ປະ​ເທດ​ອັງ​ກິດຊອກ​ຫາ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ພາຍ​ຫລັງBrexit

(VOVWORLD) -ໂດຍບໍ່ຫົວຊາຕໍ່ຄວາມວຸ້ນວາຍຄວາມບໍ່ລົງລອຍກັນທີ່ເກີດຂຶ້ນພາຍໃນກ່ຽວກັບບັນຫາຖອນອອກຈາກສະຫະພາບເອີລົບ (Brexit) ມີຂໍ້ຕົກລົງຫລືບໍ່ມີໍ້ຕົກລົງລອນດອນ ຍັງສືບຕໍ່ຍູ້ແຮງການເຈລະຈາບັນດາຂໍ້ຕົກລົງດ້ານການຄ້າກັບຫລາຍປະເທດເພື່ອປົກປ້ອງສິດຜົນປະໂຫຍດດ້ານເສດຖະກິດມາຮອດຈຸບັນວິວັດການນີ້ບັນລຸໄດ້ຫລາຍໝາກຜົນດີພໍສົມຄວນເຮັດໃຫ້ທ່ານນາຍົກລັດຖະມົນ ອັງກິດ Boris Johnson ມີຄວາມໝັ້ນໃຈວ່າອັງກິດຈະຖອນຕົວອອກຈາກອີຢູຖືກຕາມກຳນົດເວລາໂດຍບໍ່ຫົວຊາຕໍ່ບັນດາເງ່ື່ອນໄຂລາອອກຈາກອີຢູພາຍຫລັງກວ່າ 40 ປີເຂົ້າຮ່ວມຊາຍຄາວມ.
ປະ​ເທດ​ອັງ​ກິດຊອກ​ຫາ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ພາຍ​ຫລັງBrexit - ảnh 1ພາບປະກອບ (TTXVN) 

6 ສັບປະດາກ່ອນມື້ ຊື່ງຕາມຫລັກການອັງກິດຈະຖອນຕົວອອກຈາກອີຢູ, ອັງກິດໄດ້ລົງນາມໃນ ຂໍ້ຕົກລົງດ້ານການຄ້າປະມານ 13 ສະບັບແລະພວມເຈລະຈາກັບກວ່າ 30 ພື້ນຖານເສດຖະກິດອື່ນ, ຂໍ້ຕົກລົງໃກ້ສຸດແມ່ນສະຫະພັນພາສີພາກໃຕ້ ອາຟຼິກາ. ເຖິງຢ່າງໃດກໍຕາມ, ບັນດາເອກະສານເຫລົ່ານີ້ ພຽງແຕ່ມີຜົນສັກສິດພາຍຫລັງBrexit.

ສືບຕໍໍ່ຜັນຂະຫຍາຍການເຈລະຈາ

ຄວາມຈິງເລື່ອງຖອນຕົວອອກຈາກອີຢູນັ້ນ ເນື້ອແທ້ພຽງແຕ່ແມ່ນປ່ຽນແປງບາງເງື່ອນໄຂດ້ານການຄ້າເທົ່ານັ້ນຫາກບໍ່ລົບລ້າງການພົວພັນດ້ານການຄ້າ.ສະນັ້ນເຖິງວ່າອັງກິດຖອນຕົວອອກຈາກອີຢູຫລືບໍ່ນັ້ນ, ອັງກິດກໍ່ຍັງຄົງສືບຕໍ່ແມ່ນຄູ່ຄ້າຂອງອີຢູແລະກົງກັນຂ້າມ. ໃນຖານະແມ່ນສະມາຊິກ, ປະເທດອັງກິດມີຄວາມຮັບຜິດຊອບປະຕິບັດບັນດາສັນຍານີ້. ຄຳຖາມຕັ້ງມາວ່າພາຍຫລັງອອກຈາກອີຢູແລ້ວສຳລັບ 70 ປະເທດຊື່ງອີຢູໄດ້ລົງນາມສັນຍາການຄ້າເສລີກວ່າ 40 ສະບັບນັ້ນ, ອັງກິດຈະປະຕິບັດຂໍ້ຕົກລົງດ້ານການຄ້າຕາມຮູບການໃດ? ເພື່ອປະຕິບັດໄດ້ສິ່ງນັ້ນອັງກິດໄດ້ຈັດສົ່ງບັນດາຄະນະເຈລະຈາໄປຍັງບັນດາປະເທດກ່ອນນີ້ 2 ປີແລ້ວ. ແລະມາຮອດປະຈຸບັນໄດ້ລົງນາມໃນຂໍ້ຕົກລົງ 13 ສະບັບແລ້ວເພື່ອສືບຕໍ່ບັນດາການເຄື່ອນໄຫວດ້ານການຄ້າກັບ 38 ປະເທດ. ບັນດາປະເທດເຫລົ່ານີ້ ບໍ່ປ່ຽນແທນທັງໝົດໃຫ້ ອີຢູ ແຕ່ແມ່ນປະເທດມີບົດບາດສຳຄັນສຳລັບການສົ່ງອອກຂອງອັງກິດ, ໃນນັ້ນມີທັງໄອແລນ, ສະວິດ. ນອກນັ້ນອາຟຼິກາ, ອາເມລິກາລາຕີນ, ສເກົາຫລີ… ແລະມີອີກສິ່ງຫນຶ່ງທີ່ຫນ້າປະທັບໃຈນັ້ນແມ່ນອັງກິດມີປະມານ 16 ສັນຍາຄ້າຍຄືກັນກັບບັນດາປະເທດໃນນັ້ນມີທັງອາຊຽນແລະໄດ້ສຳເລັດໃນເບື້ອງຕົ້ນແລ້ວ, ພຽງແຕ່ລໍຖ້າອັງກິດຖອນຕົວອອກຈາກອີຢູຢ່າງເປັນທາງການເວລານັ້ນຈຶ່ງດຳເນີນການລົງນາມແລະມີຜົນສັກສິດ.

ຄວາມເຫັນດີຈາກຫລາຍປະເທດຄູ່ຮ່ວມມື.

ຂໍ້ຕົກລົງດ້ານການຄ້າລ້າສຸດຊື່ງອັງກິດຫາກໍ່ເຊັນຜ່ານນັ້ນແມ່ນກັບສະຫະພັນພາສີພາກໃຕ້ ອາຟຼິກາ( SACU) ລວມມີ 6 ປະເທດນັ້ນແມ່ນອາຟຼິກາໃຕ້, ບົດສະວານາ, ເລໂຊໂຕ, ນາມີບີ, ສະວາຊີແລນແລະໂມຊຳບິກ. ຂໍ້ຕົກລົງ ຈະຮັບປະກັນລັກສະນະຕໍ່ເນື່ອງຂອງບັນດາເງື່ອນໄຂດ້ານການຄ້າພາຍຫລັງອັງກິດຖອນຕົວອອກຈາກອີຢູຫລືເອີ້ນວ່າBrexit. ໃນຖະແຫລງການອອກວັນທີ 11 ກັນຍາ, ທ່ານລັດຖະມົນຕີການຄ້າອັງກິດ Liz Truss ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ ຈະອະນຸຍາດໃຫ້ບັນດາວິສາຫະກິດຮັກສາການພົວພັນດ້ານການຄ້າໃນໄລຍະຫລັງ Brexit ຖ້າຫາກວ່າບໍ່ປະສົບກັບຮົ້ວກີດຂວາງເພີ່ມເຕີມໃດ. ໃນປີ 2018, ວົງເງິນການຄ້າລະຫວ່າງອັງກິດກັບ 6 ປະເທດອາຟຼິກາທີ່ກ່າວມາຂ້າງເທິງນັ້ນບັນລຸໄດ້ 12 ຕື້ USD.

ກ່ອນໜ້ານັ້ນບໍ່ດົນ, ອັງກິດມີບັນດາບາດກ້າວທີ່ຕັ້ງໜ້າໃນການເຈລະຈາດ້ານການຄ້າກັບອາເມລິກາ. ໃນສະພາບຕົວຈິງ, ອາເມລິກາແມ່ນສຳພັນທະມິດທີໜຶ່ງ ແລະ ຕະຫຼາດທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ອັງກິດຫຼາຍທີ່ສຸດ. ຕາມການສະຖິຕິແລ້ວ, ແຕ່ລະປີ ອັງກິດສົ່ງອອກສິນຄ້າໄປຍັງ ອາເມລິກາ ປະມານ 112 ຕື້ ປອນ/ປີ ແລະ ນຳເຂົ້າສິນຄ້າທີ່ມີມູນຄ່າປະມານ 70 ຕື້ ປອນ. ໃນຂະນະນັ້ນ, ໃນການພົວພັນກັບ EU, ອັງກິດຖືກຂາດດຸນການຄ້າປະມານ 60 – 100 ຕື້ປອນ/ປີ ເປັນປະຈຳ . ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການພົວພັນດ້ານການຄ້າສອງຝ່າຍລະຫວ່າງ ອາເມລິກາ - ອັງກິດ ກ່ອນນີ້ແມ່ນຖືກກີດຂວາງຍ້ອນລອນດອນມີຖານະຕຳແໜ່ງເປັນສະມາຊິກ EU, ຍ້ອນວ່າຕາມຂໍ້ກຳນົດຂອງ EU ແມ່ນ ບັນດາປະເທດສະມາຊິກຈະບໍ່ໄດ້ເຈລະຈາບັນດາຂໍ້ຕົກລົງການຄ້າເສລີແບບສະເພາະ. ດັ່ງນັ້ນ, ທ່ານປະທານາທິບໍດີ Donald Trump ມີຄວາມຫວັງວ່າ, ພາຍຫຼັງອັງກິດ ຖອນຕົວອອກຈາກ EU ຢ່າງເປັນທາງການ, ວົງເງິນການຄ້າລະຫວ່າງ ອັງກິດ ແລະ ອາເມລິກາ ຈະບັນລຸໄດ້ບາດກ້າວບຸກທະລຸໃໝ່. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Boris Johnson ຫວັງວ່າ, ຂໍ້ຕົກລົງການຄ້າໃຫຍ່ກັບອາເມລິກາຈະເປີດໂອກາດໃຫ້ແກ່ບັນດາວິສາຫະກິດ ອັງກິດ, ເປັນຕົ້ນແມ່ນໃນຂະແໜງການບໍລິການ, ກ້າວເຂົ້າສູ່ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງອາເມລິກາ. ຄາດຄະເນວ່າ, ຖ້າຫາກວ່າຂໍ້ຕົກລົງດັ່ງກ່າວໄດ້ຮັບການລົງນາມແລ້ວ, ການແລກປ່ຽນການຄ້າສອງຝ່າຍຈະເພີ່ມຂຶ້ນທົບ 1,5 ເທົ່າໃນ 4 ປີຈະມາເຖິງ.

ຖັດຈາກອາເມລິກາ, ຈີນກໍ່ແມ່ນຕະຫຼາດທີ່ອັງກິດຕ້ອງເອົາໃຈໃສ່. ສຳລັບຈີນ, ປັດຈຸບັນ, ສອງປະເທດໄດ້ມີການເຈລະຈາໂດຍພື້ນຖານ, ແລະ ເຫັນດີເປັນເອກະພາບກ່ຽວກັບສັນຍາຈະໄດ້ຮັບການລົງນາມພາຍຫຼັງອັງກິດຖອນຕົວອອກຈາກ EU. ປັດຈຸບັນຈີນໄດ້ສົ່ງອອກສິນຄ້າທີ່ມີປະລິມານຫຼາຍທີ່ສຸດເຂົ້າອັງກິດ, ແຕ່ລະປີວົງເງິນສົ່ງອອກເກີນດຸນຂອງຈີນເຂົ້າອັງກິດກວມເອົາ 50% ຍອດວົງເງິນນຳເຂົ້າຂອງ ອັງກິດ. ດັ່ງນັ້ນ, ຄວາມຄືບໜ້າໃນການເຈລະຈາບັນດາເນື້ອໃນລະອຽດໃນຂໍ້ຕົກລົງການຄ້າສອງຝ່າຍໃນໄລຍະຈະມາເຖິງຈະມີຄວາມສະດວກຫຼາຍຢ່າງ.

ໃນຂະນະນັ້ນ,ທ່ານ Boris Abramov ຜູ້ຕາງໜ້າການຄ້າ ລັດເຊຍ ປະຈຳອັງກິດມີຄຳເຫັນ ຢາກສ້າງຂໍ້ຕົກລົງດ້ານການຄ້າໃໝ່ກັບລອນດອນສະບັບໜຶ່ງພາຍຫຼັງອັງກິດຖອນຕົວອອກຈາກ EU. ຕາມທ່ານ Boris Abramov ແລ້ວ, ບໍ່ວ່າເລື່ອງອັງກິດຖອນຕົວອອກຈາກ EU ຈະບັນລຸໄດ້ຂໍ້ຕົກລົງຫຼືບໍ່ນັ້ນ? ມົດສະກູ ແລະ ລອນດອນຈະສືບຕໍ່, ຫຼືນ້ອຍສຸດແມ່ນຈະແລກປ່ຽນການຄ້າຕາມບັນດານະໂຍບາຍໂດຍອົງການການຄ້າໂລກວາງອອກ.

ເລື່ອງອັງກິດ ຢຶດໝັ້ນຊຸກຍູ້ການເຈລະຈາກັບຫຼາຍປະເທດໃນຕະຫຼອດ 2 ປີທີ່ຜ່ານມາເພື່ອມີບັນດາຂໍ້ຕົກລົງດ້ານການຄ້າຈະຊ່ວຍການແລກປ່ຽນດ້ານການຄ້າລະຫວ່າງ ອັງກິດ ແລະ ບັນດາຄູ່ຮ່ວມມືບໍ່ຖືກຂາດວັກຂາດຕອນພາຍຫຼັງອັງກິດຖອນຕົວອອກຈາກສະຫະພາບເອີລົບຢ່າງເປັນທາງການ. ສິ່ງນີ້ໄດ້ປະກອບສ່ວນຮັກສາສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດຂອງອັງກິດ, ບໍ່ສ້າງຄວາມວຸ້ນວາຍ, ເປັນປັດໄຈທີ່ຈຳເປັນໃນສະພາບການພາຍໃນປະເທດອັງກິດມີບັນດາຄວາມຂັດແຍ່ງ ແລະ ແບ່ງແຍກກັນຍ້ອນວິວັດການ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ