​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ

(VOVWORLD) - ກໍ່ຄືກັນກັບຄວາມວິຕົກກັງວົນຂອງນັກໄຈ້ແຍກຫຼາຍທ່ານ, ໃນປີ 2021, ການພົວພັນລະຫວ່າງສອງປະເທດມະຫາອຳນາດ ແລະ ກໍ່ແມ່ນສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ຄື ອາເມລິກາ ແລະ ຈີນ, ສືບຕໍ່ເກີດຄວາມເຄັ່ງຕຶງ. ແຕ່ວ່າສະພາບຄວາມເຄັ່ງຕຶງເຖິງວ່າບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊ້ຳບໍ່ໜຳໄດ້ຍູ້ໃຫ້ປິ້ນຂັ້ນໃດຂຶ້ນຕື່ມກໍ່ຕາມ ແຕ່ການພົວພັນໂດຍສັງລວມ ຍັງໄດ້ຮັບການຄວບຄຸມ ໃນຂະນະທີ່ທັງສອງຝ່າຍ ລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມຕ້ອງການເຈລະຈາ ແລະ ຮ່ວມມືນຳກັນໃນຂົງເຂດໃດໜຶ່ງ.
​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ - ảnh 1

(ພາບປະກອບ: Shutterstock)

      ດ້ວຍເລື່ອງທ່ານ Joe Biden ໄດ້ເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງ ອາເມລິກາ (ຮັບດຳລົງຕຳແໜ່ງເມື່ອວັນທີ 20 ມັງກອນປີ 2021), ກໍ່ມີຄວາມຄາດຫວັງບໍ່ໜ້ອຍ ກ່ຽວກັບການພົວພັນ ອາເມລິກາ-ຈີນ ຈະໄດ້ຮັບການປັບປຸງນັ້ນ, ຢ່າງໜ້ອຍສຸດກໍ່ແມ່ນຫລຸດຜ່ອນຄວາມເຄັ່ງຕຶງລົງ ເມື່ອທຽບກັບສະໄໝທ່ານ Donald Trump ນຳພາປະເທດ ອາເມລິກາ (2016-2020). ແຕ່ເຖິງແນວນັ້ນກໍ່ຕາມ, ຕົວຈິງໃນຕະຫຼອດປີ 2021, ການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ຍັງຢູ່ໃນສະພາບເຄັ່ງຕຶງຢ່າງຮ້າຍແຮງ. ທ່າສູ້ຢັນກັນ ແລະ ແກ່ງແຍ້ງສຸດທະສາດຢ່າງຂ້ຽວຂາດ ສືບຕໍ່ໄດ້ຮັກສາໃນເກືອບທຸກດ້ານ: ການຕ່າງປະເທດ, ເສດຖະກິດ, ການຄ້າ, ວິທະຍາສາດ ເຕັກໂນໂລຊີ….

​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ - ảnh 2

ການພົບປະເຈລະຈາຂັ້ນສູງທາງໄກລະຫວ່າງທ່ານ Joe Biden ແລະ ທ່ານສືຈິງຜິງ ເດືອນ 11/2021 (ພາບ: REUTERS)

 ສືບຕໍ່ສູ້ຢັນກັນ ແລະ ແກ່ງແຍ້ງຢ່າງຂ້ຽວຂາດ

      ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນທັດສະນະແຂງກະດ້າງກັບຈີນ ນັບແຕ່ໃນບັນດາຄຳຖະແຫຼງທຳອິດ ພາຍຫຼັງຮັບດຳລົງຕຳແໜ່ງ. ຕາມນັ້ນແລ້ວ, ຜູ້ນຳພາປະເທດ ອາເມລິກາ ໄດ້ກຳນົດ ຈີນ ແມ່ນ “ສິ່ງທ້າທາຍພູມສາດດ້ານການເມືອງໃຫ່ຍກ່ວາໝູ່ໃນສັດຕະວັດທີ 21”. ໃນຕະຫຼອດປີ 2021, ອາເມລິກາ ໄດ້ດຳເນີນບັນດາການກະທຳເຕົ້າໂຮມກຳລັງທີ່ໜ້າສົນໃຈ ແລະ ສືບຕໍ່ຮັດແໜ້ນບັນດາມາດຕະການຈຳກັດ ສຳລັບບັນດາກຸ່ມບໍລິສັດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ Huawei ແລະ ZTE ຂອງຈີນ; ເພີ່ມທະວີການຄວບຄຸມການສົ່ງອອກຊອບແວ ແລະ ເຄື່ອງອາໄຫຼ່ຂອງບັນດາບໍລິສັດ ຈີນ, ຮຽກຮ້ອງຫຼາຍວິສາຫະກິດອາເມລິກາ ຖອນທຶນອອກຈາກການຮ່ວມທຸລະກິດກັບຈີນ….

   ຕໍ່ໜ້າບັນດາການກະທຳຂອງ ອາເມລິກາ, ຍາມໃດ ຈີນ ກໍ່ສະແດງໃຫ້ເຫັນຫຼັກໝັ້ນແຂງກະດ້າງ, ມີປະຕິກິລິຍາໂຕ້ຕອບຢ່າງຂ້ຽວຂາດ, ໄດ້ຕຳໜິຕິຕຽນອຳນາດການປົກຄອງ ອາເມລິກາ ທີ່ໄດ້ກະທຳ ແລະ ຄຳເວົ້າທີ່ມີລັກສະນະເກາະຜິດ ແລະ ຈັດວາງຫຼາຍເທື່ອ. ພ້ອມກັນນັ້ນ, ປັກກິງ ໄດ້ດຳເນີນບັນດາບາດກ້າວ ເພື່ອແນໃສ່ເພີ່ມທະວີກຳລັງແຮງພາຍໃນ ແລະ ປັບປຸງທີ່ຕັ້ງທາງສາກົນ. ເມື່ອເດືອນມິຖຸນາປີ 2021, ຈີນ ໄດ້ຮັບຮອງເອົາປະມວນກົດໝາຍຕ້ານການລົງໂທດຕ່າງປະເທດ, ຜ່ານນັ້ນ ໄດ້ສ້າງພື້ນຖານດ້ານນິຕິກຳ ເພື່ອໂຕ້ຕອບບັນດາການລົງໂທດ. ເພື່ອໄປທັນກັບຄວາມສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີກັບອາເມລິກາ, ຈີນ ໄດ້ຍູ້ແຮງຍຸດທະສາດ “Made in China 2025”  ດ້ວຍຈຸດສຸມແມ່ນບັນດາຂະແໜງເຕັກໂນໂລຊີສູງ ແລະ ເປີດ “ເສັ້ນທາງແພໄໝດີຈີຕອນ” ເພື່ອແນໃສ່ທະວີຄູນຮູບແບບດີຈີຕອນອອກສູ່ທົ່ວໂລກ, ອັນໄດ້ຊ່ວຍໃຫ້ ຈີນ ນຳໜ້າກ່ຽວກັບບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນ. ຈີນ ຍັງສະແດງໃຫ້ເຫັນຄວາມຕັດສິນໃຈສູງ ໃນການຊ່ວງເສັງພັດທະນາ chip ກ້າວໜ້າ ແລະ ທາດເຊີມີກອນນດັກເຕີ, ບັນດາເຕັກໂນໂລຊີຫຼັກແຫຼ່ງອື່ນໆ ແລະ ບັນດາເຕັກໂນໂລຊີຫາກໍ່ພົ້ນເດັ່ນຂຶ້ນ ເພື່ອກາຍເປັນ “ປະເທດມະຫາອຳນາດດ້ານເຕັກໂນໂລຊີ”.

   ໃນຊຸມວັນທ້າຍປີ 2021 ນີ້, ຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງປະເທດ ສືບຕໍ່ປີ້ນຂັ້ນໄດດ້ວຍການໂຕ້ຖຽງກັນທີ່ຮ້າຍແຮງ ກ່ຽວກັບເລື່ອງ ອາຍສເມລິກາ ຕົກລົງບໍ່ສົ່ງເຈົ້າໜ້າທີ່ເຂົ້າຮ່ວມງານມະຫາກຳກິລາລະດູໜາວ ປັກກິງ 2022. ໃນການໂຕ້ຖຽງກັນຄັ້ງນີ້, ອາເມລິກາ ໄດ້ກ່າວເຕື່ອນວ່າ ຈີນ ລະເມີດສິດທິມະນຸດ, ໃນຂະນະທີ່ ປັກກິງ ໄດ້ຕຳໜິ້ຕິຕຽນ ວໍຊິງຕັນ ວ່າ ໄດ້ຫັນບັນຫາກິລາ ເປັນການເມືອງ.

ຮັກສາການເຈລະຈາ ແລະ ທ່າອ່ຽງຮ່ວມມື

        ເຖິງຢ່າງໃດກໍ່ຕາມ, ການຮ່ວມເດີນທາງໄປພ້ອມກັບທ່າອ່ຽງສູ້ຢັນກັນ ແລະ ການແກ່ງແຍ້ງຢ່າງຮ້າຍແຮງຢູ່ແນວຮົບ, ອາເມລິກາ ແລະ ຈີນ ຍັງໄດ້ຮັກສາທ່າອ່ຽງເຈລະຈາໄວ້ໃນຕະຫຼອດປີ 2021. ສິ່ງທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດແມ່ນເລື່ອງ 2 ຝ່າຍໄດ້ດຳເນີນການເຈລະຈາຂັ້ນສູງຫຼາຍຄັ້ງ, ໃນນັ້ນມີການເຈລະຈາ Alaska (ຢູ່ ອາເມລິກາ) ເມື່ອເດືອນ ມີນາ, ການເຈລະຈາ ແທນຈິນ (ຢູ່ ຈີນ) ເມື່ອທ້າຍເດືອນ ກໍລະກົດ ແລະ ພິເສດແມ່ນການເຈລະຈາສຸດຍອດທາງໄກລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ  ທ່ານປະທານປະເທດຈີນ ສີຈີ້ນຜິງ ເມື່ອກາງເດືອນ ພະຈິກ ຜ່ານມາ. ເລື່ອງຈັດການເຈລະຈາຂັ້ນສູງຢ່າງຕໍ່ເນື່ອງ ເຖິງວ່າບໍ່ບັນລຸໝາກຜົນບຸກທະລຸກໍ່ຕາມ, ແຕ່ກໍ່ໄດ້ຊ່ວຍໃຫ້ 2 ຝ່າຍຮັກສາວົງຈອນຂອງການພົວພັນ 2 ຝ່າຍໄວ້, ບໍ່ປະໃຫ້ການໂຕ້ຖຽງກັນກ້າວໄປເຖິງສະພາບບໍ່ສາມາດຄວບຄຸມໄດ້. ສິ່ງສຳຄັນກວ່າ, ມັນສະແດງໃຫ້ເຫັນວ່າ 2 ຝ່າຍຍັງມີຄວາມຕ້ອງການເຈລະຈາ ແລະ ສາມາດມານັ່ງເຈລະຈານຳກັນໄດ້ເພື່ອແກ້ໄຂການຂັດແຍ້ງ, ຄວາມບໍ່ລົງລອຍກັນ.

        ບໍ່ພຽງແຕ່ເທົ່ານັ້ນ, ການພົວພັນທາງດ້ານເສດຖະກິດ, ເຖິງວ່າການຂັດແຍ້ງດ້ານການຄ້າສືບຕໍ່ເກີດຂຶ້ນຮ້າຍແຮງ ພ້ອມທັງໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ ອາເມລິກາ - ຈີນ ຍັງດຳເນີນໄປຢ່າງຟົດຟື້ນໃນປີ 2021 ດ້ວຍວົງເງິນການຄ້າແຕ່ເດືອນ ມັງກອນ ຫາເດືອນ ກໍລະກົດ ບັນລຸສູງ ຂຶ້ນເຖິງ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສະພາບຕົວຈິງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ການຜູກມັດຜົນປະໂຫຍດທາງດ້ານເສດຖະກິດລະຫວ່າງ 2 ປະເທດ ຍັງບໍ່ທັນແຕກຫັກຍ້ອນຄວາມບໍ່ລົງລອຍກັນດ້ານການເມືອງໄປ. ຄຽງຄູ່ກັນນັ້ນ, ທີ່ກອງປະຊຸມຂັ້ນສູງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ (COP26) ຢູ່ Glasgow (ອັງກິດ), 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເປັນການສະແດງໃຫ້ເຫັນວ່າ 2 ຝ່າຍຍັງມີຂົງເຂດໃດໜຶ່ງທີ່ສາມາດຮ່ວມມືນຳກັນໄດ້.

        ຍ້ອນເຫດນັ້ນ, ຕາມການຕີລາຄາລວມຂອງບັນດານັກໄຈ້ແຍກຂອງ 2 ປະເທດ ກໍຄືຂອງປະຊາຄົມສາກົນແລ້ວ, ໃນໄລຍະຈະມາເຖິງ ການພົວພັນ ອາເມລິກາ - ຈີນ ສືບຕໍ່ເດີນຕາມທ່າອ່ຽງທັງປະເຊີນໜ້າ ແລະ ແກ່ງແຍ້ງຢ່າງຂ້ຽວຂາດ, ທັງສືບຕໍ່ເຈລະຈາ ແລະ ຮ່ວມມືໃນຂົງເຂດທີ່ສາມາດເຮັດໄດ້, ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ສະຖຽນລະພາບລວມຂອງສະຖານະການການພົວພັນສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ