ຜົນງານການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງຫວຽດນາມ 2011

ປີ 2011 ຫວຽດນາມ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າປະ​ທັບ​ໃຈ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມທຸກ​ຍາກ. ຍ້ອນ​ຫລາຍ​ແຫ່ງ​ບັນລຸໄດ້​ລະດັບ​ເຕີບ​ໂຕ​ທາງ​ດ້ານເສດຖະກິດ​​​​ ​ອັນໄດ້ເຮັດໃຫ້​ຄຸນ​ນະພາ​ບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງດີ​ພໍ​ສົມຄວນ ໂດຍ​ຜ່ານ​ຫລາຍ​ໂຄງການ, ນະ​ໂຍບາຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິຜົນ​ຄື: ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ​ເຂດ​ພູດ​ອຍ ​ໄລຍະ 2006 - 2010, ​ໂຄງການ​ຫນູນ​ຊ່ວຍ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວອ່ງ​ໄວ ​ແລະ ໝັ້ນຄົງທີ່​ມີ​ຕໍ່ 62 ​​ເມືອງ​ທຸກ​ຍາກ, ນະ​ໂຍບາຍ​ຫນູນ​ຊ່ວຍ​ຊົນ​ເຜົ່າ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ (ມະຕິ​ເລກທີ 30a).​​ ບັນດາ​ຜົນງານ​ນັ້ນ ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ​ແລະ ​ໄດ້​ຮັບການ​ຕີ​ລາຄາສູງ ກໍຄືການຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ.

ຜົນງານການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງຫວຽດນາມ 2011 - ảnh 1
ໂຄງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ
ພາບ:vietbao.vn

        ປີ 2011 ​ເສດຖະກິດ​ຂາ​ດຄວາມ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້ຢູ່​ໃນ​ລະດັບ​ສູງ ບວກ​ກັບ​ຜົນ​ຮ້າຍ​ຢ່າງ​ຫນັກຫນ່ວງ​ຈາກ​ໄພ​ທຳ​ມະ​ຊາດ, ສະ​ນັ້ນ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເວົ້າ​ລວມ ​ເປັນ​ຕົ້ນ​ແມ່ນ​ຜູ້​ທຸກ​ຍາກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຕໍ່ຫນ້າ​ສະພາບ​ການ​ຄືດັ່ງກ່າວ, ລັດຖະບານ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ມະຕິ​ເລກທີ 11 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ບໍລິຫານ​ການ​ພັດທະນາ​ເສດຖະກິດ ສັງຄົມ​ໃນ​ສະພາບ​ການ​ໃຫມ່, ​ໃນ​ນັ້ນ ການ​ປະຕິບັດ​ນະ​ໂຍບາຍ​ຄວບຄຸມງົບປະມານ​, ຫລຸດຜ່ອນ ​ແລະ ຊັບຊ້ອນ​ການ​ລົງທຶນ​ຂອງ​ລັດ​ຄືນ​​ໃຫມ່ ​ແຕ່​ບຸລິມະສິດ​ສຸມ​ໃສ່​ຊີ້​ນຳ​ການ​ຮັບປະກັນ​ຊີ​ວິດສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ ພ້ອມ​ກັນ​ນັ້ນ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກທີ່​ພວມ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ປະຈຸບັນ. ​ເພາະສະ​ນັ້ນ ໄລ່ຮອດທ້າຍປີ 2011, ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້​ຫລຸດ​ລົງ​ກວ່າ 2% ຍັງ​ເຫລືອ​ພຽງ 14%. ດ້ວຍ​ໝາກຜົນ​ນີ້, ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ປີ 2011 ​ໄດ້​ສຳ​ເລັດ​ຄາດໝາຍທີ່​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ທ່ານ ​ໂງ​ເຈື່ອງ​ທີ, ຫົວຫນ້າ​ຫ້ອງ​ການ​ປະສານ​ງານ​ໂຄງການ​ລົບ​ລ້າງ​ຄວາມ​ທຸກ​ຍາກ, ສັງ​ກັດ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ: ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ ຊຶ່ງ​ລັດຖະບານ​ຫວຽດນາມ​ສຸມ​ໃສ່​ໃຫ້​ແກ່​ປີ 2011 ຄື: ຫນູນ​ຊ່ວຍ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ, ຫນູນ​ຊ່ວຍ​ໃຫ້​ແກ່​ຄອບຄົວ​ມີ​ລາຍ​ຮັບ​ຕ່ຳ, ​ໃນ​ນັ້ນ ມີ​ຄອບຄົວ​ທຸກ​ຍາກ, ຫນູນ​ຊ່ວຍ​ການ​ປະກັນ​ສຸຂະພາບ, ຫນູນ​ຊ່ວຍ​ຄ່າ​ຮຽນ ​ແລະ ຍົກ​ເວັ້ນ,  ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ​ຫນູນ​ຊ່ວຍ​ເຮືອນ​ຢູ່ ກໍ່​ຄືສືບ​ຕໍ່​ໃຫ້​ກູ້​ຢືມ​ສິນ​ເຊື່ອ​ບຸລິມະສິດ​ສຳ​ຫລັບ​ຄອບຄົວ​ທີ່ທຸກ​ຍາກ, ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອ​ບ 3.300 ຕຶ້ດົ່ງ ​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ຕັ້ງຫນ້າ​ເຖິງ​ວຽກ​ງານ​ຫລຸດ​ຜ່ອນ​ຄວາ​ມທຸກ​ຍາກ​ໃນ​ປີ 2011.

        “ປີ 2011 ລັດຖະບານ​ບຸລິມະສິດ​ຈັດ​​ແບ່ງ​ແຫ​ລ່ງກຳລັງ​ແຮງ​ເພື່ອ​ສືບ​ຕໍ່​ປະຕິບັດ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ໂຄ​ງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ປີ 2006 - 2010 ດ້ວຍ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ ​ເພື່ອ​ສືບ​ຕໍ່​ຫນູນ​ຊ່ວຍ, ລົງທຶນ​ໃຫ້​ແກ່ 62 ​ເມືອງ​ທຸກ​ຍາກ​ໃນ​ທົ່ວປະ​ເທດ.​ນອກ​ນັ້ນ ​ໃນ​ວິວັດ​ການ​ປະຕິບັດ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ລະດົມ​ທຶນຈາກ​​ກອງ​ທຶນ​ (ວັນເພື່ອຄົນ​ທຸກ​ຍາກ​) ດ້ວຍເງິນ​ຈຳນວນ​ກວ່າ 6000 ຕຶ້ດົ່ງ ​ແລະ​ບັນດາ​ວິ​ສາ​ຫະກິດກໍ່​ຫນູນ​ຊ່ວຍ​ໃຫ້​ບັນດາ​ເມືອງ​ທີ່ທຸກຍາກກວ່າ 5000 ຕຶ້ດົ່ງ ​ເພື່ອ​ປະຕິບັດ​ມະ​ຕິ​ເລກທີ 30a. ຂ້າພະ​ເຈົ້າ​ຖື​ວ່າ ​ແຫ​ລ່ງ ກຳລັງ​ແຮງ​ບຸລິມະສິດ​ຂອງ​ລັດຖະບານ​ກໍ​ຄື​ແຫ​ລ່ງ​ເງິນ​ຂົນຂວາຍ​ຂອງ​​ສັງຄົມ​ກໍ​ໄດ້​ປະກອບສ່ວນຊ່ວຍ​ໃຫ້​ເມືອງ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ ຫຼຸດຜ່ອນຄວາມ​ຫຍຸ້ງຍາກ. ​ເມື່ອ​ທຽບ​ໃສ່​ປີ 2010, ນີ້​ແມ່ນ​ວິທີ​ການ​ໃຫຍ່​ຂອງ​ລັດຖະບານ​ກໍ​ຄື​ຂອງ​ທົ່ວ​ສັງຄົມ​​ທີ່ມີ​ຕໍ່ຂົງ​ເຂດ​ຫລຸດຜ່ອນ​ຄວາມທຸກ​ຍາກ.”

        ​ໃນ​ຍຸດ​ທະ​ສາດ​ຫລຸດຜ່ອນ​ຄວາ​ມທຸ​ກຍາ​ກຢູ່​ຫວຽດນາມ, ວຽກ​ງາ​ນຈຳກັດ​ບໍ່​ໃຫ້ຄວາມທຸກ​ຍາກ​ເກິ​ດຂຶ້ນ​ຄືນ​​ໃຫມ່ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຊື່​ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ. ວຽກ​ງານ​ຫນູ​ນຊ່ວຍ​ເປົ້າ​ໝາຍ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ເກືອບ 2.5 ລ້ານ​ຄົນ, ຫນູນ​ຊ່ວຍ​ໃຫ້​ແກ່​ກາ​ນສອນ​ວິຊາ​ຊີບ ​ແລະ ສ້າງ​ວຽກ​​ເຮັດ​ງານ​ທຳ​ຢ່າງ​ເໝາະສົມ​ເພື່ອ​ໃຫ້​ຄອບຄົວ​ທຸກ​ຍາກ​ສ້າງລາຍ​ຮັບ ບວກ​ກັບ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຜູ້​ທຸກ​ຍາກ​ເປັນ​ຢ່າງ​ດີ​ຄື: ນະ​ໂຍບາຍ​ສາທາລະນະ​ສຸກ, ການ​ສຶກສາ, ສິນ​ເຊື່ອ, ​ເຮືອນ​ຢູ່ ... ນັ້ນ​ແມ່ນ​ບັນດາ​ປັດ​ໃຈ​ອັນ​ຕັ້ງຫນ້າ​ເພື່ອຈຳກັດ​ສະພາບ​ເກີດ​ຄວາ​ມທຸກ​ຍາກ​ຄືນ​ໃຫມ່​ໃນ​ປີຜ່ານມາ. ຄຽງ​ຂ້າງ​ນັ້ນ, ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ກຳນົດ​ທິດ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ​ແບບ​ຍື່ນ​ຍົງ​ ໄລຍະ 2011 - 2020 ​ໄດ້ສຸມ​ໃສ່​ບຸລິມະສິດ​​ໃຫ້​​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັ້ນ​ແມ່ນ​ບັນດາ​ເມືອງ​ທຸກ​ຍາກ, ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກ​ເປັນ​ພິ​ເສດ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ, ຕາ​ແສງ​ຢູ່​ເຂດ​ຊາຍ​ແດນ, ບ້ານ, ໝູ່​ບ້ານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ໝູ່​ເກາະ .... ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ ປະກອບສ່ວນ​ຊຸກຍູ້​ການ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ຢູ່​ເຂດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຮັດແຄບ​ຊ່ອງ​ຫວ່າງ ​ລະຫວ່າງ​ຜູ້​ຮັ່ງມີ ກັບ​ຜູ້​ທຸກ​ຍາກ ລະຫວ່າງ​ເຂດ​ຊຸມ​ຊົນ, ລະຫວ່າງ​ບັນດາ​ເຂດ​ໃນ​ທົ່ວ​ປະ​ເທດ. ທ່ານ​ຮ່ວາງ​ຈີ​ທຶກ ປະທານ​ຄະນະ​ກຳມະການ ປຊຊ ​ແຂວງ ​ເຊີນ​ລາ ​ໃຫ້​ຮູ້​ວ່າ:

        “ ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ນະ​ໂຍບາຍ​ສຳຄັນ​ທີ່​ສຸດ, ມີ​ຄວາມ​ໝາຍ, ​ເປັນ​ຕົ້ນ​​ແມ່ນໃນ​ການ​ມຸ້ງ​ໄປ​ເຖິງ​ການຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ອຶດຫິວ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບັນດາ​ນະ​ໂຍບາຍ​ນີ້​ໄດ້​ຮັບຄວາມ​ສະຫນັບສະຫນູນ​ຈາກ​ປຊຊ ​ແລະ ​ໄດ້​ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ປຊຊທຸກ​ຊັ້ນ​ວັນນະຢູ່​ເຂດຊຸມ​ຊົນ ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫລືອ​ບັນດາ​ຄອບຄົວ​ທຸກ​ຍາກ ຄອບຄົວ​ທີ່​ມີ​ຄຸນ​ງາມຄວາມ​ດີຕໍ່ການປະຕິວັດ.”

        ​ໃນ​ໄລຍະ 10 ປີ ຜ່ານ​ມາ, ຜົນງານ​​ແຫ່ງ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​​ເຊິ່ງຫວຽດນາມ​ບັນລຸ​ໄດ້​​ແມ່ນ​ມີການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ປະຊາ​ຄົມ​ໂລກ. ທີ່​ກອງ​ປະຊຸມ​ ໃຫ້ຄຳ​ປຶກສາຂອງ ​ບັນດາ​ນັກ​ອຸປະ​ຖຳຊຶ່ງ​ດຳ​ເນ​ີນ​ໄປ​ໃນລະຫວ່າງ​ເດືອນ 12 ຢູ່ ຮ່າ​ໂນ້ຍ, ບັນດາ​ອົງການ​ສາກົນ ​ໄດ້​ຕີ​ລາ​ຄາສູງ​ການ​ກຳນົດ​ທິດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ຊຶ່ງ​ລັດຖະບານ​ຫວຽດນາມ​ໄດ້​ວາງ​ອອກ ​ແລະ ຖື​ວ່າ ນັ້ນ​ແມ່ນ​ພື້ນຖານ​ເພື່ອ​​ໃຫ້ບັນດາ​ອົງການ​ສາກົນ​​​ສ້າງ​ແຜນການ​​ຮ່ວມ​ມື​ກັບ​ລັດຖະບານ​ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ​ເມື່ອ​ເວົ້າ​ເຖິງ​ບັນຫາ​ນີ້ ທ່ານ ​ໂງ​ເຈຶ່ອງທີ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ບັນດາ​ອົງການ​ສາກົນ​ພວມ​ສ້າງ​ແຜນການ​ຫນູນ​ຊ່ວຍ​​ການ​ຫລຸດຜ່ອນ​ຄວາມ​ທຸກຍາກ​ຢູ່​ຫວຽດນາມ ຮອດ​ປີ 2015. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ແລກປ່ຽນ, ປຶກສາ​ຫາລື​ກັບ​ບັນດາ​ອົງການ EU, WB, UNDP ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ອື່ນ. ​ເຂົາ​ເຈົ້າພວມ​ມຸ້ງ​ໄປ​ເຖິງ​ບັນດາ​ມາດຖານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ລວມຢູ່​ຫວຽດນາມ​ເພື່ອ​ສ້າງ​ແຜນການ​ເຄື່ອນ​ໄຫວ, ຫນູນ​ຊ່ວຍ, ລົງທຶນ​ຢູ່​ບັນດາ​ເຂດ​ທີ່​ປະສົບ​ກັບ​ຄວາມທຸກ​ຍາກ​ກວ່າ​ໝູ່​ຢູ່​ຫວຽດນາມ. ບັນດາ​ອົງການ​ສາກົນ ກໍ​ພວມ​ມຸ້ງ​ໄປ​ເຖິງ​ການ​ຫນູນ​ຊ່ວຍ​ຫວຽດນາມ​​​ຍົກ​ສູງ​ກຳລັງ​ຄວາມ​ສາມາດ ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ມີ​ປະສິດທິ​ຜົນ, ຫນູນ​ຊ່ວຍ​ດ້ານ​ເຕັກ​ນິກ ​ເພື່ອ​ໃຫ້​ຫວຽດນາມ ຍູ້​ແຮງ​ການ​ແບ່ງ​ຂັ້ນ, ມອບ​ສິດ​ໃຫ​້​ແກ່​ຂັ້ນ​ຮາກ​ຖານ, ​ໃຫ້​ແກ່ ປຊຊ ​ໃນ​ວິວັດ​ການ​ປະຕິບັດ​ຈຸດ​ໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພິ​ເສດແມ່ນ ​ເຂົາ​ເຈົ້າ​​ໄດ້​ເນັ້ນ​ຫນັກ​ເຖິງ​ລັກສະນະ​ໂປ່​ງ​ໃສ ​ແລະ ​ເປີດ​ເຜີຍ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ຫລຸດຜ່ອນ​ຢູ່​ຫວຽດນາມ.”

        ​ໂດຍ​ກຳນົດ​ໄດ້​ວ່າ ວິວັດ​ການ​ປະຕິບັດ​ຈຸດໝາຍຫລຸ​ດຜ່ອນ​ຄວາ​ມທຸກ​ຍາກ​ແມ່ນ​ວິວັດ​ການ​ປະຕິບັດ​ຢ່າງ​ຍາວ​ນານ ​ແມ່ນຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ​ກໍ​ຄື​ຂອງ​ບັນດາ​ຂັ້ນ, ຂະ​ແຫນງ​ການ, ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ປີ 2012 ສືບ​ຕໍ່​ໄດ້​ຮັບ​ການ​ລົງທຶນ​ຈາກ​ລັດຖະບານ, ​ໃນ​ນັ້ນ ​ເລ່ັງ​ໃສ່​: ການ​ປະຕິບັດ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ, ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ບັນດາ​ເຂດ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ ພ້ອມ​ກັນ​ນັ້ນ ກໍຍົກ​ລະດັບ, ບູລະນະ​ບັນດາ​ເສັ້ນທາງ​ຄົມມະນາຄົມ​ເຊື່ອມຕໍ່​ເຂດ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ​ກັບ​ເຂດ​ອື່ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້​ເຂດ​ທຸກ​ຍາກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພັດທະນາ. ​ໄປ​ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສືບ​ຕໍ່​ສ້າງ​ແຫ​ລ່ງກຳລັງ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ຊຸ​ມຊົນ​ຢູ່​ບັນດາ​ເຂດ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ​ຍູ້​ແຮງ​ການ​ຜະລິດ, ພັດທະນາ​ວິຊາ​ຊີບ, ​ເພີ່ມ​ລາຍ​ຮັບ ​​ຍົກ​ລະດັບຄ່າ​ຄອງຊີບ​ຂອງ​ບັນດາ​ຄອບຄົວ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກເທື່ອ​ລະ​ກ້າວ, ຫລຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ປີ 2012 ລົງ​ເຫລືອ​ພຽງ 10 -11%, ຫລີກ​ລ້ຽງ​ສະພາບເກີດ​ຄວາມທຸກ​ຍາກ​​ຂຶ້ນ​ຄືນ​ໃຫມ່​ໃນ​ທົ່ວ​ປະ​ເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ