ປ່ຽນ​ແປງ​ໃໝ່​, ປະ​ດິດ​ຄິດ​ສ້າງ, ສາ​ມັກ​ຄີ ແລະ ມາ​ນະ​ພະ​ຍາຍາມ ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່​ປີ 2022

(VOVWORLD) -        ກ່າວຄຳເຫັນທີ່ກອງປະຊຸມທາງໄກລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນຕ່າງໆ ກ່ຽວກັບການສະຫຼຸບວຽກງານປີ 2021, ຜັນຂະຫຍາຍໜ້າທີ່, ມາດຕະການຕົ້ນຕໍໃນປີ 2022 ວັນທີ 5 ມັງກອນ 2022, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າບັນດາໝາກຜົນ, ຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້ໃນປີ 2021 ໄດ້ປະກອບສ່ວນສຳຄັນເຂົ້າໃນການນຳ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສືບຕໍ່ເຮັດໃຫ້ປະຫວັດສາດ ແລະ ມູນເຊື້ອອົງອາດກ້າຫານຂອງຊາດ ຫວຽດນາມ ໃສແຈ້ງ ແລະ ສວຍງາມກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມບັນດາບັນຫາທີ່ມີລັກສະນະກຳນົດທິດກ່ຽວກັບເປົ້າໝາຍ ແລະ ໜ້າທີ່ພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນປີ 2022.
ປ່ຽນ​ແປງ​ໃໝ່​, ປະ​ດິດ​ຄິດ​ສ້າງ, ສາ​ມັກ​ຄີ ແລະ ມາ​ນະ​ພະ​ຍາຍາມ ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່​ປີ 2022 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)

ກ່ຽວກັບມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ຫວຽດນາມ ຕ້ອງສືບຕໍ່ຕິດຕາມ ແລະ ກຳແໜ້ນສະພາບການຜັນແປຂອງໂລກລະບາດໃນໂລກ ແລະ ພາຍໃນປະເທດ, ພິເສດແມ່ນຄວາມສ່ຽງຈາກເຊື້ອໄວຣັດກາຍພັນໃໝ່ເພື່ອມີນະໂຍບາຍ ແລະ ມາດຕະການຮັບມືຢ່າງທັນການ ແລະ ເໝາະສົມ. ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ສຸມໃສ່ບຸລິມະສິດປະຕິບັດໂຄງການສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ໄດ້ປະກາດໃຊ້ ເພື່ອມີການຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ, ຄວບຄຸມໂລກລະບາດໃຫ້ມີປະສິດທິຜົນຢ່າງແທ້ຈິງ, ຖືນີ້ແມ່ນໜ້າທີ່ສຳຄັນ, ຮີບດ່ວນຂອງທຸກຂັ້ນ, ທຸກຂະແໜງການ ນັບແຕ່ຕົ້ນປີ 2022. ສືບຕໍ່ຍູ້ແຮງບັ້ນສັກວັກຊິນ ແລະ ສຳເລັດການສັກວັກຊິນເຂັມທີ 2 ໃຫ້ທົ່ວເຖິງໂດຍໄວ. ທຸກຂະແໜງການ, ທຸກຂັ້ນຕ້ອງຮັບປະກັນມີວັກຊິນ, ຢຸກຢາ, ຢາຊີວະພາບ, ອຸປະກອນການແພດຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດຢ່າງພຽງພໍ; ຍົກສູງກຳລັງຄວາມສາມາດຂອງລະບົບສາທາລະນະສຸກ, ໂດຍສະເພາະແມ່ນຂັ້ນຮາກຖານ, ການແພດປ້ອງກັນ; ປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກລະບາດຢ່າງເຂັ້ມງວດ.

        ກ່ຽວກັບການສຸມໃສ່ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ປະຕິບັດເປົ້າໝາຍຄວບຄຸມໄພເງິນເຟີ້, ຮັບປະກັນເສດຖະກິດມະຫາພາກ ແລະ ດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃຫ້ເປັນປົກກະຕິ, ສືບຕໍ່ປົວແປງສະພາບແວດລ້ອມດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕໄວ ແລະ ຍືນຍົງ, ແທດຈິງກວ່າ; ສ້າງບາດກ້າວຫັນປ່ຽນຢ່າງແຮງກວ່າໃນການປະຕິບັດຍຸດທະສາດບຸກທະລຸ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແລ້ວ ຕ້ອງສືບຕໍ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ…ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

ປ່ຽນ​ແປງ​ໃໝ່​, ປະ​ດິດ​ຄິດ​ສ້າງ, ສາ​ມັກ​ຄີ ແລະ ມາ​ນະ​ພະ​ຍາຍາມ ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່​ປີ 2022 - ảnh 2 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

        ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ຄວນເອົາໃຈໃສ່ກວ່າອີກເຖິງໜ້າທີ່ພັດທະນາວັດທະນະທຳໃຫ້ມີຄວາມກົມກຽວ ແລະ ເທົ່າທຽບກັບການພັດທະນາເສດຖະກິດສັງຄົມ; ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ ແມ່ນປະຕິບັດນະໂຍບາຍຊ່ວຍເຫຼືອປະຊາຊົນ, ຜູ້ອອກແຮງງານ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກ, ເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ປະສົບກັບຄວາມຫຍຸ້ງຍາກ; ສ້າງຊົນນະບົດໃໝ່, ຕົວເມືອງອັດສະລິຍະ, ແກ້ໄຂບັນຫາວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ໃຫ້ບຸລິມະສິດຈັດແບ່ງກຳລັງປະຕິບັດບັນດາໂຄງການ, ແຜນຮ່າງ, ນະໂຍບາຍສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໃຫ້ມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ ແມ່ນຍົກສູງປະສິດທິຜົນຂອງລະບອບລະບຽບການດ້ານວັດທະນະທຳ ໂດຍສະເພາະແມ່ນຢູ່ເຂດອຸດສາຫະກຳ, ເຂດຕົວເມືອງໃໝ່; ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ, ວັດທະນະທຳອັນດີງາມ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.  

  ທ່ານເລຂາທິການໃຫຍ່ ເນັ້ນຫນັກເຖິງເລື່ອງສືບຕໍ່ປັບປຸງ, ເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ຕາມນັ້ນແລ້ວ ຕ້ອງເປັນເຈົ້າການໃນການປ້ອງກັນ, ຕໍ່ສູ້ ເຮັດໃຫ້ທຸກກົນອຸບາຍຕ້ານທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການໃຫ້ປະລາໄຊ. ພ້ອມກັນນັ້ນ ຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໃຫ້ເປັນຢ່າງດີ, ເປັນເຈົ້າການ, ຕັ້ງຫນ້າ, ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຢ່າງເລິກເຊິ່ງ, ມີຄຸນນະພາບກວ່າ; ຍູ້ແຮງການພົວພັນການຕ່າງປະເທດຫລາຍຝ່າຍ; ຜັນຂະຫຍາຍປະຕິບັດບັນດາສັນຍາການຄ້າທີ່ໄດ້ລົງນາມໃຫ້ມີປະສິດທິຜົນ, ຍາດແຍ່ງຜົນປະໂຫຍດໃຫ້ຊື່ງບັນດາສັນຍາດັ່ງກ່າວອາດຈະນຳມາໃຫ້ຢູ່ລະດັບສູງສຸດ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຮຽກຮ້ອງ ຕ້ອງສືບຕໍ່ຍູ້ແຮງ ແລະ ປະຕິບັດວຽກງານກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງໃຫ້ດີກ່ວາເກົ່າ ພິເສດ ແມ່ນລະບົບບັນດາອົງການນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ ຈາກສູນກາງລົງຮອດທ້ອງຖິ່ນ. ກໍ່ສ້າງລັດຖະບານ, ອຳນາດການປົກຄອງບັນດາທ້ອງຖິ່ນໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ

ລະອຽດແມ່ນ ໂຄງການ, ແຜນການຜັນຂະຫຍາຍການປະຕິບັດບັນດາມະຕິ, ຂໍ້ຕົກລົງຂອງສູນກາງກ່ຽວກັບບັນຫານີ້ຢ່າງເຂັ້ມງວດ, ຮີບດ່ວນ ແລະ ບັນລຸໝາກຜົນຢ່າງລະອຽດ, ເປັນຕົ້ນແມ່ນມະຕິຂອງກອງປະຊຸມຄັ້ງທີ 4 ຂອງສູນກາງພັກຊຸດທີ XII ແລະ ບົດສະຫຼຸບຂອງກອງປະຊຸມຄັ້ງທີ 4 ຂອງສູນກາງພັກຊຸດທີ XIII ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ສະພາບເສື່ອມທາດຂາດຄູນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ”ໃຫ້ຖອຍໄປ, ຕິດພັນກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ເດັດດ່ຽວ, ຢຶດໝັ້ນຕໍ່ສູ້, ຕ້ານການສໍ້ລາດບັງຫຼວງ, ປະກົດການໄພຫຍໍ້ທ, ຍູ້ໄວຄວາມຄືບໜ້າໃນການສືບສວນ, ການສັ່ງຟ້ອງ, ພິພາກສາ, ຄະດີທີ່ຮ້າຍແຮງ ແລະ ສັງຄົມຄວາມສົນໃຈ.

ສຸດທ້າຍ, ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ  ຫວຽດນາມໄດ້ມີການປຽນແປງໃຫມ່, ປະດິດຄິດສ້າງ ມາແຕ່ດົນນານມາແລ້ວ, ສະນັ້ນມາໃນປັດຈຸບັນຍິ່ງຕ້ອງປ່ຽນແປງໃໝ່, ປະດິດຄິດສ້າງ ໃຫ້ຫຼາຍກ່ວາອີກ, ລັດຫວຽດນາມ ເວົ້າລວມ, ລັດຖະບານ, ອຳນາດການປົກຄອງບັນດາທ້ອງຖິ່ນເວົ້າສະເພາະແຕ່ດົນນານມາແລ້ວ ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໄນ, ມີການເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ປັດຈຸບັນ ຕ້ອງ ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໄນ, ມີການເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນກ່ວານີ້ອີກ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ມີຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມສູ້ຊົນນັ້ນມາໃນ ປັດຈຸບັນຕ້ອງ ມີຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມສູ້ຊົນກ່ວານີ້ອີກເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ ໄດ້ວາງອອກໃນປີ 2022, ສ້າງປະຖົມປັດໄຈໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ຄວາມຄາດຫວັງຢາກພັດທະນາປະເທດຊາດ ຫວຽດນາມ ໃຫ້ວັດທະນາຖາວອນ, ຮຸ່ງເຮືອງສີວິໄລ, ເຂັ້ມແຂງ ໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ