ປ່ຽນໃຫມ່ນະໂຍບາຍເພື່ອດຶງດູດທຶນ FDI

(vovworld)- ​ໃນ​ສະພາບ​ການ​ຫວຽດນາມ ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​​ໃຫມ່, ​ເລື່ອງ​ປ່ຽນ​ໃຫມ່​ນະ​ໂຍບາຍ, ວິທີ​​ດຶງ​ດູດ​​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(ຫລື FDI) ພວມ​ແມ່ນ​ຄຳ​ຮຽກຮ້ອງ​ຕ້ອງການ​ຈຳ​ເປັນ​ທີ່​ສຸດ. ​ວຽກ​ງານ​ນີ້ ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ, ຕັ້ງຫນ້າ ນັບ​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ​ ​ການ​ກຳນົດ​ທິດ​ດຶງ​ດູດ​ທຶນ FDI ​ໃນ​ໄລຍະ​ຈະ​ມາ​ເຖິງ ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ຫລາຍ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ ນັ້ນ​ແມ່ນ ບໍ່​ແມ່ນ​ ​ ຈຳນວນ​ເງິນ​ລົງທຶນ​ ຈະ​ດຶງ​ດູດ​​ໄດ້ເທົ່າ​ໃດ​ ​​ ຫາກ​ແມ່ນ​ຄຸນ​ນະພາ​ບ,​ຂົງ​ເຂດ​ການ​ລົງທຶນ, ຄວາມ​ສາມາດ​ປ່ອຍ​            ເງິ​ນລົງທຶນ.

ປ່ຽນໃຫມ່ນະໂຍບາຍເພື່ອດຶງດູດທຶນ FDI - ảnh 1
ພາບປະກອບ:internet

        ດຶງ​ດູດ​ບັນດາ​ໂຄງການ FDI ມີ​ການ​ຄັດ​ເລືອກ.

        ຕາມ​ທ່ານ ຫງວຽນ​ວັນ​ຈູງ, ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ແລ້ວ, ປະຈຸ​ບັນ, ຫວຽດນາມ ດຶງ​ດູດ​ທຶນ FDI ມີ​ການ​ຄັດ​ເລ​ືອກ ຕາມ​ທິດ​ເໝາະ​ສົມ​ກັບ​ໄລຍະ​ພັດທະນາ​ໃຫມ່​ກວ່າ. ລະອຽດ, ຫວຽດນາມ ສຸມ​ໃສ່​ດຶງ​ດູດ​ບັນດາ​ໂຄງການ​ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ມີ​ຄຸນ​ນະພາ​ບ​ເຕັກ​ໂນ​ໂລ​ຊີ​ສູງ, ນຳ​ໃຊ້​ພະລັງງານ​, ຊັບພະຍາກອນ ຫນ້ອຍ ​ແລະ ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຖືກ​ເພີ່ມ​ຂຶ້ນ. ພ້ອມ​ກັນ​ນັ້ນ ຫວຽດນາມ ກໍ​ສຸມ​ໃສ່​ດຶງ​ດູ​ດບັນດາ​ໂຄງການ​ໃຫຍ່,​ມີ​ລະດັບ​ແຜ່​ຂະຫຍາຍ​ເພື່ອ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ອື່ນ.

        ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ​ເພີ່ມ​ທະວີ​ສົ່ງ​ເສີມ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ບໍລິສັດ​ຕ່າງປະ​ເທດ ກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ, ຂະ​ແຫນງ​ອາຊີບ, ​ໂຄງການ​ລະອຽດ ​ເພື່ອ​ສ້າງ​ການ​ແຜ່​ຂະຫຍາຍ​ຢ່າງ​ຕັ້ງຫນ້າ​ກັບ​ພື້ນຖານ​ເສດຖະກິດ. ທ່ານ ຫງວຽນ​ວັນ​ຕວານ​, ຮອງ​ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ມີ​​ເງິນລົງທຶນຂອງ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະກິດ​ຫວຽດນາມ ສ່ວນ​ຫລາຍ ສະຫນອງ​ພຽງ​ເຄື່ອງ​ອາ​ໄລ່, ວັດຖຸ​ດິບ. ຕາມ​ການ​ສຳ​ຫລວດ​ຂອງ​ພວກ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ຢາກ​ມີ​ອຸດສາຫະກຳ​ສຳ​ຮອງ​ຢູ່​ຫວຽດນາມ . ຄຽງ​ຄູ່​ກັນ​ນັ້ນ, ອົງການ​ຄຸ້ມ​ຄອງ​ລັດ ຕ້ອງ​ມີ​ນະ​ໂຍບາຍ​ບຸລິມະສິດ ​ແລະ ບຸກທະລຸ,​ ຊ້ຳ​ບໍ່​ຫນຳ ລັດ​ວິ​ສາ​ຫະກິດ​ຄວນ​ເຂົ້າ​ຮ່ວມ​ວິວັດ​ການຮ່ວມ​ສຳພັນ​ນີ້.”

        ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການຈາກ​ສູ​ນກາງ​ລົງ​ຮອດ​ທ້ອງ​ຖິ່ນຢ່າ​ງຄົບ​ຊຸດ​

        ນັບ​ແຕ່​ໄລຍະ 6 ​ເດືອນ​ທ້າຍ​ປີ 2013, ລັດຖະບານ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ກຳນົດ​ທິດ​ຍົກ​ສູງ​ປະສິດທິ​ຜົນ​ການ​ດຶງ​ດູດ​, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າ​ງປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົນ​ຈິດ​​ໃຈ​ນັ້ນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຜັນ​ຂະຫຍາຍບັນດາ​ມາດ​ຕະການ​ປັບປຸງ​ກອບ​ກົດໝາຍ​ກ່ຽວ​ກັບ FDI ​ໃຫ້​ສົມບູນ​ແບບ, ​ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ​ພິ​ຈາລະ​ນາ​ກົນ​ໄກ​ແບ່ງ​ຂັ້ນໃນ​ການ​ດຶງ​ດູດ ​ແລະ ຄຸ້ມ​ຄອງ FDI, ພິຈາລະນາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ຄືນ​ໃຫມ່. ນອກ​ນັ້ນ ຫວຽດນາມ   ກໍ​ສຸມ​ທຸກ     ​ແຫ​ລ່ງກຳລັງ​ເພື່ອ​ສາມາດ​ດຶງ​ດູດ​ບັນດາ​ໂຄງການ​​ໃຫຍ່. ທ່ານ ຫງວຽນ​ວັນ​ຈູງ, ຮອງ​ລັດຖະມົນຕີ​ກະ​ຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ:

        “ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໄດ້​ມີ​ການ​ປ່ຽນ​ແປງ​ລະບຽບ​ການ​ຕາມ​ລຳ​ດັບ ​ເພື່ອ​ໃຫ້​ນັກ​ລົງທຶນ​ສຳ​ພັດ​ກັບ​​ເອກະສານນິຕິ​ກຳ, ຫນັງສື​ອະນຸຍາດ​ລົງທຶນ. ສະພາ​ແຫ່ງ​ຊາດ ກໍ​ໄດ້​ຮັບຮ​ອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ​ໃນ​ນັ້ນ ສົ່ງ​ເສີມ​ໂຄງການ​ລົງທຶນ. ທີ​ສອງ, ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ, ອາກອນ​ວິ​ສາ​ຫະກິດກໍ​ຫລຸດ​ລົງ. ກອ່ນນີ້ ​ມີ​ແຕ່ໃຫ​​້ບຸລິ​ມະ​ສິດ​ໂຄງການ​ລົງທຶນ​ເຂົ້າ​ເຂດ​ເສດຖະກິດ​ເທົ່າ​ນັ້ນ, ປະຈຸ​ບັນ ສະພາ​ແຫ່ງ​ຊາດ​ອະນຸຍາດ​ສົ່ງ​ເສີມ​ໂຄງການ​ລົ​ງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​. ສ່ົງ​ເສີມ​ໂຄງການ​ມີ​ນຳ​​ໃຊ້ເຕັກ​ໂນ​ໂລ​ຊີ​ສູງ, ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ພະລັງງານ​,​ເນື້ອ ທີ່​ດິນຫນ້ອຍ,  ​ເພື່ອ​ຮັບປະກັນຄວາມ​ກົມກຽວ​ໃນ​ການ​ພັດທະນາ.”

        ​ໃນ​ຂະນະ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ກໍ​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ​ປ່ຽນ​ແປງ​ວິທີ​ດຶງ​ດູດ​ທຶນ FDI.  ຢູ່ ​ແຂວງ ຮ່າ​ນາມ, ການ​ນຳ​ແຂວງ ໝັ້ນ​ໝາຍ​ບໍ່​ປະ​ໃຫ້​ເກີດ​ສະພາບ​ຂາດ​ໄຟຟ້າ​ຢ່າງ​ລຽນຕິດ​ໃນ​ 24 ຊົ່ງ​ໂມງ. ນອກ​ນັ້ນ ​ແຂວງ ຮ່າ​ນາມ ຍັງ​ສະ​ຫງວນ​ເນື້ອ​ທີ່​ດິນ​ສ່ວນ​ຫນຶ່ງ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ແຫ່ງ​ໃດ​ມີ​ຄວາມ​ຕ້ອງການ​ກໍ່ສ້າ​​ງ​ເຮືອນ​ຢູ່​ໃຫ້​ແກ່​ກຳມະກອນ, ພ້ອມ​ທັງຫລຸດຜ່ອນ​ເວລາ, ​ຫັນ​ລະບຽບ​ການ​ບໍລິຫານ​​ໃນ​ການ​ອອກ​ຫນັງສື​ອະນຸຍາດ​ລົງທຶນໃຫ້​ງ່າຍດາຍກວ່າ. ສ່ວນ​ຢູ່ ​ແຂວງ ບີ່​ງ​ເຢືອງ, ຊື່​ງ​ແມ່ນ​ທ້ອງ​ຖິ່ນ​ນຳ​ຫນ້າ​ທົ່ວ​ປະ​ເທດ​ໃນ​ການ​ດຶງ​ດູດ​ທຶນ FDI ​ໃນ​ໄຕ​ມາດ​ທີ 1/2014 ກໍ​ສົ່ງ​ເສີມ​ບັນດາ​ກຸ່ມ​ບໍລິສັດ, ບັນດາ​ວິ​ສາ​ຫະກິດ ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສູງ. ທ່ານ ມາຍ​ຮຸ່ງ​ຢູງ, ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ ບີ່​ງ​ເຢືອງ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ຈຳກັດ​ການ​ລົງທຶນ​​ຢູ່​ນອກເຂດ​ອຸດສາຫະກຳ​ກໍ​ສົ່ງຜົນ​ສະທ້ອນ​ເຖິງ​ບັນດາ​​ໂຄງການ​ລົງທຶນ​ທີ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່​ງ​ແວດ​ລ້ອມ, ນຳ​ໃຊ້​ຄົນ​ງານຫລາຍ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ທາງ​ແຂວງກໍ​ສ່ົງ​ເສີມ​ ​ແລະ ສະຫນັບສະຫນູນບັນດາ​ນັກ​ລົງທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສະອາດ​ລົງທຶນ​ຢູ່​ນອກ​ເຂດ​ອຸດສາຫະກຳ​, ​ເປັນ​ຕົ້ນ​​ແມ່ນ​ບັນດາ​​ເມືອງ​ຢູ່​ທາງ​ທິດເຫນືອ, ສ່ວນ​ຢູ່​ທາງ​ທິດໃຕ້ ຍັງ​ສືບ​ຕໍ່​ບຸລິມະສິດ​ພັດທະນາ​ບໍລິການ. ”

        ປີ 2013, ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເມື່ອ​ທຶນ FDI ​ໄດ້​ລື່ນ​ກາຍ​ລະດັບ 20 ຕື້ USD. ປີ 2014, ດ້ວຍ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ໃນ​ການ​ດຶງ​ດູດ​ທຶນ FDI,         ​ແຫ​ລ່ງທຶນ​ນີ້ ຈະ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ