ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍຮັບ​ປະ​ກັນ​​ຊີ​ວິດ​ສັງ​ຄົມ

(VOVWORLD) - ລັດຖະບານຫວຽດນາມ ພວມກະກຽມສະໜອງບ້ວງເງິນໜູນຊ່ວຍສັງຄົມ ເຊິ່ງບໍ່ເຄີຍມີມາກ່ອນໃນສະພາບການທີ່ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດ. ບ້ວງເງິນໜູນຊ່ວຍດັ່ງກ່າວ ອາດຈະຂຶ້ນກວ່າ  61.000 ຕື້ດົ່ງ (ເຊິ່ງເທົ່າກັບ 2,6 ຕື້ USD) ເພື່ອໜູນຊ່ວຍໃຫ້ຊາວຜູ້ອອກແຮງງານທີ່ຖືກວ່າງງານ, ລາຍຮັບຖືກຫຼຸດລົງຫຼາຍ... ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມ ແລະ ມີຄວາມຮັບຜິດຊອບຢ່າງສູງຂອງລັດຖະບານຫວຽດນາມ ໃນການປະຕິບັດໜ້າທີ່ຄວບຄູ່: ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ ທັງຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນເປັນປົກກະຕິ.

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມວັນຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຜົນກະທົບຂອງໂລກລະບາດແມ່ນໃຫຍ່ຫຼວງທີ່ສຸດ, ບໍ່ພຽງແຕ່ສຳລັບການຜະລິດດຳເນີນທຸລະກິດ, ການເກັບງົບປະມານເທົ່ານັ້ນ ຫາກຍັງສົ່ງສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນຄົນທຸກຍາກ, ກຳມະກອນຖືກວ່າງງານ ແລະ ບາງເປົ້າໝາຍອື່ນໆ ທີ່ບໍ່ມີເງິນທ້ອນແຮໄວ້. ເພາະສະນັ້ນ, ເລື່ອງສະເໜີບັນດາບ້ວງເງິນໜູນຊ່ວຍລະອຽດໃຫ້ບັນດາເປົ້າໝາຍນີ້ ແມ່ນຈຳເປັນທີ່ສຸດ.

ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍຮັບ​ປະ​ກັນ​​ຊີ​ວິດ​ສັງ​ຄົມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກຊີ້ນໍາຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມ (ພາບ: VOV) 

ບ້ວງເງິນໜູນຊ່ວຍທີ່ບໍ່ເຄີຍມີມາກ່ອນ

ຕາມນັ້ນແລ້ວ, ບ້ວງເງິນໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ເພື່ອຮັບປະກັນຊີວິດສັງຄົມຢູ່ໃນລະດັບພື້ນຖານຕ່ຳສຸດ. 5 ເປົ້າໝາຍ ຕ້ອງໜູນຊ່ວຍ ລວມມີ: ຄົນທຸກຍາກ ແລະ ຄອບຄົວໃກ້ຢູ່ໃນລະດັບທຸກຍາກ; ເປົ້າໝາຍນະໂຍບາຍ; ຊາວຜູ້ອອກແຮງງານຕາມສັນຍາ ທີ່ຕ້ອງຢຸດງານຊົ່ວຄາວ; ຄອບຄົວດຳເນີນທຸລະກິດທີ່ຕ້ອງຢຸດຕິການເຄື່ອນໄຫວ ແລະ ຊາວຜູ້ອອກແຮງງານແບບເສລີ ທີ່ຖືກວ່າງງານ ຍ້ອນໂລກລະບາດດັ່ງກ່າວ. ຄາດວ່າ ຈະມີເປົ້າໝາຍນະໂຍບາຍ ແລະ ຊາວຜູ້ອອກແຮງງານເກືອບ 20 ລ້ານ ຄົນ ທີ່ຈະໄດ້ຊົມໃຊ້ ບ້ວງເງິນດັ່ງກ່າວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

“ຕ້ອງຮັບປະກັນ 4 ຫຼັກການໜູນຊ່ວຍ. ທີໜຶ່ງແມ່ນ ໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເຊິ່ງໄດ້ເຮັດໃຫ້ລາຍຮັບຖືກຫຼຸດລົງຫຼາຍ, ບໍ່ມີວຽກເຮັດງານທຳ, ບໍ່ສາມາດຮັບປະກັນຊີວິດການເປັນຢູ່ໃນລະດັບຕ່ຳສຸດໄດ້. ທີສອງແມ່ນ ໜູນຊ່ວຍຕາມຫຼັກການແບ່ງປັນ, ທັງຊາວຜູ້ອອກແຮງງານ, ປະຊາຊົນ, ວິສາຫະກິດລ້ວນແຕ່ຖືກຜົນສະທ້ອນ ແລະ ລັດ ກໍແບ່ງປັນເພື່ອຮັບປະກັນລະດັບຄອງຊີບພື້ນຖານ, ໃນນັ້ນ ລັດ ໄດ້ໃຫ້ການໜູນຊ່ວຍສ່ວນໜຶ່ງ, ຈັດແບ່ງໃຫ້ເໝາະສົມລະຫວ່າງຂັ້ນສູນກາງກັບທ້ອງຖິ່ນ. ທີສາມແມ່ນ, ອຳນາດການປົກຄອງທ້ອງຖິ່ນ, ອົງການຄຸ້ມຄອງແຫ່ງລັດ, ອົງການມີໜ້າທີ່ ຕ້ອງຮັບຜິດຊອບກຳນົດໃຫ້ຖືກເປົ້າໝາຍໜູນຊ່ວຍ ແລະ ຮັບປະກັນຄວາມໂປ່ງໃສເປີດເຜີຍ”.

ຕາມທ່ານ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ແລ້ວ, ເພື່ອນຳໃຊ້ບ້ວງເງິນໜູນຊ່ວຍໃຫ້ມີປະສິດທິຜົນ, ຖືກເປົ້າໝາຍນັ້ນ, ທາງກະຊວງຈະມອບໃຫ້ບັນດາອົງການ ລົງໄປກວດກາ, ແນະນຳທ້ອງຖິ່ນຢ່າງເປັນປະຈຳໃນຕະຫຼອດໄລຍະປະຕິບັດ, ແກ້ໄຂບັນດາຂໍ້ຂ້ອງຄາໃໝ່ໃຫ້ຢ່າງທັນການ ແລະ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຊາວຜູ້ອອກແຮງງານ. ທ່ານ ດ່າວງອັກຢຸງ ຢັ້ງຢືນວ່າ:

“ທາງກະຊວງກໍໄດ້ແນະນຳໃຫ້ອົງການ, ຫົວໜ່ວຍຕ່າງໆ ເພື່ອຜັນຂະຫຍາຍ, ໂດຍສະເພາະແມ່ນນະໂຍບາຍທີ່ກ່ຽວຂ້ອງເຖິງການປິດປະຕູ, ຢຸດຕິຊົ່ວຄາວ, ນະໂຍາບາຍປະກັນໄພວ່າງງານ... ພ້ອມກັນນັ້ນ ກໍຈະເຮັດວຽກໂດຍກົງກັບ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານ ເພື່ອມີນະໂຍບາຍໜູນຊ່ວຍຢ່າງທັນການ” 

ປະຕິກິລິຍາຢ່າງຕັ້ງໜ້າຈາກຫາງສຽງ

ເລື່ອງລັດຖະບານຫາກໍ່ຍົກອອກບ້ວງເງິນໜູນຊ່ວຍຊາວຜູ້ອອກແຮງງານ, ການຮັບປະກັນ ການຊ່ວຍໜູນຊີວິດ ສັງຄົມເພື່ອແນໃສ່ຮັບມືກັບຜົນກະທົບທາງລົບຂອງໂລກລະບາດ ໂຄວິດ – 19 ນັ້ນ ແມ່ນເປັນຂ່າວດີສຳລັບກຸ່ມເປົ້າໝາຍ, ຊາວຜູ້ອອກແຮງງານທີ່ມີຄວາມສ່ຽງ ສູງກ່ວາໝູ່. ໃນຖານະເປັນຜູ້ຕາງໜ້າໃຫ້ແກ່ອົງການຂອງຊາວຜູ້ອອກແຮງງານ, ທ່ານ ເຫງາະຢຸຍຮຽວ ຮອງປະທານສະຫະພັນແຮງງານຫວຽດນາມ ໄດ້ກ່າວວ່າ:

“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບຂ່າວວ່າ ນາຍົກລັດຖະມົນຕີ, ລັດຖະບານ ໄດ້ ຕົກລົງຈັດແບ່ງ ບ້ວງເງິນໜູນຊ່ວຍດັ່ງກ່າວໃຫ້ແກ່ບັນດາເປົ້າໝາຍທີ່ມີຄວາມສ່ຽງ ສູງກ່ວາໝູ່. ໃນນັ້ນມີ ຊາວຜູ້ອອກແຮງງານຈຳນວນໜຶ່ງທີ່ບໍ່ມີວຽກເຮັດງານທຳ, ຖືກຜົນສະທ້ອນຈາກໂລກລະບາດ ໂຄວິດ  19. ໃນສະພາບການພັກ, ລັດ ແລະ ນາຍົກລັດຖະມົນຕີພວມ ຄ້າງຄາກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ  19 ຢ່າງຮີບດ່ວນຢູ່ນັ້ນ ແຕ່ວ່າ ລັດຖະບານ ແລະ ນາຍົກລັດຖະມົນຕີ ກໍ່ໄດ້ຊີ້ນຳຄົ້ນຄ້ວາຂໍ້ສະເໜີຢ່າງທັນການ, ມີການປະຊຸມເພື່ອຄວາມເຫັນດີເປັນເອກະພາບບ້ວງເງິນໜູນຊ່ວຍສຳລັບທັງວິສາຫະກິດ ແລະ ຊາວຜູ້ອອກແຮງງານໂດຍໄວ. ດ້ວຍຄວາມຕັດສິນໃຈ ແລະ ຂ້ຽວຂາດຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ຄືແນວນັ້ນ ໄດ້ສະແດງໃຫ້ເຫັນວ່າ ລັດຖະບານໄດ້ສ້າງເງື່ອນໄຂອັນສະດວກ ແລະ ໜູນຊ່ວຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຢູ່ລະດັບສູງສຸດຢ່າງແທ້ຈິງ”.

ການຮ່ວມເດີນທາງຢ່າງທັນການຂອງລັດຖະບານໃນໄລຍະທີ່ຜ່ານມາ ພວມເພີ່ມກຳລັງແຮງໃຫ້ແກ່ຊາວຜູ້ອອກແຮງງານຜ່ານຜ່າຄວາມຫຍຸ້ງຍາກ. ເອື້ອຍ ຫງວຽນທິເຮີ້ຍ ກຳມະກອນຢູ່ແຂວງນາມດິ້ງ ໃຫ້ຮູ້ວ່າ:

ກຳມະກອນມີລະດັບເງິນເດືອນພຽງເທົ່ານີ້, ດຽວນີ້ ພັກວຽກ ບໍ່ມີເງິນເດືອນ, ບໍ່ມີເງິນໃຊ້ຈ່າຍ. ຊື້ຫຍັງກໍ່ຕ້ອງປະຢັດ, ທຸກສິ່ງທຸກຢ່າງລ້ວນແຕ່ຕ້ອງຫຼຸດຜ່ອນລົງ. ປັດຈຸບັນ, ລັດໜູນຊ່ວຍ, ເອົາໃຈໃສ່ຄື ຈັ່ງຊີ້ ຄວາມຫຍຸ້ງຍາກພວກຂ້າພະເຈົ້າກໍ່ຫຼຸດລົງ ແລະ ດີຫຼາຍແລ້ວ.

          ດ້ວຍເງື່ອນໄຂເສດຖະກິດ ຫວຽດນາມ ຄືໃນປັດຈຸບັນ, ໃນສະພາບການເກັບງົບປະມານຈະປະສົບຄວາມຫຍຸ້ງຍາກຍ້ອນຜົນກະທົບຂອງໂລກລະບາດ, ບ້ວງເງິນໜູນຊ່ວຍສັງຄົມໄດ້ສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບທີ່ໃຫຍ່ຫຼວງຂອງລັດຖະບານ. ສິ່ງນີ້ຍັງຊ່ວຍໃຫ້ປະຊາຊົນເພີ່ມຄວາມໄວ້ເນື້ອເຊື່ອໃຈຕື່ມອີກ ແລະ ຕັດສິນໃຈພ້ອມກັບລັດຖະບານຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ