ປ່ຽນໃຫມ່ໃນການເຄື່ອນໄຫວຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ 10 ສະພາແຫ່ງຊາດ ຊຸດທີ 13


(vovworld)- ເນື້ອ​ໃນ​ຊັກ​ຖາມ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວ​ຫນ້າ​ອົງ​ການ​ໃດ, ທ່ານນັ້ນ​ຈະ​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ​ຕາມ​ການ​ຊີ້​ນຳ​ຂອງ​ປະ​ທານກອງ​ປະ​ຊຸມ. ທ້າຍ​ວາ​ລະ​ຊັກ​ຖາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈ​ະ​ເຮັດ​ແຈ້ງ​ຕື່ມ​ອີກ​ບາງ​ເນື້ອ​ໃນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ ແລະ ຕອບ​ຄຳ​ຖາມ​ໂດຍ​ກົງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ບັນ​ດາ​ຈຸດ​ຕົ້ນ​ຕໍ​ໃນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ພວມ​ດຳ​ເນີນ​ໄປ​ໃນ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13.

ປ່ຽນໃຫມ່ໃນການເຄື່ອນໄຫວຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ 10  ສະພາແຫ່ງຊາດ ຊຸດທີ 13 - ảnh 1
ວາ​ລະ​ຊັກ​ຖາມ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10
ພາບ:internet

        ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ເນື້ອ​ໃນ​ຊັກ​ຖາມ​ລວມ​ມີບັນ​ດາໝວດ​ບັນ​ຫາ​ຄື: ຕີ​ລ​າ​ຄາ​ການ​ກະ​ທົບ​ຂອງ​ມະ​ຕິ​​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ການ​ບໍ​ລິ​ຫານ, ຄຸ້ມ​ຄອງ ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ ຂະ​ແຫນງ​ການ​ສູນ​ກາງ, ທ້ອງ​ຖິ່ນ ກ່ຽວ​ກັບ​ດ້ານ​ການ​ເມືອງ ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕີ​ລາ​ຄາ​ໝາກ​ຜົນ​​ແຫ່ງການ​ປະ​ຕິ​ບັດ​ຂອງ​ລັດ​ຖະ​ບານ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ເມື່ອ​ທຽບ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ ເມື່ອ​ຕອບ​ຄຳ​ຊັກ​ຖາມ ທີ່​ບັນ​ດາ​ສະ​ໄຫມ​ປະ​ຊຸມ, ຕີ​ລາ​ຄາ​ບັນ​ດາຂໍ້​ຈຳ​ກັດ, ພິ​ເສດ ແມ່ນ​ບັນ​ດາ​ບັນ​ຫາ​ຍັງ​ມີ​ການ​ຫັນ​ປ່ຽນ​ຊັກ​ຊ້າ, ຕ້ອງ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສຸດ​ທ້າຍ ແມ່ນ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດ​ກາ​ພາຍ​ຫລັງ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ຫາ​ຕ້ອງ​ຖອດ​ຖອ​ນ​ບົດ​ຮຽນ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕິດ​ຕາ​ມກວດ​ກາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ປ່ຽນ​ໃຫມ່​ກ່ຽວ​ກັບ​ຮູບ​ການ

        ທີ່ກ​ອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທືື່​ອ​ທີ 10 ນີ້, ສະ​ພາ​ແຫ່ງ​ຊາດ ບໍ່​ເລືອກ​ເຟັ້ນ​ຜູ້​ຕອ​ບ​ຄຳ​ຊ​ັກ​ຖາມ​ລະ​ອຽດ ກໍ​ຄືບໍ່​ຊັກ​ຖາມ​ຕາມ​ໝວດ​ບັນ​ຫາ​ຄື​ກ່ອນນີ້. ພາຍ​ຫລັງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ ພ້ອມ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ, ການ​ຕິດ​ຕາມກວດ​ກາ​ຫົວ​ເລື່ອງ​ສະ​ເພາະ ນັບ​ແຕ່​ຕົ້ນ​​ອາ​ຍຸ​ການມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈະ​ປຶກ​ສາ​ຫາ​ລື, ຊັກ​ຖາມ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ທີ່​ຕົນ​ເອງ​ສົນ​ໃຈ. ເນື້ອ​ໃນ​ຊັກ​ຖາມ​ແມ່ນ​ມຸ່ງ​ໄປ​ເຖິງ​ເລື່ອງ​ເຮັດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຂະ​ແຫນງ​ການ ກ່ຽວ​ກັບ​ບັນ​ດາ​ວຽກ​ງານ​ບັນ​ລຸ​ໄດ້​ກໍ​ຄືບໍ​ທັນ​ບັນ​ລຸ​ໄດ້ ໃນ​ທັງ​ອາ​ຍຸ​ການ. ເປັນ​ອັນ​ວ່າ, ສ່ວນ​ຊັກ​ຖາມ​ຈະ​ດຳ​ເນີນ​ສຳ​ລັບ​ບໍ່​ວ່າ​ສະ​ມາ​ຊິກ​ລັດ​ຖະ​ບານ​ທ່ານ​ໃດ ພາຍ​ຫລັງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ຕັ້ງ​ຄຳ​ຖາມ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “​ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຄົງ​ຄ້າງ​ຂອງ​ການ​ປະ​ຕິ​ບັດ ມະ​ຕິ 8 ສະ​ບັບ​ໃນ​ບັນ​ດາ​ສະ​ໄຫມ​ປະ​ຊຸມ​ຄັ້ງ​ກ່ອນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາດ​ຈະ​ຖາມ​ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຂະ​ແຫນງ​​ໃນ​ບໍ່​ວ່າ​ເນື້ອ​ໃນ​ໃດ. ສະ​ນັ້ນ ບັນ​ດາ​ລັດ​ຖະ​ມົນ​ຕີ ຕ້ອງ​ກະ​ກຽມ​ທຸກ​ເນື້ອ​ໃນ ແລະ ຕ້ອງ​ອະ​ທິ​ບາຍ​ລະ​ອຽດ​ຕໍ່​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ສາຍ​ເຫດ ​ທີ່​ພາ​ໃຫ້ການ​ປະ​ຕິ​ບັດ​ບັນ​ດາ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍົກ​ອອກ​ມາ ແຕ່ບໍ່​ ບັນ​ລຸ​ໄດ້​ຕາມ ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ. ພາຍ​ຫລັງ​ການ​ຊັກ​ຖາມ​ສຳ​ເລັດ, ສະ​ພາ​ແຫ່ງ​ຊາດ ຈະ​ມີ​ມະ​ຕິ ສົ່ງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ຕໍ່​ໄປ ເພື່ອ​ສືບ​ຕໍ່​ເລັ່ງ​ລັດ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຄົງ​ຄ້າງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ນີ້​ແມ່ນ​ເນື້ອ​ໃນ​ໃຫມ່ ຊື່ງ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ ສະ​ພາ​ແຫ່ງ​ຊາດ ບໍ່​ທັນ​ປະ​ຕິ​ບັດ​ເທື່ອ.”

        ເນື້ອ​ໃນ​ຊັກ​ຖາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ

                ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທືີ່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ບໍ່​ລົງ​ເລິກ​ບັນ​ດາ​ບັນ​ຫາ​ລະ​ອຽດໃນ​ປະ​ຈຸ​ບັນ ຫາກ​ພຽງ​ຕີ​ລາ​ຄາຄືນ​ບັນ​ດາ​ການ​ຊັກ​ຖາມ, ການ​ປະ​ຕິ​ບັດ​ຄຳ​ໝັ້​ນ​ໝາຍ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ນັບ​ແຕ່​ຕົ້ນ​ອາ​ຍຸ​ການ​ມາ​ຮອດ​ປະ​ຈຸ​ບັນ. ນີ້​ແມ່ນ​ປະ​ລິ​ມານ​ວຽກ​ງານ​ໃຫຍ່, ມ​ີ​ຫລາຍ​ບັນ​ຫາ ແລະ ສອດ​ຄ​ອ່ງ​ກັບ​ບັນ​ດາ​ເນື້ອ​ໃນ​ຊັກ​ຖາມ​ສຸດ​ທ້າຍ​ຂອງ​ອາ​ຍຸ​ການ. ບົນ​ພື້ນ​ຖານ​ບັນ​ດາ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ນັບ​ແຕ່​ຕົ້ນ​ອາ​ຍຸ​ການ​ຊຸດ​ທີ 13 ມາ​ຮອດ​ປີ 2015, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຕ່​ລະ​ທ່ານ​ລ້ວນ​ແຕ່​ມີ​ບັນ​ດາ​ ​ເນື້ອ​ໃນຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ. ທ່ານ ຫງວຽນ​ເຕີນ​ຕວນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ແຄງ​ຮ່​ວາ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ພ​ິ​ເສດ​ເຖິງ​ບັນ​ຫາ​ການ​ລົງ​ທຶນ​ພັດ​ທະ​ນາ. ຖ້າ​ຫາກ​ລົງ​ທຶນ​ແບບບໍ່​ມີ​ຈຸດ​ສຸມ ຈະ​ບໍ່​ນຳ​ມ​າ​ເຊິ່ງ​ປະ​ສິດ​ທິ​ຜົນ, ​ຟຸ​ມ​ເຟືອຍງົບ​ປະ​ມານ​ຂອງ​ລັດ. ທີ​ສອງ ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ຖ້າ​ຫາກບໍ່​ມີ​ແຫລ່ງ​ງົບ​ປະ​ມານ ຈະ​ຜົນ​ສະ​ທ້ອນ​ເຖິງ​​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນ​ສັງ​ຄົມ.”

        ປ່ຽນ​ໃຫມ່​ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ໄດ້ ແລະ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຈາກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຈຸດ​ປະ​ສົງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ສະ​ພາ​ແຫ່ງ​ຊາດ ກໍ​ຄື​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ຂະ​ແຫນງ​ການ ພິ​ເສດ ແມ່ນ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ, ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕ​ັ້ງ. ບັນ​ດາ​ການ​ປ່ຽນ​ໃຫມ່​ພົ້ນ​ເດັ່ນ​ໃນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ທີ່ກອງ​ປະ​ຊຸ​ມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ສະ​ແດງ​ໃຫ້​ເຫັນນ້ຳ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບົດ​ບາດ​ຫນ້າ​ທີ່​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ນັບ​ມື້​ນັບ​ມີປະ​ສິດ​ທິ​ຜົນ.​

ຕອບກັບ

ຂ່າວ/ບົດ​ອື່ນ