ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້

(VOVWORLD) - ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ.

        ມື້ນີ້, ປະຊາຊົນ ຫວຽດນາມ ກ່ວາ 96 ລ້ານຄົນ ມີຄວາມຟົດຟື້ນມ່ວນຊື່ນຂ່ຳນັບຮັບຕ້ອນວັນຊາດ 2/9. ກ່ອນນີ້ 75 ປີ (2/9/1945), ໃນລະດູໃບໄມ້ຫຼົ່ນປະຫວັດສາດ, ປະທານໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ,  ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຖະແຫຼງການປະກາດເອກະລາດທີ່ອະມະຕະໃນວັນທີ 02 ກັນຍາ 1945 ນັ້ນໄດ້ເປີດສັງກາດໃໝ່ໃຫ້ ຫວຽດນາມ. 75 ປີຜ່ານມາ, ທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນ, ເສຍສະຫຼະທີ່ເຕັມໄປດ້ວຍຄວາມທຸກຍາກລຳບາກ ເພື່ອສ້າງໄດ້ພາລະກິດໃຫຍ່ຫລວງຄືທຸກວັນນີ້. ນັບແຕ່ລະດູໃບໄມ້ຫຼົ່ນນັ້ນ, ປະເທດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນທົບຫລາຍເທົ່າ ແລະ ກາຍເປັນປະເທດທີ່ມີອິດທິພົນຊື່ສຽງຢູ່ເວທີສາກົນ.

ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້ - ảnh 1 ພາບປະກອບ / tuyengiao.vn

        75 ປີໄດ້ຜ່ານພົ້ນໄປ ແຕ່ຖະແຫຼງການປະກາດເອກະລາດ ໂດຍປະທານໂຮ່ຈີມິນ ກ່າວຢູ່ສະໜາມຫລວງ ບາດີ່ງ ໃນລະດູໃບໄມ້ຫຼົ່ນຄາວນັ້ນ ຍັງຄົງດັງກອງກັງວານໄປທົ່ວປະເທດ, ຊຶມເລິກເຂົ້າດວງໃຈຂອງຊາວ ຫວຽດນາມ. ວັນຊາດ - ວັນບຸນເອກະລາດ, ປະຊາຊົນ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ມີຄວາມເອກອ້າງທະນົງໃຈກ່ຽວກັບໝາກຜົນການປະຕິວັດ.

ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ.

1. ໝາກຜົນ 75 ປີແຫ່ງການກໍ່ສ້າງພາລະກິດອັນໃຫຍ່ຫລວງຂອງປະເທດ ຫວຽດນາມ

        ໂດຍສືບທອດແນວຄວາມຄິດ, ນະໂຍບາຍການຕ່າງປະເທດຂອງປະທານໂຮ່ຈີມິນ ແລະ ປະຕິບັດແນວທາງປ່ຽນແປງໃໝ່ໄປພ້ອມໆກັນ, ໃນຕະຫລອດ 75 ປີຜ່ານມາ, ການປະຕິວັດຂອງ ຫວຽດນາມ ໄດ້ບັນລຸຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ.

        ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189/193 ປະເທດສະມາຊິກສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານກັບ 30 ປະເທດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢືນຢັນວ່າ:

        “ໃນສະພາບການເສດຖະກິດໂລກ, ສະພາບການແກ່ງແຍ້ງສິດອຳນາດລະຫວ່າງບັນດາປະເທດໃຫຍ່ ກໍ່ຄືການຂາດສະຖຽນລະພາບຢູ່ບັນດາພາກພື້ນ, ພວກເຮົາສືບຕໍ່ຮັກສາ, ພັດທະນາການພົວພັນຂອງ ຫວຽດນາມ ກັບບັນດາປະເທດທັງໝົດໄວ້; ພິເສດແມ່ນການພັດທະນາການພົວພັນເປັນປົກກະຕິຂອງ ຫວຽດນາມ ກັບບັນດາປະເທດໃຫຍ່, ບັນດາປະເທດສຳຄັນ, ບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ.

ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້ - ảnh 2  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ 

        ຢູ່ພາຍໃນປະເທດ, ສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ໄລ່ຮອດທ້າຍປີ 2019, ຕົ້ນປີ 2020 ມີຈຸດພົ້ນເດັ່ນຫລາຍຢ່າງ, ເປັນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ຜົນສຳເລັດຂອງດ້ານເສດຖະກິດ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃຫຍ່, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງເສດຖະກິດໂລກ, ພາກພື້ນ. ປີ 2019, ການເຕີບໂຕເສດຖະກິດບັນລຸ 7,02% ເປັນປີທີ 2 ຕິດຕໍ່ກັນທີ່ການເຕີບໂຕເສດຖະກິດ ຫວຽດນາມ ບັນລຸກ່ວາ 7% ນັບແຕ່ປີ 2011 ເປັນຕົ້ນມາ. ອົງການເງິນຕາສາກົນ (IMF) ໄດ້ຕີລາຄາວ່າ ຫວຽດນາມ ນອນໃນຈຳນວນ 20 ພື້ນຖານເສດຖະກິດທີ່ມີການປະກອບສ່ວນຫລາຍທີ່ສຸດເຂົ້າໃນການເຕີບໂຕທົ່ວໂລກປີ 2019. ຫວຽດນາມ ໄດ້ກາຍເປັນຕ່ອງໂສ່ສຳຄັນໃນການຮ່ວມສຳພັນເສດຖະກິດທົ່ວໂລກ ໂດຍຜ່ານການເຊັນສັນຍາການຄ້າເສລີຫລາຍສະບັບ, ຜ່ານນັ້ນ ໄດ້ສ້າງບັນດາກຳລັງໜູນອັນໃຫຍ່ຫລວງໃຫ້ແກ່ການພັດທະນາ ຄືສັນຍາການຄ້າເສລີກັບສະຫະພາບເອີຣົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ນີ້ ກໍ່ເປັນຕົວຢ່າງໜຶ່ງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ຖືວ່າ:

        “EVFTA ກໍ່ຄື EVIPA ໄດ້ສ້າງບັນດາພື້ນຖານສຳຄັນທີ່ສຸດ, ທີ່ຕັ້ງຂອງ ຫວຽດນາມ ໄດ້ຮັບການຢັ້ງຢືນຢ່າງແຮງທີ່ສຸດຢູ່ເວທີສາກົນ ຄືແມ່ນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນຢ່າງໃຫຍ່ຫລວງ ແລະ ມີຄວາມຮັບຜິດຊອບໃນການພັດທະນາຂອງໂລກາພິວັດ, ຕາມທິດຫັນການຄ້າເປັນເສລີ ແລະ ສະດວກ.

        ຕາມການຈັດອັນດັບຂອງເວທີປາໄສເສດຖະກິດໂລກ (WEF) ແລ້ວ, ກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກຂອງເສດຖະກິດ ຫວຽດນາມ ໄດ້ເພີ່ມຂຶ້ນ 10 ຂັ້ນ ເມື່ອທຽບໃສ່ປີ 2018, ຂຶ້ນມາຢູ່ອັນດັບທີ 67 ໃນຈຳນວນ 141 ປະເທດ ແລະ ເຂດແຄ້ວນ ແລະ ຢືນອັນດັບທີ 8 ໃນຈຳນວນບັນດາພື້ນຖານເສດຖະກິດດີທີ່ສຸດໃນໂລກເພື່ອເຂົ້າມາລົງທຶນ (ເພີ່ມຂຶ້ນ 15 ຂັ້ນ ເມື່ອທຽບໃສ່ປີ 2018)…ບັນດາຜົນງານດັ່ງກ່າວ ໄດ້ປະກອບສ່ວນນຳປະເທດ ຫວຽດນາມ ກາຍເປັນໜຶ່ງໃນບັນດາພຶ້ືນຖານເສດຖະກິດເຕີບໂຕສູງ ໄດ້ຢູ່ໃນ top ນຳໜ້າຂອງພາກພື້ນ.

        ໄດ້ກ້າວເດີນອອກຈາກສົງຄາມ 2 ຄັ້ງ, ຫວຽດນາມ ໄດ້ສ້າງຄວາມປະທັບໃຈກັບເພື່ອນມິດສາກົນ ດ້ວຍຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງແຮງກ້າໃຫ້ແກ່ຊົນຊາດຕົນ. ປະຈຸບັນ, ໂລກໄດ້ເຫັນປະຈັກຕາ ຫວຽດນາມ ກາຍເປັນດິນແດນເພາະບົ່ມໃຫ້ແກ່ສັນຕິພາບ. ເປັນຄັ້ງທີ 2, ທີ່ປະເທດ ຫວຽດນາມ ໄດ້ມີຊື່ຢູ່ອົງການຈັດຕັ້ງຫລາຍຝ່າຍໃຫຍ່ກ່ວາໝູ່ໃນທົ່ວໂລກຢ່າງທະນົງອົງອາດ ເມື່ອ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ດ້ວຍບັດສະໜັບສະໜູນສູງສຸດໃນປະຫວັດສາດການປ່ອນບັດຂອງສະຫະປະຊາຊາດ.

        ມີຄວາມເອກອ້າງທະນົງໃຈ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ ຍ້ອນໄດ້ຮັບບັດສະໜັບສະໜູນເກືອບທັງໝົດ 192/193. ນັ້ນແມ່ນຕົວເລກສູງບັນລຸສະຖິຕິໃນປະຫວັດສາດ 75 ປີຂອງສະຫະປະຊາຊາດ, ເປັນພະຍານຫຼັກຖານຢ່າງຈະແຈ້ງທີ່ສຸດໃຫ້ແກ່ການປະກອບສ່ວນ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ເວທີສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໃຫ້ຮູ້ວ່າ:

        “ຫວຽດນາມ ໄດ້ຜ່ານຜ່າບັນດາບັນຫາໂດຍກົງທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງຕົນ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມ. ບັນດາປະເທດເຫັນໄດ້ບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ຄວາມສາມາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ສາມາດປະຕິບັດໄດ້.

ສ່ວນທ່ານອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງວິງ ຢືນຢັນວ່າ:

        “ທີ່ຕັ້ງຂອງ ຫວຽດນາມ ໄດ້ຍົກສູງຂຶ້ນ. ພວກເຮົາໄດ້ຜ່ານຜ່າຊຸມເດືອນປີອແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ເປັນທີ່ຈະແຈ້ງແລ້ວວ່າ ພວກເຮົາມີທີ່ຕັ້ງໃຫຍ່ຫລວງທີ່ສຸດຢູ່ເວທີສາກົນ, ທັງປະກອບສ່ວນເຂົ້າໃນການພັດທະນາ, ປະຕິບັດບັນດາເປົ້າໝາຍສະຫັດສະວັດກໍ່ຄືປະກອບສ່ວນສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ. ນັ້ນແມ່ນສິ່ງທີ່ໄດ້ຮັບການຕີລາຄາສູງທີ່ສຸດຈາກບັນດາປະເທດ.

        ປີ 2020, ຫວຽດນາມ ເປັນປະທານ ອາຊຽນ 2020. ໃນສະພາບການໂລກລະບາດໂຄວິດ-19 ມີການກະທົບຢ່າງຮ້າຍແຮງຕໍ່ປະເທດຕ່າງໆເກືອບທັງໝົດໃນໂລກ, ສົ່ງຜົນສະທ້ອນໂດຍກົງເຖິງບັນດາລາຍການ, ແຜນການຂອງ ອາຊຽນ, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດທີ່ມີລັກສະນະໄຫວພິບຂອງຕົນ, ເຊື່ອມຕໍ່ ອາຊຽນ ພ້ອມກັນມີການກະທຳຮັບມືຕ້ານໂລກລະບາດ. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ຕີລາຄາວ່າ:

        “ຫວຽດນາມ ໄດ້ສະແດງໃຫ້ເຫັນ ລະດັບການນຳພາຢ່າງແຮງ ໃນການນຳໜ້າພາທາງລວມໝູ່ ເພື່ອສະກັດກັ້ນໂລກລະບາດໂຄວິດ-19 ໃນພາກພື້ນ. ອາຊຽນໄດ້ສາມັກຄີກັນ ແລະ ຮັບມືກັບໂລກລະບາດໂດຍໄວ, ຊຸກຍູ້ບັນດາປະເທດສະມາຊິກໂອ້ລົມສົນທະນາ ແລະ ຮ່ວມມືນຳກັນ.

ປະເທດຊາດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດອັນໃຫຍ່ຫລວງຄືວັນນີ້ - ảnh 3ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 (ພາບTTXVN)

        ບັນດາຜົນສຳເລັດເບື້ອງຕົ້ນໃນວິວັດການເປັນເຈົ້າການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ ແລະ ພວມໄດ້ຮັບການຄວບຄຸມເປັນຢ່າງດີ. ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມກ່ຽວກັບຄວາມເປັນເຈົ້າການ, ມີມາດຕະການແກ້ໄຂຢ່າງວ່ອງໄວ ແລະ ມີປະສິດທິຜົນ, ຮັບມືເປັນຢ່າງດີທີ່ສຸດຕໍ່ໂລກລະບາດໂຄວິດ-19 ໃນໂລກ…

    2. ຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງບົດບາດຂອງ ຫວຽດນາມ.

      ລະດູໃບໄມ້ຫຼົ່ນປີ 1945 ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຄືດັ່ງຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ. 70 ທີ່ຜ່ານມາ ປະເທດຊາດໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ ມີຄວາມໝາຍປະຫວັດສາດ “ບໍ່ມີຍາມໃດທີ່ມີພາລະກິດອັນຍິ່ງໃຫຍ່, ກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຄືໃນວັນນີ້”. ປະເທດເຊື່ອມໂຍງສາກົນຢ່າງກວ້າງຂວາງ, ທ່ວງທ່າຂອງປະເທດຊາດພວມກ້າວຂຶ້ນ. ຫວຽດນາມ ບໍ່ພຽງແຕ່ແມ່ນຄັນທຸງນຳໜ້າຂອງຂະບວນການປົດປ່ອຍຊາດເທົ່ານັ້ນ ຫາກຍັງເປັນແບບຢ່າງຂອງການປ່ຽນແປງໃໝ່, ພັດທະນາ, ສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ. ຖ້າຫາກວ່າອະດີດຕະການຂອງ ຫວຽດນາມ ໄດ້ເປັນຂີດໝາຍສຳລັບເພື່ອນມິດສາກົນ ຍ້ອນຄວາມຄາດຫວັງມີສັນຕິພາບອັນແຮງກ້າໃຫ້ແກ່ຊາດຕົນ, ໃນປັດຈຸບັນໂລກພັດໄດ້ເຫັນ ຫວຽດນາມ ຫັນປ່ຽນຢ່າງແຂງແຮງ ມີຄວາມຂະຫຍັນຂັນເຄື່ອນໃນການພັດທະນາເສດຖະກິດ ກາຍເປັນຈຸດທີ່ພົ້ນເດັ່ນໃນການເຕີບເສດຖະກິດໃນພາກພື້ນ. ທ່ານ ອົດສະມານ ດີອອນ ອະດີດຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

      ອັດຕາການຫຼຸດຜ່ອນຄວາມທຸກຍາກຢູ່ ຫວຽດນາມ ໃນຈຸດເວລານີ້ ໄດ້ຫຼຸດລົງຕ່ຳກວ່າ 10% ແລະ ອັດຕາຄວາມທຸກຍາກທີ່ສຸດກໍ່ໄດ້ຫຼຸດລົງຕ່ຳກວ່າ 3%, ເຊິ່ງເປັນຕົວເລກໜ້ອຍກວ່າອັດຕາມາດຕະຖານຂອງສາກົນ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງປະເທດໜຶ່ງທີ່ມີຕໍ່ກິດຈະການ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ.

      ຈາກປະເທດທີ່ທຸກຍາກ, ມີພື້ນຖານວັດຖຸເຕັກນິກ, ພື້ນຖານໂຄງລ່າງເສດຖະກິດ ສັງຄົມຫຼ້າຫຼັງ, ລະດັບຕ່ຳ ໄດ້ບືນຕົວຂຶ້ນກາຍເປັນກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ. ທ່ານ ໂທມາດ ຣາດ ຜູ້ອຳນວນການກອງທຶນພັດທະນາຊົນນະບົດສາກົນ ຕີລາຄາວ່າ:

     ຫວຽດນາມ ໄດ້ມີບາດກ້າວກະໂດດຂັ້ນເປັນໜ້າປະທັບໃຈ ກ່ຽວກັບການຫັນປ່ຽນເສດຖະກິດ. ຫວຽດນາມບໍ່ພຽງແຕ່ເປັນປະເທດ ທີ່ມີອັດຕາສ່ວນທາງດ້ານກະສິກຳສູງ ແລະ ມູນຄ່າກະສິກຳກໍ່ສູງທີ່ສຸດ. ຫວຽດນາມ ຈະມີບັນດາຜົນງານອັນໃຫຍ່ຫຼວງກວ່າເກົ່າ ແລະ ຈະເປັນແບບຢ່າງກ່ຽວກັບການພັດທະນາຊົນນະບົດ ກໍ່ຄືເສດຖະກິດເວົ້າລວມ.

     ກິດຈະການປ່ຽນແປງໃໝ່, ການເຊື່ອມໂຍງສາກົນຢ່າງກວ້າງເລິກເທື່ອລະກ້າວ ໄດ້ເຮັດໃຫ້ ຫວຽດນາມ ກາຍເປັນພາກສ່ວນໜຶ່ງຂອງພາກພື້ນ ແລະ ໂລກ. ຫວຽດນາມ ໃນວັນນີ້ ໄດ້ກາຍເປັນຄູ່ຮ່ວມມືທີ່ສຳຄັນຂອງຫຼາຍປະເທດ ໃນນັ້ນລວມທັງບັນດາປະເທດມະຫາອຳນາດ. ທ່ານ ເອກອັກຄະລັດຖະທູດອີນເດຍປະຈຳຫວຽດນາມ ປະລາໄນ ເວມາ ເວົ້າວ່າ:

       ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສະໜິດສະໜົມຂອງອິນເດຍ  ໃນສາຍພົວພັນຮ່ວມມືການເມືອງ, ເສດຖະກິດ ແລະ ການປ້ອງກັນຄວາມສະຫງົບຫຼາຍດ້ານ ແລະ ແມ່ນຕ່ອງໂສ້ຫຼັກໃນຄຳໝັ້ນສັນຍາຂອງອິນເດຍກັບຫວຽດນາມ,   ທັງແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ ໃນວິໄສທັດອິນເດຍ - ປາຊີຟິກ, ອິງໃສ່ບັນດາຄຸຄ່າ ແລະ ຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ ສະຖຽນລະພາບ ແລະ ວັດທະນະນາຖາວອນຂອງພາກພື້ນ.

       ຈາກການພົວພັນທີ່ເປັນປໍລະປັກກັນ ໃນປັດຈຸບັນ ອາເມລິກາ ໄດ້ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້. ສອງຝ່າຍບໍ່ພຽງແຕ່ໄດ້ຊອກເຫັນສຽງເວົ້າລວມ ໃນການຮ່ວມມືສອງຝ່າຍເທົ່ານັ້ນ ຫາກຍັງໄດ້ແບ່ງປັນນຳກັນກ່ຽວກັບທັດສະນະ ສຳລັບບັນດາບັນຫາຫຼາຍຝ່າຍ. ທ່ານ ເອກອັກຄະລັດຖະທູດ ອາເມລິກາ ດານີແອນ ເກີລິດເຕນ ບຮິງ ເວົ້າວ່າ:

    ບໍ່ມີຂອບເຂດຈຳກັດ ສຳລັບທຸກສິ່ງທີ່ ຫວຽດນາມ ແລະ ອາເມລິການ ສາມາດຮ່ວມມືນຳກັນໄດ້. ຂ້າພະເຈົ້າມີຄວາມປະເອີບໃຈທີ່ສຸດ ຕໍ່ອະນາຄົດພັດທະນາເສດຖະກິດຂອງ ຫວຽດນາມ. ຂ້າພະເຈົ້າມີຄວາມປະເອີບໃຈເຊັ່ນນັ້ນ ກໍ່ຍ້ອນວ່າຂ້າພະເຈົ້າໄດ້ເຫັນປະເທດ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ ວັດທະນາຖາວອນ ແລະ ມີເອກະລາດ, ແມ່ນປະເທດນຳພາໃນພາກພື້ນ. ພວກຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ ແລະ ພວກເຮົາສືບຕໍ່ປະກອບສ່ວນໃຫ້ແກ່ພາກພື້ນ ແລະ ໂລກ.

      ຈາກປະເທດໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ຫວຽດນາມ ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ ຂະນະທີ່ໄດ້ເລືອກຕັ້ງ ຫວຽດນາມ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດເປັນສອງຄັ້ງ, ໄດ້ເຂົ້າຮ່ວມການປຶກສາຫາລື  ແລະ ຕັດສິນ ແລະ ນຳສະເໜີ ບັນດາບັນຫາກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.                                     

    3. ຫວຽດນາມ ເຊື່ອໝັ້ນຢ່າງໜັກແໜ້ນ ຕໍ່ເສັ້ນທາງທີ່ຕົນເອງໄດ້ເລືອກເຟັ້ນ.

  ບັນດາຜົນງານທີ່ໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນວັນນີ້ ໄດ້ເລີ່ມມາຈາກການປະຕິວັດເດືອນ ສິງຫາ ປີ 1945 ໃນລະດູໃບໄມ້ຫຼົ່ນ ເຊິ່ງເປັນຂີດໝາຍບາດລ້ຽວປະຫວັດສາດຂອງຊາດ. ປັດຈຸບັນ, ບັນດາໝາກຜົນ ແລະ ໄຊຊະນະດັ່ງກ່າວສືບຕໍ່ສ້າງປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາຢ່າງແຂງແຮງກວ່າເກົ່າ ໃນສະພາບການໃໝ່ຂອງໂລກ ທີ່ເຕັມໄປດ້ວຍການຫັນປ່ຽນ. ໂດຍເປັນເຈົ້າການຍາດແຍ່ງກາລະໂອກາດ, ສ້າງທີ່ຕັ້ງບົດບາດ ແມ່ນໜຶ່ງໃນບັນດາບົດຮຽນທີ່ສຳຄັນ ເພື່ອສ້າງເປັນໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945. ບັນດາໝາກຜົນທີ່ບັນລຸໄດ້ໃນຕະຫຼອດ 75 ປີທີ່ຜ່ານມາ ນັບຕັ້ງແຕ່ ຫວຽດນາມ ໄດ້ປະກາດເອກະລາດ (1945 - 2020) ແລະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ການສືບທອດບັນດາບົດຮຽນເຫຼົ່ານັ້ນ. ໃນສະພາບການໃໝ່ຢູ່ພາກພື້ນ ແລະ ໂລກມີການຜັນປ່ຽນຫຼາຍຢ່າງ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່, ເປັນເຈົ້າການຍາດແຍ່ງກາລະໂອກາດ ຜ່ານຜ່າສິ່ງທ້າທາຍປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນຄວາມຄາດຫວັງ ສ້າງປະເທດ ຫວຽດນາມ ວັດທະນາຖາວອນ  ແລະ ຈະເລີນຮຸ່ງເຮືອງ ໃຫ້ປະກົດຜົນເປັນຈິງ ນຳປະເທດຊາດກ້າວຂຶ້ນສູ່ຫຼັກໝາຍໃໝ່: ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃນປີ 2045. ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ວ່າ:

     ສະພາບການສາກົນ ແລະ ສະພາບການຢູ່ພາຍໃນປະເທດໄດ້ສ້າງບັນດາກາລະໂອກາດ ແລະ ຄວາມສະດວກຫຼາຍຢ່າງ ແຕ່ກໍ່ຍັງມີຄວາມຫຍຸ້ງຍາກສິ່ງທ້າທາຍບໍ່ໜ້ອຍ, ເຊິ່ງໄດ້ຮຽກຮ້ອງໃຫ້ທົ່ພັກ ທົ່ວປວງຊົນ ແລະ ທົ່ວກອງທັບ ຕ້ອງມານະພະຍາຍາມຢ່າງສູງສຸດ ຕັດສິນໃຈຢ່າງສູງສຸດ ສູ້ຊົນເພື່ອເຮັດສຳເລັດໜ້າທີ່ຂອງປີ 2020 ຢ່າງມີໄຊ ເຊິ່ງຈຸດສຸມແມ່ນສູ້ຊົນເຮັດສຳເລັດບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມ, ເພີ່ມທະວີສະຖຽນລະພາບທາງດ້ານເສດຖະກິດມະຫາພາກ., ຍູ້ແຮງການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ສະຫວັດດີການສັງຄົມ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຮັກສາເອກະລາດ ປະຊາທິປະໄຕ ແລະ ສະພາບແວດລ້ອມແຫ່ງສັນຕິພາບ ສະຖຽນລະພາບ ເພື່ອພັດທະນາປະເທດຊາດ.

         “ປະເທດເຮົາ ບໍ່ມີຍາມໃດທີ່ມີພາລະກິດອັນຍິ່ງໃຫຍ່, ກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຄືໃນວັນນີ້”.   ຄຳເວົ້າຂອງທ່ານເລຂາທິການໃຫຍ່ ປະເທດປະເທດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນຄວາມເຊື່ອໝັ້ນຕົນເອງ, ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ໃນໄລຍະທີ່ຈະມາເຖິງ.  ໝາກຜົນຂອງການປະຕິວັດ ນັບແຕ່ລະດູໃບໄມ້ຫຼົ່ນປີ 1945 ແມ່ນປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງ ບົນເສັ້ນທາງທີ່ຕົນເອງໄດ້ເລືອກເຟັ້ນ ໃຫ້ໄລຍະປັດຈຸບັນ ແລະ ອະນາຄົດ. /.

ຕອບກັບ

ຂ່າວ/ບົດ​ອື່ນ