ປະເທດອາເມລິກາຈະຊອກຫາສຽງເວົ້າລວມໄດ້ຫຼືບໍ

(vovrorld) - ​ເລື່ອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ວັນ​ທີ 2/2 ​ໄດ້​ສະ​ເໜີ​ແຜນ​ງົບປະມານ​ທີ່​ມີ​ມູນ​ຄ່າ​ເກືອບ 4.000 ຕື້​ USD, ​ເຊິ່ງລວມມີ​ຫຼາຍ​ເນື້ອ​ໃນ​​​ໄດ້ເພີ່ມ​ລາຍ​ຈ່າຍ ​ແລະ ການປະຕິ​ຮູບ​ດ້ານພາສີ. ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ລະຫວ່າງ​ພັກສາ​ທາ​ລະນະ ​ແລະ ພັກ​ປະຊາທິປະ​ໄຕ. ລະຫວ່າງປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ສະພາ​ສູງ, ສະພາ​ຕຳ່ອາ​ເມ​ລິ​ກາ ​ໂດຍ​ພັກສາ​ທາ​ລະນະ​ລັດ (GOP) ຄວບ​ຄຸມ​ໃນ​ປີ 2015. ສິ່ງ​ສຳຄັນ​ກວ່ານັ້ນ​ແມ່ນ, ຜົນ​ແຫ່ງ​ການ​ໂຕ້​ຖຽງ​ກັນຈະ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ​ເຫັນ​ໄດ້​ຄວາມ​ຍຸຕິ​ທຳ ​ແລະ ຄວາມ​ຮັບຜິດຊອບ, ​ນີ້ແມ່ນ​ສອງ​ບັນຫາ​ສຳຄັນ​ເຊິ່ງບັນດາ​ຜູ້​ສະໝັກ​ຮັບເລືອກ​ຕັ້ງ​ຂອງ​ສອງ​ພັກ​ຈະ​ຕ້ອງ​ມຸ່ງ​ໄປ​ເຖິງ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ແຜນ​ງົບ​ປະທານ​ເຊິ່ງປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ລວມມີ​ບ້ວງ​ລາຍ​ຈ່າຍ​ກ້ອນໃຫຍ່​ຫຼາຍ​ຢ່າງ​ທີ່​ສະຫງວນ​ໃຫ້ພື້ນຖານ​ໂຄງ​ລ່າງ, ​ກອງທັບ ​ແລະ ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ. ​ແຜນການ​ດັ່ງກ່າວ​ວາງ​ຄາດໝາຍ​ຮັກສາ​ລະດັບ​ຂາດ​ດຸນ​ໃຫ້​ຕຳ່​ກວ່າ 3% GDP, ​ເຊິ່ງ​ແມ່ນ​ລະດັບ​ທີ່​ບັນດາ​ຜູ້​ຊ່ຽວຊານ​ຕີ​ລາຄາ​ວ່າ​ມີ​ຄວາມໝັ້ນຄົງ. ​ໂດຍ​ລະອຽດ​ແມ່ນ, ລະດັບຂາດ​ດຸນ​ໃນ​ປີ 2016 ​ແມ່ນ​ປະມານ 474 ຕື້​ USD, ​ເທົ່າ​ກັບ 2,5% ຂອງ GDP, ​ໃນ​ນັ້ນ​ໜີ້​ຂອງ​ລັດ​ແມ່ນ​ປະມານ 75% GDP. ປະທານາທິບໍດີ​ Barack Obama ກໍ່​ສະ​ເໜີ​ຜ່ອນຄາຍ​ລາຍການ​ຮັດ​ແຄບ​ລາຍ​ຈ່າຍ​ງົບປະມານ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ລາຍການ​ພາຍ​ໃນ​ປະ​ເທດ​ນັບ​ແຕ່​ປີ 2011 ດ້ວຍ​ລະດັບ​ເພີ່ມ​ຂື້ນ​ແມ່ນ 7%/ປີ. ຕາມ​ນັ້ນ​ແລ້ວ, ທ່ານ Obama ສະ​ເໜີ​ເພີ່ມ​ງົບປະມານ​ປ້ອງ​ກັນ​ປະ​ເທດ​ປີ 2016 ຂື້ນ 534 ຕື້​ USD, ​ໃນ​ນັ້ນ, ງົບປະມານ​ສ່ວນ​ໜຶ່ງ​ແມ່ນ​ສະຫງວນ​ໃຫ້​ແຜນການ​ເພີ່ມ​ທະວີ​ກຳລັງ​ທະຫານ​ຕັ້ງ​ທັບ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ, ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ ​ກຸ່ມ IS, ​ເລື່ອງ​ປັບປຸງ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແລະ ບັນດາ​ບ້ວງ​ລາຍ​ຈ່າຍ ​ເພື່ອ​ຮັບ​ມື​ກັບ​ທຸກ​ສະພາບ​ການ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ.

ປະເທດອາເມລິກາຈະຊອກຫາສຽງເວົ້າລວມໄດ້ຫຼືບໍ - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ Barack Obama
(ພາບ: Reuters)

        ບຸລິ​ມາ​ສິດ​ໃຫ້​ຊົນ​ຊັ້ນ​ກາງ

        ສິ່ງ​ທີ່​ເຂົ້າ​ໃຈງ່າຍ​ໃນການສະ​ເໜີ​​ແຜນ​ງົບປະມານ​ຂອງ ປະທານາທິບໍ ດີ​ Barack Obama ​ແມ່ນ​ສືບ​ຕໍ່​ບຸລິ​ມາ​ສິດ​ໃຫ້​ຊົນ​ຊັ້ນ​ກາງ, ຊອກ​ຫາ​ວິທີ​ຮັດ​ແຄບ​ຊ່ອງ​ຫວ່າງ​ລະຫວ່າງ​ຊົນ​ຊັ້ນ​ຕ່າງໆ​ໃນ​ສັງຄົມ. ຕາມ​ນັ້ນ​ແລ້ວ, ​ໃນ​ແຜນ​ງົບປະມານ​ປີ 2016 (​ເຊິ່ງນຳ​ໃຊ້​ແຕ່​ເດືອນ 10/2015). ປະທານາທິບໍດີ​ Barack Obama​ໄດ້​ຢືນຢັນ​ເຖິງ​ການບຸລິ​ມາ​ສິດ​ຫຼາຍ​ຢ່າງ, ນີ້​ແມ່ນ​ບັນດາ​ຂໍ້​ລິ​ເລີ່​ມ​ເຊິ່ງທ່ານ​ໄດ້​ຍົກ​ອອກ​ມາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ເຊັ່ນ: ຍົກ​ອັດຕາ​ພາສີ​ສູງ​ສຳລັບ​ບັນດາ​ວິ​ສາ​ຫະກິດ ​ແລະ ຄົນ​ອາ​ເມ​ລິ​ກາ​ ຜູ້​ຮັ່ງມີ ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ຊົນ​ຊັ້ນ​ກາງ. ຄາດ​ວ່າງົບປະມານ​ໃນ​ປີໜ້າ​ແມ່ນອຸປະຖຳ​ໃຫ້ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ປະທານາທິບໍດີ​ Barack Obama ຫວັງ​ວ່າ​ບັນດາ​ມາດ​ຕະການ​ໃໝ່​ຈະ​ຊ່ວຍ​ໃຫ້​ເສດຖະກິດ​ອາ​ເມ​ລິ​ກາ​ ເຕີບ​ໂຕ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ “ດ້ວຍ​ລະດັບ​ໄວ​ສຸດ​ນັບ​ແຕ່​ປີ 1990 ມາ​ຮອດ​ປະຈຸ​ບັນ“. (ປີ 2015, ລັດຖະບານ​ອາ​ເມ​ລິ​ກາ​ ຫວັງ​ວ່າ​ຈະ​ຫຼຸດ​ອັດຕາ​ສ່ວນ​ຫວ່າງ​ງານ​ຈາກ 5,6% ​ໃຫ້​ລົງ​ເຫຼືອ​ພຽງ 5,4%).

        ສຳລັບ​ບັນດາ ສສຊ ພັກ​ປະຊາທິປະ​ໄຕ, ​ແຜນ​ງົບປະມານ​ຂອງ ປະທານາທິບໍດີ​ Barack Obama ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮ່າງ​ບົດ​ປະກາດ​ຖະ​ແຫຼ​ງ​ເລືອກ​ຕັ້ງ​ຂອງ​ບັນດາ​ຜູ້​​ສະໝັກ​ຮັບເລືອກ​ຕັ້ງ​ຂອງ​ພັກ​ນີ້ ທັງ​ແມ່ນ​ກາລະ​ໂອກາດເພື່ອ​ໃຫ້​ເຂົາ​ເຈົ້າ​ພິສູດ​ວ່າ, ຈຸດປະສົງ​ຂອງ​ພັກ​ປະຊາທິປະ​ໄຕ​ແມ່ນ​ສຸມ​ໃສ່​ການ​ປັບປຸງ​ສະພາບ​ເສດຖະກິດ​ເວົ້າ​ລວມ, ກໍ່​ຄື​ຊຸກຍູ້​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ. ກ່ອນ​ໜ້າ​ນັ້ນ, ​ໃນ​ສານ​ສະຫະລັດ 2015, ປະທານາທິບໍດີ​ Barack Obama ກໍ່​ໄດ້​ສະຫງວນ​ເວລາ ​ເພື່ອ​ຍົກ​ອອກ​ບັນດາ​ຕົວ​ເລກ​ພິສູດ​ໃຫ້​ເຫັນການ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​ອາ​ເມ​ລິ​ກາ, ​ໃນ​ນັ້ນ​ບໍ່​ລືມ​ເຕື້ອງ​ເຖິງ​ຜົນສຳ​ເລັດ​ນີ້​ແມ່ນ​ຍ້ອນ​ມີ​ຊົນ​ຊັ້ນ​ກາງ. ສິ່ງ​ດັ່ງກ່າວ​ແມ່ນ​ກົງກັນຂ້າມ​ກັບ​ຝ່າຍ​ສາທາລະນະ, ​ເຊິ່ງ​ແມ່ນ​ບັນດາ​ຜູ້​ທີ່​ມີ​ທັດສະນະ​ມູນ​ເຊື້ອ​ກ່ຽວ​ກັບ​ບົດ​ລາດ​ເປັນ​ກຳລັງ​ໜູນ​ຂອງ​ວົງ​ການ​ອະພິຊົນ.

        ຄວາມ​ບໍ່​ລົງ​ລອຍ​ກັນ​ຈາກ​ພັກສາ​ທາ​ລະນະ

        ພາຍຫຼັງປະທານາທິບໍດີ​ Barack Obama​ ສະ​ເໜີ​ແຜນ​ງົບປະມານ​ເກື​ອບ 4.000 ຕື້ USD ພຽງ​ສອງ, ສາມ​ຊົ່ວ​ໂມງ, ສສຊ ທັງ​ໝົດຂອງ​ພັກສາ​ທາ​ລະນະ​ຢູ່​ສະພາ​ສູງ ​ແລະ ສະພາ​ຕຳ່​ອາ​ເມ​ລິ​ກາ ລ້ວນ​ແຕ່​ຄັດຄ້ານ​ແຜນການ​ດັ່ງກ່າວ. ​ເນື້ອ​ໃນ​ທີ່​ກໍ່​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງທີ່​ສຸດ​ນັ້ນ​ແມ່ນ​ເລື່ອງ, ປະທານາທິບໍດີ​ Barack Obama ສະ​ເໜີ​ຈັດ​ວາງ​ຂໍ້​ກຳນົດ​​ໃໝ່​ກ່ຽວ​ກັບພາສີສຳລັບ​ບ້ວງ​ກຳ​ໄລ​ກວ່າ 2.100 ຕື້USD ​ເຊິ່ງບັນດາ​ວິ​ສາ​ຫະກິດ​ພວມ​ຮັກສາ​ໄວ້​ຢູ່​ຕ່າງປະ​ເທດ ​ເພື່ອ​ຫຼີກ​ລ້ຽງ​ການ​ເສຍ​ພາສີ. ນີ້​ແມ່ນ​ຈຸດ​ໃໝ່, ດ້ວຍ​ຂໍ້​ກຳນົດ​ນີ້, ລັດຖະບານ​ຈະ​ເກັບ​ໄດ້​ປະມານ 238 ຕື້​ USD ເພື່​ອ​ລົງ​ທຶນ​ເຂົ້າ​ໂຄງ​ການກໍ່​ສ້າງ, ປັບ​ປຸງ ແລະ ຍົກ​ລະ​ດັບ​ລະ​ບົບ​ເສັ້ນ​ທາງ​ຄວາມ​ໄວ​ສູງ, ຂົວທາງ ແລະ ​ທາງ​ຄົມ​ມະ​ນາ​ຄົມ​ທີ່ສຳ​ຄັນ​ອື່ນໆ.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ພັກ ສາ​ທາ​ລະ​ນະລັດ, ​ບັນ​ດາຜູ້​ທີ່​ພວມ​ມີ​ສິດ​ຄວບ​ຄຸມ​ສະ​ພາ​ແຫ່ງ​ຊາດ, ສິ່ງ​ດັ່ງ​ກ່າວ​ພຽງ​ແຕ່​ຊ່ວຍ​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ພັກ ປະ​ຊາ​ທິ​ປະ​ໄຕ​ກ່ອນ​​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2016. ທ່ານ​ປະ​ທານ​ກຳ​ມາ​ທິ​ການ​ການ​ເງິນ​ສະ​ພາ​ສູງ Orrin Hatch ​ໄດ້ກ່າວ​​ຫາ​ແຜນ​ການ​ຂອງ​ທ່ານ Obama ພຽງ​ແຕ່ສຸມ​ໃສ່​ຍູ້​ແຮງ​ການ​ໃຊ້​ຈ່າ​ຍ​ຂອງ​ລັດ​ຖະ​ບານ ໂດຍ​ອີງ​ໃສ່​ບັນ​ດາ​ລາຍ​ຮັບ​ຈາກ​ການ​ເພີ່​ມ​​ອັດ​ຕາພາ​ສີ​ເທົ່າ​ນັ້ນ. ທ່ານ Hatch ຕຳ​ນິ​ຕິ​ຕຽນ​ຂໍ້​ສະ​ເໜີນີ້ “ພຽງ​​ແຕ່​ຕອບ​ສະ​ໜອງ​ຕາມ​ຈຸດ​ປະ​ສົງຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ” ຫາກບໍ່​ສາ​ມາດ​ຊ່ວຍ​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ​ສ້າງ “ພື້ນ​ຖານ​ການ​ເງິນ​​ໃຫ້​ໝັ້ນ​ຄົງ​ຄືນ​ໃໝ່​ໄດ້”.

        ​ໂດຍ​ເຂົ້າ​ໃຈ​ໄດ້​ປະ​ຕິ​ກິ​ລິ​ຍາ​ຈາ​ກ​​ສ​ະ​ພາ​ສູງ, ສະ​ພາ​ຕ່ຳ, ດັ່ງ​ນັ້ນ​ໃນ​ບົດ​ກ່າວ​ປ​າ​ໄສ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ເມື່ອ​ວັນ​ທີ 2/2, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ເນັ້ນ​ໜັກ​ເຖິງ​ການ: ຫຼີກ​ລ້ຽງ​ບໍ່​ໃຫ້​ຄວາມບໍ່​ລົງ​ລອຍ​ກັນ​າງ​ຜົນ​​ຮ້າຍ​ເຖິງ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ພ້ອມ​ທັງ​ກ່າວ​ເຕືອນ​ພັກ​ສາ​ທາ​ລະ​ນະ​ ບໍ່​ຄວນ​ຖື​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊາດ​ເປັນ​ບັນ​ຫາ​ການ​ເມືອງ. ​ກ່ອນ​ໜ້າ​ນັ້ນ, ໃນ​ສານ​ສະ​ຫະ​ລັດ​ປີ 2015, ທ່ານ​ Barack Obama ກໍ່​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ສ້າງ​ກົດ​ໝາຍ​ຂອງ​ພັກ ສາ​ທາ​ລະ​ນະ​ ຈົ່ງ​ພ້ອມ​ກັບ​ທຳ​ນຽບ​ຂ່າວ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປ່ຽ​ນ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ, ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຄວາມ​ມາ​ນະ​ພະ​ຍາ​ຍາມ​​ເຮັ​ດ​ໃຫ້ລັດ​ຖະ​ບານ​ເປັນ​ກະ​ທັດ​ລັດ, ຫລຸດ​ຜ່ອນ​ງົບ​ປະ​ມານ ແລະ ປະ​ຕິ​ຮູບ​ລະ​ບອບ​ເຂົ້າ​ເມືອງ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ເສດ​ຖະ​ກິດ ອາ​ເມ​ລິ​ກາ ເຕີບ​ໂຕ​ຢ່າງ​ແຮງ​ກ່​ວາ​ອີກ. ທ່ານ Obama ກໍ່​ບໍ່​ລື່ມ​ເວົ້າ​ເຖິງ​​ສິດ​ຢັບ​ຢັ້ງ​ໃນ​ກົດ​ໝາຍ​ສະ​ບັບ​ຕ່າງໆ, ເຊິ່ງ​ແມ່ນ​ສິດ​ທີ່​ທ່ານບໍ່​ເຄີຍ​ໃຊ້​ນັບ​ແຕ່​ເມື່ອ​ຮັບ​ດຳ​ລົງ​ຕຳ​ແໜ່ງ.

        ບັນ​ດາ​ການ​ໂຕ້​ຖຽນ​ກັນ​ລະ​ຫວ່າງ​ທຳ​ນຽບ​ຂາວ ແລະ ສະ​ພາ​ສູງ, ສະ​ພາ​ຕ່ຳກ່ຽວ​ກັບ​ການ​ສະ​ເໜີ​ງົບ​ປະ​ມານ​ປີ 2016 ຫາກໍ່​ຍົກ​ອອກ​ມາ​ເທົ່າ​ນັ້ນ ແຕ່​​ຄາດ​ຄະ​ເນ​ວ່າ​​ຍາກ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່​​ສະ​ພາ​ສູງ, ສະ​ພາ​ຕ່ຳ ​ໂດຍ​ພັກ​ສາ​ທາ​ລະ​ນະຄວ​ບ​ຄຸມ. ​ແນ່ນ​ອນ​ວ່າ, ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ 2 ຝ່າຍຈະ​ໄດ້​ຮັບ​ການ​ຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ເຖິງ​ຖອງ​ຈາກ 2 ຝ່າຍ​ເພື່ອ​ທັງ​ປົກ​ປ້ອງ​ທັດ​ສະ​ນະ​ຂອງ​ຕົນ ​ທັງ​ຍາດ​ແຍ່ງ​ໄດ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ເມື່ອ​ການ​ຊ່ວງ​ເສັງ​ເຂົ້າ​ທຳ​ນຽບ​ຂ່າວ​​ໃກ້​ຈະ​ມາ​ຮອດ.

       


ຕອບກັບ

ຂ່າວ/ບົດ​ອື່ນ