ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງກຳລັງຄວາມສາມາດຮັບມື

(VOVWORLD) -ໂຄງການປ່ຽນແປງໃໝ່ເຕັກໂນໂລຊີລະດັບຊາດຮອດປີ 2030 ໂດຍຍົກລັດຖະມົນຕີເຊັນອະນຸມັດປີ 2021 ດ້ວຍເປົ້າໝາຍ ຈຳນວນວິສາຫະກິດປະຕິບັດການປ່ຽນແປງໃໝ່ເຕັກໂນໂລຊີສະເລ່ຍແຕ່ 15 – 20%/ປີ.
ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງກຳລັງຄວາມສາມາດຮັບມື - ảnh 1ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4
(ພາບ: congthuong.vn)

ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບແມ່ນຂໍກຸນແຈເພື່ອຍົກສູງກຳລັງຄວາມສາມາດຮັບມືຂອງພື້ນຖານເສດຖະກິດ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃຫຍ່ຂອງເສດຖະກິດໂລກ ແລະ ພາກພື້ນ, ຮັບປະກັນສະຖຽນລະພາບຂອງການເຄື່ອນໄຫວຜະລິດ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງມີປະສິດທິຜົນ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ກອງປະຊຸມສຳມະນາດ້ວຍຫົວເລື່ອງ ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ໃນຂອບເຂດເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4, ໂດຍຄະນະເສດຖະກິດສູນກາງພັກ ແລະ ລັດຖະບານ ຫວຽດນາມ ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ, ໃນວັນທີ 05 ມິຖຸນາ 2022.

        ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນສະພາບການໂລກມີການຫັນປ່ຽນຫຼາຍຢ່າງ ຍາດທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ ພ້ອມກັບຜົນກະທົບຢ່າງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຜົນກະທົບຂອງບັນດາການປະທະກັນດ້ວຍອາວຸດ, ສົງຄາມການຄ້າ ໄດ້ເຮັດໃຫ້ບັນຫາສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການພັດທະນາ ຕ້ອງຍົກອອກມາຢ່າງຮີບດ່ວນຍິ່ງກວ່າເວລາໃດໝົດ. ດ້ວຍຈຸດພິເສດພື້ນຖານເສດຖະກິດ ຫວຽດນາມ ມີລະດັບເປີດກວ້າງສູງ, ບັນດາສິ່ງທ້າທາຍຈາກສະພາບແວດລ້ອມທາງດ້ານເສດຖະກິດສາກົນອາດສາມາດສົ່ງຜົນສະທ້ອນຢ່າງໄວ, ຮ້າຍແຮງ ແລະ ຍາກທີ່ຈະຄາດຄະເລລ່ວງໜ້າ ໄດ້ສົ່ງຜົນກະທົບເຖິງການປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ ກໍຄືບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030. ໃນສະພາບການນັ້ນ, ການເຄື່ອນໄຫວປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບຂອງ ຫວຽດນາມກໍ່ມີບັນດາການຜັນປ່ຽນຢ່າງຕັ້ງໜ້າ. ໂຄງການປ່ຽນແປງໃໝ່ເຕັກໂນໂລຊີລະດັບຊາດຮອດປີ 2030 ໂດຍຍົກລັດຖະມົນຕີເຊັນອະນຸມັດປີ 2021 ດ້ວຍເປົ້າໝາຍ ຈຳນວນວິສາຫະກິດປະຕິບັດການປ່ຽນແປງໃໝ່ເຕັກໂນໂລຊີສະເລ່ຍແຕ່ 15 – 20%/ປີ. ການປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ໄດ້ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ, ຍົກສູງຄຸນນະພາບການຄຸ້ມຄອງລັດ ແລະ ວິສາຫະກິດ ເພື່ອຍົກສູງກຳລັງແກ່ງແຍ້ງ. ທ່ານ ຫງວຽນນາມຫາຍ, ຫົວໜ້າກົມແຜນການການເງິນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຍົກຄຳເຫັນວ່າ:

        “ຫວຽດນາມ ໄດ້ສ້າງບັນດາຂີດໝາຍ ແລະ ຫວ່າງມໍ່ໆມານີ້ ພວກເຮົາເຫັນວ່າ ດ້ວຍວິສາຫະກິດ 3.000 ແຫ່ງທີ່ກ່ຽວຂ້ອງເຖິງບັນດາບັນຫາພັດທະນາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງລະບົບຊີວະພາບເລີ່ມຕົ້ນທຸລະກິດນັ້ນ, ຍອດເງິນລົງທຶນເຊິ່ງໄດ້ປະກາດລົງທຶນໃນຊຸມປີຜ່ານມາບັນລຸກວ່າ 1 ຕື້ USD ໃນໄລຍະ 2 – 3 ປີມໍ່ໆມານີ້ຢ່າງລຽນຕິດ ແລະ ປະຈຸບັນໄດ້ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ປີ 2017”.

ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງກຳລັງຄວາມສາມາດຮັບມື - ảnh 2(ພາບປະກອບ: TTXVN)

ກ່ຽວກັບການຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເຊັນສັນຍາການຄ້າເສລີ (FTAs) 17 ສະບັບກັບບັນດາຄູ່ຮ່ວມມືສຳຄັນແຖວໜ້າໂລກ; ໃນນັ້ນມີສັນຍາການຄ້າໃໝ່ຫຼາຍສະບັບຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ມີວິສາຫະກິດບາງແຫ່ງຂອງ ຫວຽດນາມ ກໍ່ນັບມື້ນັບເຂົ້າຮ່ວມລະບົບສະໜອງ, ຜະລິດຢູ່ພາກພື້ນ ແລະ ທົ່ວໂລກຢ່າງມິປະສິດທະຜົນກວ່າ ແລະ ເປີດກວ້າງຕະຫຼາດສົ່ງອອກ ແລະ ນຳເຂົ້າໃຫ້ແກ່ຜະລິດຕະພັນທີ່ຜະລິດຢູ່ ຫວຽດນາມ ຢ່າງລຽນຕິດ. ທ່ານນາງປະລິນຍາເອກ ເຈິນທິຮົ່ງມິງ, ຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ, ຖືວ່າ:

        “ຜ່ານເລື່ອງເປັນສະມາຊິກຂອງບັນດາອົງການຈັດຕັ້ງຫຼາຍຝ່າຍ ກໍຄືເມື່ອພວກເຮົາເຂົ້າເປັນສະມາຊິກບັນດາສັນຍາການຄ້າເສລີ… ນັ້ນ. ນີ້ແມ່ນໂອກາດທີ່ໃຫຍ່ຫຼວງໃຫ້ພວກເຮົາ ມີສະພາບແວດລ້ອມແຫ່ງຄວາມສະດວກ ເພື່ອສາມາດຍູ້ແຮງການສົ່ງອອກ-ນຳເຂົ້າ. ພິເສດ, ຂ້າພະເຈົ້າຢາກເນັ້ນໜັກວ່າ ຫວຽດນາມ ຈະມີກາລະໂອກາດເພື່ອເຂົ້າຮ່ວມການເຈລະຈາ, ເພື່ອສາມາດສ້າງຄວາມສະດວກໃຫ້ ຫວຽດນາມ ແລະ ວິສາຫະກິດ, ຈາກນັ້ນຈະເປັນເຈົ້າການກວ່າໃນການເຂົ້າຮ່ວມລະບົບສະໜອງ”.

        ການປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ບໍ່ພຽງແຕ່ແມ່ນກາລະໂອກາດທີ່ດີເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືຢ່າງມີປະສິດທິຜົນເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍ, ຄວາມຄາດຫວັງພັດທະນາຢ່າງວ່ອງໄວ ແລະ ຍືນຍືງ. ຍ້ອນເຫດນັ້ນ, ຫວຽດນາມ ໄດ້ ແລະ ພວມສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ຍົກອອກບັນດາການກຳນົດທິດ, ມາດຕະການແກ້ໄຂ, ນະໂຍບາຍບຸກທະລຸ ເພື່ອແນໃສ່ໜູນຊ່ວຍວິສາຫະກິດອຸດສາຫະກຳ ຫວຽດນາມ ຍົກສູງກຳລັງຄວາມສາມາດບໍລິຫານ, ລະດັບເຕັກນິກ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໂດຍອີງໃສ່ການປ່ຽນແປງໃໝ່ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ. ລັດ ແລະ ວິສາຫະກິດ ໄດ້ ແລະ ພວມເພີ່ມທະວີການເຊື່ອມຕໍ່ຫຼາຍກວ່າອີກ ໃນຄວາມມານະພະຍາຍາມເຂົ້າຮ່ວມລະບົບຜະລິດ ແລະ ສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ