ປະເທດ ອາເມລິກາ ແລະ ບັນດາສິ່ງທ້າທາຍ ພາຍຫລັງການເລືອກຕັ້ງ

(VOVWORLD) - ເວທີການເມືອງຂອງປະເທດ ອາເມລິກາ ຫາກໍ່ຜ່ານຜ່າການເລືອກຕັ້ງສະພາແຫ່ງຊາດກາງສະໄໝ ທີ່ມີກຳລັງການແຂ່ງຂັນທີ່ຫຍຸ້ງຍາກທີ່ສຸດໃນຫລາຍປີຜ່ານມາ. 

ການແຂ່ງຂັນເພື່ອຍາດເອົາທີ່ນັ່ງໃນສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ສິ້ນສຸດລົງ ກໍ່ແມ່ນຈຸດເວລາທີ່ປະເທດ ອາເມລິກາ ກັບຄືນສູ່ສະພາບຕົວຈິງ ເພື່ອຮັບມືຕໍ່ບັນດາສິ່ງທ້າທາຍໃນປັດຈຸບັນ.

ປະເທດ ອາເມລິກາ ແລະ ບັນດາສິ່ງທ້າທາຍ ພາຍຫລັງການເລືອກຕັ້ງ - ảnh 1ທ່ານປະທານາທິບໍດີ Donald Trump ພາບ: Reuters

        ໃນການເລືອກຕັ້ງສຳຄັນນີ້, ຜູ້ມີສິດເລືອກຕັ້ງ ອາເມລິກາ ໄດ້ເລືອກຕັ້ງສະພາຕ່ຳຄືນໃໝ່ທັງໝົດ, 1/3 ທີ່ນັ່ງຢູ່ສະພາສູງ, ຕຳແໜ່ງຜູ້ວ່າການລັດ 36 ຕຳແໜ່ງ, ພ້ອມກັບທີ່ນັ່ງໃນບັນດາອົງການນິຕິບັນຍັດຂັ້ນລັດໃນທົ່ວປະເທດປະມານ 6.000 ທີ່ນັ່ງ. ກ່ອນທີ່ດຳເນີນການເລືອກຕັ້ງ, ທັງສະພາຕ່ຳ ແລະ ສະພາສູງ ໂດຍພັກສາທາລະນະຂອງທ່ານປະທານາທິບໍດີ Donald Trump ໄດ້ກຳສິດຄວບຄຸມ.

        ການເລືອກຕັ້ງກາງສະໄໝປີນີ້ ປຽບເໝືອນດັ່ງການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ, ຕີລາຄາລະດັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ທ່ານປະທານາທິບໍດີ Trump ແລະ ພັກສາທາລະນະ, ກໍ່ຄືສຳລັບການກຳນົດທິດຂອງປະເທດ ອາເມລິກາ, ການພົວພັນເຊື້ອຊາດຜິວພັນ, ສັງຄົມ ແລະ ອິດທິພົນຊື່ສຽງຂອງປະເທດ ອາເມລິກາຢູ່ໃນໂລກ.

ການແຂ່ງຂັນແມ່ນເລື່ອງທີ່ຫຍຸ້ງຍາກລຳບາກ

        ກ່ອນທີ່ດຳເນີນການເລືອກຕັ້ງ, ພັກສາທາລະນະໄດ້ຕັດສິນໃຈຮັກສາທີ່ນັ່ງສ່ວນຫລາຍທັງຢູ່ສະພາສູງ ແລະ ສະພາຕ່ຳໃນສະພາບທີ່ພັກປະຊາທິປະໄຕບຸກໂຈມຕີຢ່າງຂ້ຽວຂາດແນໃສ່ນະໂຍບາຍຂອງທ່ານປະທານາທິບໍດີ Donald Trump. ໃນຊຸມວັນຂົນຂວາຍຫາສຽງເລືອກຕັ້ງສຸດທ້າຍ, ຜູ້ມີຊື່ສຽງແຖວໜ້າຂອງທັງ 2 ຝ່າຍຄື: ທ່ານປະທານາທິບໍດີ Donald Trump, ທ່ານຮອງປະທານາທິບໍດີ Mike Pence, ອະດີດປະທານາທິບໍດີ Barack Obama…ໄດ້ຂຶ້ນເວທີຢ່າງຕໍ່ເນື່ອງ ເພື່ອຂົນຂວາຍໃຫ້ພັກຂອງຕົນ ແລະ ຕຳໜິຕິຕຽນຄູ່ແຂ່ງ.

        ການແຂ່ງຂັນຢ່າງຂ້ຽວຂາດລະຫວ່າງ 2 ພັກໃຫຍ່ຢູ່ ອາເມລິກາ ຍັງສະແດງໃຫ້ເຫັນຢູ່ລະດັບການໃຊ້ຈ່າຍໃຫ້ແກ່ການຂົນຂວາຍຫາສຽງເລືອກຕັ້ງ. ຕາມການສະຖິຕິແລ້ວ, 2 ພັກໄດ້ໃຊ້ຈ່າຍເກືອບ 5 ຕື້ USD ໃຫ້ແກ່ບັນດາການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງ, ນີ້ແມ່ນຕົວເລກບັນລຸສະຖິຕິໃຫ້ການເລືອກຕັ້ງສະພາແຫ່ງຊາດກາງສະໄໝຢູ່ ອາເມລິກາ. ຈຳນວນເງິນດັ່ງກ່າວ ສ່ວນຫລາຍໄດ້ໃຊ້ຈ່າຍໃນບັນດາການໂຄສະນາດ້ວຍທຸກພາຫະນະ, ການຕິດຕໍ່ພົວພັນໂທລະສັບອັດຕະໂນມັດ ຫຼື ແຈກໃບປິວຕ່າງໆ.

        ແລະຖືກຕ້ອງກັບການຄາດຄະເນຂອງວົງການນັກວິຊາການ, ການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ຄັ້ງນີ້ ແມ່ນເປັນໜ້າຕື່ນເຕັ້ນທີ່ສຸດ. ໃນຕະຫລອດການນັບບັດ, ຈຳນວນບັດຂອງ 2 ພັກທີ່ຍາດມາໄດ້ຢູ່ທັງສະພາຕ່ຳ ແລະ ສະພາສູງຍາມໃດກໍ່ໄລ່ຕາມກັນໄປ, ປ່ຽນກັນຂຶ້ນໜ້າ. ຄວາມຜິດດ່ຽງກ່ຽວກັບບັດສະໜັບສະໜູນແມ່ນພໍເທົ່າໃດ, ພິເສດແມ່ນຢູ່ສະພາຕ່ຳ. ສິ່ງດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕື່ນເຕັ້ນໃນການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການແບ່ງແຍກຢ່າງເລິກເຊິ່ງໃນໝູ່ຜູ້ມີສິດເລືອກຕັ້ງ ອາເມລິກາ.

ຄວາມສະດວກ ແລະ ສິ່ງທ້າທາຍ

        ໝາກຜົນແຫ່ງການເລືອກຕັ້ງກາງສະໄໝປີນີ້ ແມ່ນການທົດສອບສຳລັບທ່ານປະທານາທິບໍດີ Donald Trump ແລະ ພັກສາທາລະນະ. ຜູ້ມີສິດເລືອກຕັ້ງຮັບຮູ້ວ່າ: ພາຍຫລັງຮັບດຳລົງຕຳແໜ່ງເປັນເວລາເກືອບ 2 ປີ, ທ່ານປະທານາທິບໍດີ Donald Trump ຍາດໄດ້ໄຊຊະນະໃຫຍ່ຫລາຍຢ່າງ ດ້ວຍບັນດາການຕັດສິນໃຈທີ່ມີລັກສະນະເປັນບາດລ້ຽວ. ນະໂຍບາຍຫລຸດຜ່ອນພາສີໄດ້ຊ່ວຍຊຸກຍູ້ພື້ນຖານເສດຖະກິດພັດທະນາ ດ້ວຍລະດັບການເຕີບໂຕເປັນປົກກະຕິ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນ 2 ໄຕມາດມໍ່ໆມານີ້ ເຕີບໂຕຢູ່ລະດັບ 4,2% ແລະ 3,5%, ອັດຕາການຫວ່າງງານທີ່ປະກາດໃນວັນທີ 15 ຕຸລາ ໄດ້ຫລຸດລົງເຫຼືອພຽງແຕ່ 3,7% (ຕ່ຳສຸດນັບແຕ່ເດືອນ ທັນວາ ປີ 1969). ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກ ອາເມລິກາ ພວມຢູ່ໃນລະດັບສູງສຸດໃນຮອບ 18 ປີ, ຜົນກຳໄລຂອງບັນດາວິສາຫະກິດ ອາເມລິກາ ພວມກ້າວໄປເຖິງການບັນລຸລະດັບສະຖິຕິ, ທະນາຄານສະສົມສະຫະລັດ (FED) ໄດ້ເພີ່ມອັດຕາດອກເບ້ຍຢ່າງຕໍ່ເນື່ອງ ອີງໃສ່ການຕີລາຄາປະເອີບໃຈກ່ຽວກັບການເຕີບໂຕຂອງພື້ນຖານເສດຖະກິດ ອາເມລິກາ.

        ເບິ່ງລວມແລ້ວ, ບັນດານະໂຍບາຍດ້ານເສດຖະກິດຂອງທ່ານ Donald Trump ໄດ້ເສີມຂະຫຍາຍຄຸນປະໂຫຍດຢ່າງແທດຈິງ ຕາມທິດຕັ້ງໜ້າ, ສ້າງກຳລັງໜູນໃຫ້ແກ່ພື້ນຖານເສດຖະກິດ ອາເມລິກາ ເຊິ່ງເຄີຍມົວໝອງໃນເມື່ອກ່ອນ.

        ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ບາງນະໂຍບາຍຂອງທ່ານປະທານາທິບໍດີ Donald Trump ໄດ້ກໍ່ການໂຕ້ຖຽງກັນພາຍໃນເວທີການເມືອງຂອງປະເທດ ອາເມລິກາ. ເລື່ອງ ອາເມລິກາ ຖອນຕົວອອກຈາກບັນດາຂໍ້ຕົກລົງ, ອົງການຈັດຕັ້ງສາກົນ ຫຼື ສະແດງໃຫ້ເຫັນທັດສະນະສະໜັບສະໜູນ ອິດສະລາແອັນ ໃນບັນຫາ Jerusalem ຢ່າງແຮງ…ເຮັດໃຫ້ຄວາມບໍ່ລົງລອຍກັນພາຍໃນ ອາເມລິກາ ນັບມື້ນັບເລິກເຊິ່ງ. ພິເສດ, ໃນໄລຍະມໍ່ໆມານີ້, ບັນດານັກການເມືອງ, ຜູ້ທີ່ມີອິດທິພົນຊື່ສຽງສຳຄັນ, ກໍ່ຄືສຳນັກຂ່າວສານໃຫຍ່ຢູ່ ອາເມລິກາ ໄດ້ຮັບພັດສະດູໄປສະນີທີ່ບັນຈຸວັດຖຸລະເບີດ, ເຮັດໃຫ້ບັນຍາກາດທາງການເມືອງ ອາເມລິກາ ທີ່ເຄີຍອຶດອັດ, ເຕັມໄປດ້ວຍການແບ່ງແຍກຂອງປະເທດ ອາເມລິກາ ນັ້ນໄດ້ເຄັ່ງຕຶງກ່ວາເວລາໃດໝົດ. ນັ້ນຍັງບໍ່ທັນນັບເຖິງບາງເຫດການຍິງປືນໄດ້ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ຮັບບາດເຈັບກ່ອນທີ່ດຳເນີນການເລືອກຕັ້ງ. ບັນດາປັດໄຈດັ່ງກ່າວ ໄດ້ກໍ່ສ້າງແນວຄິດຂາດຄວາມປອດໄພໝູ່ປະຊາຊົນ. ນອກນັ້ນ, ລັດຖະບານ ອາເມລິກາ ຍັງຕ້ອງແກ້ໄຂບັນດາບັນຫາເຄັ່ງຮ້ອນອື່ນຄື: ຫລຸດຜ່ອນການໃຊ້ຈ່າຍໃນຂົງເຂດສາທາລະນະສຸກ, ເພີ່ມເງິນເດືອນ ແລະ ຕ້ານການສໍ້ລາດບັງຫລວງ...

        ກ່ອນທີ່ດຳເນີນການເລືອກຕັ້ງ, ປະເທດ ອາເມລິກາ ຍັງມີຫລາຍບັນຫາຄ້າງຄາຕ້ອງໄດ້ແກ້ໄຂ. ແລະພາຍຫລັງການເລືອກຕັ້ງ ແມ່ນການແບ່ງແຍກຢ່າງເລິກເຊິ່ງໃນສັງຄົມ ອາເມລິກາ ກ່ຽວກັບທິດທາງນຳພາປະເທດ. ປັດຈຸບັນ, ສິ່ງທີ່ບັນດາຜູ້ມີສິດເລືອກຕັ້ງຂອງທັງ 2 ພັກມີຄວາມຄາດຫວັງທີ່ສຸດ ນັ້ນອາດຈະແມ່ນການຮຳບາດແຜຂອງປະເທດ ເຊິ່ງໃນປັດຈຸບັນຍັງແບ່ງແຍກຫລາຍຂົ້ວເກີນໄປ, ໃນສະພາບແວດລ້ອມດ້ານການເມືອງຢູ່ ອາເມລິກາ ພວມຢູ່ໃນສະພາບການເກີດຄວາມແບ່ງແຍກຫລາຍທີ່ສຸດ ນັບແຕ່ສົງຄາມກາງເມືອງ1861 – 1865./.

ຕອບກັບ

ຂ່າວ/ບົດ​ອື່ນ