ປະ​ເທດ​ເຢຍ​ລະ​ມັນ ແລະ ບົດ​ບາດ​ນຳ​ພາ​ອີ​ຢູ

(VOVWORLD) -ວັນທີ 1 ມິຖຸນາ, ປະເທດເຢຍລະມັນ ໄດ້ດຳລົງຕຳແໜ່ງເປັນປະທານຜັດປ່ຽນອີຢູ ໃນອາຍຸການທີ່ແກ່ຍາວເປັນເວລາ 6 ເດືອນຢ່າງເປັນທາງການ. ບົດບາດນຳພາ ແລະ ຜົນສະທ້ອນຂອງ ເເບັກລິນ ແມ່ນມີຄວາມຈຳເປັນພິເສດ, ໃນສະພາບການທີ່ສະຫະພາບເອີລົບ (ອີຢູ) ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການຢູ່ພາຍໃນ ແລະ ນອກກຸ່ມ. ແຕ່ເຖິງແນວນັ້ນກໍ່ຕາມ, ສິງທ້າທາຍຫຼາຍປະການທີ່ວາງອອກ ໄດ້ເຮັດໃຫ້ອາຍຸການເປັນປະທານຜັດປ່ຽນອີຢູ ຂອງເຢຍລະມັນ ແມ່ນບໍ່ງ່າຍດາຍ.

ປະ​ເທດ​ເຢຍ​ລະ​ມັນ ແລະ ບົດ​ບາດ​ນຳ​ພາ​ອີ​ຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel (ຂວາ)

(ພາບ: AFP/TTXVN)

    ເພື່ອກະກຽມໃຫ້ແກ່ອາຍຸການເປັນປະທານຂອງຕົນ, ເຢຍລະມັນ ກໍ່ມີເວລາຫຼາຍ ເພື່ອກະກຽມບັນຊີລາຍຊື່ບັນດາການໃຫ້ບຸລິມະສິດໄດ້ຮັບການປຶກສາຫາລືຢ່າງລະອຽດຄື: ການຄວບຄຸມອາຍແກັດເຮືອນແກ້ວ, ການພົວພັນກັບອັງກິດ ໄລຍະ “ຫຼັງ Brexit”, ຂອບງົບປະມານຂອງອີຢູ…. ແຕ່ຍ້ອນໂລກລະບາດໂຄວິດ-19, ບັນດາການໃຫ້ບຸລິມະສິດດັ່ງກ່າວກໍ່ຖືກໂຈະໄວ້, ແທນໃຫ້ນັ້ນແມ່ນໜ້າທີ່ຈຸດສຸມຄື: ຜ່ານຜ່າໂລກລະບາດ, ສ້າງເສດຖະກິດຄືນໃໝ່ ແລະ ປັບປຸງສະຫະພາບເອີລົບ ໃຫ້ມີຄວາມອົງອາດກ້າແກ່ນຕໍ່ວິກິດການໃນອະນາຄົດ.

ບັນດາຄວາມຫຍຸ້ງຍາກຕ້ອງປະເຊີນໜ້າ

   ສິ່ງທ້າທາຍທີ່ໃຫ່ຍຫຼວງເຊິ່ງ ອີຢູ ຕ້ອງປະເຊີນໜ້າໃນປະຈຸບັນ ນັ້ນແມ່ນໂລກລະບາດໂຄວິດ-19 ຊື່ງໄດ້ເຮັດໃຫ້ກ່ວາ 140.000 ເສຍຊີວິດ ແລະ ນັບຮ້ອຍລ້ານຄົນຕ້ອງດຳລົງຊີວິດໃນສະພາບການຈຳກັດການໄປມາ, ເຮັດໃຫ້ເອີລົບ ຕ້ອງປະເຊີນໜ້າກັບການຊຸດໂຊມດ້ານເສດຖະກິດທີ່ໜັກໜ່ວງ. ຄະນະກຳມະການເອີລົບ (ອີຊີ) ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ: ເສດຖະກິດເອີລົບຈະຫລຸດລົງ 7,4% ໃນປີນີ້. ຄາດວ່າ, ເສດຖະກິດຂອງທຸກປະເທດສະມາຊິກ ອີຢູ ລ້ວນແຕ່ຈະຖືກຊຸດໂຊມຢ່າງໜັກໜ່ວງ. ການເຄື່ອນໄຫວເສດຖະກິດຢູ່ ເກຼກ, ອີຕາລີ, ແອດສະປາຍ, ຝະລັ່ງ…. ຖືກຖືວ່າ ຈະໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງທີ່ສຸດ. ໄປຄຽງຄູ່ກັບເລື່ອງ GDP ຖືກຫລຸດລົງຫຼາຍ, ອັດຕາສ່ວນການຫວ່າງງານໃນພາກພື້ນເອີລົບ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນແຕ່  7,5% ໃນປີ 2019 ຂຶ້ນເປັນ 9% ໃນປີ 2020.

   ຄວາມຫຍຸ້ງຍາກທີ 2 ແມ່ນການແບ່ງແຍກລະຫວ່າງບັນດາປະເທດສະມາຊິກອີຢູ ພວມນັບມື້ນັບຮ້າຍແຮງກ່ວາ, ພິເສດແມ່ນໃນວຽກງານປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19.

   ບັນດາມາດຕະການຄວບຄຸມເຂດຊາຍແດນຢ່າງເຄັ່ງຄັດ ຊື່ງບັນດາປະເທດລ້ວນແຕ່ໄດ້ນຳໃຊ້ຍ້ອນໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຕະຫຼາດພາຍໃນກຸ່ມມີຄວາມສັບສົນ ຊື່ງໄດ້ເຮັດໃຫ້ແນວຄວາມຄິດກ່ຽວກັບເອີລົບ ໄຮ້ພົມແດນ ບໍ່ສາມາດເປັນໄປໄດ້. ວິກິດການປະຈຸບັນ ໄດ້ຍູ້ບັນດາປະເທດສະມາຊິກເອີລົບ ຕົກເຂົ້າສູ່ສະພາບຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ ທັງດ້ານເສດຖະກິດ ແລະ ສັງຄົມ, ອັນໄດ້ຮຽກຮ້ອງໃຫ້ເຢຍລະມັນ ຊື່ງເປັນປະທານຜັດປ່ຽນເອີລົບ ຕ້ອງມີບັນດາມາດຕະການແກ້ໄຂຢ່າງເດັດຂາດ.

    ກ່ຽວກັບດ້ານການພົວພັນການຕ່າງປະເທດ, ບັນດາຄວາມຫຍຸ້ງຍາກໄດ້ປະກົດຂຶ້ນ ນັບແຕ່ຊຸມວັນທຳອິດທີ່ເຢຍລະມັນ ດຳລົງຕຳແໜ່ງເປັນປະທານຜັດປ່ຽນຂອງອີຢູ. ວັນທີ 3 ມິຖຸນາ, ເຢຍລະມັນ ຕ້ອງປະກາດໂຈະກອງປະຊຸມສຸດຍອດອີຢູ-ຈີນ ໄວ້ ຊື່ງຄາດວ່າ ຈະດຳເນີນໃນເດືອນກັນຍາທີ່ຈະມາເຖິງຢູ່ນະຄອນ Leipzig ຂອງເຢຍລມັນ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ເຄີຍຕັ້ງຄວາມຫວັງຕໍ່ກອງປະຊຸມຄັ້ງນີ້ຫຼາຍທີ່ສຸດ, ຖືວ່າ ນີ້ແມ່ນໂອກາດເພື່ອຊຸກຍູ້ຈີນ ຕ້ອງປະຕິບັດບັນດາຄຳໝັ້ນສັນຍາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນການພົວພັນດ້ານການຄ້າກັບອີຢູ.

ການໃຫ້ບຸລິມະສິດຂອງເຢຍລະມັນ

   ປະເທດເຢຍລະມັນ ໄດ້ເຂົ້າໃຈແຈ້ງກ່ຽວກັບດນາຄວາມຫຍຸ້ງຍາກທີ່ຕ້ອງປະເຊີນໜ້າ ໃນຂະນະທີ່ດຳລົງຕຳແໜ່ງເປັນປະທານຜັດປ່ຽນອີຢູ. ໃນບົດກ່າວປາໄສເມື່ອທ້າຍເດືອນເມສາປີ 2020, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຊີ້ແຈ້ງວ່າ: “ແນ່ານອນວ່າ, ເວລາທີ່ ເຢຍລະມັນ ດຳລົງຕຳແໜ່ງເປັນປະທານຜັດປ່ຽນອີຢູ ຈະຖືກຄອບງຳຍ້ອນບັນຫາຕ້ານໂລກລະບາດໂຄວິດ-19 ແລະ ບັນດາຜົນຮ້າຍຢ້ອນຫຼັງຈາກໂລກລະບາດ”. ທ່ານນາງ Merkel ເນັ້ນໜັກວ່າ, ປະເທດເຢຍລະມັນ ຈະຊຸກຍູ້ແນວຄວາມຄິດກ່ຽວກັບລະບົບເບິ່ງແຍງດູແລສຸຂະພາບ ທີ່ບັນລຸປະສິດທິຜົນຂອງເອີລົບ ສະຫງວນໃຫ້ແກ່ທຸກປະເທດສະມາຊິກ ກໍ່ຄືບັນດາບັນຫາກ່ຽວກັບພາສີອາກອນການພົວພັນດ້ານການເງິນ, ອັດຕາພາສີຕ່ຳສຸດ…..

   ນີ້ບໍ່ແມ່ນຄັ້ງທຳອິດ ແລະ ກໍ່ບໍ່ແມ່ນຄັ້ງສຸດທ້າຍ ທີ່ເຢຍລະມັນ ໄດ້ດຳລົງຕຳແໜ່ງເປັນປະທານຜັດປ່ຽນຂອງອີຢູ. ແຕ່ເຖິງຢ່າງໃດກໍ່ຕາມ, ແນ່ນອນວ່າ ນີ້ຈະແມ່ນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດໃນປະຫວັດສາດຂອງກຸ່ມ ນັບແຕ່ເມື່ອໄດ້ສ້າງຕັ້ງຂຶ້ນເມື່ອປີ 1993 ແລະ ປະເທດ ເຢຍລະມັນ ຕ້ອງຜ່ານຜ່ານສິ່ງທ້າທາຍຫຼາຍປະການ ເພື່ອ “ພ້ອມກັນນຳເອີລົບ ກັບມາມີຄວາມເຂັ້ມແຂງຄືນໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ