ປະເທດອາເມລິກາ 13 ປີພາຍຫຼັງເຫດກໍ່ການຮ້າຍວັນທີ 11/9 : ຍັງຄົງເປັນຄວາມວິຕົກກັງວົນຢູ່


ວັນ​ທີ 11/9 , ປະ​ເທດ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ພິທິລະນຶກ 13 ປີ​ແຫ່ງ​ວັນ​ເກີດ​ເຫດ​ວິນາດສະກຳ​ກໍ່​ການ​ຮ້າຍ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ​ສະ​​ເທືອ​ນ. ກວ່າ​ທົດ​ສະ​ວັດ​ໄດ້​ຜ່ານ​ພົ້ນ​ໄປ, ກະດຽວວ່າ​ ການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍ​ໂດຍ​ອາ​ເມ​ລິ​ກາ​ປຸກລະດົມ​ໄດ້​ຮອດ​ວັນ​ສິ້ນ​ສຸດ ພາຍ​ຫຼັງ​ໄດ້​ດັບ​ສູນ Osama Bin Laden ​ເມື​່ອປີ 2011, ​ແຕ່​ປະຈຸ​ບັນ, ປະເທດອາ​ເມ​ລິ​ກາພັດພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ທີ່ເອີ້ນວ່າ ລັດອິດສະລາມ ໂດຍຂະໜານນາມເອງ IS ຊຶ່ງ​ພວມ​ກາຍ​ເປັນ​ໄພ​ອັນຕະລາຍ​ໃໝ່ ​ແລະ ພາຍຫຼັງ​ເຫດການກໍ່​ການ​ຮ້າຍ ວັນ​ທີ 11/9 ​ເປັນ​ເວລາ 13 ປີ, ປະ​ເທດອາ​ເມ​ລິ​ກາພັດ​ປະ​ເຊີນ​ໜ້າ​ກັບ​ໄພກໍ່​ການ​ຮ້າຍອີກ​ຄັ້ງ​ໜຶ່ງ.

ປະເທດອາເມລິກາ 13 ປີພາຍຫຼັງເຫດກໍ່ການຮ້າຍວັນທີ 11/9 : ຍັງຄົງເປັນຄວາມວິຕົກກັງວົນຢູ່ - ảnh 1
ພວກ​ກໍ່​ການ​ຮ້າຍໄດ້​ຈີ້​ເຮືອບິນ​ໂດຍສານ ​ໂບອິງ  ​ແລະ ​ຕ່ຳ​ໃສ່​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ​


    ກ່ອນ​ນີ້ 13 ປີ​ເຕັມ ຄື​ວັນ​ທີ 11/9/2001, ​ພວກ​ກໍ່​ການ​ຮ້າຍ 19 ຄົນ​ໄດ້​ຈີ້​ເຮືອບິນ​ໂດຍສານ ​ໂບອິງ 4 ລຳ ​ແລະ ​ໄດ້​ຕ່ຳ​ໃສ່​ທຳນຽບ 5 ​ແຈ ​ແລະ ​ເຮັດ​ໃຫ້​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ​ພັງທະລາ​ຍລົງ, ອັນ​ໄດ້​ເຮັດ​ໃຫ້ 3000 ຄົນ​ຖື​ສັນຊາດ​ກວ່າ 90 ປະ​ເທດ​ທີ່​ແຕກ​ຕ່າງ​ກັນ​ຖືກ​ເສຍ​ຊີວິດ. ທົ່ວ​​ໂລກ​ໄດ້​ຕື່ນ​ຕົກ​ໃຈ​ເມື່ອ​ເຫັນ​ດ້ວຍ​ຕາຕຶກ​ແຝດ​ສູນ​ການ​ຄ້າ​ໂລກລຸກ​ໄໝ້ ​ແລະ ພັງ​ລົງ​ຢ່າງ​ໄວ. ການ​ບຸກ​ໂຈມ​ຕີ​​ແບບ ກໍ່​ການ​ຮ້າຍນີ້​ໄດ້​ໂມ້​ງບາດ​ຄ້ອນ​ທີ່​ຮ້າຍ​ແຮງ​ໃສ່​ປະ​ເທດອາ​ເມ​ລິ​ກາ, ອັນ​ໄດ້​ເຮັດ​ໃຫ້ທຸກ​ສິ່ງ​ທຸກ​ຢ່າງ​ໃນສັງຄົມ​ຂອງປະ​ເທດ​ນີ້ປ່ຽນ​ແປງ​ໄປຢ່າງ​ຫຼວງ​ຫຼາຍ​ນັບ​ຕັ້ງ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ມາ.

    ຕ້ານກໍ່​ການ​ຮ້າຍ - ສິ່ງ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ.

    ກ່ອນ​ທີ່​ເກີດ​​ເຫດການກໍ່​ການ​ຮ້າຍ ວັນ​ທີ 11/9, ​ເບິ່ງ​ຄື​ວ່າ​ປະ​ເທດອາ​ເມ​ລິ​ກາບໍ່​ເປັນ​ຫ່ວງ​ນຳ​ລັດທິກໍ່​ການ​ຮ້າຍຫຼື​ລັດທິ​ອິດສະ​ລາມ​ຫົວ​ຮຸນ​​ແຮງ ​ແລະ ບໍ່​ຖື​ວ່າ ນີ້​ແມ່ນ​ໜ້າ​ທີ່​ບຸລິມະສິດ​ອັນ​ດັບ​ໜຶ່ງ. ​ແຕ່​ພາຍຫຼັງ“ວັນ​ທີ່​ມືດ​ມົວ” ນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ​ໃນສັງຄົມ​ຂອງປະ​ເທດ​ນີ້ປ່ຽນ​ແປງ​ໄປ. 13 ປີ​ທີ່​ຜ່ານມາ, ປະ​ເທດອາ​ເມ​ລິ​ກາ​ໄດ້​ສຸມ​ກຳລັງ​ຢ່າ​ງມະຫາສານ​ໃຫ້​ແກ່ ການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍ. ງົບປະມານ​ທີ່​ສະຫງວນ​ໃຫ້​ແກ່​ຂົງ​ເຂດ​ປ້ອງ​ກັນຊາ​ດ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ, ອົງການ​ຮັບຜິ​ດ ຊອບການປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ກາ​ນສ້າງ​ຕັ້ງ​ຢ່າງ​ຫຼວງ​ຫຼາຍ, ຂະ​ແໜງ​ການບິນ​ໄດ້​ສິ້ນ​ເປືອງ​ເງິນ​ທຶນ​ນັບ​ຕື້ USD ​ໃນ​ແຕ່ລະ​ປີ​ໃຫ້​ແກ່​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ການບິນ. ​​ແລະໃນບັນດາ​ໂຄງການ​ດຳ​ເນີນ​ງານ​ຂອງ ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ, ​ໄພກໍ່​ການ​ຮ້າຍຍາມ​ໃດ​ກໍ​ຖື​ກຍົກ​ອອກມາ​ປຶກສາ​ຫາລື​ເປັນ​ປະຈຳ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາຍັງ​ມອບຫຼາຍສິດກວ່າ​ໃຫ້​ແກ່​ກົງຈັກ​ບໍລິຫານ ​ແລະ ອະນຸຍາດ​ໃຫ້​ບັນດາ​ອົງການ​ສຳນັກງານ​ເຫຼົ່າ​ນັ້ນ​ແຊກ​ແຊງ​ເລິກ​ເຂົ້າ​ໃນ​ຊີວິດ​ສ່ວນ​ຕົວ​ຂອງ​ປະ​ຊາ​ຊົນ, ຊຶ່ງ​ລວມທັງ​ການ​ລັກ​ຟັງ​ໂທລະສັບ ກໍ​ຄື​ລັກ​ອ່ານ​ຈົດ​ໝາຍ, ອິ​ແມວ, ​ໂທລະ​ສານ....ການ​ກະທຳ​ທີ່​ລວງ​ເກີນ​ນີ້​ຂອງ ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ​ໄດ້​ກໍ່​ໃຫ້​ເກີດ​ກະ​ແສ​ຟອງ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ໃນ​ໝູ່​ມະຫາ​ຊົນ.

   ​ແຕ່​ເຖິງ​ຢ່າ​ງ​ໃດ​ກໍ​ດີ, ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ, ​ໃນ 13 ປີ​ທ່ີ​ຜ່ານ​ມາ, ຄວາມ​ມານະ​ພະຍາຍາມ​ຂອງ​ ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ​ໄດ້​ບັນລຸ​ປະສິດທິ​ຜົນ​ສ່ວນ​ໃດ​ສ່ວນ​ໜຶ່ງ. ຍົກ​ຕົວຢ່າງ​ຄື : ມີ​ກົນອຸບາຍ ກໍ່​ການ​ຮ້າຍຫຼາຍໆ​ກໍລະນີ​ໄດ້​ຖືກ​ຄົ້ນ​ພົບ ​ແລະ ທັບ​ມ້າງ. ພິ​ເສດ​ແມ່ນ​ການດັບ​ສູນຫົວ​ໂປ​ເຄືອ​ຂ່າຍກໍ່​ການ​ຮ້າຍອານ​ເກ​ດະ Osama Bin Laden ​ເມື​່ອປີ 2011 ​ໄດ້​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍຂອງ ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ.

   ​ໄພ​ອັນຕະລາຍ​ໃໝ່ທີ່ເອີ້ນວ່າ ລັດອິດສະລາມໂດຍຂະໜານນາມເອງ IS

   ​ເຖິງ​ວ່າ​ໄດ້​ບັນລຸບາງ​ໝາກຜົນ​ໃດ​ໜຶ່ງ​ໃນການສູ້​ຮົບ​ຕ້ານ​ໄພກໍ່​ການ​ຮ້າຍ, ​ແຕ່​ໃນ​ຕົວ​ຈິງ, ປະ​ເທດ​ອາ​ເມ​ລິ​ກາ ບໍ່​ມີ​ວັນ​ທີ່​ຈະ​ລືມ​ອະດີດຕະການ ​ແລະ ​ເງົາ​ມືດກໍ່​ການ​ຮ້າຍທີ່​ຍັງ​ຄົງ​ປະກົດ​ຕົວ​ໃນ​ທຸກ​ເວລາ. ການ​ຟື້ນ​ຕົວ​ຂອງອັນ​ທີ່​ເອີ້ນ​ວ່າລັດ ອິດສະລາມໂດຍຂະໜານນາມເອງ IS ຢູ່​ອີຣັກ ​ແລະ ຊີຣີ​ໃນ​ຮອບ​ເວລາ​ເຄິ່ງປີ​ມາ​ນີ້, ອີກ​ຄັ້ງ​ໜຶ່ງ​ພັດ​ຕັ້ງປະ​ເທດອາ​ເມ​ລິ​ກາຢືນ​ຢູ່​ຕໍ່ໜ້າ​​ໄພ​ອັນຕະລາຍ​ຢ່າງ​ສູງ. ​ໂດຍ​ແຕກ​ຕ່າ​ງກັບ ເຄືອ​ຂ່າຍກໍ່​ການ​ຮ້າຍອານ​ເກ​ດະ ຫຼື​ກຸ່ມ​ກໍ່​ການ​ຮ້າຍອື່ນໆ, ລັດອິດສະລາມໂດຍຂະໜານນາມເອງ IS ມີ​ກຳລັງບົ່ມ​ຊ້ອນ​ການ​ເງ​ິນຢ່າງ​ເຂັ້ມ​ແຂງ​ທີ່​ສຸດ. ດ້ວຍ​ຈຳນວນ​ທະຫານ​ຢູ່​ຊີຣີປະມານ 50.000 ຄົນ ​ແລະ ຢູ່​ອີຣັກ 10.000 ຄົນ, IS ​ໄດ້​ຢຶດຄອງ ​ແລະ ຄວບ​ຄຸມ​ຫຼາຍ​ເຂດ​ດິນ​ທີ່​ກ້ວາງ​ໃຫຍ່​ຈາກ​ອີຣັກ​ເຖິງ​ຊີຣີ. ສິ່ງ​ທີ່​ເປັນ​ອັນຕະລາຍ​ກ່ວາ​ນັ້ນ, ກຸ່ມ​ກຳລັງ​ກະບົດ​ຫຼາຍກຸ່ມ​ມີ​ສາຍ​ພົວພັນ​ກັບ ເຄືອ​ຂ່າຍກໍ່​ການ​ຮ້າຍອານ​ເກ​ດະ ພວມ​ເຂົ້າ​ເປັນ​ສະມາຊິກ IS , ອັນ​ໄດ້​ຫັນ​ກຳລັງ​ນີ້​ກາຍ​ເປັນ ເຄືອ​ຂ່າຍກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

   ປະ​ເທດອາ​ເມ​ລິ​ກາສ້າງ​ສຳພັນ​ທະ​ມິດ, ​ເພີ່ມ​ກຳລັງ​ແຮງ​ຕ້ານ​ໄພກໍ່​ການ​ຮ້າຍ

    ​ໂດຍ​ກຳນົດ​ວ່າ ລັດອິດສະລາມ IS ​ແມ່ນ​ໄພ​ອັນຕະລາຍ​ທີ່​ສຸດ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ກ່ອນ​ທີ່​ດຳ​ເນີນ​ພິທິລະນຶກ 13 ປີ​ແຫ່ງ​ວັນ​ເກີດ​ເຫດ​ວິນາດສະກຳ​ກໍ່​ການ​ຮ້າຍວັນ​ທີ 11/9 ປີ​ນີ້, ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ປະກາດ​ແຜນການ​ຮັບ​ມື ​ແລະ ດັບ​ສູນລັດອິດສະລາມ IS ຕໍ່ໜ້າ​ມວນຊົນ​ທັງ​ປວງ ​ແລະ ບັນດາ​ນັກ​ສ້າງ​ກົດໝາຍ. ຍຸດ​ທະ​ສາດ​ນີ້​ລວມທັງ​ມາດ​ຕະການ​ດ້ານ​ການທະຫານ, ການ​ທູດ ​ແລະ ​ເສດຖະກິດ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ສຳຄັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ອາຣັບ. ປະຈຸ​ບັນ​ໄດ້​ມີ​ກວ່າ 40 ປະ​ເທດ​ກຽມພ້ອມ​ເຂົ້າ​ຮ່ວມ​ສຳພັນ​ທະ​ມິດ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ ຈຸດໝາຍ​ເພື່ອ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ມີ​ຄວາມ​ສະຫງົບ​ສຸກ​ຍັງ​ຄົງ​ແມ່ນ​ສິ່ງ​ທີ່​ຫ່າງ​ໄກ​ຢູ່. ການ​ຟື້ນ​ຕົວ​ຂອງ​ກຳລັງລັດອິດສະລາມໂດຍ ຂະໜານນາມເອງ IS ພວມ​ນຳ​ອາ​ເມ​ລິ​ກາ ​ແລະ ທົ່ວ​ໂລກ​ກ້າວ​ໄປ​ສູ່​ໄລຍະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທົດ​ສອບ​ໃໝ່, ​ແນ່ນອນ​ວ່າ​ມີ​ຄວາມ​ສັບສົນ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ