ປ່ຽນໃໝ່ໃນອາຍຸການສະພາແຫ່ງຊາດຊຸດທີ13

(vovworld) - ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ພວມ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ສຸດ​ທ້າຍ​ຂອງ​ອາຍຸ​ການ 5 ປີ. ​ໃນ 5 ປີຜ່ານມາ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​​ໄດ້້ສ້າງ​ຂີດ​ໝາຍ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບການ​ຮັບ​ຮູ້​ຈາກ​ຜູ້​ມີ​ສິດ​​ເລື​ອກຕັ້ງວ່າ ​ແມ່ນ​ສະພາ​​ແຫ່ງ​ຊາດ​ທີ່​ຂະຫຍັນ​ຂັນ​ແຂງ, ປ່ຽນ​ໃໝ່, ຕອບ​ສະໜອງຄວາມ​ຕ້ອງການຂອງ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ດຳລົງ​ຊີວິດ​ຢ່າງ​ທັນ​ການ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່​ຄື​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ປ່ຽນໃໝ່ໃນອາຍຸການສະພາແຫ່ງຊາດຊຸດທີ13 - ảnh 1

(ພາບປະກອບ)

ໃນ​ອາຍຸ​ການ​ຂອງສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ​ ​ໄດ້​ມີ​ຜົນງານຫຼາຍ​ຢ່າງ,  ​ ​ເປັນ​ຂີດ​ໝາຍ​ໃນການ​ສ້າງ​ລັດຖະທຳ​ມະນູນ, ສ້າງ​ກົດໝາຍ; ການ​ຕິດຕາມ​ກວດກາ​ສູງ​ສຸດ. ສະພາ​ແຫ່ງ​ຊາດ​ກໍ່​ໄດ້ສ້າງ​ຂີດ​ໝາຍ​ດ້ວຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ. ​ເມື່ອ​ຕີ​ລາຄາສັງລວມກ່ຽວ​ກັບ​ອາຍຸ​ການຂອງສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ ​ເຈິ່ນຢູລິກ, ສະມາຊິກ ສະພາ​ແຫ່ງ​ຊາດ, ນະຄອນ ​ໂຮ່ຈີ​ມິນ, ຖື​ວ່າ:

        “ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີ​ການ​ປ່ຽນ​ໃໝ໋ຢ່າງ​ແຮງ​ກວ່າ, ປະຊາທິປະ​ໄຕ​ກວ່າ​ໃນ​ການ​ປຶກສາ​ຫາລື ​ແລະ ວາງ​ອອກ​ລັດຖະນະ​ໂຍບາຍ; ມີ​ຄວາມຮັບຜິດຊອບຕໍ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ການ​ປະຕິບັດ​ໜ້າ​ທີ່ກວ່າ; ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ກວ່າ“.

        ຂີດ​ໝາຍ​​ໃນ​ການ​ສ້າງ​ກ​ົດໝາຍ

        ​ໃນ​ອາຍຸ​ການ 5 ປີ, ສະພາ​ແຫ່ງ​ຊາດ​ບໍ່​ພຽງ​ແຕ່​ປະຕິ​ບັດ​ສຳ​ເລັດກົດໝາຍ​ດ້ວຍ​​ຈຳນວນສະຖິຕິ​ເທົ່າ​ນັ້ນ, ຫາກ​ຍັງ​ຍົກ​ສູງ​ຈິດ​ໃຈ​ປົກ​ປ້ອງ​ສິດຂອງ​ມະນຸດ​ອີກ​ດ້ວຍ. ຜົນງານ​ພົ້ນ​ເດັ່ນ​ຂອງ​ອາຍຸ​ການ​ຊຸດ​ທີ 13 ​ແມ່ນ​ສະພາ​ແຫ່ງ​ຊາດ​ໄດ້​ເຮັດຫຼ້ອນໜ້າທີ່ປະກາດ​ໃຊ້​ລັດຖະທຳ​ມະນູນ​ປີ 2013 ​ແລະ ຫັນ​ເປັນ​ລະອຽດ​​ລັດຖະທຳ​ມະນູນ​ໃນ​ກົດໝາຍ​ຕ່າງໆ. ລັດຖະທຳ​ມະນູນ​ປີ 2013 ​ແມ່ນ​ລັດຖະທຳ​ມະນູນ​​ແຫ່ງໄລຍະ​ປ່ຽນ​ແປງ​ໃໝ່​ດ້ານ​ເສດຖະກິດ ​ແລະ ການ​ເມືອງຢ່າງຮອບດ້ານ, ຄົບ​ຊຸດ​, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ພ້ອມ​ກັບ​ການ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ​ໃນ​ອາຍຸ​ການ​ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ວຽກ​ງານ​ສ້າງ​ກົດໝາຍ​ດ້ວຍ​ຈຳນວນ​ຫຼາຍ​ທີ່​ສຸດ, ພິຈາລະນາ, ປັບປຸງ, ​ເພີ່ມ​ເຕີມ ຫຼື​ປະການ​ໃຊ້​ບັນດາ​ປະມວນ​ກົດໝາຍ​ໃຫຍ່, ບັນດາ​ກົດໝາຍ​ສຳຄັນ​ສ່ວນ​ຫຼາຍ, ສຳ​ເລັດ​ລະບົບ​ກົດໝາຍ​​ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ໂດຍ​ພື້ນຖານ. ບັນດາ​ກົດໝາຍ, ລັດຖະບັນຍັດ ​ໄດ້​ສ້າງ​ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຊຸດ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ເລິກ​ເຊິ່ງກວ້າງຂວາງ​. ທ່ານ ​ເລ​ມິ​ງທົງ, ຮອງ​​ເລຂາທິການ​ໃຫຍ່​ຂອງ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        “ສະພາ​ແຫ່ງ​ຊາດ​ຊຸດ​ທີ 13​ ໄດ້​ສ້າງ​ຂີດ​ໝາຍ​ຫຼາຍ​ຢ່າງ​ເມື່ອ​ຮັບຮອງ​​ເອົາລັດຖະທຳ​ມະນູນ​ປີ 2013, ​ແລະ ບັນດາ​ກົດໝາຍ​ສຳ​ຄັນທີ່​ຕິດ​ພັນ​ກັບ​ກົງຈັກ​ລັດ ຕິດ​ພັນ​ກັບ​ສິດທິ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ, ຕາມ​ມາດຕະຖານ​ຂອງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ. ອາດ​ເວົ້າ​ໄດ້​ວ່າ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແມ່ນ​ສະພາ​ແຫ່ງ​ຊາດ​ທີ່​​ໄດ້​ຮັບຮອງ​​ເອົາກົດໝາຍ​ດ້ວຍຈຳນວນ​​ຫຼາຍ​ທີ່ສຸດ, ​ດ້ວຍ 107 ກົດໝາຍ ​ແລະ ມະຕິ​ຫຼາຍ​ສະບັບ​ອີກ. ມັນ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ເຕີບ​ໃຫຍ່​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ນັ້ນ​ແມ່ນ​ສະພາ​ແຫ່ງ​ຊາດ​ທີ່ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນກົກ​ເຄົ້າ​ໃຫ້ກົດໝາຍຕ່າງໆ“.

        ຂັ້ນ​ຕອນ​ສ້າງ​ກົດໝາຍ​ກໍ່​ມີ​ການ​ປົວ​ແປງ, ປ່ຽນ​ໃໝ່​ຫຼາຍ​ຢ່າງ ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ​ເພີ່ມ​ລັກສະນະ​ເປັນ​ເຈົ້າ​ການ, ​ແໜ້ນ​ແຟ້ນ, ຈະ​ແຈ້ງ, ລະອຽດ​ໃນ​ເອກະສານ​ດ້ານ​ກົດໝາຍ.  ​ເລື່ອງ​ໄຈ້​ແຍກ​ນະ​ໂຍບາຍ, ຕີ​ລາຄາ​ການກະທົບ​ກ່ອນ​ທີ່​ສ້າງ​ຮ່າງ​ກົດໝາຍ​ໄດ້​ຮັບ​ຖື​ເປັນ​ສຳຄັນ..

        ຕິດຕາມ​ກວດກາ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ປະຕິບັດ​ກົດໝາຍ

        ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ລັດ, ຈາກ​ສູນ​ກາງ​ລົງ​ຂັ້ນ​ຮາດ​ຖານ. ຂອບ​ເຂດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ຫຼາຍ​ຮູບ​ຫຼາຍ​ແບບ, ຈາກ​ບັນຫາ​ເສດຖະກິດ​ມະຫາ​ພາກ ​ເຖິງ​ບັນດາ​ບັນຫາ​ຊີວິດ​ສັງ​ຄົມ​ອັນ​ຮີບ​ເຮັ່ງ. ກ່ຽວ​ກັບ​ການ​ຊັກ​ຖາມ, ທ່ານ ຫງວຽນ​ຊິງ​ຮຸ່ງ, ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ:

        “​ການ​​ເຄື່ອນ​ໄຫວຊັກ​ຖາມຂອງ​ສະພາ​ແຫ່ງ​ຊາດ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບ, ຍົກ​ສູງ​ຈິດ​ໃຈ​ສ້າງສັນ, ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ເຈລະຈາ ​ແລະ ສະຕິ​ຮັບຜິດຊອບ, ກໍ່​ຄືການຕຳ​ນິຕິ​ຊົມ​ຕົນ​ເອງຂອງ​ຜູ້​ຖືກ​ຊັກ​ຖາມ. ພິ​ເສດ, ທີ່​ກອງ​ປະຊຸມ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຊັກ​ຖາມ​ບັນດາຜູ້​ເປັນ​ຫົວໜ້າ​ ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ກ່ຽວ​ກັບ​ການ​ຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ​ນັບ​ແຕ່​ຕົ້ນ​ອາຍຸ​ການ. ອາດ​ເວົ້າ​ໄດ້​ວ່າ, ສະພາ​ແຫ່ງ​ຊາດ​ໄດ້​ໃກ້ຊິດຕິດ​ແທດ​ກັບ​ເລື່ອງ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ“.

        ​ໃນ​ອະ​ຍຸ​ການ, ສະພາ​ແຫ່ງ​ຊາດ​ໄດ້​ຕາງໜ້າ​ປະຊາຊົນ​ທົ່ວ​ປະ​ເທດ​ປະຕິບັດ​ສິດຕິດຕາມ​ກວດກາ​ສູງ​ສຸດ 2 ຄັ້ງ​ໃນ​ການ​ຕີ​ລາຄາ​ຄວາມ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງການ​ນຳ​ທີ່​ຫຼັກ​ແຫຼ່ງ​ແກ່ນສານ ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ.

        ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ

        ​ໃນ 5 ປີຜ່ານມາ, ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ​ຫຼາຍ​ຢ່າງ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ, ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ຍູ້​ແຮງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ກັບ​ລັດຖະສະພາ​ປະ​ເທດ​ຕ່າງໆ, ບັນດາ​ອົງການ​ສາກົນ, ນຳ​ສາຍ​ພົວພັນ​ນີ້​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ສ້າງ​ສະພາບ​​ແວດ​ລ້ອມສາກົນທີ່ສະດວກ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ. ພິ​ເສດ, ປີ 2015, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ ຫວຽດນາມ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ IPU 132 ສຳ​ເລັດ, ​ແລະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ Ban ki moon ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ກ່າວ​ປາ​ໃສ​ຕໍ່​ສະພາ​ແຫ່ງ​ຊາດ​ ຫວຽດນາມ. ທ່ານ ​ໂງ​ດຶກ​ແມ້ງ, ຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ, ຖື​ວ່າ:

        “ບົດບາດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ການ​ສ້າງ​ສະພາບ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ໃຫ້​ປະ​ເທດ​ພັດທະນາ. ພ້ອມ​ກັບ​ວຽກ​ງານການຕ່າງປະ​ເທດ​ຂອງ​ພັກ, ລັດ, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ, ຂອງສະພາ​ແຫ່ງ​ຊາດ ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ​ລັດຖະສະພາ​ປະ​ເທດ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ​ເທົ່າ​ນັ້ນ, ຫາກ​ໃນ​ບັນດາ​ສະພາວະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ອະທິປະ​ໄຕ​ແຫ່ງ​ຊາດ​ຖືກ​ນາບ​ຂູ່​ນັ້ນ ພວກ​ເຮົາ​ກໍ່ສາມາດ​​ແກ້​ໄຂ​ສຳ​ເລັດຜົນ​ໄດ້“

        ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໃກ້​ຈະ​ສິ​້ນສຸດ​ແລ້ວ. ​ໃນ 5 ປີຜ່ານມາ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະ​ທ່ານ, ບັນດາ​ອົງການ​ວິຊາ​ການ, ສະພາ​ແຫ່ງ​ຊາດ ​ໄດ້​ສຳ​ເລັດ​ວຽກ​ງານ​ດ້ວຍ​ຈຳນວນ​ຫຼາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການດຳລົງ​ຊີວິດ​ຢ່າງ​ທັນ​ການ. ດ້ວຍ​ບັນດາການ​ປ່ຽນ​ໃໝ່ ​ແລະ ຂີດ​ໝາຍທີ່​ສຳຄັນ​ນັ້ນ. ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ສຳ​ເລັດ​ພາລະ​ໜ້າ​ທີ່​ເປັນ​ອົງການ​ສິດ​ອຳນາດ​​ແຫ່ງ​ລັດສູງ​ສຸດ ​ແລະ ​​ເປັນ​ອົງການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ