ຜັນຂະຫຍາຍບັ້ນດຳເນີນຊີວິດການເມືອງສຳຄັນໃນພັກ

(vovworld)-ພາຍຫລັງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ປະກາດ​ໃຊ້​ມະຕິກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11          (​ເອີ້ນຫຍໍ້​ວ່າ: ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4) ພາຍ​ໃຕ້ຫົວ​ເລື່ອງ: “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​​ໃນປະຈຸ​ບັນ”, ບັນດາ​ອົງຄະ​ນະ​ພັກ​ຢູ່​ທ້ອງ​ຖິ່ນ​ຕ່າງໆພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ມະຕິ​ດັ່ງກ່າວ. ຫາງ​ສຽງ​ຖື​ວ່າ ​ເລື່ອງ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ສຳຄັນ​ໃນ​ພັກ.

        ຢູ່​ນະຄອນ ​ໂຮ່ຈິ​ມີນ, ໃນ​ເວລາ​ພຽງ​ສອງ​ວັນ​ທີ່ດຳ​ເນີນ​ກອງ​ປະຊຸມ​ຊາບ​ຊືມມະຕິ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​​ໄດ້​ຮັບ​ເອົາກວ່າ 300 ຄຳ​ເຫັນ​ໂດ​ຍ​ຖື​ວ່າ: ບັ້ນ​ຮ່ຳຮຽນ​ມະຕິ ກອງ​ປະຊຸມ​ສູນ​ກາງ​   ຄັ້ງ​ທີ 4 ຄັ້ງ​ນີ້​​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ທັດສະນະ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ທົ່ວອົງຄະ​ນະ​ພັກນະຄອນ​ໂຮ່ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ. ​ເລື່ອງ​ຜັນ​ຂະຫຍາຍ​ການ​ຮ່ຳຮຽນ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຂອງ​ນະຄອນ​​ໄດ້​ຍົກ​​ໃຫ້​ເຫັນ​ບັນດາ​ວິທີ​ການ​ໃຫມ່​ເມື່ອ​ທຽບ​ໃສ່​ ​ກ່ອນ​ນີ້​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ມີ​ລັກສະນະ​ຄວາມ​ເປັນ​ໄປ​ໄດ້​ສູງ. ທ່ານ Nguyen Van Phung ປະທານ​ສະມາຄົມ​ຊາວ​ກະສິກອນ ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “ຄື​ດັ່ງ​ທ່ານເລຂາ​ຄະນະ​ພັກ​ໄດ້​ເວົ້າ​ວ່າ: ​ເຖິງ​ວ່າຍາກ​ກໍ​ຕ້ອງ​ເຮັດ,​ ກໍ​ຕ້ອງຜັນ​ຂະຫຍາຍ​ເພື່ອ​​ສະ​ແດງໃຫ້​​ເຫັນ​ວ່າອົງຄະ​ນະ​ພັກ​ນະຄອນ​ມີ​ຄວາມ​ຕັດສິນ​ໃຈ, ຂ້ຽວຂາດ. ​ແທນ​ທີ່​ກ່ອນ​ນີ້​ພວກ​ເຮົາ​ດຳ​ເນ​ີນການສຳ​ຫລວດກວດກາ​ໃນ​​ແຕ່ລະປີ, ປະ​ຈຸ​ບັນ​​ຕ້ອງສຳ​ຫລວດກວດກາ​​ບັນດາ​ບັນຫາ​ຮີບ​ດ່ວນ, ທີ່ຈຳ​ເປັນ. ພິ​ເສດ ​ແມ່ນ 19 ຂໍ້​ຫ້າມ​ສຳລັບສະມາຊິກ​ພັກ​, ຖ້າ​ພວກ​ເຮົາ​ປະຕິບັດ​ບັນຫາ​ນີ້​ເປັນ​ຢ່າງ​ດີ ສະມາຊິກ​ພັກ​ຈະ​ເຕີບ​ໂຕ​ຫລາຍ​ກວ່າ, ມີ​ສະຕິ​ຄວາມ​ຮັບ​ຮູ້​ດີກ​ວ່າ, ມີ​ບົດບາດ​ຫລາຍ​ກວ່າ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໄດ້​ຮັບ​ຄວາມ​ຮັກ​ແພງ​ເຊື່ອ​ໝັ້ນຈາກ​ໝູ່​ມະຫາຊົນ, ​ແລະ ປະຊາຊົນ ຫລາຍ​ກວ່າ, ຜ່ານ​ນັ້ນ ປັບປຸງ​ອົງການຈັດ​ຕັ້ງ, ບົດບາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ​.”

        ​ໃນ​ຂະນະ​ນັ້ນ ທ່ານ Pham Ngoc Han ສະມາຊິກ​ອົງຄະ​ນະ​ພັກ, ຮອງ​ຫົວຫນ້າ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະ​ຄອນ ​ໂຮ່ຈິ​ມີນ ​ເວົ້າ​ວ່າ:

        “ບັ້ນ​ຮ່ຳຮຽນ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ແມ່ນ​ບັ້ນດຳ​ເນີນ​ຊີວິດ​ທີ່​ມີ​ຊີວິດ​ຊີວາ ຊຶ່ງ​ພວກ​ເຮົາ​ຄິດ​ວ່າ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ ລ້ວນ​ແຕ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ. ຂ້າພະ​ເຈົ້າ​ເອງ​ເຫັນ​ວ່າ ​ນັ້ນແມ່ນ​ບັນ​ຫາສຳຄັນ​ຫລາຍ ​ເພາະວ່າ​ເມື່ອ​ປະຕິບັດ​ມະຕິ​ດັ່ງກ່າວ, ສະມາຊິກ​ພັກ​ແຕ່ລະຄົນ ​ເຖິງ​ວ່າ​ໃນ​ຖານະ​ຕຳ​ແຫນ່​ງ​ໃດ​ກໍ​ຕ້ອງ​ສຳ​ຫລວດກວດກາ​ຕົນ​ເອງ​ຄືນ​​ໃຫມ່ ​ແລະ ​ແນ່ນອນ​ວ່າ​ໃນ​ແນວ​ຄວາມ​ຄິດ, ວຽກ​ງານ​ຂອງ​ຕົນ​ອາດ​ຈະ​ມີ​ການ​ຫັນປ່ຽນ​ຢ່າ​ງກະ​ໂດດ​ຂັ້ນ. ນອກ​ນັ້ນຍັງ​ມີ​ສິ່ງ​ຫນຶ່ງ​ອີກ​ທີ່​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ ນັ້ນ​ແມ່ນ​ຜ່ານ​ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ ​ແລະ ອັດ​ກອງ​ປະຊຸມ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ Nguyen Phu Trong ພວກ​ຂ້າພະ​ເຈົ້າ​ຖື​ວ່າ: ​ເລີ່​ມ​ແຕ່ການ​ນຳ​ສູງ​ສຸດ​ຂອງ​ພັກໄດ້​ມີ​ຄວາມ​ເຂົ້າ​​​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ​ແລະ ສະມາຊິກ​ພັກ ​​ແນ່ນອນ​ວ່າ ບັນດາ​ຂໍ້​ກຳນົດ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ.”

        ສ່ວນ​ຢູ່ນະຄອນຫລວງຮ່າ​ໂນ້ຍ, ​ແຫ່ງ​ທີ່ອົງຄະ​ນະ​ພັກ​ນະຄອນ ດ້ວຍ​ຈຳນວນສະມາຊິກພັກ 340.000 ຄົນ, ກວມ​ກວ່າ 10% ຍອດ​ຈຳນວນ​ສະມາຊິກ​ພັກ​ໃນ​ທົ່ວ​ປະ​ເທດນັ້ນ. ​ເລື່ອງ​ຜັນ​ຂະຫຍາຍ​ ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຢູ່ ຮ່າ​ໂນ້ຍ ຈະ​ປະ​ກອບສ່ວນ​ສຳຄັນ​​​ໃຫ້​ແກ່​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂອງ​ທົ່ວ​ພັກ ​ແລະ ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ທົ່ວ​ປະ​ເທດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊາບ​ຊືມການ​ຜັນ​ຂະຫຍາຍ​ມະຕິ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຫວ່າງ​ແລ້ວ​ນີ້ ຢູ່ ຮ່າ​ໂນ້ຍ, ທ່ານ Le Xuan Truong ​ເລຂາ​ຄະນະ​ພັກ​ເມືອ​ງ Tu Liem ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ແຜນການ​ຜັນ​ຂະຫຍາຍ​ຢ່າງ​ລະອຽດ​​ໃນ​ທົ່ວ​ອົງຄະ​ນະ​ພັກ​ເມືອງ Tu Liem, ຈະ​ຈັດ​ຕັ້ງ​ກອງ​ປະຊຸມສະມາຊິກ​ພັກຫລັກ​ແຫ​ລ່ງ ​ແລະ ຕໍ່​ໄປ​ແມ່ນ​ຊີ້​ນຳ​ໃຫ້​ອົງຄະ​ນະ​ພັກ​ຂັ້ນ​ຮາກ​ຖານ​ເພື່ອ​ຊາບ​ຊືມ​​ໃຫ້ພະນັກງານ, ສະມາຊິກ​ພັກ ຖື​ການ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​, ຕິດຕາມ​ກວດກາ​​ໃນ​ທຸກ​​ຂົງ​ເຂດວຽກ​ງານເປັນ​ສຳຄັນ. ​ເປັນ​ຕົ້ນ​ແມ່ນ​ການກະກຽມ​ໃຫ້​ແກ່​ການ​ຕຳ​ນິຕິ​ຊົມ​ ​ແລະ ປຽບທຽບ​ກັບ​ມາດຕະຖານ​ຂອງ​ສະມາຊິກ​ພັກ ​ແລະ 19 ຂໍ້​ຫ້າມ​ສຳລັບ​ສະມາຊິກ​ພັກ​ເພື່ອ​ພົວພັນ​ຕິດ​ຕໍ່, ສຳ​ຫລວດກວດກາ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4.”

ຜັນຂະຫຍາຍບັ້ນດຳເນີນຊີວິດການເມືອງສຳຄັນໃນພັກ - ảnh 1
ນະຄອນໂຮ່ຈິມີນ ຈັດກອງປະຊຸມຊາບຊືມມະຕິສູນກາງຄັ້ງທີ 4
ພາບ:vnexpress.net

        ຕາມ​ທ່ານ Le Thanh Hai ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີມີນ ​ແລ້ວ, ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ຄວນ​ປະຕິບັດ 8 ຫນ້າ​ທີ່​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ ຊຶ່ງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ ​ແລະ ຖື​ວ່າ ນີ້​ແມ່ນ​ຫນ້າທີ່ຕົ້ນຕໍ, ຍາວ​ນານ ​ແລະ ຕ້ອງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ປະຈຳ, ພ້ອມ​ກັນ​ນັ້ນ ​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ສຸດ​ໃນ​ການ​ຊີ້​ນຳ​ນຳພາການ​ປະຕິບັດ​ບັນດາບັນຫາ​ຮີບ​ດ່ວນ​ ຊຶ່ງ​ໄດ້​ລະບຸ​ໄວ້​ໃນ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ໃຫ້​ເປັນ​ຢ່າງ​ດີ.

        “​ໃນ 4 ໝວດ​ມາດ​ຕະການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ນັ້ນ ໝວດ​ມາດ​ຕະການ​ທີ 1 ​ແມ່ນ​ຕຳ​ນິຕິ​ຊົມ​​ແມ່ນ​ມາດ​ຕະການ​ຈຸດ​ສຸມ. ວິທີ​ເຮັດ​ແມ​່ນປະຕິບັດ​ຢູ່​ຂັ້ນ​ເທິງ​ສາກ່ອນ, ຫລັງ​ຈາກ​ນັ້ນ ​ແມ່ນ​ປະຕິບັດ​ຢູ່​ຂັ້ນ​ຮາກ​ຖານ​ດ້ວຍ​ຈິດ​ໃຈ​ທີ່​ວ່າ ພວກ​ເຮົາ​ຊາບ​ຊືມສະຕິ​ຕຶນຕົວ, ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງທີ 4, ພິ​ເສດ ​ແມ່ນ​ກ່ຽວຂ້ອງ​ເຖິງ​ບັນຫາ​ຕຳ​ນິຕິ​ຊົມ. ”

        ສ່ວນ​ທ່ານ Pham Quang Nghi ກຳມະການ​ກົມ​ການ​ເມືອງ, ​ເລຂາ​ອົງຄະ​ນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຢືນຢັນວ່າ ​ເລື່ອງ​ຜັນ​ຂະຫຍາຍ​ບັ້ນ​ຮ່ຳຮຽນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ4 ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງທີ່ສຳຄັນ ​ເພື່ອ​ຍົກ​ສູງ​ລັກສະນະ​ນຳ​ຫນ້າ, ​ເປັບ​ແບບຢ່າງ​ຂອງ​ຖັນ​ແຖວ​ພະນັກງານ​ຫລັກ​ແຫ​ລ່ງ​ໃນ​ທົ່ວ​ນະຄອນ, ຍູ້​ການ​​ເສື່ອ​ມ​ເສຍ​ຂອງ​ພະນັກງານ, ສະມາຊິກ​ພັກ​ໃຫ້​ຖອຍ​ໄປ, ປະກອບສ່ວນ​ກໍ່ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ ປອດ​ໄສ.

ນັກ​ຂ່າວທູ​ຮວາ

ຕອບກັບ

ຂ່າວ/ບົດ​ອື່ນ