ປະເທດອາເມລິກາຕ້ອນຮັບປະທານາທິບໍດີຄົນທີ 45

(vovworld) - ດ້ວຍ​ອັດ​ຕາບັດ​ສະໜັບສະໜູນຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ ທ່ານ Donald Trump ຜູ້​ສະ​ໝັກ​ເລືອ​ກ​ຕ​ັ້ງ ສັງ​ກັດ​ພັກ​ສາ​ທາ​ລະ​ນະ ໄດ້​ລື່ນ​ກາຍ​ຢ່າງ​ຂາດ​ຂັ້ນ ຕໍ່​ຄູ່ແຂ່ງ​ທ່ານ​ນາງ Hilary Clinton . ເປັນ​ອັນ​ວ່າ, ທ່ານ Donald Trump ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ ແລະ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເທ​ລິ​ກາ ຄົນ​ທີ 45.


ປະເທດອາເມລິກາຕ້ອນຮັບປະທານາທິບໍດີຄົນທີ 45 - ảnh 1
ທ່ານ Donald Trump ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ
ແລະ ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເທ​ລິ​ກາ ຄົນ​ທີ 45
(ພາບ: Reuters)

ໃນ​ສູນ​ທອນພົດ​ຂ່່ຳ​ນັບ​ຊົມ​ເຊີຍ​ໄຊ​ຊະ​ນະ. ທ່ານ Donald Trump ໄດ້​ຖະ​ແຫຼງວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ທຸກໆ​ຄົນ ຕ້ອງ​ຫ​ຍັບ​ເຂົ້າ​ໃກ້​ກັນ. ແລະ ຍິ່ງ​ກວ່າ​ເວ​ລາ​ໃດ​ໝົດ, ປະ​ເທດ​ອາ​ເມ​ລິ​ກາ ຕ້ອງ​ສາ​ມັກ​ຄີ​ກັນເພື່ອ​ຟື້ນ​ຟູ​ທີ່​ຕັ້ງ ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ເບີ​ໜື່ງ​ຂອງ​ໂລກ.

ບັນ​ດາ​ນະ​ໂຍ​ບາຍ​ພາຍ​ໃນ​ແລະ​ການ​ຕ່າງ​ປະ​ເທດຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ.

        ​ເມື່ອຫວນ​ຄື​ນ​ຕະ​ຫຼອດ​ໄລ​ຍະ​ທາງ​ແຫ່ງ​ການ​ຂົນ​ຂວາຍ​​ຫາສຽງ​ເລືອກ​ຕັ້ງ, ທ່ານ Donald Trump ໄດ້​ໄປ​ທຸກ​ແຫ່ງ​ຂອງ​ອາ​ເມ​ລິ​ກາ, ທ່ານ​ໄດ້​ຢືນ​ຢັນ​ຄວາມ​ຫວັງ​ອັນ​ແຮງ​ກ້າ​ຂອງ​ຕົນ ແມ່ນ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ແລະ ຍົກ​ອອກ​ບັນ​ດາ​ຂໍ້​ຄວາມ​ຕັດ​ສິນ​ທີ່​ສຳ​ຄັນ ເພື່ອ​ສາ​ມາດ​ປ່ຽນ​ແປງ​ປະ​ເທດ​ອາ​ເມ​ລິ​ກາ. ຕາມ​ທຸກ​ສິ່ງ, ທຸກ​ຢ່າງ​ທີ່​ທ່ານ Donald Trump ໄດ້​ໝັ້ນ​ໝາຍ ເມື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ເທດ​ອາ​ເມ​ລິ​ກາ ຈະ​ກ້າວ​ເຂົ້າ​ສູ່​ເສັ້ນ​ທາງ​ບຸກ​ທະ​ລຸ ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ກ​ະ​ໂດດ​ຂັ້ນ. ນັ້ນ​ແມ່ນ​ບັນ​ຫາ​ຕ້ານ​ການ​ເຂົ້າ​ເມືອງ, ສ້າ​ງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ແກ່ 25 ລ້ານ​ຄົນ ໃນ​ຮອບ​ເວ​ລາ 10 ປີ. ທ່ານ Donald Trump ຍັງ​ໝັ້​ນ​ໝາຍ​ຫຼຸດ​ຜ່ອນອາກອ​ນ​ລາຍ​ໄດ້ວິ​ສາ​ຫະ​ກິດ​ລົງ​ເຫຼືອ​ພຽງ 15% ເມື່ອ​ທຽບ​ໃສ່ 35% ໃນ​ປະ​ຈຸ​ບັນ. ທ່ານ Donald Trump ຍັງ​ໝັ້ນ​ໝາຍ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຫຼ​ຸດ​ຜ່ອນ​ການ​ຂາດ​ດຸນ​ດ້ານ​ການ​ຄ້າ. ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ທ່ານ​ຖະ​ແຫຼງວ​່າ, ບໍ່​ວ່າ​ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​ໃດແມ່ນ​ຕ້ອງ​ປ້ອງ​ກັນ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ອາ​ເມ​ລິ​ກາ.

        ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ, ທ່ານ Donald Trump ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຫຼັກ​ໝັ້ນ​ທີ່​ວ່າ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ ພຽງ​ສຸມ​ໃສ່​ຜົນ​ປະ​ໂຫຍດ ໃຫ້​ແກ່​ປະ​ເທດ​ອາ​ເມ​ລິ​ກາ. ທ່ານ Donald Trump ໄດ້​ປັບ​ປຸງ​ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນໆ, ພ້ອມ​ທັງ​ປົວ​ແປງ​ການ​ພົວ​ພັນ​ກັບ​ລັດ​ເຊຍ.

        ມະ​ຫາ​ເສດ​ຖີ Donald Trump ອາ​ຍຸ 70 ປີ ມີ​ຊື່​ສຽງ​ໃນ​ໂລກ ຍ້ອນ​ມີໄຫວ​ພິບ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ. ບໍ່​ພຽງ​ແຕ່​ແມ່ນ​ນັກ​ທຸ​ລະ​ກິດ​ໃຫຍ່​ເທົ່າ​ນັ້ນ ທ່ານ​ຍັງ​ແມ​່ນດາວດວງ​ໜຶ່ງ​ຂອງ​ຂະ​ແໜງ​ໂທ​ລະ​ຄົມ​ອາ​ເມ​ລິ​ກາ ໃນ​ຖາ​ນະ​ເປັນ​ຜູ້​ດຳ​ເນີນ​ລາຍ​ການ, ທັງ​ເປັນ​ນັກ​ຜະ​ລິດ​ລາຍ​ການ​ໂທ​ລະ​ພາບ “The Apprentice” ຂອງ​ຊ່ອງ​ໂທ​ລະ​ພາບ NBC. ບໍ່​ອາດ​ປະ​ຕິ​ເສດ ທ່ານ Donald Trump ແມ່ນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ມີ​ທັດ​ສະ​ນະ​ຈະ​ແຈ້ງ​ເປັນ​ພິ​ເສດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ໃນ​ນັ້ນ​ສິ່ງ​ບຸ​ລິ​ມະ​ສິດ​ຂອງ​ທ່ານ​ແມ່ນ​ເຄົາ​ລົບ​ ແຕ່​ຈຳ​ກັດ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin, ຄວບ​ຄຸມ​ຄົນ​ເຂ​ົ້າ​ເມືອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ອາ​ເມ​ລິ​ກາ. ໄຊ​ຊະ​ນະ​ຂອງ​ທ່ານ Donald Trump ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງກໍ່​ສາ​ມາດ​ແກ້​ໄຂ​ທາງ​ດ້ານ​ຈິດ​ຕະ​ຂອງ​ຊາວ​ອາ​ເມ​ລິ​ກາ ໃນ​ຈຸດ​ເວ​ລາ​ທີ່​ປະ​ຊາ​ຊົນ​ຂອງ​ປະ​ເທດນີ້ ພວມ​ຮູ້​ສຶກບໍ່​ໝັ້​ນ​ໃຈ ຍ້ອນ​ແນວ​ທາງ​ການ​ເມືອງ​ທີ່​ເປັນ​ມູນ​ເຊື້ອ. ນັ້ນ​ແມ່ນ​ໄພ​ກໍ່​ການ​ຮ້າຍ, ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄວບ​ຄຸມ​ປືນ​ເສິກ, ອິດ​ທິ​ພົນ​ຊື່​ສຽງ​ໄດ້​ຫຼຸດ​ລົງຍ້ອນ​ຖືກ​ຕົກ​ສະ​ໜົມໃນ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ. ເພາະ​ສະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ໃໝ່ ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ໝາຍ​ປ່ຽນ​ແປງ​ນະ​ໂຍ​ບາຍ ອາດ​ຈະ​ນຳ​ມາ​ເຊິ່ງ​ບ​າດ​ກ້າ​ວ​ບຸກ​ທະ​ລຸ, ຢ່າງ​ໜ້ອຍ​ສຸດ​ແມ່ນ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທະ​ສຳ​ພັດ​ທີ່​ໃໝ່​ອ່ຽ​ມ. ດ້ວຍ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ທ່ານ Donald Trump ສາ​ມາ​ດຢັ້ງ​ຢືນ​ໄດ້​ສິ່ງ​ໜຶ່ງ​ທີ່​ວ່າ: ປະ​ຊາ​ຊົນ​ເຊື່ອ​ໝັ້ນ​ທ່ານ ບໍ່​ແມ່ນ​ຜູ້​ຊັກ​ຈູງ​ອາ​ເມ​ລິ​ກາ​ໄປ​​ສູ່ສົງ​ຄາມ​ໄ​ຮ້​ເຫດ​ຜົນ​ຢ່​ູ​ຕ່າງ​ປະ​ເທດ ແລະ ທ່ານ​ຈະ​ຖື​ຜົນ​ປະ​ໂຫຍດ​ຂອງ​ຊາວ​ອາ​ເມ​ລິ​ກາ ເໜືອກວ່າ​ສິ່ງ​ໃດ​ໝົດ.

ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາມ​ເລິ​ກາ.

        ໂດຍ​ໄດ້​ກາຍ​ເປັນ​ຜູ້​ນຳ​ທຳ​ນຽບ​ຂາວ, ໃນ​ອາ​ຍຸ​ການ 4 ປີ​ຈະ​ມາ​ເຖິງ, ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ທ່ານ Donald Trump ປະ​ເຊີນ​ໜ້ານັ້ນ ບໍ່​ແມ່ນ​ໜ້ອຍ. ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ ຈະ​ມີ​ໜ້​າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜັກ​ໜ່ວງ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ, ແກ້​ໄຂ​ການກໍ່​ການ​ຮ້າຍ, ບັນ​ດາ ຊີ​ຣີ, ແກ້​ໄຂ​ໜ​ີ້​ສາ​ທາ​ລະ​ນະ ແລະ ອ​ື່ນໆ. ປະ​ຈຸ​ບັນໜີ້​ສາ​ທາ​ລະ​ນະ​ຂອງ​ອາ​ເມ​ລິ​ກາ​ ແມ່ນ 19.000 ຕື້ USD ເທົ່າ​ກັບ 108% GDP ຂອງ​ອາ​ເມ​ລິ​ກາ. ຄວາມ​ຂາດ​ສະ​ເໝີ​ພາບ​ທາງ​ສັງ​ຄົມ, ການ​ຈ​ຳ​ແນກ​ເຊື້ອ​ຊ​າດ​ຜິວ​ພັນ, ການ​ຄວບ​ຄຸມ​ປືນ​ເສິກ, ແກ້​ໄຂ​ບັນ​ຫາ​​ຄົນເຂົ້າ​ເມືອງ ກ​ໍ່​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ຜູ້​ນຳ​ຄົນ​ໃໝ່​ຂອງ​ທຳ​ນຽບ​ຂ​າວ​ຕ້ອງ​ປະ​ຕິ​ບັດ.

        ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ ຈ​ະ​ຖືກ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 06/01/2017. ຕາມ​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ລິກ​າ ແລ້ວ, ປະ​ທາ​ນາ​ທິ​ບໍ​​ດີ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 20/01 ຂອງ​ປີ​ຕໍ່​ໄປ ພາຍ​ຫຼັງ​ການ​ເລືອກ​ຕັ້ງ, ໝາຍ​ຄວາ​ມ​ວ່າ ໃນ​ວັນ​ທີ 20/01/2017. ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງອາ​ເມ​ລິ​ກາ ​ຈະ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ ພາຍ​ຫຼັງ​ໄດ້​ຮັບ​ການມອບ​ຮັບ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ເກົ່າ.

ຂ່າວ/ບົດ​ອື່ນ