ປີເຕັມໄປດ້ວຍຄວາມຂາດສະຖຽນລະພາບ

(vovworld) - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​, ເຊິ່ງ​ແມ່ນ​ພາກ​ພື້ນ​ມ​ີບົດ​ບາດ​ເປັນ​ກຳ​ລັງ​ໜູນ​​ໃນການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລ​ກ ແຕ່ກໍ່​ເປັນ​ພາກ​ພື້ນ​ເຕັ້ມ​ໄປ​ດ້ວຍ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​. ເມື່ອ​ຫວນ​ຄືນ​ປ​ີ 2016, ສະ​ພາບ​ການ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ເຄີຍເກີດ​ຫຼາຍ​ບັນ​ຫາ​ທີ່​ສັ​ບ​ສົນ. ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ປະ​ເຊີນ​ໜ້າ, ການ​ປະ​ທະ​ກັນ​ແມ່ນ​ບັນ​ດາ​ບັນ​ຫາ​ພົ້ນ​ເດັ່ນ​​ຢູ່ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ໃນ​ປີ 2016.

ປີເຕັມໄປດ້ວຍຄວາມຂາດສະຖຽນລະພາບ - ảnh 1
ຂ່າວ​ກ່ຽວ​ກັບ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ ໃນ​ຊ່ອງ​ໂທ​ລະ​ພາບ ສ. ເກົາຫຼີ
(ພາບ: AP)


       
ສ​ປ​ປ. ເກົາຫຼີ  ທົດ​ລອງ​ນິວ​ເຄຼຍ, ອາ​ເມ​ລິ​ກາ ແລະ ສ. ເກົາຫຼີ ມີ​ແຜນ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ລະ​ດັບ​ສູງ​​ໄລ​ຍະ​ທ້າຍ (THAAD), ​ສະ​ພາບ​ການ​ເມືອງ ສ. ເກົາຫຼີ ຂາດ​ສະ​ຖຽນ​ລະ​ພາບ, ຍີ່​ປຸ່ນ ດຳ​ເນີນ​ການ​ປັບ​ປຸງ​ສຳ​ລັບ​ກອງ​ທັບ​ຢ່າງ​ແຮງ. ບັນ​ດາກ​ານ​ຜັນ​ແປ​ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ຍູ້​ໃຫ້​ພາກ​ພື້ນ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ຕົກເຂົ້າ​ສູ່ສະ​ພາບ​ຄວາມເຄັ່ງ​ຕຶງ​ໃນ​ປີ 2016 ຢ່າງ​ຕໍ່​ເນື່ອງ.

ແຫຼ​ມ ເກົາຫຼີ ໄດ້​ຮັບ​ຖື​ວ່າ​​ເປັນ​ຖັງດິນ​ລະ​ເບີດ

       ຈຸ​ດ​ຮ້ອນ​ເຮັ່ງ​ຢູ່​ພາກ​ພື້ນ​ທີ່​ໄດ້​ຮັບ​ກາ​ນ​ເຕື້ອ​ງ​ເຖິງຫຼາຍ​ທີ່​ສຸດ​ໃນ​ປີ​ຜ່ານ​ມາ​ແມ່ນ​ຢູ່​ແຫຼມ​ເກົາຫຼີ. ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວ​ລາ​ພຽງ​ໜຶ່ງປີ, ສ​ປ​ປ ເກົາຫຼີ ໄດ້​ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍ​ເປັນ 2 ຄັ້ງ, ​ທົດ​ລອງ​ລູກ​ສອນ​ໄຟ 10 ຄັ້ງ ດ້ວຍລະ​ເບີດ 24 ​ໜ່​ວຍ, ຈາກ​ໄລ​ຍະ​ສັ້ນ​ຕະຫຼອດ​ຮອດ​ໄລ​ຍ​ກາງ ແລະ ​ທົດ​ລອງ​ລູກ​ສອນ​ໄຟ​ຈາກ​ກ່ຳ​ປັ່ນ​ດຳ​ນ້ຳ. ສິ່ງ​ ​ເປັນ​ໜ້າ​ວິ​ຕົກ​ວັງ​ວົນ​​ນັ້ນແມ່ນ​ບັນ​ດາ​ເຫດ​ທົດ​ລອງ​ນິວ​ເຄຼຍນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​​ບາດ​ກ້າວ​​ດີ​ພໍ​ສົມ​ຄວນກ່ຽວ​ກັບ​ດ້ານ​ເຕັກ​ໂນ​ໂລ​ຢີ. ປະ​ຊາ​ຄົມ​ສາ​ກົນ​ມີ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​ຕໍ່​ບັນ​ດາ​ເຫດ​ທົດ​ລອງ​ຂອງ ສ​ປ​ປ ເກົາຫຼີ. ວັນ​ທີ 30/11/2016, ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ມະ​ຕິ​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຮອບ​ດ້ານ​ໃໝ່​ສຳ​ລັບ ສ​ປ​ປ​ ເກົາຫຼີ. ມະ​ຕິ​ລົງ​ໂທດນີ້​ໄດ້​ເລັ່ງ​ໃສ່​ຂົງ​ເຂດ​ເສ​ດ​ຖະ​ກິດ, ສຸມ​ໃສ່​ເຂົ້າ​ຂົງ​ເຂດ​ສົ່ງ​ອອ​ກ​ຖ່ານ​ຫີນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ພຽງ​ຢາງ, ດ້ວຍ​ຈຸດ​ປະ​ສົງ​ຈະ​ຫລ​ຸດ​ປະ​ລິ​ມານ​ຖ່ານ​ຫີນ​ສົ່ງ​ອອກ​ໃນ​ແຕ່​ລະ​ປີ​ຂອງ​ປະ​ເທດນີ້ລົງກ່​ວາ 60%. ມະ​ຕິກໍ່​ໄດ້​​ຈັດ​ຊັບ​ພະ​ຍາ​ກອນ​​ໂລ​ຫະບາງ​ປະ​ເພດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ຫ້າມ​ສົ່ງ​ອອກ​ຈາກ​ຝ່າຍ ສ​ປ​ປ ເກົາຫຼີ, ຮັດ​ແໜ້ນ​ຂົງ​ເຂດ​ການ​ເດີນ​ທະ​ເລ ແລະ ການ​ເງິນ​ຂອງ​ປະ​ເທດນີ້. ຄາດ​ວ່າ, ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃຫມ່​ຈະ​ເຮັດ​ໃຫ້​ແຫຼ່ງ​ລາຍ​ຮັບ​ເງິນ​ຕາ​ຈາກ​ຕ່າງ​ປະ​ເທດ​ຂອງ ສ​ປ​ປ ເກົາຫຼີ ​ຮົ່ວ​ໄຫລ​ປະ​ມານ 800 ລ້ານ USD ໃນ​ແຕ່​ລະ​ປີ.

        ຕໍ່​ໜ້າ​ບັນ​ດາ​ການ​ກະ​ທຳ​ຂອງ ສ​ປ​ປ ເກົາຫຼີ, ບັນ​ດາ​ປະ​ເທດ ຄື: ສ​. ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ​ໄດ້​ເພີ່​ມ​ທະ​ວີ​ການ​ຜັ​ນ​ຂະ​ຫຍາຍ, ການ​ມີ​ໜ້າ​ດ້ານ​ການ​ທະ​ຫານ, ເປີດ​ກ້ວາງ​ຂ​ອບ​ຂະ​ໜາດ​ການ​ຊ້ອມ​ຮົບ​ຢ່າງບໍ່​ຢຸດຢັ້ງ. ດັ່ງ​ນັ້ນ, ສະ​ພາບ​ການ​​ຢູ່ແຫຼມ ເກົາຫຼີ ເກືອບ​ຄື​ວ່າ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ຊົ່ວ​ຮ້າຍ​ລົງ. ເປັນ​ຄັ້ງທຳ​ອິດ, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ ອາ​ເມ​ລິ​ກາ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ​ໄດ້ຕົກ​ລົງ​ຜັນ​ຂະ​ຫຍາ​ຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ລະ​ດັບ​ສູງ​ໄລ​ຍະ​ສຸດ​ທ້າຍ (THAAD). ​ບັນ​ດາ​ນັກ​ຊ່ຽວ​ຊານ​​ໄດ້​ໃຫ້​ຂໍ​້​ສັງ​ເກ​ດ​ວ່າ ລະ​ບົບ THAAD ມີ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ສະ​ພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ.

ປີເຕັມໄປດ້ວຍຄວາມຂາດສະຖຽນລະພາບ - ảnh 2
ໝູ່​ເກາະ Senkaku/ຕຽວ​ອີ ຢູ່​ທະ​ເລ ຮ​ວາ​ຕູງ
(ພາບ: KYODO)

        ຈາກນັ້ນ, ບັນ​ດາ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຂອງ ພຽງ​ຢາງ ກໍ່​ຊຸກ​ຍູ້​ໃຫ້ ສ. ເກົາຫຼີ ແລະ ຍີ່​ປຸ່ນ ຮ່ວມ​ມື​ດ້ານ​ສືບ​ລາ​ຊະ​ການ​ລັບ. ວັນ​ທີ 23/11/2016, ເປັນ​ຄັ້ງ​ທຳ​ອິດ​ຜູ້​ຕາງ​ໜ້າ​ຂອ​ງ​ລັດ​ຖະ​ບານ ສ. ເກົາຫຼີ ແລະ ຍີ່​ປຸ່ນ ໄດ້​ເຊັ​ນ​ສັນ​ຍາ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານໂດຍ​ພາຍ​ໃຕ້​ການ​ເປັ​ນຄົນ​ກາງ​ໄກ່​ເກຍຂອງ ອາ​ເມ​ລິກ​າ. ພາຍຫຼັງ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ແລ້ວ, ສ. ເກົາຫຼີ ແລະ ຍີ່​ປຸ່ນ ບໍ່​ຕ້ອງ​ຜ່ານ ອາ​ເມ​ລິ​ກາ ກໍ່​ສາ​ມາດ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ​ທີ່​ມີ​ຄ​ວາມ​ສະ​ດ​ຸງ​ໄວ​ໄດ້. ການ​ເຊັນ​ສັນ​ຍານີ້​ແມ່ນ​ບາດ​ກ້າວ​ໃຫຍ່​ບົນ​ເສັ້ນ​ທາງ​​ຊຸກ​ຍູ້​ການ​ກໍ່​ສ້າງ “ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ”, ຈະ​ມີ​ການ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ເຖິງ​ສະ​ພາບ​ການ​ຢູ່​ພາກ​ພື້ນ, ມັນ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສະ​ພາບ​ພູມ​ສາດ - ການ​ເມືອງ​ຂອງ​ພ​າກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ມີ​ການ​ປ່ຽນ​ແປງໃນ​ອະ​ນາ​ຄົດ.

ການ​ຂັດ​ແຍ້​ງອະທິປະ​ໄຕທະ​ເລ​ເກາະ, ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ ສ​ເກົາຫຼີ

ປີ 2016 ​​ໄດ້​ເກີດຄວາມ​ເຄັ່ງ​ຕຶງລະຫວ່າງ ຍີ່ປຸ່ນ ​ແລະ ຈີ​ນ ​ໃນ​ການ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ເຂດ​ໝູ່​ເກາະ Senkaku ​ເຊິ່ງ ປັກ​ກິ​ງ​ເອີ້ນ​ວ່າ ຕຽວອີ ​ໃນ​ທະ​ເລ ຮວາ​ຕຸ​ງ. ກຳລັງ​ປ້ອງ​ກັນ​ທະ​ເລ ຍີ່ປຸ່ນ ​ໄດ້​ກ່າວ​ເຕືອນ​ກຳ່​ປັ່ນ ຈີນ ​ເດີນ​ເຂົ້າ​​ເຂດ​ທະ​ເລ ​ເຊິ່ງ​ໂຕ​ກຽວ​ ​ຖະ​ແຫຼ​ງມີ​ອະທິປະ​ໄຕ​ແລ້ວ. ​ເພື່ອ​ປັບ​ປຸງ​ກຳລັງ​ແຮງ​ຢູ່​ເຂດ​ໝູ່​ເກາະ​ທີ່​ມີ​ຄວາມ​ຍາວ​ເຖິງ 1.400 km ນີ້, ຍີ່ປຸ່ນ​​ ໄດ້​ຍູ້​ໄວ​ການ​ປັບປຸງ​ດ້ານ​ການ​ທະຫານ, ​ເພີ່ມ​ງົບປະມານ​ປ້ອງ​ກັນຊາ​ດ. ຍີ່ປຸ່ນ ​ໄດ້​ຮັບຮອງ​ເອົາ​ງົບປະມານ​ປ້ອງ​ກັນຊາ​ດ​ໃນ​ປີ 2017 ດ້ວຍ​ຍອດ​ມູນ​ຄ່າ 5.170 ຕື້​ເຢັນ, ອັນ​ໄດ້​ເຮັດ​ໃຫ້​ງົບປະມານ​ປ້ອງ​ກັນຊາ​ດປີ 2017 ​ເພີ່ມ​ຂຶ້ນ​ໃນ​ 5 ປີ ຢ່າງ​ລຽນຕິດ. ພ້ອມ​ກັນ​ນັ້ນ, ຍີ່ປຸ່ນ ​ກໍ່​ໄດ້​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃໝ່​ຢ່າງ​ເປັນ​ທາງ​ການ. ​ເນື້ອ​ແທ້​ຂອງ​ກົດໝາຍ​ນີ້​ແມ່ນຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ສິດປ້ອງ​ກັນຕົວ​ລວມໝູ່, ສ້າງ​ເງື່ອນ​ໄຂ​ໃຫ້​ກຳລັງ​ປ້ອງ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ຢູ່​ຕ່າງປະ​ເທດ.

        ​ໃນ​ຂະນະ​ນັ້ນ, ​ເຫດ “​ເພື່ອນ​ຜູ້​ສະໜິດສະໜົມ​ແຊກ​ແຊງ​ດ້ານ​ການ​ເມືອງ“ ຂອງ​ປະທານາທິບໍດີ ສ​ເກົາຫຼີ Park Geun-hye, ​ໄດ້​ກໍ່​​ໃຫ້​ເກີດ ສະພາບ “​ແຜ່ນດິນ​ໄຫວ“ ​ ດ້ານ​ການ​ເມືອງ​ ສ​ເກົາຫຼີ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ທູດ​ໃນ​ເຂດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ບັນດາ​ພັກ​ຝ່າຍ​ຕ່າງໆ​ຢູ່ ສ​ເກົາຫຼີ​ ພວມ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ກຳນົດ​ເວລາ. ຄາດ​ວ່າ, ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່ ສ​ເກົາຫຼີ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ໃຫ້​ທັງ​ປີ 2017. ຢູ່​ຍີ່ປຸ່ນ, ຖ້າ​ຫາກ​ທ່ານ Shinzo Abe ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ເປັນ​ປະທານ​ພັກ​ໃນ​ປີ 2018 ​ແລະ ພັກ​ເສລີ​ປະຊາທິປະ​ໄຕ (LDP) ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​ກຳ​ອຳນາດ​​ແລ້ວ, ຕຳ​ແໜ່​ງນາຍົກລັດຖະມົນຕີຂອງທ່ານ Shinzo Abe ຈະ​ຖືກ​ແກ່ຍາວ​ເຖິງ​ປີ 2021. ໝາຍ​ຄວາມ​ວ່າ​ມັນ​ມີ​ຄວາມ​ໝາຍ​ດຽວ​ກັບ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ກ່ຽວ​ກັບ​ລັດຖະທຳ​ມະນູນ, ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປ​ເທດ…

        ປີ 2017, ສະພາບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຍັງ​ຄົງ​ມີ​ການ​ຜັນ​ແປ​ຢ່າງ​ແນ່ນອນ. ຍາກ​ທີ່​ຈະ​ກຳນົດ​ໄດ້ວ່າ​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສາມາດ​ສະກັດ​ກັ້ນ ສປປ ​ເກົາຫຼີ ​ສືບ​ຕໍ່​ພັດທະນາ​ນິວຄະ​ເລຍ ​ແລະ ລູກ​ສອນ​ໄຟ​ໄດ້​ຫຼື​ບໍ ? ທິດ​ທາງ​ຂອງ​ສະພາບ​ການ​ເມືອງ ສ​ເກົາຫຼີ ​ແລະ ​ແງ່​ຫວັງ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່ ສ​ເກົາຫຼີ ​ແມ່ນ​​ຄື​ແນວ​ໃດ? ຍີ່ປຸ່ນ​ດຳ​ເນີນ​ການ​ປັບປຸງ​ກອງທັບ​ເຖິງ​ລະດັບ​ໃດ ? ສະພາ​ບການ​ເມືອງ, ຄວາມ​ໝັ້ນຄົງ ​ແລະ ການ​ພົວພັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຈະ​ມີ​ຫຼາຍ​ບັນຫາ​ຕ້ອງ​ໄດ້​ຮັບ​ການ​ປຶກສາ​ໃນ​ໄລຍະ​ຈະ​ມາ​ເຖິງ.



ຂ່າວ/ບົດ​ອື່ນ