ປາແລດສະຕີນ - ອິດສະຣາແອນ ພາດໂອກາດສ້າງສັນຕິພາບ


(vovworld) - ພາຍຫຼັງ 8 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ອຸປະຖຳ​ຂອງ​ອາ​ເມ​ລິ​ກາ, ​ແຕ່​ຂໍ້​ລິ​ເລີ່​ມສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ​ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຍົກ​ອອກ​ມາ​ບໍ່​ໄດ້​ຮັບ​ຜົນ​ຖືກ​ກັບ​ເວລາທີ່​ໄດ້​ວາງ​ອອກ. ​ຍ້ອນແທນ​ທີ່​ຈະ​ຕ້ອງ​ພະຍາຍາມບັນລຸ​ ຂໍ້​ຕົກລົງ​​ໃຫ້​ໄດ້ໃນ​ວັນ​ທີ 29/4, ​​ເພື່ອແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຖືກ​ຖື​ວ່າ​ມີ​ຄວາມ​ສະດຸ​ງ​ໄວ​ທີ່​ສຸດ​ເຊັ່ນ​ບັນຫາ​ຊາຍ​ແດນ, ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່, ກົດ​ລະບຽບ​ຂອງ​ເຢຮູ​ຊາ​ແລມ ​ແລະ ຜູ້​ຫຼົບ​ໄພນັ້ນ, ທັງອິດສະ​ຣາ​ແອນ ​ແລະ ປາ​ແລດ​ສະຕີ​ນພັດ​ໂຕ້​ຕອບ​ກັນ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ.

ປາແລດສະຕີນ - ອິດສະຣາແອນ ພາດໂອກາດສ້າງສັນຕິພາບ - ảnh 1


ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry

ເຈລະຈາກັບປະທານາທິບໍດີປາແລດສະຕີ Mahmud Abbas ເພື່ອຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງ

(ພາບ: AFP/TTXVN)

        ​ເຖິງ​ວ່າ​​ເຈົ້າ​ໜ້າ​ທີ​ອາ​ເມ​ລິ​ກາ ​ຫຼາຍທ່ານ​ໄດ້ຖືວ່າ ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ພຽງ​ຢຸດ​ໄວ້​ໄລຍະ​ໜຶ່ງ​ເທົ່າ​ນັ້ນກໍ່ຕາມ, ​ແຕ່​ທ້າຍສັບປະດາ​ຜ່ານ​ມາ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຍອມຮັບ​ວ່າ ການ​ເຈລະຈາ​ສັນຕິພາບ​ລະຫວ່າງອິດສະຣາ​ແອນ - ປາ​ແລດ​ສະຕີນ​ ທີ່ຖືກ​ຢຸດ​ໄວ້​ຊົ່ວຄາວ​​ແມ່ນ​ສິ່ງ​ທີ່​ຈຳ​ເປັນນັ້ນ ສະ​ແດງ​ໃຫ້​ເຫັນວ່າ​ວິວັດ​ທະ​ນາ​ການ​ນີ້​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຖືກຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ​ຢ່າງຮອບດ້ານ. ສາຍ​ເຫດ​ທີ່​ທ່ານ Barack Obama ຍົກ​ອອກ​ມາ​ ນັ້ນແມ່ນ​ການ​ນຳ​ຂອງ​ທັງອິດສະຣາ​ແອນ - ປາ​ແລດ​ສະຕີ​ ລ້ວນ​ແຕ່​ຂາດ​ເຈດ​ຕະນາ​ດີ​ໃນ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເພື່ອ​ແກ້​ໄຂ​ບັນຫາ​ສຳຄັນ.

        ການ​ໂຕ້​ຕອບ​ແທນ​ທີ່​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ

        ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ໃໝ່​ສຸດ​ທີ່​ພາ​ໄປ​ເຖິງ​ເລື່ອງ ອິດສະຣາ​ແອນ ຕົກລົງ​ຢຸດຕິ​ການ​ເຈລະຈາສັນຕິພາບ ​ແມ່ນ​ຍ້ອນ​ອົງການ​ປົດ​ປ່ອຍປາ​ແລດ​ສະຕີ​ນ (PLO) ​ແລະ​ຂະ​ບວນການ​ອິດສະ​ລາມ​ຮາ​ມາດ ​ເຫັນ​ດີ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ, ນີ້ແມ່ນ​ການ​ກະທຳ​ທີ່​ຖືກ​ຖື​ວ່າ​ຈະ​ຢຸດຕິ​ການ​ແບ່ງ​ແຍກ​ມາ​ເປັນ​ເວລາ​ຫຼາຍ​ປີລະຫວ່າງ​ສອງ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກກັນ​ນີ້. ຝ່າຍ​ອິດສະຣາ​ແອນ​ຖື​ວ່າ, ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ​ສອງ​ຝ່າຍປາ​ແລດ​ສະຕີ​ນ​ ແມ່ນ​ເຂົ້າ​ໃຈ​ຍາກ ​ແລະ ກໍ່​ຜົນ​ສະທ້ອນ​ບໍດີ​ເຖິງ​ຄວາມ​ມານະ​ພະຍາຍາມ​ສ້າງສັນ​ຕິ​ພາບ. ສິ່ງ​ດັ່ງກ່າວ​ສາມາດ​ເຂົ້າ​ໃຈ​ໄດ້​ວ່າ ນັບ​ແຕ່​ດົນ​ນາມາ​ແລ້ວ ອິກສະຣາ​ແອນ ​​ໄດ້​ຈັດ​ຮາ​ມາດ​ ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ອົງການ​ກໍ່​ການ​ຮ້າຍ, ​ໃນ​ຂະນະ​ທີ່ ຮາ​ມາດ​ ຍາມ​ໃດ​ກໍ່​ປະຕິ​ເສດ​ຮັບຮອງ​ອິດສະຣາ​ແອນ, ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຮັບຮອງ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ກ່ອນ​ນີ້​ລະຫວ່າງ ອິດສະຣາ​ແອນ - ປາ​ແລດ​ສະຕີ. ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ປະກາດ​ວ່າ​ຈະ​ບໍ່​ເຈລະຈາ​ກັບ​ລັດຖະບານ​ປາ​ແລດ​ສະຕີ​ນ ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອົງການ​ກໍ່​ການ​ຮ້າຍໜຶ່ງ​ເພື່ອ​ທຳລາຍ ອິດ​ສະຣາ​ແອນ. ພ້ອມ​ກັບ​ຂໍ້​ຕົກລົງ​ຢຸດຕິ​ການ​ເຈລະຈາ​ສັນຕິພາບ. ອິດສະຣາ​ແອນ​ ກໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ເສດຖະກິດ​ຕໍ່​ອຳນາດ​ການ​ປົກຄອງ​ປາ​ແລດ​ສະຕີ​ນ. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ, ​ໃນ​ຊຸ່ມ​ວັນ​ຈະ​ມາ​ເຖິງ, ທ່ານ Benjamin Netanyahu ອາດ​ຈະ​ສືບ​ຕໍ່​ໂຈມ​ຕີ​ຂໍ້​ຕົກລົງ​ປອງ​ດອງ​ຊາດ​ລະຫວ່າງ​ຟາ​ຕາ ​ແລະ ຮາ​ມາດ.

ສະພາ​ສູນ​ກາງ​ຂອງ​ອົງການ​ປົດ​ປ່ອຍປາ​ແລດ​ສະຕີ​ນ (PLO) ​ໄດ້​ຕົກລົງ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ທີ່​ຕັ້ງ​ຂອງ​ລັດ​ຜ່ານ​ການ​ລົງ​ນາມ​ໃນ​ສັນຍາ​ສາກົນ​ຂອງສະຫະ​ປະຊາ​ຊາດ (ສປຊ) 63 ສະບັບ. PLO ກໍ່​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ​ແລະ ສະມັດຊາ​ໃຫຍ່ ສປຊ ກ່າວ​ປະນາມ​ອິດສະຣາ​ແອນ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່, ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ປາ​ແລດ​ສະຕີ​ນຢູ່ ​ເຢຣູຊາ​ແລມ, ອັນ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ໃຫ້​ໂບດຂອງ​ຊາວ​ຄິດ ​ແລະ ​ໂບດ​ອິດສະ​ລາມ. ສະພາ​ສູນ​ກາງ PLO ຍັງ​ປ່ອນ​ບັດ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ສປຊ ປະຕິ​ເສດ​ບັນດາ​ບໍລິສັດ ​ແລະ ອົງການ​ສະໜັບສະໜູນ​ການ​ຢືດຄອງ​ຂອງ​ອິດ​ສະຣາ​ແອນ. ​ໃນ​ການ​ກະທຳ​ທີ່​ເດັດ​ດຽວ​ກວ່າ. ສະພາ 120 ສະມາຊິກ​ຂອງ PLO ກໍ່​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ກ່ຽວ​ກັບ​ເລື່ອງ ປາ​ແລດ​ສະຕີ​ນຕ້ອງ​ຮັບຮອງ ອິດສະຣາ​ແອນ ​ແມ່ນລັດ​ຊາວ​ຢີວ.

        ສິ່ງ​ບໍ່​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ

        ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ບໍ່​ມີ​ຝ່າຍ​ໄດ້​ມີ​ຜົນ​ປະ​ໂຫຍ​ດ​ເມື່ອວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຖືກ​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ. ຖ້າ​ຫາກ​ອາ​ເມ​ລິ​ກາ ບໍ່​ສົນ​ໃຈ​ເຖິງ​ເລື່ອງ​ຊຸກຍູ້​ວິວັດ​ການ​ນີ້. ​ ມັນຈະ​​ເປັນ​ບັນຫາ​ໃຫຍ່​ໃນ​ຕໍ່ໜ້າ, ​ເຊິ່ງອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນຕ້ອງ​ແກ້​ໄຂ. ສຳລັບ​ປາ​ແລດ​ສະຕີ​ນ, ຜົນ​ສະທ້ອນ​ທາງ​ດ້ານ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງ​ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ນອກ​ຈາກ​ຄຳ​ສັ່ງ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ ​ໂດຍ​ອິດສະ​ຣາ​ແອນ​ກໍ່​ຂຶ້ນ, ຊາວ​ປາ​ແລດ​ສະຕີ​ນ ພວມປະ​ເຊີນ​ໜ້າກັບເລື່ອງ, ອາ​ເມ​ລິ​ກາ​ ອາດ​ຈະ​ຄິດ​ໄລ່​ຊັ່ງຊາ​ບ້ວງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ອິດສະ​ຣາ​ແອນ ​ນັບ​ມື້​ນັບຖື​ກຕົກ​ຢູ່​ໂດດ​ດຽວ​ໃນ​ເວ​ທີສາກ​ົນ. ​ໂດຍ​ລະອຽດ​ແມ່ນ​ນັບ​ມື້​ນັບ​ມີ​ຄຳ​ຮຽກຮ້ອງ​ປະຕິ​ເສດ, ຊຳ້​ບໍ​ໜຳ ​ແມ່ນ​ຄຳ​ສັ່ງລົງ​ໂທດຂອງ​ສະຫະພາບ​ເອີ​ລົບ ​ແລະ ບັນດາ​ອົງການ​ອື່ນໆ​ທີ່​ຕ້ານ​ຄືນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ອິດສະຣາ​ແອນ​ຢູ່​ເຂດ​ຕັ້ງ​ຖີ່ນຖານ​ຄົງ​ທີ່ຫຼາຍ​ກວ່າ. ສ່ວນທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ່​ກ່າວ​ເຕືອນ​ວ່າ ອິດສະຣາ​ແອນ ອາດ​ຈະ​ກາຍ​ເປັນ​ລັດ​ຊາວ​ຢີວທີ່​ຖືກ​ທຳລາຍ ຖ້າບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ​ຢ່າງ​ໝັ້ນຄົງກັບ​ອຳນາດ​ການ​ປົກຄອງປາ​ແລດ​ສະຕີນ.

        ​ເຖິງ​ວ່າ​ອາ​ເມ​ລິ​ກາ​ ໄດ້​ປະກາດ​ວ່າ​ນີ້​ແມ່ນ​ຈຸດ​ເວລາ​ທີ່​ຝ່າຍ​ຕ່າງໆ​ຢຸດຕິ​ຊົ່ວຄາວການ​ເຄື່ອນ​ໄຫວ​ທຸກ​ຢ່າງ ​ເພື່ອ​ໃຫ້ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ພ້ອມ​ກັນ​ພິຈາລະນາ​ຄວາມ​ສາມາດ​ຍົກ​ອອກ​ຂໍ້​ຕົກລົງ​ຕໍ່​ໄປ, ​ແຕ່​ເປັນ​ສິ່ງ​ຈະ​ແຈ້ງ​ທີ່​ວ່າ, ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​​ເວັນ​ອອກ​ກາງ​ພວມຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ. ​ເລື່ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ລະຫວ່າງ​ຝ່າຍ​ຕ່າງ​ໆ​ໃນ​ຕໍ່ໜ້າ​ຍາກ​ທີ່​ຈະ​ເກີດ​ຂຶ້ນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ການ​ນຳ​ປາ​ແລດ​ສະຕີ​ນ ​ແລະ ອິດສະຣາ​ແອນ ​ຍັງຄົງ​ຢືນຢັນ​ວ່າ​ຢາກ​ແກ່​ຍາວ​ການ​ເຈລະຈາ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ​ປາ​ແລດ​ສະຕີ​ນ ​ແລະ ອິດສະ​ຣາ​ແອນ ສືບ​ຕໍ່​ພາດ​ໂອກາດ​ສ້າງສັນ​ຕິ​ພາບ​ທີ່​ຫາ​ຍາກ​ນີ້.

 

ຂ່າວ/ບົດ​ອື່ນ