ປະເທດຕ່າງໆຄັດຄ້ານເລື່ອງ ສປປເກົາຫຼີ ຍິງດາວທຽມ Kwangmyongsong 3

​(vovworld) - ຍິ່ງຈະ​ຮອດ​ເວລາ​ທີ່ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕເກົາ​ຫຼີ (ສປປເກົາ​ຫຼີ) ຍິງ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ​ທີ່​ໃສ່​ຊື່ວ່າ  Kwangmyongsong 3 ​ເທົາ​ໃດ, ຈຳ​ນວນປະ​ເທດ​ທີ່​ຄັດຄ້ານ​ເຫດການ​ດັ່ງກ່າວ​ກໍ່​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ, ສ​ເກົາຫຼີ, ອາ​ເມ​ລິ​ກາ. ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ ສປປ​ເກົາຫຼີ​ ໄດ້​ຢັ້ງຢືນ​ວ່າ, ການ​ຍິງ​ດາວ​ທຽມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຈຸດໝາຍ​ສັນຕິພາບ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ອະດີດປະທານ ກິ​ມອິນ​ຊຸງ. ການ​ຍິງດາວ​ທຽມ Kwangmyongsong 3 ​ໄດ້​ເຮັດ​ໃຫ້​ສະຖານະ​ການ​ການ​ເມືອງ​ຢູ່​ໃນ​ໂລກ​ມີ​ຄວາມເຄັ້ງ​ຮ້ອນ​ຍິ່ງຂຶ້ນ.

ປະເທດຕ່າງໆຄັດຄ້ານເລື່ອງ ສປປເກົາຫຼີ  ຍິງດາວທຽມ Kwangmyongsong 3 - ảnh 1

ລູກສອນໄຟຈະນຳດາວທຽມ Kwangmyongsong-3 ຂຶ້ນວົງໂຄຈອນ

(ພາບ: AFP)

        ຕາມ​ວົງ​ການ​ເຈົ້າ​ໜ້າ​ທີ່ ສປປເກົາ​ຫຼີ ​ແລ້ວ, ດາວ​ທຽມ Kwangmyongsong 3 ທີ່​ຍິງຂຶ້ນ​ວົງ​ໂຄຈອນ ດ້ວຍ​ລູກ​ສອນ​ໄຟໄລຍະ​ໄກ Unha – 3 ​ໃນ​ເດືອນ​ນີ້​ ​ແມ່ນ​ມີ​ນ້ຳໜັກ 91 ​ໂຕນ, ຈະ​ຖືກ​ຍິງ​ຂຶ້ນ​ຈາກ​ຖານ​ຍິງ​ລູກ​ສອນ​ໄຟ​ແຫ່ງ​ໜຶ່ງ​ຢູ່​ທິດ​ເໜືອ​ຂອງ ສປປເກົາ​ຫຼີ  ​ແລະ ຈະ​ມຸ້ງ​ໄປ​ສູ່​ທາງ​ທິດ​ໃຕ້. ຄາດ​ວ່າ, ດາວ​ທຽມ​ຈະ​ແຍກ​ສ່ວນບັນຈຸ​ເຊື້ອ​ເພີງ​ໄລຍະ​ໜຶ່ງ​ລົງທະ​ເລເຫຼືອງ ທີ່ຫ່າງ​ຈາກ​ເກາະ Byeonsan ຂອງ ສ​ເກົາຫຼີ​ ປະມານ 160 ກ.ມ, ຫຼັງ​ຈາກ​ນັ້ນ​ແມ່ນ​ປະຕິບັດ​ການ​ແຍກ​ໄລຍະ 2 ຢູ່​ເຂດ​ທີ່​ຫ່າງ​ຈາກ​ເກາະ Luzon ຂອງຟິລິບ​ປິນ ​ໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ 140 ກ.ມ. ສ່ວນ​ລູກ​ສອນ​ໄຟ Unha – 3 ​ແມ່ນ​ໄດ້​ປະກອບ​ລະບົບ​ດັບ​ສູນ​​ເອງ. ດັ່ງ​ນັ້ນ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ. ພຽງ​ຢາງ​ ກໍ່​ຢັ້ງຢືນ​ວ່າ, ນີ້​ແມ່ນ​ດາວ​ທຽມ​ສັນຕິພາບ ​ເພື່ອ​ແນ​ໃສ່​ພັດທະນາ​ວິທະຍາສາດ ​ເຕັກນິກ​ຂອງ ສປປເກົາ​ຫຼີ ​ແລະ ​ການ​ຍິງ​ດາວ​ທຽມ​ຄັ້ງ​ນີ້​ແມ່ນ​ໄດ້​ຮັບ​ການ​ວາງ​ແຜນມາ​ແຕ່​ດົນ​ນານ​ແລ້ວ. ຂະ​ບວນວິວັດ​ທັງ​ໝົດ​ຂອງ​ການ​ຍິງ​ດາວ​ທຽມ​ຈະ​ຮັບປະກັນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ​ໂປ່​ງ​ໃສ. ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ ​ແຜນການ​ຍິງ​ດາວ​ທຽມ​ຈະ​ມາ​ເຖິງ​ຂອງ​ຕົນ​ແມ່ນ​ເພື່ອ​ຈຸດປະສົງ​ຮັບ​ໃຊ້​ພົນລະ​ເຮືອນ​ນັ້ນ, ສປປເກົາ​ຫຼີ  ​ໄດ້​ອະນຸຍາດ​ໃຫ້​ນັກ​ຂ່າວ​ຕ່າງປະ​ເທດ​ນັບ​ສິບ​ຄົນ​ມາ​ສູນ​ອາະວະ​ກາດ Tongchang-ri, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ຈະ​ດຳ​ເນີນ​ການ​ຍິງດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ​ຂຶ້ນ​ວົງ​ໂຄຈອນດ້ວຍ​ລູກ​ສອນ​ໄຟ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ພຽງ​ຢາງ ​ອະນຸຍາດ​ໃຫ້​ວົງ​ການ​ນັກ​ຂ່າວ​ສາກົນ​ໄດ້​ສຳ​ພັດ​ກັບ​ສູນ​ອະວະກາດຂອງ​ປະ​ເທດ​ຕົນ. ສປປເກົາ​ຫຼີ ກໍ່​ໄດ້​ເຊີນ​ອົງການ​ອະວະກາດ​ຂອງ​ຫຼາຍ​ປະ​ເທດ​ມາ​ສັງ​ເກດ​ການ​ຍິງ​ດາວ​ທຽມ​ເຊັນ​ດຽວ​ກັນ.

        ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ອະທິບາຍ ​ແລະ​ ເຈດ​ຕະນາ​ດີ​ຂອງ ສປປເກົາ​ຫຼີ , ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ແຜນການ​ນີ້, ​ໃນ​ນັ້ນ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ​ເກົາຫຼີ ​ໄດ້​ຄັດຄ້ານ​ຢ່າງ​ຮຸນ​ແຮງ. ບັນດາ​ປະ​ເທດ​ເຫຼົ່າ​ນີ້​ຖື​ວ່າ, ຄວາມ​ຈິງ​ຂອງ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄລຍະ​ໄກ, ​ແມ່ນ​ການລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ສປຊ. ຍ້ອນ​ເຫດ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton ​ໄດ້​ເວົ້າ​ວ່າ, ຄຳ​ປະກາດ​ດັ່ງກ່າວ​ແມ່ນ​ມີ​ລັກສະນະ​ເກາະ​ຜິດ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ພຽງ​ຢາງ ປະຕິບັດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ  ທີ່ຫ້າມ​ປະ​ເທດ​ນີ້​ບໍ່​ໄດ້​ຍິງ​ລູກ​ສອນ​ໄພ​ນຳ​ວິຖີ​. ທ່ານ​ນາງ Hillary Clinton ຢັ້ງຢືນ​ວ່າ, ການ​ກະທຳ​ຍິງ​ລູກ​ສອນ​ໄຟ​ຄື​ດັ່ງກ່າວ ​ແມ່ນ​ການ​ຂົ່ມຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ອາ​ເມ​ລິ​ກາ​ ກໍ່​ຕົກລົງ​ຢຸດຕິ​ແຜນການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ທັນ​ຍາ​ຫານ 240 000 ​ໂຕນ ​ໃຫ້​ແກ່ ສປປເກົາ​ຫຼີ , ​ນີ້​ແມ່ນ​ຂໍ້​ຕົກລົງທີ່​ສອງ​ປະ​ເທດ​ບັນລຸ​ໄດ້​ເມື່ອ​ເດືອນ 2 ຜ່ານ​ມາ. ວັນ​ທີ 9/4, ອາ​ເມ​ລິ​ກາ​ ໃຫ້ຮູ້​ວ່າ, ​ເຂົາ​ເຈົ້າ​ພວມ​ຊຸກຍູ້​ຈີນ​ ກໍ່​ຄວາມດັນ ​ເພື່ອ​ໃຫ້ ສປປເກົາ​ຫຼີ  ຢຸດຕິ​ເລື່ອງ​ຍິງ​ລູກ​ສອນ​ໄຟ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ​ໂດຍ​ມີ​ທັດສະນະ​ດຽວ​ກັນກັບ​ອາ​ເມ​ລິ​ກາ, ລັດຖະບານ​ສ​ເກົາຫຼີ ກໍ່​ຖື​​ເຫດການ​ດັ່ງກ່າວ​ແມ່ນ​ການ​ກະທຳເພື່ອ​ແນ​ໃສ່​ພັດທະນາ​ລູກ​ສອນ​ໄຟ​ນຳ​ວິຖີໄລຍະ​ໄກ. ຍີ່​ປຸ່ນກໍ່​ຢັ້ງຢືນ​ວ່າ, ບໍ່​ວ່າການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີໃດໆຂອງ​ພຽງຢາງ​ ກໍ່​ລ້ວນ​ແຕ່​ແມ່ນ​ການລະ​ເມີດ​ມະຕິຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ.

ປະເທດຕ່າງໆຄັດຄ້ານເລື່ອງ ສປປເກົາຫຼີ  ຍິງດາວທຽມ Kwangmyongsong 3 - ảnh 2
ດາວທຽມ Kwangmyongsong-3 ໜັກ91 ໂຕນ
(ພາບ: google.com.vn)

        ​ໃນ​ສອງ, ສາມ​ມື້​ມໍ່ໆ​ມາ​ນີ້, ການ​ຄັດຄ້ານ​ຂອງ​ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ​ໃນ​ຂະນະ​ທີ່​ກອງ​ທັບ​ປະ​ເທດ​ນີ້​ເລີ່​ມຜັນ​ຂະຫຍາຍ​ອາວຸດ​ທີ່​ທັນ​ສະ​ໄໝ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ. ຢູ່ໂຕ​ກຽວ, ບັນດາ​ລູກ​ສອນ​ໄຟ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ພ້ອມ​ກັນ​ນັ້ນ​ແມ່ນ​ກ່ຳ​ປັ່ນ Aegis ປະກອບ​ລູກ​ສອນ​ໄຟ​ສະກັດ​ຕີ SM-3 ລວມ 3 ລຳ  ກໍ່​ຖືກສົ່ງ​ມາ​ເຂດ​ທະ​ເລ ​ຮົວຕຸ​ງ ​ເພື່ອ​ຍິງ​ລູກ​ສອນ​ໄຟ​ຂອງ ສປປເກົາ​ຫຼີ  ​ຖ້າ​ຫາກ​ມັນ​ໄດ້​ຮັບ​ການຍິງ​ບໍ່​ຖືກ​ທິດ ​ແລະ ​ຕົກລົງ​ດິນ​ແດນ​ຂອງ​ຍີ່ປຸ່ນ. ສ່ວນ​ອາ​ເມ​ລິ​ກາ​ກໍ່​ໄດ້​ຜັນ​ຂະຫຍາຍ​ລະບົບ rada ​ເຄື່ອນ​ທີ່​ທີ່​ທັນ​ສະ​ໄໝ SBX-1 ຈາກ Hawai, ກຳ​ປັ່ນ Aegis ຂອງ​ກອງທັບ​ເຮືອ ອາ​ເມ​ລິ​ກາ​ກໍ່​ໄດ້​ອອກ​ຈາກ​ຖານ​ທີ່​ໝັ້ນ​ແລ້ວ.

​      ໂດຍ​ໂຕ້​ຕອບ​ຕໍ່​ຄວາມດັນ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຍີ່​ປູ່​ນ, ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ, ພຽງ​ຢາງ​ ກໍ​ກ່າວ​ເຕືອນ​​ວ່າ​: ການ​ຍິງ​ສະກັດ​ດາວ​ທຽມ​ຂອງ​ປະ​ເທດ​ນີ້​​​ແມ່ນ​ການ​ກະທຳກໍ່​ສົງຄາມ. ສປປ ​ເກົາຫຼີ ຈະ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດໂດຍ​ທັນທີ, ​ດ້ວຍ​ການ​ບຸກ​ໂຈມ​ຕີ​ທີ່ມີ​ລັກສະນະລ້າງຜານ​.

        ຈຸດ​ເວລາ​ທີ່ ສປປ ​ເກົາຫຼີ ຍິງ​ດາວ​ທຽມ Kwangmyongsong 3 ​ໃກ້ໆຈະ​ມາ​ຮອດ​ແລ້ວ (ຄາດ​ວ່າ​ນັບ​ແຕ່​ວັນ​ທີ 12 – 16/4), ​ແລະ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງຝ່າຍຕ່າງໆ​​ກໍ່ພວມ​ເພີ່ມ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ສັງ​ເກດ​ການ​ຫຼາຍ​ທ່ານ​ຖື​ວ່າ: ​ການ​ປະ​ທະ​ກັນ​ຂະໜາດ​ໃຫຍ່ຍາກ​ທີ່​ຈະ​ເກີດ​ຂຶ້ນ​​, ​ແຕ່​ດ້ວຍ​ທ່າ​ອຽງ​ຄື​ປະຈຸ​ບັນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຄວາມ​ມານ​ະພະຍາຍາມ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃນ​​ແຫຼມ​ເກົາຫຼີ​ ເຊິ່ງຝ່າຍ​ຕ່າງໆ ​ໄດ້​ມະນະ​ພະຍາຍາມ​ກໍ່ສ້າງ​ໃນ​ໄລຍະ​ຜ່ານ​ມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ