ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ

(VOVWORLD) -ບັນດາການເລືອກຕັ້ງປະທານາທິບໍດີອາເມລິກາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບຖັນແຖວການນຳໃນອາຍຸການໃໝ່ເຊິ່ງເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈປ່ອນບັດເລືອກຕັ້ງ.

ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ - ảnh 1ທ່ານ Joe Biden ແລະ ທ່ານນາງ Kamala Harris 

(ພາບ: AP)

ປະເທດອາເມລິກາ ຫາກໍ່ຜ່ານການເລືອກຕັ້ງປະທານາທິບໍດີຄັ້ງປະຫວັດສາດ ດ້ວຍການແກ່ງແຍ້ງຢ່າງຂ້ຽວຂາດລະຫວ່າງທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump, ຕາງໜ້າໃຫ້ພັກສາທາລະນະ ແລະ ທ່ານ Joe Biden, ຕາງໜ້າໃຫ້ພັກປະຊາທິປະໄຕ. ເຖິງວ່າ, ມາຮອດຈຸດເວລານີ້, ທຳນຽບຂາວຍັງບໍ່ທັນປະກາດໝາກຜົນຂອງການເລືອກຕັ້ງ, ແຕ່ການເລືອກຕັ້ງໄດ້ຊີ້ໃຫ້ເຫັນສ່ວນໃດສ່ວນໜຶ່ງຢູ່ພາຍໃນປະເທດອາເມລິກາ ຖືກແບ່ງແຍກ. ແລະໜ້າທີ່ຂອງທ່ານປະທານທິບໍດີຄົນທີ 46 ໃນປະຫວັດສາດຂອງປະເທດອາເມລິກາ ແມ່ນຕ້ອງມີຄວາມສາມັກຄີ ແລະ ສ້າງຄວາມສະໜິດຕິດພັນໃນໝູ່ປະຊາຊົນ. ນີ້ແມ່ນໜ້າທີ່ບໍ່ແມ່ນງ່າຍໃນສະພາບປະເທດອາເມລິກາ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ-19 ທີ່ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ.

        ບັນດາການເລືອກຕັ້ງປະທານາທິບໍດີອາເມລິກາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບຖັນແຖວການນຳໃນອາຍຸການໃໝ່ເຊິ່ງເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈປ່ອນບັດເລືອກຕັ້ງ. ການເລືອກຕັ້ງໃນປີນີ້ໄດ້ຊີ້ໃຫ້ເຫັນຕົວເລກສະຖິຕິຂອງຜູ້ມີສິດເລືອກຕັ້ງທັງ 2 ພັກເຊິ່ງແມ່ນພັກສາທາລະນະ ແລະ ພັກປະຊາທິປະໄຕ ໄປປ່ອນບັດ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າບໍ່ສາມາດຫາໄດ້ສຽງເວົ້າລວມກ່ຽວກັບຄວາມມຸ່ງຫວັງສຳລັບປະທານາທິບໍດີໃນອາຍຸການຕໍ່ໄປ.

ປະເທດອາເມລິກາ ຖືກແບ່ງແຍກ

        ວົງການນັກໄຈ້ແຍກຖືວ່າ, ປະເທດອາເມລິກາ ໃນປີ 2020 ຖືກແບ່ງແຍກພາຍຫຼັງຫຼາຍທົດສະວັດ. ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸຕົວເລກສະຖິຕິຢູ່ຫຼາຍແຫ່ງ ເພື່ອເປັນການສະແດງໃຫ້ເຫັນເຈດຈຳນົງທາງດ້ານການເມືອງໃນສະພາບໂລກລະບາດແມ່ນສັນຍານສະແດງໃຫ້ເຫັນການແບ່ງແຍກລະຫວ່າງບັນດາຜູ້ສະໜັບສະໜູນພັກສາທາລະນະ ແລະ ພັກປະຊາທິປະໄຕ.

        ຕາມການສຳຫຼວດຂອງ AP ພາຍຫຼັງການເລືອກຕັ້ງ, ຜູ້ສະໜັບສະໜູນ 2 ພັກດັ່ງກ່າວມີທັດສະນະທີ່ແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບບັນດາບັນຫາບຸລິມະສິດ ແລະ ບັນດາສິ່ງທ້າທາຍເຊິ່ງປະເທດພວມປະເຊີນໜ້າ. ລະອຽດແມ່ນ, ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ແກ່ທ່ານ Joe Biden ປາດຖະໜາຢາກໃຫ້ລັດຖະບານສະຫະລັດໃຫ້ບຸລິມະສິດສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ນັບທັງວ່າສິ່ງນີ້ມີຄວາມໝາຍວ່າ ພື້ນຖານເສດຖະກິດຈະຖືກເສຍຫາຍຕື່ມອີກ. ກົງກັນຂ້າມ, ຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານ Donald Trump ປາດຖະໜາຢາກມີວິທີສຳພັດໂດຍສຸມໃສ່ທາງດ້ານພື້ນຖານເສດຖະກິດ.

        ນອກນັ້ນ, ຜູ້ມີສິດເລືອກຕັ້ງທີ່ປ່ອນບັດສະໜັບສະໜູນທ່ານ D.Trump ປະມານ 50% ໄດ້ຖືເລື່ອງເສດຖະກິດ ແລະ ວຽກເຮັດງານທຳແມ່ນບັນດາບັນຫາອັນດັບໜຶ່ງຂອງປະເທດຊາດ. ແຕ່ສຳລັບຜູ້ມີສິດເລືອກຕັ້ງປ່ອນບັດສະໜັບສະໜູນທ່ານ Joe Biden ປະມານ 10% ໄດ້ແບ່ງປັນທັດສະນະດັ່ງກ່າວ. ກ່ຽວຂ້ອງເຖິງບັນຫາເຊື້ອຊາດຜິວພັນ, ຜູ້ມີສິດເລືອກຕັ້ງປ່ອນບັດສະໜັບສະໜູນທ່ານ Joe Biden ສ່ວນຫຼາຍຖືການຈຳແນກເຊື້ອຊາດຜິວພັນແມ່ນບັນຫາຮ້າຍແຮງ, ເມື່ອທຽບໃສ່ອັດຕາກວ່າ 50% ຂອງຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານ D.Trump.

        ມີບັນຫາໜຶ່ງໄດ້ສ້າງຄວາມດຶງດູດໃຈຕໍ່ຫາງສຽງແມ່ນ ມີຮ້ານຄ້າຫຼາຍແຫ່ງຕ້ອງບູລະນະໃຫ້ໜັກແໜ້ນຍ້ອນມີຄວາມວິຕົກກັງວົນວ່າຈະເກີດສະພາບຈະລາຈົນພາຍຫຼັງການເລືອກຕັ້ງ ເຊິ່ງເຄີຍໄດ້ຮັບຖືວ່າເປັນສັນຍະລັກ ແລະ ແມ່ນໂອກາດເພື່ອສະແດງໃຫ້ເຫັນຄວາມເສລີ ແລະ ປະຊາທິປະໄຕຂອງສັງຄົມອາເມລິກາ.

ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ - ảnh 2ບັນດາຜູ້ສະໜັບສະໜູນທ່ານປະທານາທິບໍດີ D.Trump ໄດ້ເຕົ້າໂຮມກັນ, ແຫ່ຂະບວນປະທ້ວງ

(ພາບ: AP)

ນັບທັງການປ່ອນບັດກໍ່ແບ່ງແຍກຊາວອາເມລິກາ. ພາຍຫຼັງການເລືອກຕັ້ງສິ້ນສຸດລົງເປັນຫຼາຍມື້, ແຕ່ການໂຕ້ຖຽງກັນຍັງເກີດຂຶ້ນຢູ່. ບັນດາຜູ້ສະໜັບສະໜູນທ່ານປະທານາທິບໍດີ D.Trump ໄດ້ເຕົ້າໂຮມກັນ, ແຫ່ຂະບວນປະທ້ວງຢູ່ບັນດາສະຖານທີ່ປ່ອນບັດ, ເຂດນັບຄະແນນບັດເລືອກຕັ້ງຜ່ານໄປສະນີ - ເຊິ່ງແມ່ນວິທີເລືອກຕັ້ງທີ່ສະມາຊິກພັກປະຊາທິປະໄຕຫຼາຍທ່ານໄດ້ສະໜັບສະໜູນໃນສະພາບເກີດໂລກລະບາດໂຄວິດ-19. ໃນຂະນະນັ້ນ, ທ່ານປະທານາທິບໍດີ D.Trump ປະກາດຈະຮ້ອງຟ້ອງກ່ຽວກັບຜົນການເລືອກຕັ້ງ.

        ພ້ອມກັບການແບ່ງແຍກທາງດ້ານການເມືອງ, ປະເທດອາເມລິກາ ຍັງປະເຊີນໜ້າກັບການແບ່ງແຍກດ້ານເຊື້ອຊາດຜິວພັນ ໃນຂະນະທີ່ໃນປີ 2020 ໄດ້ເກີດຂະບວນການຕໍ່ຕ້ານ, ຮຽກທ່ວງຄວາມສະເໝີພາບໃຫ້ແກ່ຄົນຜິວດຳ ພາຍຫຼັງເຫດ George Floyd ເສຍຊີວິດ ແລະ ພ້ອມກັນນັ້ນແມ່ນກະແສການໃຊ້ຄວາມຮຸ້ນແຮງຖືກເພີ່ມຂຶ້ນ, ກໍ່ຄວາມຂາດສະຖຽນລະພາບໃນຫຼາຍເຂດຂອງປະເທດອາເມລິກາ.

ຮຽກຮ້ອງຄວາມສາມັກຄີ, ການເຊື່ອມຈອດ

        ໂດຍສັງເກດກ່ຽວກັບສະພາບການຂອງປະເທດອາເມລິກາ ໃນຈຸດເວລານີ້, ນັກປະຫວັດສາດ ທ່ານ Barbara Perry, ຫົວໜ້າສູນ Miller ຄົ້ນຄວ້າສະເພາະກ່ຽວກັບປະຫວັດສາດປະທານາທິບໍດີຂຶ້ນກັບມະຫາວິທະຍາໄລ Virginia (ອາເມລິກາ), ຖືວ່າ, ໂດຍບໍ່ນັບໄລຍະສົງຄາມກາງເມືອງ, ທ່ານບໍ່ຄິດເລີຍວ່າ ປະເທດອາເມລິກາ ຕ້ອງໄດ້ຜ່ານຜ່າໄລຍະໃດທ່ີຊ້ອນແຟງໄປດ້ວຍຄວາມສ່ຽງອັນຕະລາຍຄືໃນຄັ້ງນີ້.

        ຕໍ່ໜ້າການຂັດແຍ້ງໃນສັງຄົມອາເມລິກາ, ໃນບົດກ່າວປາໄສພາຍຫຼັງການເລືອກຕັ້ງໃນວັນທີ 07 ພະຈິກ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ Joe Biden ໄດ້ຍົກອອກສານທີ່ວ່າ “ເພີ່ມທະວີຄວາມສາມັກຄີ ແລະ ມານະພະຍາຍາມຫຼຸດຜ່ອນການແບ່ງແຍກໃນເວທີການເມືອງອາເມລິກາ”. ທ່ານ Joe Biden ເນັ້ນໜັກວ່າ, ນີ້ແມ່ນຈຸດເວລາເພື່ອປົວແປງປະເທດອາເມລິກາ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ຊອກຫາການແບ່ງແຍກ, ແລະຊອກຫາຄວາມເປັນເອກະພາບ.

        ປະເທດອາເມລິກາ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄື: ໂລກລະບາດໂຄວິດ-19, ການຂັດແຍ້ງດ້ານເຊື້ອຊາດຜິວພັນ, ບັນຫາສຸຂະພິບານ, ບັນດາບັນຫາພົວພັນກັບຕ່າງປະເທດ… ໃນສະພາບການນັ້ນ, ປະເທດອາເມລິກາ ທີ່ຖືກແບ່ງແຍກ ຍາກທີ່ຈະຊ່ວຍປະເທດມະຫາອຳນາດນີ້ຜັນຂະຫຍາຍບັນດານະໂຍບາຍເພື່ອພັດທະນາໄດ້. ມີພຽງແຕ່ຄວາມສາມັກຄີ ແລະ ເຊື່ອມຈອດກັນ, ປະທານາທິບໍດີຜູ້ທີ 46 ຂອງອາເມລິກາ ຈຶ່ງສາມາດນຳພາປະເທດອາເມລິກາ ຜ່ານຜ່າສິ່ງທ້າທາຍໃນອາຍຸການ 4 ປີຈະມາເຖິງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ