ປ່ຽນແປງໃໝ່ແບບວິທີການພົວພັນຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່

ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ຊຶ່ງ​ແມ່ນ​ເຫ​ດ​ການ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຊຶ່ງ​ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 22/8. ໂດຍ​ຖືກ​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ແວດ​ລ້ອມ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ມີ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ໄດ້​ຮັບ​ການ​ກຳ​ນົດ​ວ່າ ກອງ​ປະ​ຊຸມ​​ແຫ່ງການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈີນ​ຕະ​ນາ​ການ, ແບບ​ວິ​ທີ, ກຳ​ນົດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃໝ່, ນຳ​ປະ​ເທດ​ຊາວ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ພິ​ເສດ​ແມ່ນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວມ​ຢ່າງ​ໝັ້ນ​ຄົງ.

 

ປ່ຽນແປງໃໝ່ແບບວິທີການພົວພັນຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່ - ảnh 1
ທ່ານ​ຮອ​ງນາ​ຍົກລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບິງ​ມິນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

      ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດຄັ້ງ​ທີ 29 ມີ​ຫົວ​ຂໍ້​ວ່າ : “ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຢ່າງ​ມີ​ໄຊ”. ກອງ​ປະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ອາ​ຍຸ​ການ 5 ປີ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ ກໍ​ກຳ​ນົດ​ໜ້າ​ທີ່ຕົ້ນ​ຕໍ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈີນ​ຕະ​ນາ​ການ​ຢ່າງ​ຮອບ​ດ້ານ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ຈີນ​ຕະ​ນາ​ການ​ທາງ​ດ້ານ​ການ​ທູດ​ຮັບ​ໃຊ້​ການ​ພັດ​ທະ​ນາ.

     ວຽກ​ງານ​ການ​ຕ່າງ​ປະ​ເທດປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

   ຫວນ​ຄືນໄລ​ຍະ​ທາງ​ທີ່​ໄດ້​ຜ່ານ​ໄປ, ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ເປັນ​ຕົ້ນ​ແມ່ນ​ໃນ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (2011-2015), ອາດ​ຈະ​ຢືນ​ຢັນ​ວ່າ ບໍ່​ມີ​ຍາມ​ໃດ​ທີ່​ການ​ພົວ​ພັນ​ທາງ​ການ​ທູດຂອງ​ຫວຽດ​ນາມ​ພັດ​ໄດ້​ເປີດ​ກ້​ວາງ​ຄື​ໃນ​ປະ​ຈຸ​ບັນ. ພ້ອມ​ກັນ​ນັ້ນ, ການ​ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອນັ້ນ, ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໄດ້​ສຳ​ເລັດ​ການ​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ເກືອບ​ທັງ​ໝົດ​ທີ່​ມີ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ອັນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ເມືອງ, ການ​ປ້ອງ​ກັ​ນຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ​ນັບ​ມື້​ນັບຫຼາຍ​ຂຶ້ນ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ກັບ 224 ປະ​ເທດ ແລະ ເຂດ​ແຄ້ວນ. ໃນ​ໄລ​ຍະ 5 ປີ 2011-2015 ຍອດ​ລະ​ດັບ​ຈໍ​ລະ​ຈອນ​ການ​ຄ້າ​ຂາຍ​ແລກ​ປ່ຽນ​​ສິນ​ຄ້າ, ການ​ບໍ​ລິ​ການ​ບັນ​ລຸກວ່າ 1.400 ຕື້​ USD , ຫຼາຍ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ 2006-2010. ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປ​ະ​ເທດ FDI ບັນ​ລຸ​ເກືອບ 60 ຕື້ USD, ເພີ່ມ​ຂຶ້ນກວ່າ 33%ເມື່ອ​ທຽບ​ໃສ່​ໄລ​ຍະ 5 ປີ 2006-2010. ແລະ ກໍ​ໃນ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ, ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມໄດ້ຂົນ​ຂວາຍ 36 ຄູ່​ຮ່ວມ​ມື​ໃໝ່​ຕື່ມອີກ, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນ​ຄູ່​ຮ່ວມ​ມື​ທີ່​ຮັບ​ຮູ້ຂໍ້​ກຳ​ນົດ​ດ້ານ​ເສດ​ຖະ​ກິດ​ຕະຫຼາດ​ຢູ່​ຫວຽດ​ນາມ​ຂຶ້ນ​ເຖິງ 59 ຄູ່​ຮ່ວມ​ມື. ທ່ານ​ຮອ​ງນາ​ຍົກລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບິງ​ມິນໃຫ້​ຂ້​ໍສັງ​ເກດ​ວ່າ : 

    “ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ເຊື່ອມ​ໂຍງ​ນັບ​ມື້​ນັບ​ຕັ້ງ​ໜ້າ. ຈາກ​ແຜນ​ນະ​ໂຍ​ບາຍ​ໃນ​ເບື້ອງ​ຕົ້ນ​ແມ່ນ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ, 5 ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ​ໃນ​ທຸກໆ​ຂົງ​ເຂດ. ບໍ່​ພຽງ​ແຕ່​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີຫຼາຍ​ສະ​ບັບເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ຮ່ວມ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີກ​ດ້ວຍ, ຄື​ເປັນ​ຄັ້ງ​ທຳ​ອິດ​ໄດ້​ເຂົ້າຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ແຫ່ງ ສ.ປ.ຊ. ນອກ​ຈາກນັ້ນ ຍັງ​ສວມ​ບົດ​ບາດ​ເຂົ້າ​ໃນ​ກົນ​ໄກ​ຂອງ​ບັນ​ດາ​ອົງ​ການ​ສາ​ກົນ ຄື​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ ສ.ປ.ຊ, ອາ​ຊຽນ… ”

     ພ້ອມ​ກັນ​ນັ້ນ, ວຽກ​ງານ​ການ​ຕ່າງ​ປະ​ເທດຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນໜ້າ​ທີ່​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ທະ​ເລ, ໝູ່​ເກາະ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ຕ່າງ​ປະ​ເທດ​ໄດ້​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ເມືອງ, ການ​ທູດ, ການ​ພົວ​ພັນ​ຕ່າງ​ປະ​ເທດ​ຢ່າງ​ເຖິງ​ຖອງ ແລະ ມີ​ໄຫວ​ພິບ, ເດັດ​ດຽວ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ຢ່າງ​ຄົບ​ຖ້ວນ, ພ້ອມ​ກັນ​ນັ້ນ ກໍ​ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ຟື້ນ​ຟູ​ຄວາມ​ເຊື້ອ​ໝັ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ, ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ເພື່ອ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໂດຍ​ພື້​ນ​ຖານ, ຍາວ​ນານ.

     ເພື່ອ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ

   ບັນ​ດາ​ຜົນ​ງານດ້ານ​ການ​ຕ່າງ​ປະ​ເທດນີ້ ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ສຳ​ຄັນ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ​້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່. ແຕ່ ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາ​ກົນນີ້ ຄຽງ​ຂ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ ກໍ​ພັດ​ພວມ​ໄດ້​ຮັບ​ກຳ​ລັງ​ດັນຫຼາຍ​ຢ່າງ​ຕໍ່​ບັນ​ຫາ​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ​ຊາດ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ກຳ​ນົດ​ແຈ້ງ 2 ການ​ກຳ​ນົດ​ທິດ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນຫຼາຍ​ປີ​ທີ່​ຈະ​ມາ​ເຖິງ, ນັ້ນ​ແມ່ນ “ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວວຽກ​ງານ​ການ​ຕ່າງ​ປະ​ເທດ” ແລະ “ ຜັນ​ຂະ​ຫຍາຍ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຢ່​າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົ​ນ”. ໂດຍ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ດັ່ງ​ກ່າວ, ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 29 ໄດ້​ກຳ​ນົດ ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ ແລະ ບົດ​ຮຽນ​ຂອງ​ທົ່ວ​ຂະ​ແໜງ​ໃນ​ລະ​ດັບ​ສູງ​ສຸດ​ເພື່ອ​ແລກ​ປ່ຽນ, ຊອກ​ຫາ​ທິດ​ທາງ, ມາດ​ຕະ​ການ​ລະ​ອຽດ ແນ​ໃສ່​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ, ຍົກສູງ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອ​ງນາ​ຍົກລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບິງ​ມິນ ໃຫ້​ຂ້​ໍສັງ​ເກດ​ວ່າ :

   “ກອງ​ປະ​ຊຸມ​ວຽກ​ງານ​ການ​ທູດ​ຄັ້ງ​ນີ້ ສຸມ​ໃສ່​ປຶກ​ສາ​ຫາ​ລື ເຮັດ​ແນວ​ໃດ​ເພື່ອ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ເຮັດ​ແນວ​ໃດ ສາ​ມາດ​ຮັກ​ສາ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ປະ​ເທດ​ຕ່າງໆ, ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ. ເປົ້າ​ໝາຍ​ທີ 2 ແມ່ນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈີນ​ຕະ​ນາ​ການ​ຮັບ​ໃຊ້​ເສດ​ຖະ​ກິດ, ຮ່ວມ​ເດີນ​ທາງພ້ອມ​ກັບ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ”

     ດ້ວຍ​ຈິດ​ໃຈ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ທີ່​ມີ​ຕໍ່​ໜ້າ​ທີ່​ຊຶ່ງ​ພັກ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ແກ່​ຂະ​ແໜງ​ການ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດຄັ້ງ​ທີ 29 ຈະ​ແມ່ນກອງ​ປະ​ຊຸມ​ແຫ່ງ​ຄວາມ​ຕັດ​ສິນ​ໃຈ​ກະ​ທຳ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ