ຜູ້ກຳກັບການສະແດງບູ່ຍດີງຮາກ: ປະທານໂຮ່ຈິມີນແມ່ນຫົວເລື່ອງປະດິດແຕ່ງໂດຍບໍ່ມີວັນສິ້ນສຸດ

(vovworld)- ​ໃນ​ປະ​ເພດ​ຮູບ​ເງົາ​ເອກະສານຂອງຂະ​​ແຫນງຮູບ​ເງົາ​ຫວຽດນາມ ກ່ຽວ​ກັບ​ຫົວ​ເລື່ອງ​ປະທານ​ໂຮ່ຈິ​ມີນ, ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ​ເຄີຍ​​ຖືກ​ເວົ້າ​ເຖິງ ​​​ເມື່ອທ່ານ ພ້ອມ​ກັບ​ເພື່ອນ​ຮ່ວມ​ງານ ​ ຜະລິ​ດຮູບ​ເງົາກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ ໄດ້​  4 ຊຸດ. ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມີນ ​ເຖິງ​ແກ່​ມໍລະນະ​ກຳ, ​ເຊີນ​ທ່ານ​ຮັບ​ຟັງ ຜູ້​ກຳກັບ​ການສະ​ແດງ ບູຍດີງຮາກ ​ແບ່ງປັນ​ອະນຸສອນ​ເມື່ອ​ຜະລິດ​ຮູບ​ເງົາ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ.

ຜູ້ກຳກັບການສະແດງບູ່ຍດີງຮາກ: ປະທານໂຮ່ຈິມີນແມ່ນຫົວເລື່ອງປະດິດແຕ່ງໂດຍບໍ່ມີວັນສິ້ນສຸດ - ảnh 1
ປະທານໂຮ່ຈິມີນ
ພາບເອກະສານ:dangcongsan.vn

        ​ໂດຍ​ໄດ້​ຮັບ​ການ​ກຳ​ເນີ​ດ​ເມື່ອ​ ​ປີ 1934 ຢູ່ ບ້ານ ຮ່ຽນກວານ, ​ເມືອງ ຕາມ​ນົງ ​ແຂວງ ຟູ​ທໍ້ ​ແລະ ​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວ​​ໃນ​ຂົງ​ເຂດຮູບ​ເງົາ​​​ແຕ່​ປີ 1953 ມາ​ຮອດ​ປະຈຸ​ບັນ, ນັກ​ສິລະ​ປິ​ນປະຊາຊົນ ບູ່​ຍດີງຮາກ ​ ​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ທີ​ຫນຶ່ງ 10 ລາງວັນ ທີ່​​ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ ​ແລະ ຫວຽດນາມ, ​ໃນ​ນັ້ນບັນດາ​ຮູບ​ເງົາ​​ໄດ້​ຮັບລາງວັນ​ນັ້ນ​, ລ້ວນ​ແຕ່​ຕິດ​ພັນ​ກັບ​ຮູບ​ເງົາ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ. ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ​ແບ່ງປັນ​ວ່າ: ນອກ​ຈາກ​ຄວາມ​ຮັກ​ແພງ​​ປະທານ​ໂຮ່ຈິ​ມີນ​ແລ້ວ, ສິ່ງ​ທີ່​ເລັ່ງລັດ​ທ່ານ​ຜະລິດ​ບັນດາ​ຮູບ​ເງົາ​ກ່ຽວ​ກັບ​ເພີ່ນນັ້ນ​ ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຮັບ​ຮູ້, ຄວາມ​ເຄົາລົບນັບຖື ​ແລະ ​ເປັນ​ຕົ້ນ​ແມ່ນ​ບັນດາອະນຸສອນທີ່​ບໍ່​ອາດ​ຫລົງ​ລືມ​ໄດ້​ເມື່ອ​​ເຂົ້າ​ທຳນຽບປະທານ​ປະ​ເທດ​ສາຍຮູບ​ເງົາ ​ແລະ ​ໄດ້​ພົບ​ປະ​ກັບ​ເພີ່ນ.

        ຮູບ​ເງົາ​ເລື່ອງ​ທຳ​ອິດທີ່​ທ່ານ​ຜະລິດ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມີນ ​ນັ້ນ​ແມ່ນ “ບົດ​ເພງ​ຍ້ອງຍໍ​ລຸງ​ໂຮ່”. ຮູບ​ເງົາ​ນີ້​ໄດ້​ຮັບ​ການ​ຜະລິດ​ພາຍຫລັງດຳ​ເນີນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ຂອງ​ພັກ​​ເມື່ອປີ 1976, ​ໂດ​ຍ​ເລີ່​ມມາ​ຈາກ​​ຄຳ​ຍ້ອງຍໍ​ປະທານ​ໂຮ່ຈິມີນ ຂອງ​ບັນດາ​ຜູ້​ແທນ​ສາກົນ. ຮອດ​ປີ 1980, ກົງ​ກັບ​ໂອກາດ​ສະ​ເຫລີ​ມສະຫລອງ 90 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມີນ, ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ​ໄດ້​ຜະລິດສຳ​ເລັດ​ຮູບ​ເງົາ “ ຫງວຽນ​ອາຍ​ກວັກ ກັບ​ເລ​ນີນ” ​ແລະ “​ເສັ້ນທາງ​ກັບ​​ເມືອ​ປະ​ເທດ”. ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ​ແບ່ງປັນ​ວ່າ: ສຳລັບຮູບ​ເງົາ​ “​ເສັ້ນທາງ​ກັບເມືອ​ປະ​ເທດ”. ກອງ​ຜະ​ລິ​ດຮູບ​ເງົາ ມີ​ໂອກາດ​ໄດ້​ໄປ​ເຖິງ​ບັນດາ​ສະຖານ​ທີ່​​ເຊິ່ງ​ປະທານ​ໂຮ່ຈິ​ມີນ​​ໄດ້​​ໄປ​ຜ່ານໃນ​ໄລຍະ​ທາງ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ຫຍຸ້ງຍາກ​ລຳບາກ​ໃນ​ຕະ ຫລອດ​ເກືອບ 2 ທົດ​ສະ​ວັດ​. ສ່ວນ​ຮູບ​ເງົາ “ຫງວຽນ​ອາຍ​ກວັກ ກັບ​ເລ​ນີນ” ​ແມ່ນ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຂອງ​ເພິ່ນ​ໃນໄລຍະ​ເວລາ​ສັ້ນໆ, ຈາກ​ລະດູ​ແລ້ງ​ປີ 1923 ຮອດ​ລະດູ​ໃບໄມ້​ຫລົ່ນ​ປີ 1924. ​ເວລາ​ນັ້ນ ປະທານ​ໂຮ່ຈິ​ມີນ ​ເປັນ​ຄັ້ງ​ທຳ​ອິດ​​ໄປ​ເຖິງສະຫະພາບ​ໂຊ​ຫວຽດ​ເກົ່າ  ​ແລະ ​ເຂົ້າ​ຮ່ວມການ​ເຄ່ືອນ​ໄຫວ​ກອມ​ມູນິດ​ສາກົນ. ກອງຜະລິດ​ຮູບ​ເງົາ ​ໄດ້​ວາດ​ພາບ​ຮູບ​ພາບ​ຊາຍ​ຫນຸ່ມ ຫງວຽນ​ອາຍ​ກວັກ ​ເມື່ອ​ອາຍຸ 33 ປີ ​ແຕ່​ສະ​ແດງ​ໃຫ​້​ເຫັນ​ຈຸດ​ພິ​ເສດ​ຂອງ​ປະທານ​ໂຮ່ຈິ​ມີນ, ຈາກ​ກິລິຍາ​ທ່າ​ທາງ​ດ້ານ​ວັດທະນະທຳ, ອາລົມ​ຈິດ​ຄວາມ​ຮັກ​ແພງ​ມະນຸດຕະຫລອດ​ຮອດ​ຈີນ​ຕະນາ​ການ​ການ​ເມືອງ.

        “​ເມື່ອ​ຜະລິດ​ບັນດາ​ຮູບ​ເງົາ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ, ຂ້າພະ​ເຈົ້າ​ເປັນ​ຫ່ວງ​ທີ່​ສຸດ ​ເພາະວ່າ ນີ້​ແມ່ນ​ຫົວ​ເລື່ອງ​​ໃຫຍ່. ສະ​ນັ້ນ ​ເມື່ອ​ຜະລິດ​ຮູບ​ເງົາ​ນີ້, ​ທຳ​ອິດ​ຕ້ອງ​ໄປ​ຊອກ​ຫາ​ບັນດາ​ເອກະສານ, ຊອກ​ຫາ​ບັນດາ​ຕົວພະຍານ​ປະຫວັດສາດ. ສຳລັບ​ຮູບ​ເງົາ “ຫງວຽນ​ອາຍ​ກວັກ ກັບ​ເລ​ນີນ”, ທຳ​ອິດ ພວກ​ຂ້າພະ​ເຈົ້າ​ຕ້ອງ​ຊອກ​ໃຫ້​ໄດ້​ບັນດາ​ເອກະສານ​ຮູບ​ເງົາ ​ເພື່ອ​ພິສູດ​ໃຫ້​ເຫັນ ມື້​ທຳ​ອິດທີ່​ປະທານ​ໂຮ່ຈິ​ມີນ​ໄປ​ເຖິງ​ປະ​ເທດ ​ໂຊ​ຫວຽດ ​ເກົ່າ. ຍ້ອນ​ວ່າ ສິ່ງ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ ບໍ່​ພຽງ​ແຕ່​ຮັບ​ໃຊ້​ການ​ຜະລິດຮູບ​ເງົາ​ ເທົ່າ​ນັ້ນ ຫາກ​ຍັງ​​ຮັບ​ໃຊ້​​ໃຫ້ການ​ຂຽນ​ປະ​ຫວັດ​ສາດຂອງ​ການປະຕິວັດ​ຫວຽດນາມ, ກ່ຽວ​ກັບ​ຊີວິດ​ແລະ ການ​ເຄື່ອນ​ໄຫວ​ຂອງ​ປະທານ​ໂຮ່ຈິ​ມີນ ອີກ​ດ້ວຍ. ”

        ​ແລະ ສຸດ​ທ້າຍ ບັນດາ​ຜູ້​ຜະລິດ​ຮູບ​ເງົາ​ກໍ​ຊອກ​ໄດ້​ຫນັງສືຜ່ານ​ແດນ​ຂອງ​ປະທານ​ໂຮ່ຈິ​ມີນ ທີ​່​ໄດ້​ນຳ​ໃຊ້​ເມື່ອ​ໄປ​ເຖິງ ສະຫະພາບ​​ໂຊ​ຫວຽດ​ເກົ່າ.

ຜູ້ກຳກັບການສະແດງບູ່ຍດີງຮາກ: ປະທານໂຮ່ຈິມີນແມ່ນຫົວເລື່ອງປະດິດແຕ່ງໂດຍບໍ່ມີວັນສິ້ນສຸດ - ảnh 2
ປະທານໂຮ່ຈິມີນ ເຂົ້າຮ່ວມການປູກຕົ້ນໄມ້ກັບປະຊາຊົນ
ພາບເອກະສານ:internet

        ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 100 ປີ​ແຫ່ງ​ວັນ​ຄ​້າຍວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມີນ (ປີ 1990), ຜູ້​ກຳກັບ​ການສະ​ແດງ ບູ່ຍດີງຮາກ ​ເລີ່​ມຕົ້ນ​ການ​ຜະລິດ​ຮູບ​ເງົາ “​ໂຮ່ຈິ​ມີນ - ຮູບ​ພາບ​ມະນຸດ​ຜູ້​ຫນຶ່ງ”. ຜູ້​ກຳກັບ​ການສະ​ແດງ ບູ່ຍດີງຮາກ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ຮູບ​ເງົາ “ໂຮ່ຈິ​ມີນ - ຮູບ​ພາບ​ມະນຸດຜູ້​ຫນຶ່ງ”, ພວກ​ຂ້າພະ​ເຈົ້າ ບໍ່​ລົງ​ເລິກ​ພັນ​ລະນາ​ຜູ້ນຳ​ໂຮ່ຈິ​ມີນ ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ຄື​ດັ່ງ​ຮູບ​ເງົາ 2 ຊຸດ​ກ່ອນ​ນີ້ ຫາກ​ພວກ​ຂ້າພະ​ເຈົ້າ​ພັນ​ລະ​ນາ​ຮູບ​ພາບ​ຂອງ​ມະນຸດຜູ້​ຫນື່ງ ດ້ວຍ​ແນວ​ຄວາມ​ຄິດ, ອາລົມ​ຈິດ, ຈິດ​ໃຈ ​ແລະ ກິລິຍາ​ທ່າ​ທາງ​ຂອງ​ເພີ່ນ… ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ບຸກຄະ​ລິກ​ຕະພາບ​ປະທານ​ໂຮ່ຈິ​ມີນ.”

        ​ເພື່ອ​​ຜະລິດ​ຮູບ​ເງົາ “ໂຮ່ຈິ​ມີນ - ຮູບ​ພາບ​ຂອງມະນຸດ​ຜູ້​ຫນຶ່ງ”, ຜູ້​ກຳກັບ​ການ​ສະ​ແດງ​ບູ່​ຍດີງຮາກ ພ້ອມ​ດ້ວຍ​ຜູ້​ຮ່ວມ​ງານ ຕ້ອງ​ເບິ່ງ​ຮູບ​ເອກະສານ​ຫລາຍ​ໝື່ນ​ແມັດ ​ເພື່ອຊອກ​ຫາ​ບັນດາ​ຮູບ​ພາບ​ອັນ​ລຳ້​ຄ່າ ກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ. ທ່ານ ບູ່​ຍດີງຮາກ ​ແບ່ງປັນ​ວ່າ:

        “​​ເວລາຜະລິດ​ຮູບ​ເງົາ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມີນ, ​ ເມື່ອ​ຄົ້ນເຫັນ​ຮູບ​ພາບ​ໃຫມ່​ກ່ຽວ​ກັບ​ເພີ່ນ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ປຽບ​ເໝືອນວັນ​ບຸນ. ພວກ​ຂ້າພະ​ເຈົ້າ​ຕື້ນຕັນ​ໃຈ​ທີ່​ສຸດ ​ເມື່ອ​ຊອກ​​ເຫັນ​ຮູບ​ພາບ​ປະທານ​ໂຮ່ຈິ​ມີນ ຢູ່​ໃນ​ຫນັງສືພິມ​​ແປວ​​​ໄຟ​ຂອງ​ລັດ​ເຊຍ. ດ້ວຍ​ບົດ​ຂຽນ​ຂອງ​ນັກ​ກະວີ ລັດ​ເຊຍ Mandettan ​​ເມື່ອ​ປີ 1923 ທີ່​ວ່າ: ຫງວຽນ​ອາຍ​ກວັກ ​ໄດ້​ສະ​ແດງ​ໃຫ້​ເຫັນ​ພື້ນຖານ​ວັດທະນະທຳ, ບໍ່​ແມ່ນ​ວັດທະນະ​ທຳ​ເອີ​ລົບ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ພື້ນຖານ​ວັດທະນະທຳ​​ໃນອະນາຄົດອີກ​ດ້ວຍ. ”

ຜູ້ກຳກັບການສະແດງບູ່ຍດີງຮາກ: ປະທານໂຮ່ຈິມີນແມ່ນຫົວເລື່ອງປະດິດແຕ່ງໂດຍບໍ່ມີວັນສິ້ນສຸດ - ảnh 3
ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ
photo:internet

        ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ ຍັງ​ສືບ​ຕໍ່​ຄົ້ນ​ຄິດເຖິງ​ການ​ຜະລິດ​ຮູບ​ເງົາ​ປະທານ​ໂຮ່ຈິ​ມີນ, ​ເພາະ​ເຖິງ​​ວ່າ​ຈະ​ພະຍາຍາມ​ຄືແນວ​ໃດ​ກໍ​​ບໍ່​ສາມາດ​ພັນ​ລະນາ, ສ່ອງ​ແສງຄວາມ​ຍິ່ງ​ໃຫຍ່, ສູງ​ສົ່ງ ​ແຕ່ພັດທຳ​ມະ​ດາ​ສາມັນ ​ແລະ ຄ່ຽມຄົມຂອງ​​ຜູ້ນຳ​ທີ່​ປີ​ຊາ​ສາມາດ​ຂອງ​ຊາດໄດ້​​​ໝົດ. ຜູ້​ກຳກັບ​ການສະ​ແດງ ບູ່​ຍດີງຮາກ ຍາມໃດກໍນຶກຄິດວ່າ: ຊີວິດຂອງປະທານໂຮ່ຈິມີນ, ຄຸນສົມບັດປະຕິວັດ ແລະ ແບບຢ່າງຂອງເພີ່ນ ນັ້ນແມ່ນຫົວເລື່ອງປະດິດແຕ່ງທີ່​ບໍ່​ມີ​ວັນ​ສິ້ນ​ສຸດສຳລັບ ທ່ານ ​ແລະ ​ເພື່ອນ​ຮ່ວມ​ງານ.​

ຕອບກັບ

ຂ່າວ/ບົດ​ອື່ນ