ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ແລະ ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) -  ວັນທີ 29 ພຶດສະພາ, ທ່ານປະທານສະພາເລືອກຕັ້ງສູງສຸດ ຕວັກກີ ຢັ້ງຢືນວ່າ ປະທານາທິບໍດີຄົນປັດຈຸບັນຂອງປະເທດນີ້, ທ່ານ Recep Tayyip Erdogan ຍາດໄດ້ໄຊຊະນະໃນການເລືອກຕັ້ງຮອບທີ 2 ຂອງການເລືອກຕັ້ງປະທານາທິບໍດີ ເຊິ່ງຈັດຂຶ້ນໃນວັນທີ 28 ພຶດສະພາ, ຜ່ານນັ້ນ ກໍ່ສືບຕໍ່ນຳພາປະເທດໃນໄລຍະ 5 ປີຕໍ່ໄປ. ການນຳຫຼາຍປະເທດໃນໂລກ, ໃນນັ້ນ ມີບັນດາປະເທດມະຫາອຳນາດແຖວໜ້າໂລກ ໄດ້ສົ່ງສານອວຍພອນທ່ານ Recep Tayyip Erdogan, ຊຶ່ງສ່ອງແສງໃຫ້ເຫັນເຖິງຄວາມສົນໃຈເປັນພິເສດຂອງປະຊາຄົມສາກົນຕໍ່ສະພາບການເວທີການເມືອງ ຕວັກກີ, ປະເທດທີ່ມີທີ່ຕັ້ງບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

ຕາມການປະກາດຂອງສະພາເລືອກຕັ້ງສູງສຸດ ຕວັກກີ, ໃນ 99,43% ຈຳນວນບັດໄດ້ນັບ, ທ່ານປະທານາທິບໍດີຄົນປັດຈຸບັນ Recep Tayyip Erdogan ຍາດໄດ້ບັດສະໜັບສະໜູນ 52,14%, ໃນຂະນະທີ່, ຄູ່ແຂ່ງ ທ່ານ Kemal Kilicdaroglu, ການນຳພັກສາທາລະນະລັດປະຊາຊົນ (CHP) ຝ່າຍຄ້ານ ຍາດໄດ້ພຽງ 47,68% ບັດສະໜັບສະໜູນເທົ່ານັ້ນ. ພາຍຫຼັງຜົນການເລືອກຕັ້ງໄດ້ຮັບການປະກາດ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ອອກຖະແຫຼງການປະກາດໄດ້ຮັບໄຊຊະນະໃນການເລືອກຕັ້ງ, ສ່ວນທ່ານ Kemal Kilicdaroglu ກໍຢັ້ງຢືນວ່າຕົນເອງໄດ້ປະລາໄຊ ແລະ ຍອມຮັບໝາກຜົນການປ່ອນບັດດັ່ງກ່າວ.

ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ແລະ ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ - ảnh 1ທ່ານປະທານາທິບໍດີ Recep Tayyip Erdogan (ພາບ:Reuters)

        ໄຊຊະນະຂອງທ່ານປະທານາທິບໍດີ Recep Tayyip Erdogan

        ໃນບົດກ່າວປາໄສຕໍ່ຜູ້ສະໜັບສະໜູນຢູ່ນອກທຳນຽບປະທານາທິບໍດີຢູ່ນະຄອນຫຼວງ Ankara ໃນວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ສະແດງຄວາມຂອບອົກຂອບໃຈຜູ້ມີສິດເລືອກຕັ້ງ ຕວັກກີ ທີ່ໄດ້ສືບຕໍ່ເຊື່ອໝັ້ນມອບໝາຍໃຫ້ທ່ານຮັບດຳລົງຕຳແໜ່ງເປັນຜູ້ບໍລິຫານປະເທດຊາດໃນໄລຍະ 5 ປີຕໍ່ໄປ, ພ້ອມດຽວກັນນັ້ນ ກໍຮຽກຮ້ອງປະຊາຊົນ ຈົ່ງສາມັກຄີກັນ.  ທ່ານປະທານາທິບໍດີທີ່ມີອາຍຸ 69 ປີນີ້ ໄດ້ເນັ້ນໜັກວ່າ ການເລືອກຕັ້ງດັ່ງກ່າວ ແມ່ນເຫດການ “ສຳຄັນທີ່ສຸດ” ສຳລັບ ຕວັກກີ ໃນສັງກາດທັນສະໄໝ ແລະ ຢັ້ງຢືນວ່າ ຜົນການເລືອກຕັ້ງແມ່ນໄຊຊະນະຂອງປະຊາຊົນ 85 ລ້ານຄົນຂອງປະເທດນີ້.

        ຕາມນັກໄຈ້ແຍກລະດັບພາກພື້ນ ແລະ ສາກົນຫຼາຍທ່ານແລ້ວ, ທ່ານ Recep Tayyip Erdogan ສືບຕໍ່ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງ ຕວັກກີ ກໍຍ້ອນວ່າ ທ່ານໄດ້ຕັ້ງໜ້າປະຕິບັດນະໂຍບາຍປະຊານິຍົມ ແລະ ແນວທາງການຕ່າງປະເທດເອກະລາດ. ໃນນັ້ນ, ທ່ານ Recep Tayyip Erdogan  ຜູ້ໄດ້ກຳອາດນາດມາເປັນເວລາ 20 ປີ ແລ້ວ ໄດ້ ປະຕິບັດນະໂຍບາຍການທັງອ່ອນໂຍນທັງແຂງແກ່ນ, ຊ່ວຍຍົກລະດັບຜົນສະທ້ອນຂອງ ຕວັກກີ ໃນພາກພື້ນ, ໂດຍສະເພາະແມ່ນໃນສະພາບການປະທະກັນສິດອຳນາດລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກເພີ່ມຂຶ້ນ. ພິເສດ, ໃນປີ 2022 ຜ່ານມາ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ປັບປຸງຖານະຂອງຕົນ ເໝືອນດັ່ງເປັນການນຳລະດັບໂລກທີ່ສຳຄັນ ດ້ວຍວິທີກາຍເປັນຂົວຕໍ່ແກ່ການເຈລະຈາສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ, ໃນນັ້ນ ປະຕິບັດສຳເລັດໜ້າທີ່ເປັນກາງໄກ່ເກ່ຍ ຂໍ້ລິເລີ່ມທັນຍາຫານທະເລດຳ. ຜູ້ມີສິດເລືອກຕັ້ງ ຕວັກກີ ຫຼາຍຄົນ ເຊື່ອໝັ້ນວ່າ ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ຊ່ວຍໃຫ້ ຕວັກກີ ນັບມື້ນັບມີສຽງເວົ້າທີ່ສຳຄັນກັນໃນເວທີພາກພື້ນ ແລະ ໂລກກວ່າອີກ.

        ແລະ ໃນຕົວຈິງ, ພາຍຫຼັງຜົນການເລືອກຕັ້ງປະທານາທິບໍດີຮອບທີ 2 ຢູ່ ຕວັກກີ ໄດ້ປະກາດ ດ້ວຍໄຊຊະນະໄດ້ແກ່ທ່ານ Recep Tayyip Erdogan ນັ້ນ, ການນຳຫຼາຍປະເທດໃນໂລກ, ໃນນັ້ນ ມີທ່ານເລຂາທິການໃຫຍ່ ສປຊ, ປະທານາທິບໍດີ ລັດເຊຍ, ປະທານາທິບໍດີ ອາເມລິກາ, ນາຍົກລັດຖະມົນຕີ ອັງກິດ, …. ກໍ່ໄດ້ສົ່ງຄຳອວຍພອນ ແລະ ສະແດງຄວາມປາດຖະໜາຢາກຮ່ວມມືກັບການນຳ ຕວັກກີ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດຂອງປະຊາຄົມສາກົນ ທີ່ມີຕໍ່ສະພາບການເວທີການເມືອງຢູ່ ຕວັກກີ ກໍຄືຖານະສ່ວນຕົວທ່ານປະທານາທິບໍດີ Erdogan. ເພາະວ່າ, ໂດຍແມ່ນປະເທດທີ່ມີທີ່ຕັ້ງພູມີສາດຍຸດທະສາດສຳຄັນທີ່ສຸດ, ເລື່ອງປະເທດ ຕວັກກີ ມີສະຖຽນລະພາບ ແມ່ນມີຄວາມໝາຍຕັດສິນສຳລັບສະຖຽນລະພາບຂອງທັງພາກພື້ນ ຕາເວັນອອກກາງ ກໍຄື ເອີຣົບ.

ສິ່ງທ້າທາຍ ແລະ ແງ່ຫວັງ

        ເຖິງຢ່າງໃດກໍຕາມ, ຕາມບັນດານັກໄຈ້ແຍກແລ້ວ, ໄປຄຽງຄູ່ກັບແງ່ຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຄົມສາກົນນັ້ນ, ທ່ານປະທານາທິບໍດີ Recep Tayyip Erdogan ກໍຕ້ອງປະເຊີນໜ້າກັບຄວາມກົດດັນທີ່ໃຫຍ່ຫຼວງໃນພາລະກຳເປັນຜູ້ນຳພາປະເທດ ຕວັກກີ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໜັກໜ່ວງນາໆປະການຂອງປະເທດຊາດໃນປັດຈຸບັນ, ທຳອິດແມ່ນໜ້າທີ່ຟື້ນຟູພື້ນຖານເສດຖະກິດ ທີ່ປັ່ນປ່ວນຍ້ອນອັດຕາໄພເງິນເຟີ້ ແລະ ຜົນເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນເມື່ອເດືອນ ກຸມພາ ຜ່ານມາ. ກ່ຽວກັບວຽກງານການຕ່າງປະເທດ, ສິ່ງທ້າທາຍອັນດັບ 1 ແມ່ນເລື່ອງສືບຕໍ່ສ້າງສາຍພົວພັນທີ່ສົມດຸນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ເພື່ອແນໃສ່ປົກປ້ອງຜົນປະໂຫຍດທີ່ຫຼັກແຫຼ່ງແກ່ນສານ ແລະ ເປັນຍຸດທະສາດຂອງ Ankara. ໄປຄຽງຄູ່ກັນນັ້ນ ແມ່ນໜ້າທີ່ເພີ່ມທະວີຜົນກະທົບ ແລະ ຜົນປະໂຫຍດຂອງ ຕວັກກີ ຢູ່ພາກພື້ນ ຕາເວັນອອກກາງ ກໍຄື ໃນການພົວພັວປະສານກັບບັນດາປະເທດມະຫາອຳນາດ, ຈີນ ແລະ  ສະຫະພາບເອີຣົບ (EU).

        ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານຫຼາຍຄົນໄດ້ໃຫ້ຂໍ້ສັງເກດວ່າ ທ່ານປະທານາທິບໍດີ Recep Tayyip Erdogan ພວມມີເງື່ອນໄຂສະດວກຢ່າງໃຫຍ່ຫຼວງໃນອາຍຸການນຳພາປະເທດ ຕວັກກີ ໃນ 5 ປີຕໍ່ໜ້າ. ໃນນັ້ນ, ເລື່ອງສືບຕໍ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ມີສິດເລືອກຕັ້ງນັ້ນ ໄດ້ຊ່ວຍໃຫ້ທ່ານ Recep Tayyip Erdogan ມີກຳລັງໜູນ ແລະ ຄວາມເຊື່ອໝັ້ນເພີ່ມເຕີມ ເພື່ອສືບຕໍ່ປະຕິບັດນະໂຍບາຍການພົວພັນພາຍໃນ ແລະ ຕ່າງປະເທດ ທີ່ເຕັມໄປດ້ວຍຄວາມຫວັງໃນປັດຈຸບັນ. ສິ່ງດັ່ງກ່າວ ໄດ້ສະແດງອອກຢ່າງຈະແຈ້ງໃນຖະແຫຼງການໄຊຊະນະ Recep Tayyip Erdogan. ນະທີ່ນີ້, ທ່ານ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາ ຈະປັບປຸງທີ່ຕັ້ງຂອງ ຕວັກກີ ຫຼາຍກວ່າອີກ ດ້ວຍວິທີລົງທຶນເຂົ້າໃນຂົງເຂດຄົມມະນາຄົມ ແລະ ພະລັງງານ, ເຊິ່ງເປັນພື້ນຖານໂຄງລ່າງໃນເບື້ອງຕົ້ນເພື່ອໃຫ້ປະເທດນີ້ພັດທະນາຂຶ້ນສູ່ລະດັບໂລກ. ລະອຽດ, Ankara ຈະປະຕິບັດໂຄງການສ້າງສູນອາຍແກັດສາກົນ ຢູ່ ຕວັກກີ ຕາມຂໍ້ສະເໜີຂອງປະທານາທິບໍດີ ລັດເຊຍ Vladimir Putin. ກ່ອນໜ້ານັ້ນ, ໃນຖະແຫຼງການໃນວັນທີ 28 ພຶດສະພາ, ທ່ານປະທານາທິບໍດີ Recep Tayyip Erdogan ກໍເຊື່ອໝັ້ນໂດຍຢັ້ງຢືນວ່າ: “ຕວັກກີ ຈະມີກຳລັງແຮງ ແລະ ສິດອຳນາດມີໜຶ່ງບໍ່ມີສອງໃນການສ້າງຄວາມເປັນລະບຽບຮຽບຮ້ອຍທົ່ວໂລກ”./.

ຕອບກັບ

ຂ່າວ/ບົດ​ອື່ນ