ປະ​ເທດ​ຕ່າງໆ​ໃຊ້​ບ້ວງ​ເງິນ​ຊຸກ​ຍູ້​ເສດ​ຖະ​ກິດ ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ-19

(VOVWORLD) - ຕໍ່ໜ້າໄພອັນຕະລາຍພື້ນຖານເສດຖະກິດຖືກຊຸດໂຊມຢ່າງໜັກໜ່ວງ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ນັ້ນ, ຫຼາຍພື້ນຖານເສດຖະກິດໃຫ່ຍໃນໂລກ ໄດ້ຍົກອອກບັນດາບ້ວງເງິນກະຕຸກຊຸກກຍູ້ເສດຖະກິດຢ່າງມະຫາສານ ຊ້ຳບໍ່ໜຳແມ່ນໃນຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ. ແຕ່ເຖິງຢ່າງໃດກໍ່ຕາມ, ມີຫຼາຍຂໍ້ສັງເກດວ່າ: ອາດຈະເກີດການຊຸດໂຊມເສດຖະກິດໃນຂອບຂະໜາດທົ່ວໂລກ ຊື່ງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງສືບຕໍ່ມີບັນດາການກະທຳຢ່າງແຮງກ່ວາອີກ.
ປະ​ເທດ​ຕ່າງໆ​ໃຊ້​ບ້ວງ​ເງິນ​ຊຸກ​ຍູ້​ເສດ​ຖະ​ກິດ  ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ-19 - ảnh 1

ພາບ: AP

   ໂລກລະບາດໄດ້ກໍ່ຜົນກະທົບຢ່າງໃຫ່ຍຫຼວງ ຕໍ່ບັນດາການເຄື່ອນໄຫວຜະລິດ, ເສດຖະກິດຂອງບັນດາປະເທດໃນໂລກເກືອບທັງໝົດ. ເພື່ອສະກັດກັ້ນ ແລະ ຈຳກັດການກະທົບຂອງໂລກລະບາດ, ບັນດາພື້ນຖານເສດຖະກິດໄດ້ຍົກອອກຫຼາຍບ້ວງເງິນກະຕຸກຊຸກຍູ້ເສດຖະກິດຢ່າງແຮງ ດ້ວຍຈຳນວນນັບເປັນພັນໆຕື້ USD. ແຕ່ເຖິງແນວນັ້ນກໍ່ຕາມ, ໄພຊຸດໂຊມຍັງຖືກຕີລາຄາວ່າ ແມ່ນຢູ່ໃນລະດັບສູງ ຊື່ງແມ່ນສິ່ງທ້າທາຍໃຫ່ຍຂອງທົ່ວໂລກ.

ບັນດາບ້ວງເງິນກະຕຸກຊຸກຍູ້ເສດຖະກິດທີ່ທີ່ມະຫາສານ

   ໜ້າສົນໃຈທີ່ສຸດແມ່ນ ໃນບັນດາການກະທຳກູ້ຊ່ວຍພື້ນຖານເສດຖະກິດແຫ່ງຊາດ ຕໍ່ໄພອັນຕະລາຍຊຸດໂຊມຍ້ອນໂລກລະບາດໂຄວິດ-19 ນັ້ນ ແມ່ນແຜນການຍົກອອກຈຳນວນເງິນນັບພັນຕື້ USD ໂດຍອາເມລິກາ ພວມຜັນຂະຫຍາຍ. ລະອຽດຄື: ວົງການນັກການເມືອງອາເມລິກາ ພວມກ້າວໄປເຖິງເລື່ອງຮັບຮອງເອົາບ້ວງເງິນກະຕຸກຊຸກຍູ້ປີການເງິນທີ່ມີມູນຄ່າ 2000 ຕື້ USD. ຊື່ງເງິນຈຳນວນດັ່ງກ່າວນີ້ ຈະໄດ້ໜູນຊ່ວຍໂດຍກົງໃຫ້ແຕ່ລະຄອບຄົວ, ໜູນຊ່ວຍການປະກັນໄພຫວ່າງງານເປີດກ້ວາງ, ບັນດາບ້ວງເງິນກູ້ຢືມບຸລິມະສິດໃຫ້ແກ່ບັນດາວິສາຫະກິດ ແລະ ບັນດາແຫຼ່ງກຳລັງສາທາລະນະສຸກໃຫ້ແກ່ບັນດາໂຮງໝໍ, ບັນດາລັດ ແລະ ເຂດແຄ້ວນຕ່າງໆ. ນອກຈາກນັ້ນແລ້ວ, ຮ່າງກົດໝາຍກໍ່ຮຽກຮອ້ງໃຫ້ບັນດານັກສະໜອງປະກັນໄພ ຕ້ອງຈ່າຍຄ່າບໍລິການສະກັດກັ້ນໂລກລະບາດໂຄວິດ-19.

   ພ້ອມກັບອາເມລິກາ, ຫວ່າງແລ້ວນີ້, ເອີລົບ ກໍ່ໄດ້ຍົກອອກຫຼາຍບ້ວງເງິນກະຕຸກຊຸກຍູ້ເສດຖະກິດຢ່າງມະຫາສານ ດ້ວຍຈຳນວນຫຼາຍກ່ວາ 1500 ຕື້ USD. ຝະລັ່ງ ຖືກຖືວ່າແມ່ນປະເທດເອີລົບ ທີ່ໃຊ້ ຈ່າຍຫຼາຍກ່ວາໝູ່ ໃນຄວາມມານະພະຍາຍາມກະຕຸກຊຸກຍູ້ເສດຖະກິດ, ໃຫ້ຄຳໝັ້ນໝາຍວ່າ ຈະບໍ່ໃຫ້ບໍລິສັດໃດຖືກຊຸດໂຊມ. ໃນຂະນະນັ້ນ, ລັດຖະບານເຢຍລະມັນ ໄດ້ເຫັນດີເປັນເອກະສັນ ຕໍ່ບ້ວງເງິນໜູນຊ່ວຍເສດຖະກິດຂຶ້ນເຖິງກ່ວາ 166 ຕື້ USD ເພື່ອຮັບມືກັບການກະທົບຂອງໂລກລະບາດໂຄວິດ-19. ແອັດສະປາຍ ກໍ່ໄດ້ປະກາດບ້ວງເງິນກູ້ຊ່ວຍທີ່ມີມູນຄ່າ 220 ຕື້ USD,  ສ່ວນອັງກິດ ກໍ່ໃຫ້ຮູ້ວ່າ ຈະໜູນຊ່ວຍບ້ວງເງິນກູ້ຢືມໃນເບື້ອງຕົ້ນທີ່ມີມູນຄ່າ 400 ຕື້ USD ໃຫ້ແກ່ບັນດາບໍລິສັດຜ່ານຜ່າຄວາມຫຍຸ້ງຍາກ ໂດຍໂລກລະບາດກໍ່ຂຶ້ນ.

ປະ​ເທດ​ຕ່າງໆ​ໃຊ້​ບ້ວງ​ເງິນ​ຊຸກ​ຍູ້​ເສດ​ຖະ​ກິດ  ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ-19 - ảnh 2

ປະທານາທິບໍດີ ສ.ເກົາຫຼີ (ຂວາ) ໃນວາລະປະຊຸມທີ 2 ສະພາເສດຖະກິດຮີບດ່ວນຢູ່ເຊີອູນ (ພາບ: Yonhap/ TTXVN)

 

    ຢູ່ອາຊີ, ວັນທີ 24 ມີນາ, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໄດ້ປະກາດແຜນການເພີ່ມບ້ວງເງິນໜູນຊ່ວຍຮີບດ່ວນຂຶ້ນທົບສອງເທົ່າ ເປັນ 80 ຕື້ USD ເພື່ອໜູນຊ່ວຍບັນດາວິສາຫະກິດຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ກ່ອນໜ້ານັ້ນມື້ 1, ຍີ່ປຸ່ນ ກໍ່ໄດ້ໃຫ້ຂໍ້ມູນກ່ຽວກັບບ້ວງເງິນກະຕຸກຊຸກຍູ້ເສດຖະກິດຢ່າງ “ມະຫາສານ” ຊື່ງທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ໃຫ້ຄຳໝັ້ນໝາຍແລ້ວ, ໃນນັ້ນລວມມີການໃຊ້ຈ່າຍຢ່າງໜ້ອຍສຸດແມ່ນ 137 ຕື້ USD.

ໄພຊຸດໂຊມເສດຖະກິດຍັງຢູ່ໃນລະດັບສູງ

   ເປັນໜ້າເສຍດາຍແມ່ນ ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມກູ້ຊ່ວຍເສດຖະກິດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຂອງບັນດາພື້ນຖານເສດຖະກິດໃຫ່ຍນັ້ນ,  ໄພເກີດການຊຸດໂຊມດ້ານເສດຖະກິດທົ່ວໂລກ ຍັງໄດ້ຮັບການຕີລາຄາວ່າ ແມ່ນຢູ່ໃນລະດັບສູງທີ່ສຸດ. ວັນທີ 23 ມີນາ, ກອງທຶນເງິນຕາສາກົນ (IMF) ໄດ້ໃຫ້ຂໍ້ສັງເກດວ່າ: ຜົນເສຍຫາຍໂດຍໂລກລະບາດໂຄວິດ-19 ກໍ່ຂຶ້ນຕໍ່ເສດຖະກິດທົ່ວໂລກໃນປີ 2020 ແມ່ນອາດຈະຫຼາຍກ່ວາວິກິດການການເງິນທົ່ວໂລກເມື່ອປີ 2009 ແລະ ຈະຮຽກຮ້ອງຕ້ອງມີປະຕິກິລິຍາທີ່ບໍ່ເຄີຍມີມາກ່ອນ. ທ່ານ Kristalina Georgieva ຜູ້ອຳນວຍການໃຫ່ຍ IMF ຢືນຢັນວ່າ: ເສດຖະກິດໂລກພວມເຫັນປະຈັກຕາບັນດາຜົນເສຍຫາຍທີ່ “ທໍລະຫົດ” ທີ່ສຸດ ໂດຍໂລກລະບາດໂຄວິດ-19 ກໍ່ຂຶ້ນ ພ້ອມທັງກ່າວເຕືອນວ່າ ເສດຖະກິດທົ່ວໂລກມີໄພຕ້ອງປະເຊີນໜ້າກັບການເຕີບໂຕຕິດລົບ.

   ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງປະເທດຕ່າງໆຍົກອອກບັນດາບ້ວງເງິນກະຕຸກຊຸກຍູ້ຢ່າງມະຫາສານ ເພື່ອກູ້ເອົາພື້ນຖານເສດຖະກິດ ແມ່ນການກະທຳອັນຈຳເປັນ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນສະພາບການເສດຖະກິດທົ່ວໂລກຖືກຜົນກະທົບຈາກໂລກລະບາດ ແລະ ທ່າອ່ຽງຫັນເປັນໂລກາພິວັດທາງດ້ານເສດຖະກິດ ນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ, ມາດຕະການດັ່ງກ່າວກໍ່ເປັນພຽງແຕ່ ມາດຕະການໂດຍຊົ່ວຄາວ, ແກ້ໄຂຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດເທົ່ານັ້ນ. ເພື່ອເສີມຂະຫຍາຍຜົນປະໂຫຍດຂອງບັນດາບ້ວງເງິນກະຕຸກຊຸກຍູ້ໃຫ້ເປັນຢ່າງດີທີ່ສຸດ, ຕ້ອງມີການສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງບັນດາປະເທດໃນທົ່ວໂລກ, ກ່ອນອື່ນໝົດແມ່ນການຮ່ວມແຮງຮ່ວມໃຈ ສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປ.

 


ຕອບກັບ

ຂ່າວ/ບົດ​ອື່ນ