ຜົນສຳເລັດການພັດທະນາອິນເຕີແນັດຢູ່ ຫວຽດນາມ: ຮັບປະກັນສິດສຳຜັດກັບຂໍ້ມູນຂ່າວສານຂອງປະຊາຊົນ

(VOVWORLD) -ວັນທີ 16ທັນວາ 2020, ແມ່ນວັນ ສະເຫລີມສະຫລອງ 20 ປີທີ່ ຫວຽດນາມ ເຊື່ອມຕໍ່ອິນເຕີແນັດ. ສະພາບການກ່ຽວກັບການພັດທະນາອິນເຕີແນັດຢ່າງແຮງຢູ່ຫວຽດນາມ ກໍ່ຄື ຄວາມເສລີຂອງປະຊາຊົນໃນການນຳໃຊ້ ອິນເຕີແນັດ ອີກຄັ້ງຫນຶ່ງສະແດງໃຫ້ເຫັນຢ່າງຈະແຈ້ງ. ຄວາມຈິງ ນີ້ ແມ່ນຄຳຕອບຈະແຈ້ງທີ່ສຸດກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດຫວຽດນາມໃນການຮັບປະກັນສິດເສລີໃນການປາກເວົ້າ ແລະການສຳຜັດກັບຂໍ້ມູນຂ່າວສານຂອງປະຊາຊົນ.



ກ່ອນນີ້ກວ່າ 20 ປີ, ຫວຽດນາມ ໄດ້ເຊື່ອມຕໍ່ລະບົບອິນເຕີແນັດເປັນຄັ້ງທຳອິດ. ເຖິງວ່າ ເປັນປະເທດທີ່ເຊື່ອມຕໍ່ ອິນເຕີແນັດ ຊ້າກວ່າເມື່ອທຽບໃສ່ໂລກກໍຕາມ, ແຕ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ເປັນປະເທດມີການພັດທະນາເຄືອຂ່າຍອິນເຕີແນັດແຮງທີ່ສຸດ ແລະ ນີ້ໄດ້ຮັບຖືວ່າ ແມ່ນກຳລັງໜູນແກ່ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ລະອຽດ, ປັດຈຸບັນ, ຫວຽດນາມ ແມ່ນ 1 ໃນຈຳນວນ 20 ປະເທດມີອັດຕາຜູ້ນຳໃຊ້ອິນເຕີແນັດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນ 68,17 ລ້ານຄົນ. (ກວມເອົາ 70% ປະຊາກອນທັງໝົດ). ປະມານ 94% ຜູ້ນຳໃຊ້ ອິນເຕີແນັດ ຫວຽດນາມ ໄດ້ນຳໃຊ້ອິນເຕີແນັດເປັນປະຈຳ ສະເລ່ຍແມ່ນຂຶ້ນເຖິງ 6 ຊົ່ວໂມງຕໍ່ວັນ. ມີບົດລາຍງານລະອຽດຫຼາຍບົດຂອງບັນດາອົງການຈັດຕັ້ງສາກົນ ກ່ຽວກັບສັງຄົມດີຈີຕອນ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ກໍເພີ່ມເຕີມເຮັດໃຫ້ຄວາມຈິງພາວະວິໄສຢ່າງຈະແຈ້ງ. ຕາມບົດລາຍງານ EGDI ຂອງ ສປຊ, ກ່ຽວກັບດັດຊະນີພັດທະນາລັດຖະບານເອເລັກໂຕນິກ, ຫວຽດນາມ ມີຄະແນນສູງກວ່າລະດັບສະເລ່ຍຂອງ ອາຊີ ແລະ ໂລກ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປັດຈຸບັນ, ຫວຽດນາມຢືນອັນດັບທີ 6 ກ່ຽວກັບດັດຊະນີພັດທະນາລັດຖະບານເອເລັກໂຕນິກ, ຖັດຈາກ ຟີລິບປິນ, ບຣູໄນ, ໄທ, ມາເລເຊຍ ແລະ ສິງກະໂປ. ກ່ຽວກັບດັດຊະນີພື້ນຖານໂຄງລ່າງໂທລະຄົມມະນາຄົມ, ໃນປີຜ່ານມາ, ຫວຽດນາມ ໄດ້ເລື່ອນຂຶ້ນ 31 ຂັ້ນ, ຢືນອັນດັບທີ 69 ໃນໂລກ.

ຜົນສຳເລັດການພັດທະນາອິນເຕີແນັດຢູ່ ຫວຽດນາມ: ຮັບປະກັນສິດສຳຜັດກັບຂໍ້ມູນຂ່າວສານຂອງປະຊາຊົນ - ảnh 1ຫວຽດນາມ ມີວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານປະມານ 45.500 ແຫ່ງ(ພາບ:VGP) 

ປັດຈຸບັນ, ຫວຽດນາມ ມີວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານປະມານ 45.500 ແຫ່ງ. ລາຍຮັບທັງໝົດຂອງພື້ນຖານເສດຖະກິດ ອິນເຕີແນັດ ຫວຽດນາມ ໃນປີ 2020 ບັນລຸກວ່າ 14 ຕື້ USD. ໃນນັ້ນ, ການຄ້າເອເລັກໂຕນິກກວມເອົາອັດຕາສ່ວນສູງສຸດ, ເຊິ່ງກວມເອົາປະມານ 7 ຕື້ USD. ຕີລາຄາກ່ຽວກັບການພັດທະນາອິນເຕີແນັດຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ຖືວ່າ:

      ກ່ອນນີ້ 20 ກວ່າປີເມື່ອຫວຽດນາມ ເຊື່ອມຕໍ່ ອິນເຕີແນັດ ເປັນຄັ້ງທຳອິດ. ນັບແຕ່ນັ້ນມາຮອດປະຈຸບັນ ຫວຽດນາມ ໄດ້ໄປໃນໄລຍະທາງຍາວໄກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງປະເທດຊາດ ເວົ້າລວມ”.

ຜົນສຳເລັດການພັດທະນາອິນເຕີແນັດຢູ່ ຫວຽດນາມ: ຮັບປະກັນສິດສຳຜັດກັບຂໍ້ມູນຂ່າວສານຂອງປະຊາຊົນ - ảnh 2ຫວຽດນາມ ແມ່ນ 1 ໃນຈຳນວນ 20 ປະເທດມີອັດຕາຜູ້ນຳໃຊ້ອິນເຕີແນັດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນ 68,17 ລ້ານຄົນ (ພາບ: ບົດລາຍງານ ຫວຽດນາມ ດີຈີຕອນ 2020)

ການພັດທະນາຢ່າງແຮງຂອງອິນເຕີແນັດຢູ່ ຫວຽດນາມ ໄດ້ປະຕິເສດບັນດາຂໍ້ສັງເກດທີ່ໄຮ້ເຫດຜົນຂອງບັນດາອົງການທີ່ຈັດຫວຽດນາມ ເຂົ້າໃນບັນຊີລາຍຊື່ບັນດາປະເທດບໍ່ມີຄວາມເສລີໃນການນຳໃຊ້ອິນເຕີແນັດ.  ຄວາມຈິງດັ່ງກ່າວກໍແມ່ນຄຳຢັ້ງຢືນຢ່າງຈະແຈ້ງທີ່ສຸດສຳລັບທັດສະນະທີ່ວ່າ “ເລື່ອງຮັບປະກັນບັນດາສິດເສລີໃນການປາກເວົ້າ ແລະສຳຜັດກັບຂໍ້ມູນຂ່າວສານ ແມ່ນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ, ໂດຍໄດ້ລະບຸໄວ້ໃນລັດຖະທຳມະນູນ, ກົດໝາຍ ແລະໄດ້ຮັບການປະຕິບັດຢ່າງຄົບຖ້ວນໃນຕົວຈິງ. ລັດຫວຽດນາມຍາມໃດກໍ່ມີແຜນນະໂຍບາຍຊຸກຍູ້ການພັດທະນາຂອງອິນເຕີແນັດ ເພື່ອແນໃສ່ຮັບໃຊ້ກິດຈະການສ້າງສາ ແລະພັດທະນາປະເທດຊາດ ກໍຄື ຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ,ການຮ່ຳຮຽນ ແລະການເຮັດວຽກຂອງປະຊາຊົນ.

ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫລາຍຢ່າງ ພາຍຫລັງ 20 ປີທີ່ໄດ້ ນຳໃຊ້ ອິນເຕີແນັດ. ຮອດຈຸດເວລານີ້ ຫວຽດນາມ ຈະໄປໄກກວ່າ ແລະສ້າງຂີດໝາຍໃນເຄືອຂ່າຍ ອິນເຕີແນັດ ທົ່ວໂລກ. ການນຳຫວຽດນາມໄດ້ກຳນົດວ່າ : ກຳແຫນ້ນກາລະໂອກາດຈາກເຄືອຂ່າຍ ອິນເຕີແນັດ ເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງກວ່າ, ກວ້າງກວ່າ, ຮັບປະກັນສິດສຳຜັດກັບ ອິນເຕີແນັດ ຂອງປະຊາຊົນ.ທ່ານຫງວຽນຮູຍຢູ໋ງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະສື່ສານຫວຽດນາມ ຢືນຢັນວ່າ:

          “ຫວຽດນາມ ຈະສືບຕໍ່ເປີດກວ້າງຄວາມສາມາດສຳຜັດກັບອິນເຕີແນັດກວ່າ ອີກ ຕາມເນື້ອໃນຈິດໃຈ ອິນເຕີແນັດໄປເຖິງປະຊາຊົນທຸກຄົນ, ມຸ່ງໄປເຖິງເລື່ອງທົ່ວປວງຊົນໄດ້ນຳໃຊ້ ອິນເຕີແນັດ. ໂດຍປະຕິບັດຄາດໝາຍຂອງງໂຄງການຫັນເປັນດີຈີຕອນແຫ່ງຊາດ. ປະຊາຊົນແຕ່ລະຄົນ ມີ Smartphone ຫນ່ວຍຫນຶ່ງ, ແລະ ແຕ່ລະຄອບຄົວມີສາຍກາບ ອິນເຕີແນັດ ຄວາມໄວສູງ ສະເພາະ. ຫວຽດນາມ ກໍ່ພັດທະນາພື້ນຖານໂຄງລ່າງດີຈີຕອນແຫ່ງຊາດ ຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການໃຫມ່ກ່ຽວກັບສະພາບການໃຊ້ Smartphone IoT ດ້ວຍລະດັບສູງທີ່ສຸດ. ນຳຫວຽດນາມກາຍເປັນທາງຜ່ານ, ກາຍເປັນ Hub Internet ຂອງພາກພື້ນ. ຫວຽດນາມ ຈະພັດທະນາລະບົບຊີວະພາບບັນດາພື້ນຖານດີຈີຕອນ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຫວຽດນາມແລະອອກສູ່ໂລກ.”

ອາດເຫັນໄດ້ວ່າ ບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມໃນຊຸມປີຜ່ານມາໃນການສ້າງທຸກເງື່ອນໄຂສະດວກເພື່ອໃຫ້ອີນເຕີແນັດ ພັດທະນາ, ມຸ່ງໄປເຖິງເລື່ອງ ທົ່ວປວງຊົນໄດ້ນຳໃຊ້ອິນເຕີແນັດ. ບັນດານະໂຍບາຍປະຈຸບັນ ກໍ່ຄືການກຳນົດທິດພັດທະນາ ອິນເຕີແນັດ ຂອງຫວຽດນາມ ລ້ວນແຕ່ເຄົາລົບເລື່ອງ ທຸກຄົນໄດ້ສຳຜັດກັບ ອິນເຕີແນັດ, ສະແດງທັດສະນະຂອງຕົນທາງເຄືອຄ່າຍ ອິນເຕີແນັດ,  ມີຄວາມເສລີໃນການປາກເວົ້າ ບໍ່ຖືກຈຳກັດ ຖ້າຫາກປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍ. ຫວຽດນາມ ບໍ່ຫ້າມການພັດທະນາຂອງເຄືອຄ່າຍ ອິນເຕີແນັດ ພຽງແຕ່ຫ້າມດ້ານຫຍໍ້ທໍ້ຂອງ ອິນເຕີແນັດ ກໍ່ຂຶ້ນ, ຂັດກັບສີສັນວັດທະນະທຳ ຮີດຄອງປະເພນີຂອງຊາດ, ກີດຂວາງການພັດທະນາສັງຄົມ, ລ່ວງລ້ຳຄວາມໝັ້ນຄົງ ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງປະເທດຊາດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ