ປ່ຽນໃໝ່ເພື່ອຍົກສູງປະສິດທິຜົນຂອງກອງປະຊຸມ CG

​(vovworld) - ນັບ​ແຕ່​ປີ 2013, ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ ​ແລະ ນັກ​ອຸປະ​ຖຳ​ໃຫ້​ແກ່​ຫວຽດນາມ (ກອງ​ປະຊຸມ CG) ຈະ​ປ່ຽນ​ຊື່​ເອີ້ນ​​ເປັນ ”​ເວທີ​ປາ​​ໄສກ່ຽວ​ກັບ​ການພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ” ​ໂດຍ​ທະນາຄານ​ໂລກ ພ້ອມ​ກັບ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ​ຫວຽດນາມ​ເປັນ​ປະທານ​ຮ່ວມ. ​ເວທີ​ປາ​ໄສ​ນີ້​ຈະ​ສ່ອງ​ແສງ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ ​ໃນ​ຖານະ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ເປັນ​ປົກກະຕິ, ປະຊາຊົນ​ມີ​ລາຍ​ຮັບ​ໃນ​ລະດັບ​ປານ​ກາງ ​ແລະ ສ່ອງ​ແສງ​ຄວາມ​ຈິງ​ແຫ່ງ​ການ​ພັດທະນາ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ປະຊາ​ຄົມ​ໂລກ​ໄດ້​ດີກ​ວ່າ.

ປ່ຽນໃໝ່ເພື່ອຍົກສູງປະສິດທິຜົນຂອງກອງປະຊຸມ CG - ảnh 1

ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ ​ແລະ ນັກ​ອຸປະ​ຖຳ​ໃຫ້​ແກ່​ຫວຽດນາມ ປີ 2012

(ພາບ: ອິນເຕີແນດ)

ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ, ທັງ​ເປັນ​ປະທານ​ກອງ​ປະຊຸມ CG ປີ 2012, ຢືນຢັນ​ວ່າ ການ​ປ່ຽນ​ໃໝ່​ຊື່​ເອີ້ນ ​ແລະ ​ເນື້ອ​ໃນ​ກອງ​ປະຊຸມ CG  ​ແມ່ນ​ຄວາມຈຳ​ເປັນ. ທ່ານ​ນາງ Victoria Kwakwa ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ CG 2012, ລັດຖະບານ ​ແລະ ບັນດາຄູ່​ຮ່ວມ​ມືພັດທະນາ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງກອງ​ປະຊຸມ CG ​ໃຫ້​ແກ່​ຫວຽດນາມ​ຈະ​ພັດທະນາ​ຄື​ແນວ​ໃດ​ໃນ​ໄລຍະ​ໃໝ່​ຂອງ​ປະ​ເທດ​ຊາດ ກໍ່​ຄື​ໃນ​ສະພາບ​ທີ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຢູ່​ຫວຽດນາມ.

ປ່ຽນໃໝ່ເພື່ອຍົກສູງປະສິດທິຜົນຂອງກອງປະຊຸມ CG - ảnh 2

ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ
(ພາບ: ອິນເຕີແນດ)

”ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ​ຄັ້ງ​ນີ້ ຈະ​ແມ່ນ​ກອງ​ປະຊຸມ​ສຸດ​ທ້າຍ​ທີ່​ຈັດ​ຂຶ້ນ​ຕາມ​ຮູບ​ແບບທີ່​ເຄີຍ​ດຳ​ເນີນ​ນັບ​ແຕ່ 20 ປີ​ມາ​ນີ້, ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ແກ່​ເວທີ​ປາ​ໄສ​ລະດົມ​ແຫຼ່ງກຳລັງ ODA. ສິ່ງ​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ ຈຳ​ເປັນ​ຕ້ອງ​ມີ​ເວທີ​ປາ​ໄສ​ການ​ເຈລະຈາ​ເປີດ​ກວ້າງ ​ແລະ ​​ເໝາະ​ສົມ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ຄູ່​ຮ່ວມ​ມື ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຫວຽດນາມ. ​ໃນ 20 ປີ​ກ່ອນ​ນີ້, ຄູ່​ຮ່ວມ​ມື​ຕົ້ນ​ຕໍແມ່ນ​ລັດຖະບານ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ. ປະຈຸ​ບັນ​ມີ​ຄູ່​ຮ່ວມ​ມື​ຕື່ມ​ອີກ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ - ສັງຄົມ​ພົນລະ​ເຮືອນ​ນັບ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ກໍ່​ຄື​ພາກສ່ວນ​ເອກະ​ຊົນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຮູບ​ການ​ເວທີ​ປາ​ໄສ​ໃໝ່​ນີ້ ຈະ​ມີ​ການ​ປະກອບສ່ວນຢ່າງ​ກວ້າງຂວາງ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​. ພວກ​ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ, ກອງ​ປະຊຸມ CG ຈະ​ປະຕິບັດ​ຕາມ​ທິດ​ທາງ​ທີ່​ໄດ້​ກຳນົດ ​ແລະ ກຳນົດ​​ໄດ້​ບັນດາ​ຂົງ​ເຂດ​ຈຸດ​ສຸມຢ່າງ​ລະອຽດ”.

ນັບ​ແຕ່​ປີ 1993, ​ເມື່ອ​ຫວຽດນາມ​ເຊື່ອມ​ຕໍ່​ການ​ພົວພັນ​ກັບ​ປະຊາ​ຄົມ​ບັນດາ​ນັກ​ອຸປະຖຳ​ສາກົນ, ກອງ​ປະຊຸມ CG ​ໄດ້​ສວມ​ບົດ​ບາດ​ແມ່ນ​ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ນະ​ໂຍບາຍ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ທີ່​ມີ​ປະ​ໂຫຍ​ດ ​ໃຫ້​ແກ່​ລັດຖະບານ​ຫວຽດນາມ. 20 ປີ ຜ່ານ​ມາ, ຫວຽດນາມ​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ພໍ​ສົມຄວນ, ຈາກ​ປະ​ເທດ​ທີ່​ທຸກ​ຍາກ, ດ້ອຍ​ພັດທະນາ, ດ້ວຍ​ອັດຕາ​ຄອບຄົວ​ທີ່​ທຸກ​ຍາກ​ກວມ​ເຖິງ 58% ​ໃນ​ປີ 1993, ປະຈຸ​ບັນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ. ຜົນງານ​ເຫຼົ່າ​ນັ້ນ ​ແມ່ນ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ປະຊາ​ຄົມ​ບັນດາ​ນັກ​ອຸປະຖຳ, ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ທາງ​ດ້ານ​ການ​ເງິນ​ເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍ​ດ້ານ​ບົດຮຽນ​ໃນ​ການ​ພັດທະນາ ຜ່ານ​ການ​​ໂອ້​ລົມ​ສົນທະນາ​ທາງ​ດ້ານ​ນະ​ໂຍບາຍ. ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ຫວຽດນາມ​ສືບ​ຕໍ່​ຮັບ​ມື​ກັບ​ການ​ທ້າ​ທາຍ​ໃໝ່ຫຼາຍ​​ຢ່າງຄື: ຄວາມ​ຂາດ​ສະຖຽນ​ລະ​ພາບ​ຂອງ​​ເສດຖະກິດ​ໂລກ, ໜ້າ​ທີ່​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ, ​ໃນ​ນັ້ນ​ມີ​ຄາດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ. ທ່ານ Motoroni Tsuno, ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA)  ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ, ​ໃນ​ປີ​ການ​ເງິນ 2013, ນອກຈາກ​ເລື່ອງ​​ເປັນ​ທີ່​ປຶກສາ​ໃຫ້​ຫວຽດນາມ​ພັດທະນາ​ເສດຖະກິດ, ສັງຄົມ​ແລ້ວ, ຍີ່ປຸ່ນ​ຢາກ​ສືບ​ຕໍ່​ເປັນ​ນັກ​ອຸປະ​ຖຳ​ໃຫຍ່​ກວ່າ​ໝູ່​ກ່ຽວ​ກັບ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. ທ່ານ Motoroni Tsuno ຢືນຢັນ​ວ່າ:

ປ່ຽນໃໝ່ເພື່ອຍົກສູງປະສິດທິຜົນຂອງກອງປະຊຸມ CG - ảnh 3

ທ່ານ Motoroni Tsuno, ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA)
(ພາບ: ອິນເຕີແນດ)

”ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ ​ແລະ ບັນດາ​ນັກ​​​ທີ່​ປຶກສາ, ນັກອຸປະຖຳ ຕົກລົງ​ປ່ຽນ​ໃໝ່​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ອຸປະຖຳ. ກອງ​ປະຊຸມ CG ປີ​ນີ້ ບໍ່​ພຽງ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ອຸປະຖຳ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ສາກົນ​ອີກ​ດ້ວຍ, ​ເພາະວ່າ​ຫວຽດນາມ ພວມ​ກາຍ​ເປັນ​ປະ​ເທດ​ພັດທະນາ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນມີ​ການ​ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​​ແຟ້ນລະຫວ່າງ​ບັນດາ​ນັກ​ອຸປະຖຳ ​ແລະ ບັນດາ​ວິ​ສາ​ຫະກິດ ​ເພື່ອ​ພ້ອມ​ກັນ​ໜູນ​ຊ່ວຍ​ຫວຽດນາມ​ພັດທະນາ​ເສດຖະກິດ​ສັງຄົມ”

        ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບູ່​ຍ ກວາງ​ວິ​ງ ​ແລ້ວ, ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ​ໃນ​ປະຈຸ​ບັນ, ​ເລື່ອງ​ຮັກສາ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ໂອ້​ລົມ​ສົນທະນາ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ທີ່​ປຶກສາ, ນັກ​ອຸປະຖຳ ຍິ່ງ​ມີ​ຄວາມ​ສຳຄັນ​ກວ່າ​ເວລາ​ໃດ​ໝົດ. ທ່ານ​ເວົ້າ​ວ່າ:

”ການ​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ​ກອງ​ປະຊຸມ CG ບໍ່​ແມ່ນ​ວ່າ​ຍ້ອນ​ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ, ຫາກ​ບັນດາ​​ທີ່​ປຶກສາ, ນັກ​ອຸປະຖຳຈະ​ສະຫງວນ​ແຫຼ່ງທຶນ​ກູ້​ຢືມ​ພິ​ເສດອື່ນ​ອີກ​ໃຫ້​ແກ່​ບັນດາ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດທະນາ​ອື່ນໆ, ສ່ວນ​ຫວຽດນາມ​ຈະ​ໄດ້​ຮັບ​ແຫຼ່ງທຶນ​ກູ້​ຢືມ​ການ​ຄ້າ​ໃນ​ລະດັບ​ສູງ​ກວ່າ… ບັນດາ​ປະ​ເທດ​ອຸປະຖຳມີ​ຫຼັກການ​ເຄື່ອນ​ໄຫວ​ທີ່​ວ່າ, ພາຍຫຼັງຊ່ວຍຫວຽດນາມ​ຫຼຸດ​ພົ້ນ​ອອກ​ຈາກ​ລະດັບ​ດ້ອຍ​ພັດທະນາ​ແລ້ວ, ​ເຂົາ​ເຈົ້າ​ຈະ​ສະຫງວນ​ທຶນ​ອຸປະຖຳ​ໃຫ້​ແກ່​ປະ​ເທດ​ອື່ນໆ ​ແຕ່​ຍາມ​ໃດ​ກໍ່​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ​ແລະ ​ແນວທາງ​ພັດທະນາ​ໃຫ້​ແກ່​ຫວຽດນາມ”.

ຄາດ​ວ່າ”​ເວທີ​ປາ​​ໄສກ່ຽວ​ກັບ​ການພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມປີ 2013” ຈຳ​ດຳ​ເນີນ​ໃນ​ເວລາ 1 ຫຼື 2 ວັນ, ​ໂດຍ​ອິງ​ໃສ່​ເນື້ອ​ໃນ​ຂອງ​ລາຍການ. ການ​ປ່ຽນ​ແປງ​ຂອງ​ກອງ​ປະຊຸມ CG ຈະ​ມຸ້ງ​ໄປ​ເຖິງ​ເລື່ອງ​ບັນດາ​ນັກ​ອຸປະຖຳ ​ແລະ ຫວຽດນາມ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ, ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ ຕໍ່ ຈຸດໝາ​ຍຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ການ​ພັດທະນາ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ