ປ່ຽນໃໝ່ວຽກງານພະນັກງານຕາມເນື້ອໃນຈິດໃຈມະຕິສູນກາງພັກ ຄັ້ງທີ 4 ຊຸດທີ 11


( vovworld )
​​​​ທີ່​ກອງ​ປະຊຸມ​ພະນັກງານທົ່ວ​ປະ​ເທດ​ ຊາບ​ຊືມ, ຜັນ​ຂະຫຍາຍ​ຂໍ້​ສະຫລຸບ​ເລກທີ 24 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານ​​ແຜນການ​ຊັບຊ້ອນ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ຮອດ​ປີ 2020 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ ຊື່​ງ​ໄດ​້ດຳ​ເນີນ​ໄປ​ໃນ​ວັນ​ທີ​ 20-21/8 ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຢັ້ງຢືນ​ຄວາມ​ຈຳ​ເປັນ​ຕ້ອງ​ປ່ຽນ​ໃໝ່​ວຽກ​ງານ​ຊັບຊ້ອນ ​ແລະ ຕີ​ລາຄາ​ພະນັກງານ ຊື່​ງ​ແມ່ນ​ຂອດ​​ໄລ​ກອນໃນ​ວຽກ​ງານ​ກໍ່​ສ້າ​ງພັກກອມ​ມູນິດ​ຫວຽດນາມ. ຕໍ່​ໄປ​​​​ແມ່ນ​ຂຽນ​ຂອງ​ນັກ​ຂ່າວ Thu Hoa ທີ່​ພາດຫົວ​ເລື່ອງ​ວ່າ: ​​​ປ່ຽນ​ໃໝ່​ວຽກ​ງານ​ພະນັກງານ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ​ຄັ້ງທີ 4 ຊຸດ​ທີ 11.
ປ່ຽນໃໝ່ວຽກງານພະນັກງານຕາມເນື້ອໃນຈິດໃຈມະຕິສູນກາງພັກ ຄັ້ງທີ 4 ຊຸດທີ  11 - ảnh 1

ກອງ​ປະຊຸມ​ຊາບ​ຊືມ, ຜັນ​ຂະຫຍາຍປະຕິບັດ​ມະຕິ​

ສູນ​ກາງ​ພັກ​ຄັ້ງທີ 4 ຢູ່​ແຂງ​ກວາງ​ນິງ

(ພາບ:baoquangninh.com.vn)

 

​   ໂດຍ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ພຽງ 2,3 ວັນ ຫຼັງ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ“, ກອງປະຊຸມພະນັກງານທົ່ວ​ປະ​ເທດ​ ຊາບ​ຊືມ, ຜັນ​ຂະຫຍາຍ​ຂໍ້​ສະຫລຸບ 24 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານ​​ແຜນການ​ຊັບຊ້ອນ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ຮອດ​ປີ 2020 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ ກໍ່​ແມ​່ນກອງ​ປະຊຸມ​ປຶກສາ​ຫາລື​ບັນດາ​ວຽກ​ງານ​ຕ້ອງ​ປະຕິບັດ​ໂດຍ​ທັນ​ທີກ່ຽວ​ກັບ​ວຽກ​ງານ​ພະນັກງານ, ນັ້ນ​ແມ່ນ​ວຽກ​ງານ​ຈັດຕັ້ງກໍ່ສ້າງ​ພັກ, ​ເພື່ອ​ແນ​ໃສ່​ນຳ ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ“ ​ເຂົ້າສູ່​ຊີວິດ​ຕົວ​ຈິງ. ​ໃນ​ບັນດາ​ບັນຫາ​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງນີ້, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຊີ້​ແຈ້ງວ່າ:

   “​ພ້ອມ​ກັບ​ການ​ກະກຽມ​ແນວທາງ​ການ​ເມືອງ, ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ຕ້ອງ​ກະກຽມ​ຍຸດ​ທະ​ສາດ​ພະນັກງານ, ຕ້ອງ​ກໍ່ສ້າງ​ແຜນການ​ຊັບຊ້ອນພະນັກງານ. ​ແນວທາງ​ໃດ​ຈະ​ມີ​ພະນັກງານ​ຄື​​ແນວ​ນັ້ນ. ​ແນວທາງ​ພະນັກງານ​ຕ້ອງ​ຮັບ​ໃຊ້​ໃຫ້​ແກ່​ແນວທາງ​ການ​ເມືອງ, ຕ້ອງ​ຕອບ​ສະໜອງຄຳ​ຮຽກຮ້ອງ​ປະຕິບັດ​ໜ້າ​ທີ່​ຂອງ​ແນວທາງ​ການ​​ເມືອງ. ຢູ່​ແຕ່ລະ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ພັດ​ມີ​ຄຳ​ຮຽກຮ້ອງ​ສະ​ເພາະ. ຢູ່​ທ້ອງ​ຖິ່ນ​ຕົກລົງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ. ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ຕ້ອງມີ​ຄວາມສະຕິ​ແຫຼມ​ຄົມ ຖ້າ​ຄັດ​ເລືອກ, ຊັບຊ້ອນ​ພະນັກງານ​ຜິດ​ຈະ​ເປັນ​ອັນຕະລາຍ

   ​ໃນ​ທຸກໆ​ການ​ເຄື​ອ່ນ​ໄຫວ​ປະຕິວັດ, ພະນັກງານ​ແມ່ນ​ການ​ຊີ້ນຳ, ນຳພາ​ມະຫາຊົນ, ຈັດຕັ້ງບໍລິຫານ​ວຽກ​ງານ, ​ແມ່ນ​ແກ່ນສານ​ຂອງ​ອົງການ​ຈັດຕັ້ງ, ​ແມ່ນ​ຫຼັກ​ແຫຼ່ງຂອງ​ຂະ​ບວນການ ​ແລະ ​ໃນ​ບໍ່​ວ່າ​ໄລຍະ​ເວລາ​ໃດໆ, ບໍ່​ວ່າ​ຂົງ​ເຂດ, ທ້ອງ​ຖິ່ນ​ໃດ, ພະນັກງານ​ກໍ່​ສວມ​ບົດບາດ​ຕັດສິນ​ຕໍ່​ກັບ​ຜົນ​ສຳ​ເລັດ​ຂອງ​ພາລະກິດ​ການ​ປະຕິວັດ. ທີ່​ກອງ​ປະຊຸມ​ຄັ້ງນີ້, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ກໍ່​ຢືນຢັນ​ວ່າ​ວຽກ​ງານ​ພະນັກງານ​ຍາມ​ໃດ​ກໍ່​ແມ່ນ​ຂອດ​ຫຼັກ​ແຫຼ່ງ​​ແກ່ນສານໃນ​ວຽກ​ງານ​ກໍ່ສ້າງ​ພັກ, ​ແມ່ານ​ດ້ານ​ສຳຄັນ​ໃນ​ທົ່ວ​ການ​ເຄື​ອ່ນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ວຽກ​ງານ​ພະນັກງານ​ລວມມີ​ຫຼາຍ​ຂອດ​​ເຊື່ອມ​ຕໍ່​ກັນ, ປະສົມປະສານກັນ, ລວມມີ​ການ​ຕີ​ລາຄາພະນັກ​ງານ, ກໍ່ສ້າງ, ບຳລຸງ​ສ້າງ, ໝູນວຽນ, ຊັບຊ້ອນ, ນຳ​ໃຊ້​ພະນັກງານ….ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກຂັ້ນຕ່າງໆ ຈົ່ງຊາບ​ຊືມທັດສະນະ​ຊົນ​ຊັ້ນ​ໃນ​ວຽກງານ​ພະນັກງານ, ມີ​ນະ​ໂຍບາຍ​ສາມັກຄີ, ​ເຕົ້າ​ໂຮມ​ພະນັກງານ​ຢ່າງ​ກວ້າງຂວາງ, ນຳ​ໃຊ້ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ​ເປີດ​ກ້ວາງ​ການ​ພົວ​ພັນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ. ວຽກ​ງານ​ພະນັກງານ​ຖືກ​ດຳ​ເນີນ​ໄປ​ຕາມ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ມີ​ການ​ຕິດຕາມ​ກວດກາ, ກວດກາ​ວຽກ​ງານ​ພະນັກງານ ​ແລະ ຄຸ້ມ​ຄອງ​ພະນັກງານ. ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ​ຕ​້ອງມີ​ຄົບ​ຄາດໝາຍ, ມາດຖານ, ຂໍ້​ມູນ​ຂ່າວສານ ​ແລະ ​ແມ່ນ​ໝາກຜົນ​ຈາກ​ການຮັບ​ຮູ້​ຂອງ​ຜູ້​ຕີ​ລາຄາ ​ແລະ ຜູ້​ໄດ້​ຮັບ​ການ​ຕີ​ລາຄາ. ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ເນັ້ນໜັກ​ວ່າ:

    “​ໃນ​ດ້ານ​ອັດຕະວິ​ໄສ, ສິ່ງ​ສຳຄັນ​ແມ່ນ​ຈິດ​ໃຈ, ຂອບ​ຂະໜາດ​ຂອງ​ຜູ້​ຕີ​ລາຄາ ຊື່​ງລວມມີ​ທ່ານ​ຫົວໜ້າ ​ແລະ ອົງການ​ເປັນ​ເສນາ​ທິການ. ຕ້ອງ​ແມ່ນ​ຜູ້​ໂປ່​ງ​ໃສ, ພາວະ​ວິ​ໄສ ​ແລະ ມີ​ປະສົບ​ການ​ຫຼາຍຢ່າງ. ຕ້ອງ​ມີ​ວິ​ໄສ​ທັດ​ຈຶ່ງ​ຈະ​ສາມາດ​ຄົ້ນພົບ, ຕີ​ລາຄາ​ພະນັກງານ​ຢ່າງ​ຖືກຕ້ອງ. ຕ້ອງ​ຕີ​ລາຄາ​ພະນັກງານ​ໃນ​ຫຼາຍ​ແງ່​ມູມ, ຢູ່​ໃນ​ຫຼາຍ​ຈຸດ​ເວລາ, ຜ່ານ​ວຽກ​ງານ​ຕົວ​ຈິງ, ຕ້ອງ​ຄິດ​ໄລ່​ເຖິງ​ປະສິດທິ​ຜົນ​ຂອງ​ວຽກ​ງານ, ຕ້ອງ​ແກ້​ໄຂ​ວຽກ​ງານ​ຄື​ແນວ​​ໃດ​ເພື່ອ​ຕີ​ລາຄາ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຈຸດ​ເວລາ​ຫຍຸ້ງຍາກ, ທ້າຍ​ທາ​ນາໆ​ປະການ
ປ່ຽນໃໝ່ວຽກງານພະນັກງານຕາມເນື້ອໃນຈິດໃຈມະຕິສູນກາງພັກ ຄັ້ງທີ 4 ຊຸດທີ  11 - ảnh 2

(ພາບ:thanhhoa.gov.vn)

   ​ໄປ​ຄຽງ​ຄູ່​ກັບ​ສອງ​ບັນຫາ​ສຳຄັນ​ແມ່ນ​ວຽກ​ງານ​ກໍ່ສ້າງ ​ແລະ ຕີ​ລາຄາ​ພະນັກງານ, ກອງປະຊຸມພະນັກງານທົ່ວ​ປະ​ເທດ​ ຊາບ​ຊືມ, ຜັນ​ຂະຫຍາຍ​ຂໍ້​ສະຫລຸບ​ເລກທີ 24 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານ​​ແຜນການ​ຊັບຊ້ອນ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ຮອດ​ປີ 2020 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ ຍັງ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ: ສ້າງ​ມາດຖານ​ຕຳ​ແໜ່​ງພະນັກງານ ​ແລະ ຄາດໝາຍ​ຕີ​ລາຄາ​ພະນັກງານ​ຕາມມາດຖານ​ຕຳ​ແໜ່​ງ, ຕາມ​ປະສິດທິ​ຜົນ​ວຽກ​ງານ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ; ການ​ກຳນົດ​ປະກອບ​ຄຳ​ເຫັນ, ປ່ອນ​ບັດ​ໄວ້​ວາງ​ໃຈ​ປະຈຳ​ປີ​ສຳລັບ​ບັນດາ​ຕຳ​ແໜ່​ງການ​ນຳ​ໃນ​ອົງການ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ, ໝູ່​ຄະນະ……​ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງນີ້ ຈະ​ຖືກ​ຮວບ​ຮວມ​ເປັນ​ບັນດາຂໍ້​ກຳນົດ, ​ແນະນຳ​ໃນ​ວຽກ​ງານ​ກໍ່ສ້າງ, ຊັບຊ້ອນ​ພະນັກງານ​ໂດຍ​ຜັດປ່ຽນ ​ແລະ ປະກາດ​ໃຊ້, ຜັນ​ຂະຫຍາຍ​ໂດຍ​ທັນ​ທີ່ ​ເພື່ອ​ແນ​ໃສ່​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“.

 

 

 

 

 

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ