາໃນສານສະຫະລັດ ປີ 2018 ໃນວັນທີ  1 ມີນາຜ່ານມາ. ທ່ານກໍ່ຮຽກຮ້ອງສ້າງສະພາບແວດລ້ອມປະດິດຄິດສ້າງໃນທຸກໆຂົງເຂດໃຫ້ແກ່ປະຊາຊົນ, ຖ້າບໍ່ແນວນັ້ນ ລັດເຊຍ ຈະ “ພາດອະນາຄົດ”.

        ນອກຈາກນັ້ນ, ບັນດາຄວາມກົດດັ່ນຈາກປະຊາຄົມໂລກ ກໍ່ແມ່ນບັນຫາໜຶ່ງສຳຄັນທີ່ທ່ານ Putin ຕ້ອງສຸມໃສ່ແກ້ໄຂ. ອາຍຸການທີ 4 ຂອງທ່ານປະທານາທິບໍດີ Putin ໄດ້ເປີດກ້ວາງໃນສະພາບການການພົວພັນລະຫວ່າງ ລັດເຊຍ ກັບ ອາເມລິກາ ແລະ ບັນດາປະເທດ ເອີລົບ ຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ. ຊ້ຳບໍ່ໜຳ, ຄວາມເຄັ່ງຕຶງໄດ້ປີນຂັ້ນໄດກ່ອນທີ່ຈັດການເລືອກຕັ້ງກ່ຽວຂ້ອງເຖິງເລື່ອງອະດີດນັກສືບຂ່າວລັດເຊຍ ຖືກວາງຢາເບື່ອ ຢູ່ ອັງກິດ.  ກ່ອນໜ້ານັ້ນ, ໃນອາຍຸການທີ 3, ທ່ານປະທານາທິບໍດີ Putin ໄດ້ນຳພາປະເທດ ລັດເຊຍ ຜ່ານຜ່າບັນດາມາດຕະການລົງໂທດຢ່າງຕໍ່ເນື່ອງຂອງສາກົນ ເພື່ອແນໃສ່ໂຕ້ຕອບ ເລື່ອງ ລັດເຊຍ ໂຮມແຫຼມ Crimea ເຂົ້າກັນ…

        ລັດເຊຍ ກໍ່ກຽມພ້ອມຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຜ່ານການສ້າງກອງທັບທັນສະໄໝ, ເພີ່ມທະວີຄວາມສາມາດປ້ອງກັນຕົວດ້ວຍອາວຸດປະເພດຕ່າງໆທີ່ທັນສະໄໝ.

        ໃນອາຍຸການທີ 4 ຂອງຕົນ (2018 – 2024), ທ່ານ Putin ຈະສືບຕໍ່ແມ່ນຜູ້ນຳພາ, ປະຕິບັດບັນດາບັນຫາເຊິ່ງທ່ານໄດ້ວາງອອກໃນສານສະຫະລັດເມື່ອວັນທີ 1 ມີນາ ດ້ວຍ 12 ໜ້າທີ່ຫຼັກເພື່ອນຳປະເທດ ລັດເຊຍ ກ້າວເດີນຢ່າງໜັກແໜ້ນໃນເສັ້ນທາງແຫ່ງການພັດທະນາ. ແລະ ບັນດາຜົນງານໃນໄລຍະທາງຈະມາເຖິງ ຈະແມ່ນຄຳຕອບຢ່າງຊັດເຈນທີ່ສຸດໃຫ້ແກ່ການເລືອກເຟັ້ນຂອງຜູ້ມີສິດເລືອກຕັ້ງລັດເຊຍ ໃນປະຈຸບັນທີ່ສະຫງວນໃຫ້ແກ່ການນຳປະເທດລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ