ປະເທດຝລັ່ງ ມານະພະຍາຍາມສ້າງພາບພົດຄືນໃຫມ່ດ້ວຍຄຳໝັ້ນສັນຍາໃຫມ່

(VOVWORLD) -ການເຈລະຈາໃນທົ່ວປະເທດຝລັ່ງແມ່ນເລີ່ມດຳເນີນໃນວັນທີ 15 ມັງກອນ. ຂໍ້ລິເລີ່ມນີ້ ໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍົກອອກມາ ເພື່ອແນໃສ່ທາບທາມຄຳເຫັນຈາກປະຊາຊົນພາຍຫລັງຂາດສະຖຽນລະພາບໃນຫລາຍມື້ຍ້ອນບັນດາການແຫ່ຂະບວນປະທ້ວງຂອງ “ຝ່າຍເສື້ອເຫລືອງ”. ການນຳ ຝລັ່ງ ມີຄວາມເຊື່ອໝັ້ນວ່າ ບັນດາຂໍ້ສະເຫນີຂອງປະຊາຊົນ ຈະຊ່ວຍສ້າງຄຳໝັ້ນສັນຍາໃຫມ່ໃຫ້ແກ່ປະເທດຊາດ, ຟື້ນຟູການເຄື່ອນໄຫວຂອງລັດຖະບານ ແລະ ສະພາແຫ່ງຊາດຄືນໃຫມ່ ກໍຄືສ້າງບົດບາດຂອງປະເທດຝລັ່ງ  ຢູ່ ເອີລົບ ແລະ ໃນເວທີສາກົນຄືນໃຫມ່.

ໃນຈົດໝາຍສົ່ງເຖິງທົ່ວປວງຊົນ ຝລັ່ງ, ທ່ານ E. Macron ຢືນຢັນວ່າ ການເຈລະຈາໃນທົ່ວປະເທດຈະແກ່ຍາວຮອດວັນທີ 15 ມີນາ ແລະ ບໍ່ແມ່ນການເລືອກຕັ້ງ ຫລື ການລົງປະຊາມະຕິ. ແລະ ບັນດາການເຈລະຈານີ້ຈະຊ່ວຍຫັນຄວາມຄຽດແຄ້ນເປັນມາດຕະການແກ້ໄຂໃຫ້ແກ່ປະເທດຊາດຢ່າງແທດຈິງ.

ປະເທດຝລັ່ງ ມານະພະຍາຍາມສ້າງພາບພົດຄືນໃຫມ່ດ້ວຍຄຳໝັ້ນສັນຍາໃຫມ່ - ảnh 1 ແຫ່ຂະບວນປະທ້ວງຂອງພວກເສື້ອເຫຼືອງຢູ່ ຝລັ່ງ (ພາບ: AP)

ພາບພົດຂອງປະເທດຝລັ່ງ ຖືກຜົນສະທ້ອນຢ່າງແຮງຍ້ອນສະພາບຈະລາຈົນວຸ້ນວາຍ.

ນັບແຕ່ເມື່ອເກີດເຫດຈະລາຈົນວຸ້ນວາຍໃນກາງເດືອນພະຈິກປີ 2018 ມາຮອດປະຈຸບັນ ບັນດາການແຫ່ຂະບວນປະທ້ວງຄັດຄ້ານຂອງຝ່າຍເສື້ອເຫລືອງ ໄດ້ກ້າວເຂົ້າສູ່ສັບປະດາທີ 9. ບັນດາການແຫ່ຂະບວນໄດ້ເຮັດໃຫ້ບໍລິເວນຢູ່ປະຕູໄຊທີ່ນະຄອນຫລວງ ປາຣີ ກາຍເປັນ “ສະຫນາມຮົບ” ທີ່ຖືກເພພັງ. ເຖິງວ່າມາຮອດປະຈຸບັນ ລັດຖະບານ ຝລັ່ງ ໄດ້ມີການຜ່ອນສັ້ນຜ່ອນຍາວຄືຄຳຖະແຫລງຍົກເລີກແຜນການເພີ່ມພາສີເຊື້ອເພີງໃນປີ 2019, ຢຸດການເກັບພາສີອາກອນຊີວະພາບ ແຕ່ບໍ່ເຫັນວ່າຜູ້ແຫ່ຂະບວນປະທ້ວງເພິ່ງພໍໃຈ. ຈາກການຄັດຄ້ານລະດັບພາສີອາກອນເຊື້ອເພິງສູງຄືໃນເບື້ອງຕົ້ນ ບັນດາຜູ້ແຫ່ຂະບວນປະທ້ວງ ໄດ້ຂະຫຍາຍຕໍ່ຫລາຍບັນຫາອີກ.

 ບໍ່ພຽງແຕ່ເກີດຂຶ້ນໃນອາຍຸການຂອງທ່ານປະທານາທິບໍດີ Macron ເທົ່ານັ້ນ ຫາກມັນມີຂຶ້ນໃນຫລາຍປີກ່ອນນີ້. ຂະບວນການແຫ່ຂະບວນປະທ້ວງໄດ້ແຜ່ລາມອອກສູ່ຫລາຍນະຄອນອື່ນ, ບໍ່ພຽງແຕ່ຢູ່ນະຄອນ ປາຣີ. ຜູ້ແຫ່ຂະບວນປະທ້ວງຖືວ່າ ບັນດາລະດັບພາສີອາກອນສູງເກີນໄປຊື່ງລັດຖະບານ ຝລັ່ງ ໄດ້ຈັດວາງໃນຫລາຍປີຜ່ານມາໄດ້ຮັດແຄບບັນດາບ້ວງລາຍຮັບ ແລະ ລາຍຈ່າຍປະຈຳວັນຂອງເຂົາເຈົ້າ. ມີຫລາຍຄົນ ເວົ້າວ່າ: ເຂົາເຈົ້າຕ້ອງຍົກເລີກແຜນເຄື່ອນໄຫວລະຫລິ້ນບັນເທິງໃນໂອກາດທ້າຍອາທິດ, ຫລືໃນຍາມພັກການ ຊ້ຳບໍ່ໜຳ ຍັງປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈຳວັນອີກ.

ປະເທດຝລັ່ງ ມານະພະຍາຍາມສ້າງພາບພົດຄືນໃຫມ່ດ້ວຍຄຳໝັ້ນສັນຍາໃຫມ່ - ảnh 2 ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ:TTXVN)

ສິ່ງເປັນຫນ້າສົນໃຈ, ບັນດາການກະທຳຜ່ອນສັ້ນຜ່ອນຍາວຂອງລັດຖະບານ ຝລັ່ງ ຖືກຜູ້ແຫ່ຂະບວນປະທ້ວງຖືວ່າ ແມ່ນແຜນຫລຸດຜ່ອນຄວາມເຄັ່ງຕຶງເທົ່ານັ້ນ ຫາກບໍ່ແມ່ນຄຳໝັ້ນສັນຍາຢ່າງເຂັ້ມງວດ. ບັນດາການແຫ່ຂະບວນປະທ້ວງໃນໄລຍະມໍ່ໆມານີ້ ເຖິງວ່າບໍ່ໄດ້ເກີດການໃຊ້ຄວາມຮຸນແຮງປານໃດກໍຕາມ ແຕ່ເປັນຫນ້າວິຕົກກັງວົນ ຍ້ອນນັບມື້ນັບມີຫລາຍຄົນເຂົ້າຮ່ວມ. ໃນສະພາບການນັ້ນ ການເຈລະຈາທົ່ວປະເທດ ລະຫວ່າງລັດຖະບານ ແລະ ປະຊາຊົນແມ່ນມີຄວາມຈຳເປັນ ເພື່ອແນໃສ່ຊອກຫາທັດສະນະລວມ ຍົກອອກມາດຕະການໃຫ້ແກ່ບັນດາບັນຫາກ່ຽວກັບການປະຕິຮູບປະເທດຊາດ.

ຄຳໝັ້ນສັນຍາໃຫມ່ທີ່ບໍ່ເຄີຍມີມາກອ່ນ

ໃນສະພາບການນັ້ນ ເລື່ອງທ່ານປະທານາທິບໍດີ ຝລັ່ງ E. Macron ຍົກອອກຂໍ້ລິເລີ່ມດຳເນີນການເຈລະຈາໃນທົ່ວປະເທດ ແລະ ບໍ່ມີເຂດຫ້າມສຳລັບບັນດາຄຳຖາມ ໄດ້ຮັບຖືວ່າແມ່ນການກະທຳຕັ້ງຫນ້າເພື່ອແກ້ໄຂບັນຫາ. ຄາດວ່າ ການເຈລະຈາແກ່ຍາວຮອດວັນທີ 15 ມີນາ, ສຸມໃສ່ເຂົ້າໃນ 4 ຫົວເລື່ອງຕົ້ນຕໍ: ພາສີອາກອນ ແລະ ການໃຊ້ຈ່າຍງົບປະມານ, ອົງການລັດ ແລະ ອົງການມີສິດອຳນາດ, ຫັນປ່ຽນຊີວະພາບ, ພື້ນຖານປະຊາທິປະໄຕ ແລະ ສິດພົນລະເມືອງ. 33 ຄຳຖາມ ຖືກຍົກອອກມາໃຫ້ແກ່ປະຊາຊົນ ຝລັ່ງ. ທ່ານ E. Macron ກໍ່ໃຫ້ຄຳໝັ້ນສັນຍາຈະປະກາດໝາກຜົນໂດຍກົງເຖິງປະຊາຊົນໃນເດືອນຕໍ່ໄປເມື່ອສິ້ນສຸດການເຈລະຈາຄາດວ່າຈະແກ່ຍາວຮອດວັນທີ 15 ມີນາ.

ຕາມບັນດານັກສັງເກດການແລ້ວ, ເຖິງວ່າຍາກທີ່ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນທຸກບັນຫາ ລະຫວ່່າງອໍານາດການປົກຄອງ ແລະ ປະຊາຊົນກໍຕາມ ແຕ່ກ່ຽວກັບເລື່ອງທ່ານປະທານາທິບໍດີ ຝລັ່ງ ເລີ່ມດໍາເນີນການເຈລະຈາທົ່ວປະເທດ ແມ່ນບາດກ້າວສໍາຄັນ, ຊ່ວຍແກ້ໄຂບັນດາຂໍ້ຂັດຂ້ອງທີ່ກ່ຽວຂ້ອງເຖິງບັນຫາພາສີອາກອນ, ປະຊາທິປະໄຕ, ການປົກປັກຮັກສາສິ່ງແວດລ້ອມ, ຊາວອົບພະຍົບ ສ່ວນໃດສ່ວນໜຶ່ງ. ສິ່ງສໍາຄັນ ນັ້ນແມ່່ນ ທ່ານ E. Macron ຈະຕ້ອງມີການປະພຶດແນວໃດ ເພື່ອໃຫ້ດຸ່ນດ່ຽງລະຫວ່າງບັນດານະໂຍບາຍປະຕິຮູບ ເຊິ່ງພາໃຫ້ທ່ານໄດ້ຮັບເລືອກຕັ້ງເປັນປະທານທິບໍດີ  ແລະ ເກ້ຍກ່ອມປະຊາຊົນ ຢຸດຕິການໃຊ້ຄວາມຮຸນແຮງໃນບັນດາການແຫ່ຂະບວນປະທ້ວງ.

        ໃນການຕອບສໍາພາດຫວ່າງມໍ່ໆມານີ້, ທ່ານ E.Macron ຢັ້ງຢືນວ່າ ທ່ານຍອມຮັບສະພາບການຕົວຈິງວ່າ ບັນດາມາດຕະການເສດຖະກິດ ເຊິ່ງທ່ານພວມປະຕິບັດ ໄດ້ເຮັດໃຫ້ອິດທິພົນສື່ສຽງຂອງທ່ານຖືກຫຼຸດລົງ, ແຕ່ແນ່ນອນວ່າ ປະເທດຝລັ່ງ ຈະໄດ້ຮັບບັນດາຜົນກະທົບຢ່າງຕັ້ງໜ້າໃນໄລຍະໜ້ອຍສຸດແມ່ນ 18 – 24 ເດືອນຈະມາເຖິງ. ຖ້າຫາກປະເທດ ຝລັ່ງ ຜ່ານຜ່າໄດ້ວິກິດການປັດຈຸບັນ, ຜູ້ມີສິດເລືອກຕັ້ງ ຈະມີເວລາເຖິງ 3 ປີ ເຄິ່ງ ເພື່ອກວດກາຢັ້ງຢືນປະສິດທິຜົນຂອງຍຸດທະສາດຂອງທ່ານ. ດ້ວຍເລື່ອງ “ເຈລະຈາ” ກັບປະຊາຊົນຝລ່ັງ, ທ່ານປະທານາທິບໍດີ E.Macron ພ້ອມແລ້ວທີ່ຈະສົ່ງສານທີ່ວ່າ: ລັດຖະບານພວມພ້ອມກັນຊອກຫາວິທີການແກ້ໄຂຄວາມປາດຖະໜາຂອງປະຊາຊົນ ເພື່ອສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ, ກໍານົດທີ່ຕັ້ງບົດບາດຂອງຝລັ່ງຢູ່ ພາກພື້ນເອີຣົບ ແລະ ໃນເວທີສາກົນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ