ຜັນຂະຫຍາຍຢ່າງແຮງນະໂຍບາຍການຕ່າງປະເທດຫລາຍຝ່າຍເພື່ອສັນຕິພາບແລະວັດທະນາຖາວອນ

(vovworld)- ວັນ​ທີ 13/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ມົງ​ໂກນ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊີ ເອີ​ລົບ ຄັ້ງ​ທີ 11 (ASEM 11) ຢູ່ ນະ​ຄອນ​ຫລວງ Ulanbator. ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ປ​ະ​ເທດ​ແລກ​ປ່ຽນ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃຫມ່ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ກໍ​ຄື​ເພີ່ມ​ທະ​ວີ​ບົດ​ບາດ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ​​.

ຜັນຂະຫຍາຍຢ່າງແຮງນະໂຍບາຍການຕ່າງປະເທດຫລາຍຝ່າຍເພື່ອສັນຕິພາບແລະວັດທະນາຖາວອນ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຢ້ຽມ​ຢາມ​ມົງ​ໂກນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ ASEM 11
ພາບ:TTXVN

        ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ມົງ​ໂກນ ຢ່າງເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊີ ເອີ​ລົບ ຄັ້ງ​ທີ 11 (ASEM 11) ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ດຳ​ເນີນ​ຕາມ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ         Tsakhiagiin Elbegdorj ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມົ​ງ​ໂກນ Jargaltulga Erdenebat. ການ​ຢ້ຽມ​ຢາມ​ດຳ​ເນີນ​ແຕ່​ວັນ​ທີ 13 - 16/7/2016.

 ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ຫວຽດ​ນາມ - ມົງ​ໂກນ

      ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (17/11/1954), ມົງ​ໂກນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຍາ​ມ​ໃດ​ກໍ​ຮຽງ​ບ່າຮ​ຽງ​ໄຫລ່​ພ້ອມ​ກັບ​ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງຊາດ. ມົງ​ໂກນ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ຫວຽດ​ນາມ​ເປັນ​ສຳ​ຄັນ, ຖື ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫວຽດ​ນາມ ຍາ​ມ​ໃດ​ກໍ​ຖື​ສາຍ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ກັບ ມົງ​ໂກນ ເປັນ​ສຳ​ຄັນ. ບົນ​ຈິດ​ໃຈ​ນັ້ນ, ຫວຽດ​ນາມ ແລະ ມົງ​ໂກນ ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ສຳ​ຄັນ. ເປັນ​ຫນ້າ​ສົນ​ໃຈ ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມົງ​ໂກນ Ts Elbegdor ເມື່ອ​ເດືອນ 11/2013. ນັບ​ແຕ່​ປີ 1979, ຫວຽດ​ນາມ ແລະ ມົງ​ໂກນ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ເປັນ 15 ຄັ້ງ, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ພັດ​ທະ​ນາ​ຢ່າງ​ແຮງ. ລະ​ອຽດ​ຄື: ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ຫລາຍ​ສະ​ບັບ. ປີ 2009, ຫວ​ຽດ​ນາມ ແລະ ມົງ​ໂກນ ໄດ້​ຕັ້ງ​ຮູບ​ປັ້ນ​ປະ​ທານ​ໂຮ່​ຈິ​ມີນ ແລະ ເປີດ​ສະ​ຫລອງ​ສູນ​ວັດ​ທະ​ນະ​ທຳ​ໂຮ່​ຈິ​ມີນ​ຢູ່ ໂຮງ​ຮຽນ​ມັດ​ທະ​ຍົມ​ເລກ​ທີ 14 ຢູ່ ນະ​ຄອນ​ຫລວງ Ulanbator. ຍ້ອນ​ມີ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ ສັງ​ຄ​ົມ ມາ​ເປັນ​ເວ​ລາ​ຫລາຍ​ປີ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ສອງ​ປະ​ເທດ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ​, ສາ​ມັກ​ຄີ ແລະ ສ​ະ​ຫນິດ​ຕິດ​ພັນ​ກວ່າ.

          ແຕ່ ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ ນັ້ນ, ເຖິງວ່າ​ໝາກ​ຜົນ​​ແມ່ນຍັງບໍ່​ບັນ​ລຸ​ໄດ້​ດັ່ງ​ຄວາມ​ຫວັງ. ຮອດ​ປີ 2015, ວົງ​ເງິນ​ການ​ຄ້າ​ລະ​ຫວ່າ​ງ​ສອງ​ປະ​ເທດ ບັນ​ລຸ​ພຽງ​ເກືອບ 35 ລ້ານ USD. ສາຍ​ເຫດ​ຕົ້ນ​ຕໍ ນັ້ນ​ແມ່ນ ການ​ຂົນ​ສົ່ງ​ສິນ​ຄ້າ​ສອງ​ສົ້ນ​ຍັງ​ຫຍຸ້ງ​ຍາກ, ​ຄ່າ​ໃຊ້​ຈ່າຍ​ສູງ ແລະ ຍັງ​ບໍ່​ທັນ​ເປີດສາຍ​ການ​ບິນ​ໂດຍ​ກົງ​ຈາກ​ຫວຽດ​ນາມ ໄປ​ຍັງ ມົງ​ໂກນ.

          ສະ​ນັ້ນ, ການ​ຢ້ຽມ​ຢາມ​ມົງ​ໂກນ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພ​ື່ອ​ໃຫ້​ສອງ​ປະ​ເທດ​ແລກ​ປ່ຽນ​ບັນ​ດາ​ທິດ​ທາງ ແລະ ມາດ​ຕະ​ການ​ຢ່າງມ​ີ​ປະ​ສິດ​ທິ​ຜົນ, ທັງ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ທັງ​ດ້ານ​ເສດ​ຖະ​ກິດ, ກະ​ສິ​ກຳ, ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ.

          ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ຂອງASEM

          ພາຍ​ຫລັງ​ການ​ຢ້ຽມ​ຢາມ ມົງ​ໂກນ ຢ່າງ​ເປັນ​ທາງ​ກາ​ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊີ ເອີ​ລົບ (ASEM) ຄັ້ງ​ທີ 11​ເຊິ່ງ​ຈະດຳ​ເນີນ​ຢູ່ Ulanbator ໃນ​ວັນ​ທີ 15-16/7/2016. ດ້ວຍ​ຫົວ​ຂໍ້ “ 20 ປີ ແຫ່ງ ASEM: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ຜ່ານ​ການ​ເຊື່ອມ​ຕໍ່”, ກອງ​ປະ​ຊຸມ​ສຸດຍອດ ASEM 11 ແມ່ນ​ໂອ​ກາດ​ຊ່ວຍ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ, ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ຕ່າງໆ​ຊື່ງ​ຫວຽດ​ນາມ ເປັນ​​ປ​ະ​ເທດ​ນຳ​ຫ​ນ້າຂໍ້​ລິ​ເລີ່ມ​ໃນ ASEM.

          ສຳ​ລັບ​ຫວຽດ​ນາມ, ການ​ຮ່ວມ​ມື ASEM ຍາມ​ໃດ​ກໍ​ມີ​ຄວາມ​ໝາຍ​ສຳ​ຄັນ. 20 ປີ​ຜ່ານ​ມາ, ຍາມ​ໃດ​ຫວຽດ​ນາມ ກໍ​ແມ່ນ​ສະ​ມາ​ຊິກ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ເປັ​ນ​ຂີດ​ໝາຍ​ມີ​ຄວາມ​ໝາຍ​ໃນ​ໄລ​ຍະ​ທາງ​ແຫ່ງ​ການ​ພ​ັດ​ທະ​ນາ​ຂອງ ASEM. ປະ​ກອບ​ສ່ວນ​ພົ້ນ​ເດັ່ນ​ສຸດ ນັ້ນ​ແມ່ນ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ ASEM ຄັ້ງ​ທີ 5 (2004) ສ​ຳ​ເລັດ​ຜົນ, ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຫລາຍ​ສະ​ບັບ ແລະ ຕັດ​ສິນ​ຫລາຍ​ບັນ​ຫາ​ສຳ​ຄັນ​ມີ​ລັກ​ສະ​ນະ​ການ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ຮ່ວມ​ມື​ຄື: “ຖະ​ແຫລງ​ການ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ASEM ຢ່າງ​ແຫນ້ນ​ແຟ້ນກວ່າ”, “ຖະ​ແຫລງ​ການ ASEM ກ່ຽວ​ກັບ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ - ອະ​ລິ​ຍະ​ທຳ..”

          ກົງ​ກັນ​ຂ້າມ, ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ສະ​ມາ​ຊິກ ແລະ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ໃນ ASEM ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງຫລາຍ​ຢ່າງໃຫ້​ແກ່​ຫວຽດ​ນາມ. ທ່ານ​ນາງ ຫງວຽນ​ທິ​ງວຽດ​ງາ, ຫົວ​ຫນ້າ​ກົມ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫລາຍ​ຝ່າຍ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ໃຫ້​ຮູ້​ວ່າ:

ສຽງ

        “ໃນ​ແງ່​ມູມ​ແຫ່ງ​ຊາດ, ສະ​ມາ​ຊິກ​ຂອງ ASEM ກວມກວ່າ​ເຄິ່ງ​ຫນຶ່ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ​ຂອງ​ຫວຽດ​ນາມ. ໃນ​ແງ່​ມູມ​ດ້ານ​ເສດ​ຖະ​ກິດ, ພວກ​ເຮົາ​ເຫັນ​ວ່າ ການ​ມີ​ຫນ້າ​ຂອງ​ບັນ​ດາ​ປະ​ເທດ​ພາກ​ພື້ນ ອາ​ຊີ ແລະ ເອີ​ລົບ ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ປະ​ຈຸ​ບັນ ມີ 14 ໃນ 16 ສັນ​ຍາ​ການ​ຄ້າ​ເສ​ລີ ຊື່ງ​ຫວຽດ​ນາມ ໄດ້​ລົງ​ນາມ ຫລື ພວມ​ເຈ​ລະ​ຈາ ກັບ​ບັນ​ດາ​ຄູ່​ຮ່ວມ​ມື ASEM, ດ້ວຍ​ຈຳ​ນວນ​ສະ​ມາ​ຊິກ​ຄູ່​ຮ່ວມ​ມື ແມ່ນ 47/53 ປະ​ເທດ, ​ໄດ້ສ້າງ​ຕະ​ຫລາດ​ທີ່ກວ້າງ​ໃຫຍ່​ສຳ​ລັບ​ວິ​ສາ​ຫະ​ກິດ​ກໍ​ຄື​ສ້າງ​ກາ​ລະ​ໂອ​ກາດ​​ໃນ​ການຮ່ຳ​ຮຽນ​ໃຫ້​ແກ່​ປະ​ຊ​າ​ຊົນ.”

 ຫວຽດ​ນາມ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃຫ​ມ່. ບັນ​ດາ​ຄູ່​ຮ່ວມ​ມື ອາ​ຊີ ເອີ​ລົບ ເວົ້າ​ລ​ວ​ມ ແລະ ເວ​ທີ​ປາ​ໄສ ASEM ເວົ້າ​ສະ​ເພ​າ​ະ ຍິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ກິດ​ຈະ​ການ​ປ່ຽນ​ໃຫມ່, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ ຄື​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ທີ່ກອງ​ປະ​ຊຸມ “ເພີ່ມ​ທະ​ວີ​ການ​ພົວ​ພ​ັນ​ຄູ່​ຮ່ວມ​ມື ອາ​ຊີ ເອີ​ລົບ ຮອບ​ດ້ານ  ໃນ​ສັດ​ຕະ​ວັດ​ທີ 21” ຊື່ງ​ຈັດ​ຂຶ້ນ​ໃນ​ເດືອນ 4/2016 ຢູ່ ຮ່າ​ໂນ້ຍ.

“ຫວຽດ​ນາມ​ເປ​ັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ APEC 2017 ສຳ​ເລັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ WTO ໃນ​ປີ 2018 ແລະ ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ FTA ລຸ້ນ​ໃຫມ່, ຮັບ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2020 ແລະ ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020-2021 ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າ​ງ​ເລິກ​ເຊິ່ງ ກວ້າງ​ຂວາງ ແລະ ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນ​ຫລາຍ​ຮູບ​​ຝ່າຍ ຮອບ​ດ້ານ- ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ໃຫຍ່​ຂອງ​ການ​ພ​ົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ໃນ​ຄວາມ​​ມານະ​ພະ​ຍາມນັ້ນ, ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ກັບ​ບັນ​ດາ​ສະ​ມາ​ຊິກ​ ຍົກ​ລະ​ດັບ​ການ​ຮ່ວມ​ມື ASEM ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ASEM ​ໂດຍຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ສະ​ຫນິດ​ຕິດ​ພັນ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.”

ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ມົງ​ໂກນ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ ASEM 11 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ຫັນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປີດກວ້າງ ເປັນ​ລະ​ອຽດ ຊຶ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ວາງ​ອອກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ ມົງ​ໂກນ ຢ່າງ​ແຮງ ກໍ​ຄື ເຊື່ອມ​ຕໍ່​ສອງ​ພາກ​ພື້ນ ອາ​ຊີ ເອີ​ລົບ, ຊຸກ​ຍູ້ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໂລກ.

         

 

ຕອບກັບ

ຂ່າວ/ບົດ​ອື່ນ