ຜົນກະທົບຈາກໝາກຜົນແຫ່ງການເລືອກຕັ້ງ ເຢຍລະມັນ ເຖິງ ອີຢູ

(VOVWORLD) - ພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ພັກພັນທະມິດສັງຄົມສາສະໜາຄຼິດ (CSU) ຍາດໄດ້ຊະນະໃນການເລືອກຕັ້ງສະພາແຫ່ງຊາດ ເຢຍລະມັນ ໃນວັນທີ 24 ກັນຍາ ດ້ວຍບັດສະໜັບສະໜູນ 33%. 

ສິ່ງດັ່ງກ່າວມີຄວາມໝາຍວ່າ ທ່ານນາງ Merkel ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ເຢຍລະມັນ ອາຍຸການທີ 4. ໝາກຜົນດັ່ງກ່າວ ບໍ່ພຽງແຕ່ສຳຄັນສຳລັບປະເທດ ເຢຍລະມັນ ເທົ່ານັ້ນ ຫາກຍັງມີຄວາມໝາຍກົງກັບເລື່ອງສະຫະພາບ ເອີຣົບ (ອີຢູ) ຈະເຊື່ອມຈອດຫລາຍກ່ວາ ກ່ຽວກັບເສດຖະກິດ ແລະ ການເມືອງ.

ຜົນກະທົບຈາກໝາກຜົນແຫ່ງການເລືອກຕັ້ງ ເຢຍລະມັນ ເຖິງ ອີຢູ  - ảnh 1

ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (AFP/TTXVN)

        ເຢຍລະມັນ ແມ່ນປະເທດມີພົນລະເມືອງຫລາຍ ແລະ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນ ອີຢູ, ມີຜົນກະທົບອັນໃຫຍ່ຫລວງຕໍ່ລັດຖະນະໂຍບາຍການພັດທະນາຂອງກຸ່ມ ອີຢູ. ສິ່ງສະດວກໃຫ້ແກ່ ອີຢູ ນັ້ນແມ່ນແນວຄິດຫຼັກແຫຼ່ງຂອງທ່ານນາງ Angela Merkel, ຜູ້ນຳໜ້າປະເທດ ເຢຍລະມັນ, ແມ່ນສະໜັບສະໜູນການເຊື່ອມຈອດຂອງສະຫະພາບ ເອີຣົບ.

ບົດບາດນັບມື້ນັບສຳຄັນຍິ່ງຂອງ ເຢຍລະມັນ ໃນ ອີຢູ

        ໃນ 2 ທົດສະວັດຜ່ານມາ, ບົດບາດຂອງ ເຢຍລະມັນ ໃນ ອີຢູ ນັບມື້ນັບຈະແຈ້ງ. ປະເທດ ເຢຍລະມັນ ພົ້ນເດັ່ນເປັນໃຈກາງດ້ວຍການຮັກສາສະຖຽນລະພາບ. ກຳລັງແຮງດ້ານເສດຖະກິດ, ຄວາມສາມາດທາງດ້ານການທະຫານ ພ້ອມດ້ວຍການກະທຳທາງການທູດຢ່າງລະມັດລະວັງ ແລະ ມີຄວາມຮັບຜິດຊອບຂອງ ເຢຍລະມັນ ພວມນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາປະເທດ ອີຢູ.

        ຢູ່ ເອີຣົບ, ເຢຍລະມັນ ສະແດງໃຫ້ເຫັນບົດບາດດ້ານການເມືອງ ໂດຍຜ່ານ “ກົນໄກ” ສົມທົບກັນລະຫວ່າງ ເຢຍລະມັນ - ຝະຣັ່ງ. ກົນໄກນີ້ ແມ່ນເງື່ອນໄຂສຳຄັນ ຊຸກຍູ້ການຮ່ວມມືຢູ່ ເອີຣົບ ໃນໄລຍະຍາວ.

        ກ່ຽວກັບເສດຖະກິດ, ເຢຍລະມັນ ສວມບົດບາດເປັນບານພັບໃນການຊ່ວຍ ອີຢູ ຊອກຫາຊ່ອງທາງຫລຸດພົ້ນອອກຈາກວິກິດການດ້ານການເງິນ. ຜົນສະທ້ອນຂອງ ເຢຍລະມັນ ບໍ່ພຽງແຕ່ນອນໃນບັນດາບັນຫາເສດຖະກິດ ແລະ ການເງິນ ຫຼື ການປະຕິຮູບດ້ານການເມືອງເທົ່ານັ້ນ ຫາກຍັງເປີດກ້ວາງໄປສູ່ຂົງເຂດນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການທູດອີກດ້ວຍ. ໂດຍອີງໃສ່ການແກ້ໄຂບັນດາບັນຫາຊາວລີ້ໄພຢ່າງລະມັດລະວັງ, ທ່ານນາງ Merkel ແລະ ອີຢູ ພວມຄ່ອຍໆຄວບຄຸມບັນຫາຊາວອົບພະຍົບດີກ່ວາ, ແມ່ນສິ່ງທ້າທາຍພົ້ນເດັ່ນຂອງສະຫະພາບໃນໄລຍະຜ່ານມາ.

        ຕາມບົດລາຍງານຕີລາຄາ ໄດ້ປະຕິບັດໃນແຕ່ລະປີຂອງສະພາການຕ່າງປະເທດ ເອີຣົບ (ECFR), ເຢຍລະມັນ ນຳໜ້າໃນບັນຊີລາຍຊື່ບັນດາປະເທດທີ່ມີຜົນສະທ້ອນຕໍ່ນະໂຍບາຍການຕ່າງປະເທດຂອງ ອີຢູ ໃນ 2 ປີລຽນຕິດ 2015 ແລະ 2016. ແລະ ກໍ່ໃນການຢັ່ງຫາງສຽງ ໂດຍ ECFR ປະຕິບັດ ດ້ວຍຄຳຖາມທີ່ວ່າ ປະເທດສະມາຊິກໃດ ໄດ້ສຳຜັດກັບບັນດາບັນຫາຂອງ ອີຢູ ທຳອິດ ຫຼື ຫລາຍທີ່ສຸດ, ໝາກຜົນທີ່ ໄດ້ຮັບ ສະແດງໃຫ້ເຫັນວ່າ ປະເທດນຳໜ້າຍັງຄົງແມ່ນປະເທດ ເຢຍລະມັນ.

ທ່ານນາງ Merkel: ປັດໃຈມະນຸດຮັກສາສະຖຽນລະພາບໃຫ້ ອີຢູ

        ດ້ວຍແນວຄິດແກ່ນສານແມ່ນສະໜັບສະໜູນເລື່ອງເຂົ້າເມືອງ; ສະໜັບຫສະໜູນຄວາມຜູກຮັດຂອງສະຫະພາບ ເອີຣົບ, ຕ້ອງຢືນຢັນວ່າ ເລື່ອງທ່ານນາງ Merkel ຮັບຊະນະໃນການເລືອກຕັ້ງແມ່ນປັດໃຈຕັ້ງໜ້າຕໍ່ ອີຢູ.

        ດ້ວຍບົດບາດນຳໜ້າຂອງ ອີຢູ ແລະ ນັບມື້ນັບແຊກແຊງເຂົ້າໃນບັນດາບັນຫາສາກົນ ແລະ ພາກພື້ນຢ່າງຕັ້ງໜ້າ. ເຢຍລະມັນ ແລະ ຝະຣັ່ງ ພວມຊອກຫາວິທີການປັບປຸງ ແລະ ສ້າງໂສມໜ້າໃໝ່ໃຫ້ ອີຢູ ເພື່ອຕ້ານຄືນໄພພັງທະລາຍ ຫຼື ວິກິດການເສດຖະກິດ - ເງິນຕາ, ຊຶ່ງເລື່ອງ ອັງກິດ ຖອນອອກຈາກສະຫະພາບ (Brexit), ວິກິດການໜີ້ສາທາລະນະຢູ່ ເກຼັກ, ບັນຫາການຄ້າເສລີ ຫຼື ການພົວພັນກັບອຳນາດການປົກຄອງ ອາເມລິກາ ແມ່ນບັນດາສິ່ງທ້າທາຍຕໍ່ໜ້າຄວນຜ່ານຜ່າ. ບຸລິມະສິດຂອງທ່ານນາງ Merkel ແມ່ນ ເອີຣົບ ຄວນເປັນເອກະລາດກ່ຽວກັບດ້ານການເງິນກ່ວາອີກ. ໃນຕົ້ນປີນີ້, ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ແລະ ທ່ານນາງ Merkel ໄດ້ເຫັນດີຕໍ່ຫຼັກການສ້າງຕັ້ງສະພາແຫ່ງຊາດ Eurozone, ງົບປະມານຮ່ວມ Eurozone, ເພີ່ມທະວີການລົງທຶນສາທາລະນະໃນພາກພື້ນ, ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນໃນຄວາມມານະພະຍາຍາມປະຕິຮູບກ່ວາອີກ. ສະເໜີສ້າງຕັ້ງກອງທຶນເງິນຕາເອີຣົບ (EMF) ກໍ່ໄດ້ຮັບການຕົກລົງເຫັນດີຈາກນາຍົກລັດຖະມົນຕີ ເຢຍລະມັນ ແນໃສ່ສ້າງໃຫ້ Eurozone ມີຄວາມສາມາດຮັບມືຕໍ່ວິກິດການ ຊຶ່ງບໍ່ຖືກຄອບງໍຈາກກອງທຶນເງິນຕາສາກົນ (IMF) ມີສຳນັກງານຕັ້ງຢູ່ ວໍຊິງຕັນ.

  ໂດຍບໍ່ປະໃຫ້ເອີລົບກັບຄືນສູ່ລັດທິຊາດນິຍົມ ແລະ ມະນຸດຊາດ, ທ່ານນາງ Angela Merkel ຢາກໃຫ້ EU ຕ້ອງເຂັ້ມແຂງ ແລະ ປອດໄພ. ທ່ານນາງນາຍົກລັດຖະມົນຕີ ເຢັຍລະມັນ  Angela Merkel ຢືນຢັນວ່າ ໄລຍະທີ່ EUອາດຈະເຊື່ອໝັ້ນຕໍ່ປະເທດອື່ນໆ ເກືອບຄືວ່າໄດ້ຜ່ານພົ້ນໄປແລ້ວ ແລະ ບັນດາປະເທດເອີລົບຕ້ອງແບກຫາບໜ້າທີ່ປ້ອງກັນຊາດຂອງຕົນເອງ. ປຶ້ມປົກຂາວປ້ອງກັນຊາດເຢັຍລະມັນປີ 2016 ກໍຢືນຢັນວ່າ ທ່າອຽງປະເທດເຢຍລະມັນຈະສວມບົດບາດແມ່ນປັດໄຈສູນກາງຢູ່ເອີລົບ.

     ດ້ວຍບັນດາປັດໄຈດັ່ງກ່າວ, ຕາມວົງການນັກໄຈ້ແຍກແລ້ວ, ພວມຄ່ອຍສ້າງສຳພັນທະພາບເອກະລາດຕໍ່ໜ້າບັນດາປະເທດມະຫາອຳນາດ,  ໃນນັ້ນປັດໄຈນຳໜ້າຈະແມ່ນຄູ່ປະເທດຝະລັ່ງ-ເຢຍລະມັນ.

   ສິ່ງກີດຂວາງ

  ສັງເກດໂດຍສັງລວມແລ້ວ, ໝາກຜົນການເລືອກຕັ້ງຢູ່ເຢັຍລະມັນໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງ EU. ແຕ່ເຖິງຢ່າງໃດກໍຕາມ, ວຽກງານທຸກຢ່າງບໍ່ແມ່ນໄດ້ມີຄວາມສະດວກ. ໝາກຜົນການເລືອກຕັ້ງໄດ້ສະແດງໃຫ້ເຫັນວ່າ ເຢັຍລະມັນໄດ້ປະກົດມີບັນດາການແບ່ງແຍກທີ່ໜ້າເປັນຫ່ວງກ່ຽວກັບສັງຄົມ ແລະ ອາດຈະສົ່ງຜົນສະທ້ອນຍາວນານ. ຈະແຈ້ງທີ່ສຸດ ແມ່ນການສ້າງຕັ້ງລັດຖະບານປະສົມໃໝ່ ຈະສັບສົນກ່ວາ. ປະຈຸບັນ, ພັກປະຊາທິປະໄຕສັງຄົມ SPD ຖະແຫຼງບໍ່ເຂົ້າຮ່ວມສຳພັນທະມິດກັບ CDU-CSU ເພື່ອສ້າງຕັ້ງລັດຖະບານ. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢັຍລະມັນ  Angela Merkel ຢືນຢັນຈະຊອກຫາວິທີເຈລະຈາກັບພັກປະຊາທິປະໄຕເສລີ FDP, ພັກຂຽວຊຶ່ງແມ່ພັກຝ່າຍຊ້າຍທີ່ເປັນມູນເຊື້ອ. ແຕ່ນີ້ຈະແມ່ນສຳພັນທະພາບທີ່ສັບສົນເພາະລະຫວ່າງ CDU-CSU ກັບ 2 ພັກນີ້ ມີຄວາມບໍ່ລົງລອຍກັນຫຼາຍຢ່າງທີ່ກ່ຽວຂ້ອງນະໂຍບາຍເສດຖະກິດຫຼືບັນຫາປະຕິຮູບ EU. ພັກປະຊາທິປະໄຕເສລີ FDP ໄດ້ຕ້ານຄືນບັນດາຂໍ້ສະເໜີປະຕິຮູບ EU ເມື່ອມໍ່ໆມານີ້ຂອງປະທານາທິບໍດີຝະລັ່ງ Emmanuel Macron, ໃນຂະນະທີ່ບັນດາຂໍ້ສະເໜີນີ້ ເບິ່ງຄືວ່າ ພວມໄດ້ຮັບການສະໜັບສະໜູນຈາກທ່ານນາງນາຍົກລັດຖະມົນຕີ ເຢັຍລະມັນ  Angela Merkel. ໃນກໍລະນີທີ່ພັກປະຊາທິປະໄຕເສລີ FDPເຂົ້າຮ່ວມສຳພັນທະພາບກັບ CDU-CSU ນັ້ນ, ແນ່ນອນວ່າ ທັດສະນະ ແລະ ວິທີທາງຂອງລັດຖະບານໃໝ່ຢູ່ເຢັຍລະມັນໃນບັນດາບັນຫາເອີລົບຈະປ່ຽນແປງ. ແລະ ນີ້ບໍ່ແມ່ນເງື່ອນໄຂທີ່ດີໃຫ້ແກ່ແຜນການປະຕິຮູບເອີລົບຂອງຝະລັ່ງ - ເຢັຍລະມັນ.

        ເລື່ອງທ່ານນາງນາຍົກລັດຖະມົນຕີ ເຢັຍລະມັນ  Angela Merkel ຊະນະໃນການເລືອກຕັ້ງສະໄໝທີ 4 ແມ່ນມີຄວາມໝາຍສຳຄັນສຳລັບອະນາຄົດຂອງເອີລົບ. ແຕ່ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງຜ່ານຜ່າ, ແຕ່ໃນຖານະແມ່ນປະເທດນຳໜ້າຂອງສຳພັນທະພາບ 27 ປະເທດ, ເຢຍລະມັນຈະແມ່ນຕ່ອງໂສ້ທີ່ສຳຄັນເພື່ອຊ່ວຍ EU ເຊື່ອມຈອດທາງດ້ານເສດຖະກິດ ແລະ ການເມືອງຫຼາຍກວ່າເກົ່າ./. 

ຕອບກັບ

ຂ່າວ/ບົດ​ອື່ນ