ຜັນຂະຫຍາຍບັນດາບໍລິການສາທາລະນະແຫ່ງຊາດ, ມຸ່ງໄປເຖິງລັດຖະບານເອເລັກໂຕນິກ

(VOVWORLD) - ຕໍ່ໜ້າສະພາບການໂລກລະບາດ Covid-19 ພວມຜັນແປຢ່າງສັບສົນນັ້ນ, ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດຂອງຫວຽດນາມຫາກໍ່ປະມວນໃສ່ຕື່ມອີກ 11 ການບໍລິການສາທາລະນະທາງອອນລາຍ. 

ຈຸດປະສົງແມ່ນເພື່ອແນໃສ່ຈຳກັດເລື່ອງປະຊາຊົນຕ້ອງໄປເຖິງສຳນັກງານ, ອົງການແຫ່ງລັດເພື່ອປະຕິບັດບັນດາລະບຽບການບໍລິຫານ, ປະກອບສ່ວນຕ້ານໂລກລະບາດຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີລະບົບໂປຼແກມຮັບໃຊ້ປະຊາຊົນ, ວິສາຫະກິດແລະຮັບໃຊ້ການຄຸ້ມຄອງບໍລິຫານຂອງລັດຖະບານ, ຄືດັ່ງເນື້ອໃນຈິດໃຈການຊີ້ນຳຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກ.

ຜັນຂະຫຍາຍບັນດາບໍລິການສາທາລະນະແຫ່ງຊາດ, ມຸ່ງໄປເຖິງລັດຖະບານເອເລັກໂຕນິກ - ảnh 1 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ (ພາບ: TTXVN)

      ບັນດາບໍລິການສາທາລະນະທາງອອນລາຍທີ່ໄດ້ປະມວນເຂົ້າປະຕູຖານຂໍ້ມູນການບໍລິການແຫ່ງຊາດໄດ້ຊ່ວຍໃຫ້ປະຊາຊົນຢູ່ 63 ແຂວງ, ນະຄອນສາມາດຈົດທະບຽນໃບແຈ້ງເກີດ, ໃບເສຍຊີວິດ, ຈົດທະບຽນການນຳໃຊ້ໄຟຟ້າ, ນ້ຳປະປາ, ເສຍຄ່າທຳນຽມ, ຄ່າບໍລິການທີ່ຈຳເປັນໃນຫລາຍຂົງເຂດ…ບັນດາອົງການຈັດຕັ້ງແລະວິສາຫະກິດກໍ່ສາມາດຂຶ້ນບັນຊີ, ແຈ້ງບັນຊີແລະເສຍພາສີອາກອນແລະປະຕິບັດບາງລະບຽບການຂອງຄັງເງິນແຫ່ງລັດແລະແຈ້ງພາສີຜ່ານພື້ນຖານສຳຄັນນີ້ຂອງລັດຖະບານເອເລັກໂຕນິກ.

ເພີ່ມທະວີການຮັບໃຊ້ໃຫ້ແກ່ປະຊາຊົນຢ່າງມີປະສິດທິຜົນ

        ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມມາຍຕ໊ຽນຢຸງແລ້ວ, ຕໍ່ໜ້າສະພາບການໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຄືໃນປັດຈຸບັນ, ເລື່ອງຍູ້ແຮງການປະຕິບັດນຳໃຊ້ການບໍລິການສາທາລະນະແຫ່ງຊາດແມ່ນສຳຄັນທີ່ສຸດ. ມາຮອດປັດຈຸບັນ, ຜ່ານການຜັນຂະຫຍາຍການປະຕິບັດມາເປັນເວລາເກືອບ 3 ເດືອນ, ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດຂອງຫວຽດນາມໄດ້ມີກ່ວາ 77.200 ບັນຊີຈົດທະບຽນ, ເຂົ້າຊົມຊອກຮູ້ຂໍ້ມູນກ່ວາ 20,9 ຄັ້ງ. ທ່ານລັດຖະມົນຕີມາຍຕ໊ຽນຢຸງເນັ້ນໜັກວ່າ:

        “ການບໍລິການສາທາລະນະໃນຄັ້ງນີ້ຂອງພວກເຮົາແມ່ນເອົາໃຈໃສ່ທີ່ສຸດເຖິງບັນຫາການຊຳລະທາງເອເລັກໂຕນິກ, ບັນຫາຊຳລະເງິນ, ເສຍເງິນປັບໃໝການລະເມີດກົດໝາຍວ່າດ້ວຍການຄົມມະນາຄົມທາງບົກ, ເສຍອາກອນວິສາຫະກິດ, ເສຍອາກອນສ່ວນຕົວ, ບັນຫາທີ່ກ່ຽວຂ້ອງເຖິງກົດໝາຍ…ຄຸນປະໂຫຍດຂອງປະຕູຖານຂໍ້ມູນແຫ່ງຊາດທີ່ມີລັກສະນະແທດຈິງ, ໂປ່ງໃສ ກະຈ່າງແຈ້ງ, ຮັບປະກັນສິດຜົນປະໂຫຍດຂອງຜູ້ນຳໃຊ້ການບໍລິການສາທາລະນະ, ພ້ອມກັນນັ້ນກໍ່ເວົ້າເຖິງຄວາມຮັບຜິດຊອບຂອງບັນດາອົງການບໍລິການສາທາລະນະ. ”

        ຂີດໝາຍຄວາມປະທັບໃຈກ່ຽວກັບການປະຕິຮູບດ້ານການບໍລິຫານແລະສ້າງລັດຖະບານເອເລັກໂຕນິກ

        ຕາມຕົວເລກສະຖິຕິຂອງກະຊວງຖະແຫຼງຂ່າວແລະສື່ສານຫວຽດນາມແລ້ວ, ປັດຈຸບັນ, 100% ກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ເຊື່ອມຕໍ່ການສົ່ງ-ຮັບເອກະສານເອເລັກໂຕນິກກັບລະບົບເອກະສານແຫ່ງຊາດ; ອັດຕາສ່ວນເອກະສານເອເລັກໂຕນິກໄດ້ແລກປ່ຽນຜ່ານທາງອິນເຕີແນັດເພີ່ມແຕ່ 72% ໃນປີ 2018 ຂຶ້ນເປັນ 86,5% ໃນປີ 2019, ເກືອບບັນລຸໄດ້ຄາດໝາຍ 90% ຂອງປີ 2020. ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດແມ່ນຈຸດພົ້ນເດັ່ນທີ່ເປັນໜ້າປະທັບໃຈໃນສະພາບການປະຕິຮູບການບໍລິຫານແລະແມ່ນບາດກ້າວບຸກທະລຸໃນຄວາມມານະພະຍາຍາມສ້າງລັດຖະບານເອເລັກໂຕນິກຂອງຫວຽດນາມ. ການປະມວນການບໍລິການໃສ່ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດຕື່ມອີກໄດ້ຊ່ວຍໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍແຜນນະໂຍບາຍສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນແລະສັງຄົມດີຈີຕອນໃຫ້ນັບມື້ນັບມີປະສິດທິຜົນ.

        ເຖິງຢ່າງໃດກໍ່ຕາມ, ເລື່ອງຜັນຂະຫຍາຍລັດຖະບານເອເລັກໂຕນິກຂອງຫວຽດນາມຍັງຈຳກັດຢູ່ຍ້ອນສະພາບພຶດຕິກຳຕົວຈິງກ່ຽວກັບລະດັບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານລະຫວ່າງບັນດາອົງການ, ທ້ອງຖິ່ນມີຄວາມແຕກໂຕນກັນ; ສ່ວນຫລາຍບັນດາລະບົບຂໍ້ມູນ, ຮາກຖານຂໍ້ມູນພື້ນຖານໃຫ້ແກ່ການຜັນຂະຫຍາຍ, ພັດທະນາລັດຖະບານເອເລັກໂຕນິກພວມຢູ່ໃນວິວັດການກໍ່ສ້າງ,ປັບປຸງ. ສະນັ້ນເພື່ອບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຂອງລັດຖະບານ, ນາຍົກລັດຖະມົນຕີໃນການກໍ່ສ້າງລັດຖະບານເອເລັກໂຕນິກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ຊີ້ແຈ້ງວ່າ:

        “ພວກເຮົາຕ້ອງເດັດດ່ຽວຊີ້ນຳບັນດາຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັບຫ້ອງວ່າການລັດຖະບານປະຕິບັດການເຊື່ອມຕໍ່ກັບບັນດາຊ໊ອບແວການຄຸ້ມຄອງເອກະສານແລະການບໍລິຫານເພື່ອຮັບປະກັນ100% ເອກະສານເອເລັກໂຕນິກໄດ້ສົ່ງ-ຮັບຢູ່ທັງ 4 ຂັ້ນອຳນາດການປົກຄອງ. ພ້ອມກັນນັ້ນ, ກໍ່ສຸມໃສ່ສ້າງປະຕູຖານຂໍ້ມູນການບໍລິການສາທາລະນະ, ລະບົບຂໍ້ມູນຂ່າວສານເອເລັກໂຕນິກປະຕູດຽວຂັ້ນກະຊວງ, ຂັ້ນແຂວງ, ເຊື່ອມຕໍ່ກັບປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດໃຫ້ສຳເລັດ. ປະຕິບັດບັນດາມາດຕະການສ້າງໂຄງປະກອບຂັ້ນຕອນຄືນໃໝ່, ຫັນລະບຽບການເປັນງ່າຍດາຍ, ກໍ່ສ້າງ, ເຊື່ອມຕໍ່, ປະມວນເພື່ອສະໜອງການບໍລິການສາທາລະນະທາງອອນລາຍຜ່ານປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດຕາມແຜນການ.”

        ປັດຈຸບັນ, ສະຫະປະຊາຊາດໄດ້ຈັດຫວຽດນາມຢູ່ອັນດັບ 88/193 ປະເທດກ່ຽວກັບດັດຊະນີການພັດທະນາລັດຖະບານເອເລັກໂຕນິກ. ດັ່ງນັ້ນ, ວິວັດການກ້າວໄປເຖິງລັດຖະບານເອເລັກໂຕນິກຂອງຫວຽດນາມຍັງມີວຽກງານຫຼາຍຢ່າງຕ້ອງໄດ້ເຮັດ. ພ້ອມກັບເລື່ອງສ້າງຍຸດທະສາດໃຫ້ສຳເລັດ ກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກໄລຍະປີ 2021 - 2025, ກຳນົດທິດຮອດປີ 2030, ໃນແຜນການປີ 2020 , ຫວຽດນາມຕ້ອງປະຕິບັດມະຕິວ່າດ້ວຍການຄຸ້ມຄອງການເຊື່ອມຕໍ່ຮາກຖານຂໍ້ມູນ, ມະຕິວ່າດ້ວຍການກຳນົດລາຍຊື່ແລະຢັ້ງຢືນຄວາມຖືກຕ້ອງທາງເອເລັກໂຕນິກ, ມະຕິວ່າດ້ວຍການປະຕິບັດລະບຽບການບໍລິຫານຜ່ານສະພາບແວດລ້ອມເອເລັກໂຕນິກ, ມະຕິວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ…ໃຫ້ສຳເລັດກ້າວໄປເຖິງເລື່ອງປັບປຸງກົດໝາຍວ່າດ້ວຍການແລກປ່ຽນເອເລັກໂຕນິກແລະກົດໝາຍວ່າດ້ວຍການເກັບຮັກສາ.

        ເລື່ອງຜັນຂະຫຍາຍລັດຖະບານເອເລັກໂຕນິກແມ່ນທ່າອ່ຽງຈຳເປັນ, ຍົກສູງລັກສະນະກະຈ່າງແຈ້ງໃນການເຄື່ອນໄຫວຂອງລັດຖະບານ, ຍູ້ໄພສໍ້ລາດບັງຫລວງໃຫ້ຖອຍໄປ, ປະກອບສ່ວນເຂົ້າການພັດທະນາເສດຖະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ສະມັດຕະພາບແຮງງານແລະແມ່ນເສັ້ນທາງເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ