ປະເທດ ອາເມລິກາ ພວມຢືນຢູ່ຈຸດເວລາປະຫວັດສາດ

ປະ​ເທດ ອາ​ເມ​ລິ​ກາ ພວມ​ຢຶນ​ຢູ່​ຕໍ່​ໜ້າ​ຈຸ​ດ​ເວ​ລາ​ທີ່​ສຳ​ຄັນ, ​ການ​ໝັ້ນ​ໝາຍ​ຈະເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ຍ້ອນ​​ວ່າພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 8/11, ສະ​ຫະ​ລັດ ອາ​ເມ​ລິ​ກາ ຈະ​ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່, ​ເປັນເຈົ້າ​ຂອງ​ຜູ້​ທີ 45 ຂອງ​ທຳ​ນຽບ​ຂາວ. ປະ​ເທດ ອາ​ເມ​ລິ​ກາ ຈະ​ໄດ້​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ຍິງ​​ຜູ້​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ​ຜູ້​ສະ​ໝ​ັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ Hillary Clinton ຫຼື ນັກ​ທຸ​ລະ​ກິດ​ເສດ​ຖີ​ເງິນ​ຕື້ Donald Trump ຂອງ​ພັກ​ສາ​ທາ​ລະ​ນະ​? ຄຳ​ຖາມນີ້​ຈະ​ມີ​ຄຳ​ຕອບ​ພາຍຫຼັງ​ມີ​ໝາກ​ຜົນ​ເບື້ອງ​ຕົ້ນຂອງ​ການ​ນັບ​ບັດ​ເລືອກ​ຕັ້ງ​.

ປະເທດ ອາເມລິກາ ພວມຢືນຢູ່ຈຸດເວລາປະຫວັດສາດ - ảnh 1
ຜູ້​ມີ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ຢູ່ San Diego, ນະ​ຄອນ San Diego.
(ພາບ:Reuters)


        ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ຂ້ຽວ​ຂາ​ດທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ພື້ນ​ຖານ​ການ​ເມືອງ ອາ​ເມ​ລິ​ກາ. ຍ້ອນ​ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ, ​ທີ່ປະ​ເທດ ອາ​ເມ​ລິ​ກາ ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ຄົນ​ມີ​ທັດ​ສະ​ນະກົງ​ກັນ​ຂ້າມ ກ່ຽວ​ກັບນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ, ຕ່າງ​ປະ​ເທດ​. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທັງ 2 ທ່ານນີ້​ລ້ວນ​ແຕ່​​ມີ​ຄຳ​ກ່າວ​ຫາ​ທີ່​ກ່ຽວ​​ຂ້ອງ​ເຖິງ​ຄວາມ​ຫຍຸ້ງ​ເຫຍືອງ​ສ່ວນ​ຕົວອີກ.

Hillary Clinton, Donald Trump ສອງ​ຄົນ​ທີ່​ມີ​ທັດ​ສະ​ນະ​ກົງ​ກັນ​ຂ້າມ

        ອາດ​ສາ​ມາດເຫັນ​ໄດ້​ວ່າ, ​ໃກ້​​ຈະ​ເຖິງ​ວັນ​ເລືອກ​ຕັ້ງ, ຊ່ອງ​ຫວ່າງ​ກ່ຽວ​ກັບ​ອັດ​ຕາ​​ສ່ວນຜູ້​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານນັບ​ມື້​ນັບ​ໄດ້​ຮັບ​ກາ​ນ​ຮັດ​​ແຄບ​ເຂົ້າ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ບໍ່​ມີ​ຜູ້​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງຜູ້​ໃດ​​ມີ​ທ່າ​ໄດ້​ປຽບ​ກ່​ວາຫຼາຍ. ​

        ໂດຍ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ, ​ທັງ​ເປັນ​ອະ​ດີດ​ນັກ​ການ​ເມືອງທີ່​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ Clinton ຍາມ​ໃດ​ກໍ່​ມີ​ແຜນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນັ້ນ​ແມ່ນ​ສືບ​ຕໍ່​ເດີນ​ຕາມ​ແຜນ​ນະ​ໂຍ​ບາຍ​ບໍ​ລິ​ຫານ​ຂອງອ​ຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ Barack Obama ໃນ​ຕະຫຼອດ​ວິ​ວັດ​ທະ​ນາ​ການ​​ແຫ່ງ​ການຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ຄື: ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ປືນ, ລູກ​ປືນ, ເປີດ​ກ້​ວາງ​ໂຄງ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ທົ່ວ​ປວງ​ຊົນ (Obamacare), ​ປ້ອງ​ກັນປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ເຂົ້າ​ເມືອງ​ຜ່ານ​ການ​ຮຽກ​ຮ​້ອງ​ການ​ປະ​ຕິ​ຮູບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ເມືອງ, ໃນ​ນັ້ນ ມີ​ວິ​ວັດ​ການ​ສະ​ໜອງ​ສິດ​ພົນ​ລະ​ເມືອງ​ໃຫ້​ບັນ​ດາ​ຜູ້​​ທີ່ພວມ​ອາ​ໄສ​ຢູ່ ອາ​ເມ​ລິ​ກາ ຢ່າງ​ຜິດ​ກົດ​ໝາຍ​ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ການ​ບໍ່​ເນລະ​ເທດ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດ​ໝາຍ​ນັບ​ລ້ານ​ຄົນ. ໃນ​ຂົງ​ເຂດ​ພົວ​ພັນ​ຕ່າງ​ປະ​ເທດ, ​ໂດຍ​ແມ່ນ​ນັກ​ການ​ທູ​ດ​ມີ​ປະ​ສົບ​ການ, ທ່ານ​ນາງ Clinton ມ​ີ​ແຜນ​ນະ​ໂຍ​ບາຍ​ເພື່ອ​ເພີ່​ມ​ທະ​ວີ​ກາ​ນ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ພັນ​ທະ​ມິດ​ທີ່​​ມີ​ມາ​ແຕ່​ດົນ​ນານ ແລະ ສ້າງ​​ບັນ​ດາການ​ພົວ​ພັນ​ໃໝ່. ຕາມ​ທ່ານ​ນາງ​ແລ້ວ, ເລື່ອງ​ເປີດ​ກ້​ວາງ ແລະ ເຮັດ​ໃຫ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ເລິກ​ເຊິ່ງ​ກ່​ວາ​ອີກ ແມ່ນ​ວິ​ທີ​ດີ​ທີ່​ສຸດ​ເພື່ອ​ປ​ົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຍາວ​ນານ​ ກໍ່​ຄື​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ເມ​ລິ​ກາ ໃນ​ເວ​ທ​ີ​ສາ​ກົນ.

ໃນ​ຂະນະ​ນັ້ນ, ​ເສດຖີ​ເງິນ​ຕື້ Donald Trump, ດ້ວຍ​ບັນດາຖະ​ແຫຼ​ງການ​ທີ່​ກໍ່​ຄວາມ “ຕົກສະ​ເງີ້“ ​ເມື່ອ​ຢືນຢັນ​ບັນດາ​ມາດ​ຕະການ​ຕ່າງໆ​ເຊັ່ນ: ​ເພີ່ມ​ອັດຕາ​ພາສີ​ສຳລັບ​ຄົນ​ຮັ່ງມີ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ, ການ​ລົງທຶນ​ໃຫ້​ແກ່​ຂົງ​ເຂດ​ການ​ສຶກສາ, ການ​ແພດ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ. ພ້ອມ​ກັນ​ນັ້ນ​, ທ່ານ​ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ​ຕ້ອງ​ສົ່ງເງິນ​ຄືນໃຫ້ ອາ​ເມ​ລິ​ກາ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ. ​ໃນ​ບັນຫາ​ອົບ​ພະຍົບ, ທ່ານ Trump ຍັງ​ຄົງ​ຮັກສາ​ທັດສະນະ​ສົ່ງ​​ຊາວອົບ​ພະຍົບຢ່າງ​ຜິດ​ກົດໝາຍ​ກັບ​ຄືນປະ​ເທດ, ກໍ່ສ້າງ​ຮົ້ວ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ລຽບ​ຕາມ​​​ເຂດ​ຊາຍ​ແດນ​ກັບ Mexico… ​ໂດຍ​ແມ່ນ​ເສດຖີ​ເງິນ​ຕື້, ທ່ານ​ຢືນຢັນ​ວ່າ, ບຸລິ​ມາ​ສິດ​ແຖວ​ໜ້າ​ແມ່ນ​ພັດທະນາ​ເສດຖະກິດ, ​ເຮັດ​ໃຫ້ປະ​ເທດ ອາ​ເມ​ລິ​ກາ ມີ​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ​ຄືນ​ໃໝ່, ດ້ວຍ​ບັນດາ​ນະ​ໂຍບາຍ​ຄື: ອາລັກຂາ​ດ້ານ​ການ​ຄ້າ, ຄັດຄ້ານ​ການ​ຄ້າ​ເສລີ ພ້ອມ​ກັບ​ບັນດາ​ສັນຍາ​ການ​ຄ້າ​ທີ່​ມີ​ຢູ່​ແລ້ວ, ທ່ານ​ປະກາດ​ວ່າ​, ຈະ​ປຶກສາ​ຫາລື​ຄືນ​ບັນດາ​ມາດຕາ​ຂອງ​ສັນຍາ​ການ​ຄ້າ​ເສລີ ອາ​ເມ​ລິ​ກາ​ເໜືອ (NAFTA) ​ແລະ ຖອນ​ອອກ​ຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟິກ (TPP), ລົບ​ລ້າງ​ຂໍ້​ກຳນົດ​ຂອງ​ສະຫະລັດ​​ເຖິງ 70%, ຫຼຸດ​ຜ່ອນ​ພາສີ​ອາກອນ​ວິ​ສາ​ຫະກິດ​ລົງ​ເຫຼືອ​ພຽງ 15%.

        ຍ້ອນ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ທັດສະນະ​ປະຕິບັດ​ນະ​ໂຍບາຍ​ລະຫວ່າງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ ​ໄດ້​ເຮັດ​ໃຫ້ການ​ຫາ​ສຽງ​ເລືອກ​ຕັ້ງ​ປີ​ນີ້​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ ​ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

        ຄວາມ​ມານະ​ພະຍາຍາມ​ຍາດ​ເອົາ​ບັດ​ສະໜັບສະໜູນ​ຈາກ​ຜູ້ຕາງໜ້າຜູ້​ມີ​ສິດ​ເລືອກ​ຕັ້ງ

        ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້​​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 40 ລ້ານ​ຄົນ ​ໄດ້​ໄປປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ, ​ແລະ ການ​ຢັ່ງ​ຫາງ​ສຽງຄັ້ງ​ຕ່າງໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ຄວາມ​ຜິດ​ໂຕນ​ກັນ​ປານ​ໃດ​ລະຫວ່າງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ. ​ເປັນ​ອັນວ່າ, ຄວາມສົນ​ໃຈ​ທັງ​ໝົດ​ແມ່ນ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ​ຢູ່​ລັດ​ຕ່າງໆ​ທີ່​ບໍ່​ທັນ​ຮູ້​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຢ່າງ​ຈະ​ແຈ້ງ​ເຊັ່ນ: Florida, Maine, Nebraska, New Hampshire, North Carolina, Ohio, Utah… ດ້ວຍ​ຈຳນວນບັດ​ທັງ​ໝົດຂອງຜູ້ຕາງໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ 94 ບັດ. ນີ້​ແມ່ນ​ບັນດາ​ລັດ​ທີ່​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈຳນວນ​ຫຼາຍ ສາມາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຜົນ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ. ຜົນ​ແຫ່ງ​ການ​ສຳ​ຫຼວດຄັ້ງ​ສຸດ​ທ້າຍ​ຂອງ Reuters/Ipsos ​ເຊິ່​ງປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 7/11, ​ໃຫ້​ເຫັນ​ວ່າ, ທ່ານ​ນາງ Clinton ພວມ​ນຳ​ໜ້າ​ທ່ານ Trump ດ້ວຍ​ອັດຕາ 45% ​ເມື່ອ​ທຽບ​ໃສ່ 42%  ​ແລະ ຄາດ​ວ່າ​ທ່ານ​ນາງຈະ​ໄດ້​ຮັບ​ບັດ​ສະໜັບສະໜູນ​ຈາກ​ຜູ້ຕາງໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 303/270 ບັດ, ​ເຊິ່ງ​ແມ່ນ​ຈຳນວນ​ບັດ​ທີ່ຈຳ​ເປັນເພື່ອ​ໄດ້​ຮັບ​ໄຊຊະນະ, ສ່ວນທ່ານ Trump ອາດ​ຈະ​​ໄດ້​ຮັບ​ 235 ບັດ. ​ເພື່ອ​​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ, ທ່ານ Trump ຕ້ອງ​ໄດ້​ຮັບ​ໄຊຊະນະ​ຢູ່​ບັນດາ​ລັດ Florida, Maichigan, North Carolina, Ohio, Pennsylvania, ​ເຊິ່ງ​ແມ່ນ​ແຫ່ງ​ທີ່ທ່ານ​ນາງ Clinton ພວມ​ນຳ​ໜ້າ​ດ້ວຍ​ປະມານ 3 ຄະ​ແນນ. ຖ້າຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ ສາທາລະນະ ຖືກ​ປະລາ​ໄຊ​ຢູ່ 2 ​ໃນ​ຈຳນວນ 3 ລັດ​ຄື: Florida, Maichigan ​ແລະ Pennsylvania, ຜົນ​ສຸດ​ທ້າຍ​ຈະ​ຂຶ້ນ​ກັບ​ທ່ານ​ນາງ Clinton . ພ້ອມ​ກັນ​ນັ້ນ, ທ່ານ Trump ກໍ່​ຕ້ອງ​ຮັກສາ​ທ່າ​ໄດ້​ປຽບ​ຢູ່​ບັນດາ​ລັດ​ຂອງ​ພັກສາ​ທາ​ລະນະ Arizona, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ​ພວມ​ມີ​ຄະ​ແນນ​ເທົ່າ​ທຽມ​ກັນ. North Carolina, ​ແມ່ນ​ໜຶ່ງ​ໃນ​ບັນດາ​ລັດ​ທຳ​ອິດ​ທີ່​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 8/11 ອາດຈະ​ສະໜອງຂໍ້​ມູນ​ຂ່າວສານ​ປຽບທຽບ​ທີ່​ສຳຄັນ​ໃຫ້​ແກ່​ໝາກຜົນສຸດ​ທ້າຍ. ຜົນ​ແຫ່ງ​ການ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາ​ຢູ່​ລັດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ Trump ​ໄດ້​ຊະນະ​ທ່ານ​ນາງ Clinton ພຽງ​ຢູ່​ໃນ​ລະດັບ 47% ​ເມື່ອ​ທຽບ​ໃສ່ 46%, ດ້ວຍ​ຈຳນວນ​ບັດ​ຂອງ​ຜູ້ຕາງໜ້າ​ຜູ້ມີ​ສິດ​​ເລື​ອກຕັ້ງ 29 ບັດ​ເທົ່າ​ນັ້ນ. ທ່ານ​ນາງ Clinton ​ພຽງ​ແຕ່ໄດ້​ຮັບ​ໄຊຊະນະ​ຢູ່ 1 ​ໃນ​ຈຳນວນ 3 ລັດ​ຄື: Ohio,Maichigan ​ແລະ Pennsylvania ​ເທົ່າ​ນັ້ນ​ແມ່ນ​ສາມາດ​ໄດ້​ຮັບ​ໄຊຊະນະ​ຕໍ່​ຄູ່​ແຂ່ງ​ຂອງ​ຕົນ​ຢູ່​ທີ່​ນີ້ແລ້ວ.

        ດ້ວຍ​ສະພາບ​ການ​ໃນ​ປະຈຸ​ບັນ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ ລ້ວນ​ແຕ່​ມີ​ໂອກາດ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ ​ແລະ ການ​ຄາດ​ຄະ​ເນ​ທັງ​ໝົດ​ຈະ​ມີ​ຄຳ​ຕອບຢ່າງ​ຈະ​ແຈ້ງ​ພາຍຫຼັງ​ມີ​ຜົນ​ເບື້ອງ​ຕົ້ນ​ແຫ່ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່ ອາ​ເມ​ລິ​ກາ.

ມາ​ນະ​ພະ​ຍາ​ຍາມແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ

        ຮອດ​ຈຸດ​ເວ​ລານີ້, ທຸກໆ​ລັດ​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ ພວມ​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ. ໃນ​ຈຸ​ດ​ເວ​ລາ​ປະ​ກາດ​​ຜົນ​ຂອງ​ການ​ນັບ​ບັດ​ຢູ່ 3 ລັດ​ທຳ​ອິດ, ທ່ານ Trump ນຳ​ໜ້າ​ທ່ານນາງ Clinton. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ພາຍ​ຫລັງ​ການ​ນັບ​ບັດພຽງ 2, 3 ຊົ່ວ​ໂມງ, 7 ລັດ​ໄດ້​ປະ​ກາດ​ຜົນ​ການ​ນັບ​ບັດໄດ້​ສະ​ແດງ​ໃຫ້​ເຫັນ​ອັດ​ຕາ​​ວຸດ​ວິດ​ລະ​ຫວ່າງ​ຜູ້​ສະ​ໝັກ​​ເລືອກ​ຕັ້ງ 2 ທ່ານ ດ້ວຍ​ໝາກ​ຜົນ​ທ່ານ​ນາງ Hilary Clinton ມີ​ໄດ້​ທ່າ​ໄດ້​ປຽບ.

        ສິ່ງ​ດັ່ງ​ກ່າວກໍ່​ເໝາະ​ສົມ​ກັບ​ການ​ຢັ່ງ​ຫາງ​​ສຽງ​ກ່ອນນັ້ນ, ບໍ່​ມີ​ຄວາມ​ຜິດ​ດ່ຽງຫຼາຍ​ລະ​ຫວ່າງ ຜູ້​ສະ​ໝັກ​ເລືອກ​ຕັ້ງ 2 ທ່ານ. ດັ່ງ​ນັ້ນ, ທຸກໆ​ຄວາມ​ສົນ​ໃຈ​​ຈະ​ສຸມ​ໃສ່​ເຂົ້າ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ​ຢູ່​ລັດ Florida, Maine, Nebraska, New Hampshire, North Carolina, Ohio, Utah… ດ້ວຍຍອດ​ຈຳ​ນວນບັດ​ຂອງ​ 94 ຜູ້​ຕາງ​ໜ້າ​ບັນ​ດາ​ຜູ​້ມີ​ສິດ​ເລືອກ​ຕັ້ງ. ນີ້​ແມ່ນ​ບັນ​ດາ​ລັດ​ມີ​​ຈຳ​ນວນຜູ້​ມີ​ສິດ​ເລືອ​ກ​ຕັ້ງຫຼາຍ ແລະ ກໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ໝາກ​ຜົນ​ສຸດ​ທ້າຍ. ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ, ຄາດ​ວ່າ ເລີ່ມ​ໄດ້​ປະ​ກາດ​ຕາມ​ແຕ່​ລະ​ລັດ ຊຶ່ງໄດ້​ສິ້ນ​ສຸດ​ການ​ປ່ອນ​ບັດ, ໃນ​ວັນ​ທີ 9/11. ​ທ່ານ​ໃດຈະ​ເປັນ​ຜ​ູ້​ນຳ​ຄົນ​ໃໝ່​ຂອງ​ທຳ​ນຽບ​ຂາວ ພວມ​ຄ່ອຍໆ​ປະ​ກົດ​ຕົວ.


ຂ່າວ/ບົດ​ອື່ນ