ຜັນຂະຫຍາຍລັດຖະທຳມະນູນປີ 2013: ບຸລິມະສິດປະກາດໃຊ້ບັນດາກົດໝາຍກ່ຽວກັບສິດທິມະນຸດ


(vovworld)-ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ແມ່ນ​ຫນຶ່ງ​ໃນ​ສອງ​ຂົງ​ເຂດ​ໄດ້​ຮັບ​ບຸລິ​ມະ​ສິດ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ເອົາ​ໃຈ​ໃສ່​ປະກາດ​ໃຊ້​ບັນດາ​ກົດໝາຍ, ​​ແນ​ໃສ່​​ເຮັ​ດ​ໃຫ້​ລັດຖະທຳ​ມະນູ​ນປີ 2013 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່າ​ຮຸ່ງ​ເກືອ​ງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ໃນ​ລາຍການ“ປະຊາຊົນ​ຖາມ-​ລັດຖະມົນຕີ​ຕອບ” ​​ເມື່ອ​ວັນ​ທີ 9/3. ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ລາຍການດັ່ງກ່າວ​ຜ່ານ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ປີ 2013: ບຸລິມະ​ສິດ​ປະກາດ​ໃຊ້​ບັນດາ​ກົດໝາຍ​ກ່ຽວ​ກັບ​ສິດ​ທິມະນຸດ.

ຜັນຂະຫຍາຍລັດຖະທຳມະນູນປີ 2013: ບຸລິມະສິດປະກາດໃຊ້ບັນດາກົດໝາຍກ່ຽວກັບສິດທິມະນຸດ - ảnh 1
ຄະນະສາສະຫນາຂອງລັດຖະບານຈັດກອງປະຊຸມ
ແນະນຳລັດຖະທຳມະນູນປີ 2013
photo:internet

        ​ເລື່ອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປີ 2013 ​ເມື່ອ​ວັນ​ທີ 28/11/2013 ​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ຮັບ​ຮູ້ ​ແລະ ​ຈີນ​ຕະນາ​ການ​ດ້ານ​ທິດ​ສະ​ດີ​ຂອງ​ຫວຽດນາມ ກ່ຽວ​ກັບ​ບົດບາດ​ຂອງ​ລັດຖະທຳ​ມະນູນ​ໃນ​ການ​ຮັບ​ຮູ້, ​ເຄົາລົບ, ປົກ​ປ້ອງ ​ແລະ ຮັບປະກັນ​ການ​ປະຕິບັດ​ບັນດາ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ. ສິ່ງ​ດັ່ງກ່າວ​ແມ່ນ​​ເໝາະ​ສົມ​ກັບ​ຄຸນຄ່າ​ລວມຂອງ​ມວນ​ມະນຸດ​ກ່ຽວ​ກັບ​ລັດຖະທຳ​ມະນູນ, ພ້ອມ​ທັງ​​ເໝາະສົມ​ກັບ​ທ່າ​ອ່ຽງລວມຂອງ​ຍຸກ​ສະ​ໄຫມ.

        ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ແມ່ນ​ຂົງ​ເຂດ​​ບຸລິມະສິດ​​ໃນ​ການ​ປະກາດ​ໃຊ້​ກົດໝາຍ

        ພາຍຫລັງ​ຮັບຮອງ​ເອົາ​ລັດຖະທຳ​ມະນູ​ນປີ 2013, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ການ​ປະຕິບັດ​ລັດຖະທຳ​ມະນູນ. ອີງ​ຕາມ​ມະຕິ​ສະບັບ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກາດ​ໃຊ້​ແຜນການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ລັດຖະບານ ກໍ​ປະກາດ​ໃຊ້​ແຜນການ​ເພື່ອ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ,​​ແຜນການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ດ້ວຍ​ບັນດາ​ບັນຊີ​ລາຍ​ຊື່​ຮ່າງ​ກົດໝາຍ​ຢ່າງ​ຈະ​ແຈ້ງ, ກຳນົດ​ເວລາ​ລະອຽດ​ໃຫ້​ແກ່​ວິວັດທະນາ​ການຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ພິ​ເສດ ​ແມ່ນ​ກຳນົດ​ສິດ​ທິມະນຸດ, ສິດ​ພົນລະ​ເມືອງ ​ແມ່ນ​ຫນ່ຶງ​ໃນ​ສອງ​ຂົງ​ເຂດ​​ທີ່ສະພາ​ແຫ່ງ​ຊາດ​​ໃນ​ການ​ບຸ​ລິ​ມະ​ສິດ​​ປະກາດ​ໃຊ້​ບັນດາ​ກົດໝາຍ. ທ່ານ​ ຮ່າ​ຮຸ່ງ​ເກື​່ອງ, ລັດຖ​ະມົນຕີ​ກະຊວງ​ຍຸຕິ​ທຳ ​ໃຫ້​ຮູ້​ວ່າ:

        “ຕາມ​ແຜນການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ແຜນການ​ຂອງ​ລັດຖະບານ, ​ໄລຍະ​ຈະ​ມາ​ເຖິງ ມີ​ກົດໝາຍ​ຫລາຍ​ສະບັບ ຄວນ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ີມ​ເຕີມ, ປະກາດ​ໃຊ້​ໃຫມ່ ​ເພື່ອ​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ ລັດຖະທຳ​ມະນູນ ກ່ຽວ​ກັບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ເປັນ​ລະອຽດ. ​ໃນ​ນັ້ນ ມີ​ບັນດາ​ເອກະສານ​ຂຶ້ນ​ກັບ​ຂົງ​ເຂດ​ສິດ​ພົນລະ​ເມືອງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ສິດ​​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ປະຊາຊົນ. ປະຈຸ​ບັນ, ​ ລັດຖະບານພວມ​ຍື່ນ​ສະ​ເຫ​ນີເອກະສານ​ທັງ​ໝົດ​​ເຫລົ່າ​ນັ້ນ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ນອກ​ນັ້ນ ​ໄລຍະ​ຈະ​ມາ​ເຖິງ ສະພາ​ແຫ່​ງຊາດ ຈະ​ຮັບຮອງ​ເອົາ​ໂຄງການ​ສ້າງ​ກົດໝາຍ​​ຂອງ​ປີ 2015. ”

 

        ​ໄປ​ຄຽງ​ຄູ່​ກັບ​ລະດັບ​ຄວາມ​ໄວ​ໃນ​ການ​ປະກາດ​ໃຊ້​ກົດໝາຍ, ຄຸນ​ນະພາ​ບຮຽບຮຽງ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ. ທ່ານ ຮ່າ​ຮຸ່ງ​ເກື​່ອງ, ລັດຖ​ະມົນຕີ​ກະຊວງ​ຍຸຕິ​ທຳ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ນາຍົກລັດຖະມົນຕີສະ​ເຫ​ນີ ກະຊວງ​ຍຸຕິ​ທຳ ຕ້ອງ​ກວດກາ​ວຽກ​ງານ​ທັງ​ໝົດ ​ເພື່ອ​ສາມາດ​ເລັ່ງລັດ​ການປະຕິບັດ​ບັນດາ​ກົດໝາຍ​ກ່ຽວ​ກັບ​ສິດ​ທິມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ​ເປັນ​ຢ່າງ​ດີ. ຊຳ້​ບໍ່​ຫນຳ ທ່ານ​ນາຍົກລັດ​ຖ​ະມົນຕີ ຍັງ​ສະ​ເຫ​ນີ ຕ້ອງ​ສ້າງ​ຕັ້ງ​ສະພາ​ທີ່​ປຶກສາ​ເພື່ອ​ກວດກາຕີ​ລາຄາ, ພິຈາລະນາ​ກົດໝາຍທັງ​ໝົດ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້ ບົນ​ເນື້ອ​ໃນ​ຈິດ​ໃຈຂອງ​ ລັດຖະທຳ​ມະນູນ.”

        ຮັບປະກັນ​ສິດ​ສຸ​ຄະດີ, ສິດ​ປ້ອງກັນ​ເອງ​ຂອງ​ປະຊາຊົນ​ໃນວິວັດ​ການ​ດຳ​ເນີນ​ຄະດີ

        ຕາມທ່ານ ຮ່າ​ຮຸ່ງ​ເກື​່ອງ, ລັດຖ​ະມົນຕີ​ກະຊວງ​ຍຸຕິ​ທຳ ​​ແລ້ວ, ນີ້​ກໍ​ແມ່ນ​ຫນ່ືງ​ໃນ​ບັນດາ​ຈຸດ​ທີ່​ສຳຄັນ​​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​ເຕີມ ​ແລະ ກຳນົດ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮັບປະກັນ​ສິດ​ທິມະນຸດ, ສິດ​ພົນລະ​ເມືອງ​ໃນ​ລັດຖ​ະທຳ​ມະນູນ​ປີ 2013.

        “ລັດຖະທຳ​ມະນູນ​ປີ 2013 ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຢືນຢັນ​ວ່າ: ສານ​ພິພາກສາ​ຕ້ອງ​ຮັບປະກັນ​ຫລັກການຟ້ອງ​ຮ້ອງ, ໝາຍ​ຄວາມ​ວ່າ ຕ້ອງ​ມີ​ຜູ້​ສຸ້ຄະດີ, ຕ​້ອງມີ​ທະນາຍຄວາມ. ທີ​ສອງ ​ແມ່ນ​ເປີດ​ກວ້າງ​ຂອບ​​ເຂດ​ບ​ຸກຄົນ​ມີສິດ​ເຊີນ​ທະນາ​ບຄວາມ​ສຸ​ຄະດີ​ໃຫ້. ນອກ​ນັ້ນ ລັດຖະທຳ​ມະນູນ​ສະບັບ​ນີ້ ກໍ​ເຮັດ​ແຈ້ງ​ຫລັກການ​ພະຍາກອນ​ບໍ່​ມີ​ໂທດ. ກ່ອນ​ນີ້ ລັດຖະທຳ​ມະນູນ ກຳນົດ​ວ່າ ຜູ້​ຕ້ອງ​ຫາບໍ່​ມີ​ໂທດ ​ເມື່ອ​​ຄຳ​ຕັດສິນ​ລົງ​ໂທດ​ຂອງ​ສານ​ບໍ່​ທັນມີ​ຜົນ​ສັກສິດ, ປະຈຸ​ບັນ ມີ​ເງື່ອນ​ໄຂ​ສຳຄັນຕື່ມ​ອີກ​ ນັ້ນ​ແມ່ນ ​ເລື່ອງ​ປັບ​ໄຫມ​ລົງ​ໂທດ​ນັ້ນ ຕ້ອງ​ໄດ້​ຮັບ​ການ​ພິສູດ​​ ຈຶ່ງ​ມີ​ຄຳ​ຕັດສິນ​ລົງ​ໂທດ​”

        ມີ​ບັນຫາ​​ທີ່​ສຳຄັນຫນຶ່ງ​ອີກ ຊ່ຶງ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ເອົາ​ໃຈ​ໃສ່ ນັ້ນ​ແມ່ນ ຜູ້​ຖືກ​ພິພາກສາ​ຕ້ອງ​​ໄດ້​ຮັບ​ການ​ພິພາກ​ສາຈາກ​ສານ​ຖືກ​ກັບ​ຂັ້ນ​ຕອນ ​ແລະ ຖືກ​​ກັບ​ ເວລາກຳນົດ​. ສິ່ງ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ບັນດາ​ຂໍ້​ກຳນົດ​ຢ່າງ​​ແຫນ້ນ​ແຟ້ນ ​ເພື່ອ​ໃຫ້​ບັນດາ​ປະມວນ​ກົດໝາຍ, ກົດໝາຍ​ທີ່​ສ້າງ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງມີ​ບັນດາ​ຂໍ້​ກຳນົດຢ່າງ​ລະອຽດ​ແນ​ໃສ່ການ​ປົກ​ປ້ອງ​ໃຫ້​ຜູ້​ຕ້ອງ​ຫາ,  ​ແກ້​ໄຂ​ສະພາບ​ຕັດສິນ​ລົງ​ໂທດ​ບໍ່​ຖ​ືກຕ້ອງ​ໃນ​ວິວັດ​ການ​ດຳ​ເນີນ​ຄະດີ.

        ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປີ 2013 ​ໄດ້​ເປີດ​ຂອບ​ເຂດ​ຢ່າງ​ກວ້າງຂວາງ​ໃນ​ການ​ຮັບປະກັນ​ສິດ​ທິມະນຸດ, ສິດ​ພົນລະ​ເມືອງ. ​ເລື່ອງ​ຫັນ​ລັດຖະທຳ​ມະນູນ​ທີ່​ກ້າວຫນ້າ​ນີ້​ໃຫ້​​ເປັນ​ລະອຽດ ​ໄດ້​ປະກອບສ່ວນ​ສຳຄັນ​ເພື່ອ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ​ໃນ​ສັງຄົມ​ກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ