ຜົນງານດ້ານສິດທິມະນຸດຂອງ ຫວຽດນາມ ແມ່ນບໍ່ສາມາດປະຕິເສດໄດ້

(VOVWORLD) - ໃນໂລກແຫ່ງທັນສະໄໝ, ສິດທິມະນຸດໄດ້ກາຍເປັນຄຸນຄ່າລວມຂອງມວນມະນຸດ, ແມ່ນໜຶ່ງໃນບັນດາບັນຫາມີລັກສະນະທົ່ວໂລກ. ການເຄົາລົບ, ປົກປ້ອງ ແລະ ຊຸກຍູ້ການປະຕິບັດສິດທິມະນຸດແມ່ນຄວາມຮັບຜິດຊອບຂອງທຸກໆປະເທດ, ໃນນັ້ນ ມີ ຫວຽດນາມ. ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ.

ໃນທຸກໆໄລຍະປະຫວັດສາດນັ້ນ, ຍາມໃດ ຫວຽດນາມ ກໍ່ສະເໝີຕົ້ນສະເໝີປາຍກ່ຽວກັບຈຸດໝາຍ, ນະໂຍບາຍທຸກສິ່ງທຸກຢ່າງແມ່ນເພື່ອມະນຸດ, ເພື່ອປະເທດ ຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ພັກ ແລະ ລັດ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ບັນດາສິດ ແລະ ຄວາມເສລີໂດຍພື້ນຖານຂອງມະນຸດຢ່າງຄົບຖ້ວນ, ພ້ອມທັງ ຖືເປັນສຳຄັນຊຸກຍູ້ການຮ່ວມມືສາກົນ ໃນຂົງເຂດສິດທິມະນຸດບົນພື້ນຖານຄວາມສະເໝີພາບ, ເຄົາລົບ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະເທດຕ່າງໆ.

ຜົນງານດ້ານສິດທິມະນຸດຂອງ ຫວຽດນາມ ແມ່ນບໍ່ສາມາດປະຕິເສດໄດ້ - ảnh 1 ພາບປະກອບ

        ພື້ນຖານນິຕິກຳຢ່າງຄົບຖ້ວນກ່ຽວກັບສິດທິມະນຸດ

       ລັດຖະທຳມະນູນປີ 2013 ແມ່ນພະຍານຫຼັກຖານຫຼ້າສຸດກ່ຽວກັບເລື່ອງ ຫວຽດນາມ ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບເນື້ອໃນສິດທິມະນຸດ, ສິດຂອງພົນລະເມືອງ ໃນບັນດາລັດຖະທຳມະນູນປີ 1946, 1959, 1980 ແລະ 1992. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລັດຖະທຳມະນູນນີ້ ເພີ່ມເຕີມຄວາມຮັບຮູ້ໃໝ່ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ໃນການຫັນເປັນລະບອບລະບຽບການທັດສະນະຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ເໝາະສົມກັບສະພາບການໃໝ່ຂອງປະເທດຊາດ ແລະ ສະພາບສາກົນໃນປະຈຸບັນ. ພ້ອມກັບເລື່ອງມານະພະຍາຍາມປັບປຸງລະບົບກົດໝາຍພາຍໃນປະເທດ, ຫວຽດນາມ ກໍ່ເພີ່ມທະວີການຮ່ວມມືສາກົນເພື່ອປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ມາຮອດປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບ ສິດທິມະນຸດເກືອບທັງໝົດຄື: ສົນທິສັນຍາກ່ຽວກັບສິດພົນລະເຮືອນ, ການເມືອງ, ສົນທິສັນຍາກ່ຽວກັບສິດເສດຖະກິດ, ວັດທະນະທຳ, ສັງຄົມ; ສົນທິສັນຍາກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດຕໍ່ແມ່ຍິງ, ສົນທິສັນຍາກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດເຊື້ອຊາດຜິວພັນ; ສົນທິສັນຍາກ່ຽວກັບສິດຂອງເດັກ; ສົນທິສັນຍາກ່ຽວກັບການສະກັດກັ້ນ ແລະ ລົງໂທດບັນດາໂທດກຳ Apartheid; ສົນທິສັນຍາກ່ຽວກັບເລື່ອງບໍ່ນຳໃຊ້ບັນດາຂໍ້ຈຳກັດຂອງກົດໝາຍສຳລັບອາດຊະຍາກຳສົງຄາມ ແລະ ໂທດກຳຕ້ານມວນມະນຸດ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມສົນທິສັນຍາກ່ຽວກັບການຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ ແລະ ອະນຸສັນຍາ ກ່ຽວກັບການສະກັດກັ້ນ, ປາບປາມ ແລະ ລົງໂທດຜູ້ມີການໂທດການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ; ສົນທິສັນຍາເລກທີ 122 ຂອງອົງການແຮງງານສາກົນ (ILO) ກ່ຽວກັບນະໂຍບາຍວຽກເຮັດງານທຳ.

ຫວຽດນາມ ກໍ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າ, ມີປະສິດທິຜົນເຂົ້າໃນການສ້າງຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ສ້າງຖະແຫລງການສິດທິມະນຸດ ອາຊຽນ, ຊື່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ (ເດືອນພະຈິກ ປີ 2012). ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີກົນໄກເຈລະຈາ ແລະ ການຮ່ວມມືກ່ຽວກັບບັນຫາສິດທິມະນຸດປະຈຳປີ ກັບຫລາຍປະເທດ, ໃນນັ້ນ  ມີອາເມລິກາ, ອີຢູ, ອົດສະຕາລີ, ນອກແວ, ສະວິດ.

        ຜົນງານດ້ານສິດທິມະນຸດທີ່ບໍ່ສາມາດປະຕິເສດໄດ້

       ບັນດາຜົນງານກ່ຽວກັບການຮັບປະກັນ ແລະ ການປັບປຸງບັນດາສິດພື້ນຖານຂອງປະຊາຊົນ ຫວຽດນາມ ໄດ້ຮັບການສະແດງອອກຢ່າງຈະແຈ້ງໃນການປະຕິບັດບັນດາສິດກ່ຽວກັບພົນລະເມືອງ, ການເຮືອນ, ເສດຖະກິດ, ວັດທະນະທຳ, ສັງຄົມ… ພິເສດ, ລັດ ຫວຽດນາມ ມີແຜນນະໂຍບາຍເປີດກ້ວາງປະຊາທິປະໄຕ, ປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ”; ປະຊາຊົນແມ່ນຜູ້ຕັດສິນທຸກໆວຽກງານຂອງລັດ. ສິດເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແມ່ນໜຶ່ງໃນບັນດາສິດສຳຄັນທີ່ສຸດຂອງພົນລະເມືອງ ຫວຽດນາມ.

        ການພັດທະນາຢ່າງວ່ອງໄວ, ແຂງແຮງ, ຫຼາຍຮູບຫຼາຍແບບ ກ່ຽວກັບປະເພດ, ອຸດົມສົມບຸນ ກ່ຽວກັບເນື້ອໃນ ແລະ ບັນດາພາຫະນະສື່ມວນຊົນ ແມ່ນພະຍານຫຼັກຖານກ່ຽວກັບຄວາມເສລີໃນການປາກເວົ້າ, ຄວາມເສລີໃນການສື່ມວນຊົນ ແລະ ຄວາມເສລີໃນການສື່ສານຢູ່ ຫວຽດນາມ. ການເພີ່ມທະວີຢ່າງໄວຂອງບັນດາອົງການ, ສະຫະສະມາຄົມ, ສະໂມສອນ, ສະແດງໃຫ້ເຫັນສິດເສລີໃນການໂຮມປະຊຸມ ແລະ ການສ້າງຕັ້ງສະມາຄົມຂອງປະຊາຊົນໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນ. ຈຳນວນຜູ້ມີຍົດສັກຕຳແໜ່ງ, ນັກບວດ ແລະ ບັນດາຜູ້ເຄື່ອນໄຫວສາສະໜາສະເພາະກິດ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນແຕ່ລະປີ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານຈິດວີນຍານຂອງປະຊາຊົນໃຫ້ນັບມື້ນັບດີກ່ວາ. ລັດ ຫວຽດນາມ ຍັງຖືເປັນສຳຄັນພິເສດນະໂຍບາຍຊົນເຜົ່າ, ຮັບປະກັນສິດສະເໝີພາບລະຫວ່າງບັນດາຊົນເຜົ່າ, ຖືນັ້ນ ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.

        ການເຕີບໂຕເສດຖະກິດໄດ້ສ້າງບັນດາປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ແກ້ໄຂບັນດາບັນຫາເຄັ່ງຮ້ອນກ່ຽວກັບສັງຄົມ, ປະຕິບັດບັນດາຄາດໝາຍກ່ຽວກັບຄວາມສະເໝີພາບທາງສັງຄົມ, ຮັບປະກັນບັນດາຄຸນຄ່າກ່ຽວກັບສິດທິມະນຸດ, ສິດພົນລະເມືອງໃຫ້ດີກ່ວາ. ປະຈຸບັນ, ຫວຽດນາມ ໄດ້ສ້າງສຳເລັດເປົ້າໝາຍພັດທະນາສະຫັດສະຫວັດຄື: ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກທີ່ສຸດ; ສຳເລັດການສຶກສາຊັ້ນປະຖົມພາກບັງຄັບ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ  - ຊາຍ ແລະ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນບັນດາຄາດໝາຍ ກ່ຽວກັບສາທາລະນະສຸກ ຄື: ຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກນ້ອຍ; ບັນລຸຄາດໝາຍກ່ຽວກັບການຄວບຄຸມໄຂ້ຍຸງ ແລະ ພະຍາດວັນນະໂລກ ກໍ່ຄືຍູ້ໃຫ້ອັດຕາການຕິດເຊື້ອ HIV/AIDS ໃຫ້ຖອນໄປ…

        ເຖິງວ່າ, ໃນໂລກປະຈຸບັນ, ຍັງມີຫຼາຍທັດສະນະແຕກຕ່າງກັນກ່ຽວກັບບັນຫາສິດທິມະນຸດກໍ່ຕາມ, ແຕ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນແປງໃໝ່ແມ່ນພະຍານຫຼັກຖານບໍ່ສາມາດປະຕິເສດໄດ້ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນປະຕິບັດສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ