ຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ເປັນການລະດົມກຳລັງໃຈໃຫ້ແກ່ທົ່ວພັກ, ທົ່ວປວງຊົນກ້າວເຂົ້າສູ່ໄລຍະພັດທະນາໃໝ່

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຢື່ນຢັນວ່າ, ຜົນສຳເລັດຂອງກອງປະຊຸມໃຫຍ່ ຈະເປັນການລະດົມກຳລັງໃຈໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ສືບຕໍ່ສູ້ຊົນ, ເຮັດໃຫ້ບັນດາລັດຖະນະໂຍບາຍສຳຄັນໃນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ.
ຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ເປັນການລະດົມກຳລັງໃຈໃຫ້ແກ່ທົ່ວພັກ, ທົ່ວປວງຊົນກ້າວເຂົ້າສູ່ໄລຍະພັດທະນາໃໝ່ - ảnh 1(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ)

ໃນສູນທອນພົດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕອນເຊົ້າວັນທີ 01 ກຸມພາ 2021, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ໄດ້ຍົກອອກບັນດາຜົນງານພົ້ນເດັ່ນຂອງກອງປະຊຸມໃຫຍ່. ທ່ານເລຂາທິການໃຫຍ່ ຢື່ນຢັນວ່າ, ຜົນສຳເລັດຂອງກອງປະຊຸມໃຫຍ່ ຈະເປັນການລະດົມກຳລັງໃຈໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ສືບຕໍ່ສູ້ຊົນ, ເຮັດໃຫ້ບັນດາລັດຖະນະໂຍບາຍສຳຄັນໃນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ.

        ໃນສູນທອນພົດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງບັນດາຜົນງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ນັ້ນແມ່ນຮັບຮອງເອົາເອກະສານສຳຄັນສະບັບຕ່າງໆ, ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ 13, ລວມມີ 200 ສະຫາຍດີເດັ່ນທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 5 ລ້ານສະຫາຍ, ມີມາດຕະຖານ, ຄຸນນະທາດ, ຄຸນສົມບັດ, ກຳລັງຄວາມສາມາດ, ມີລະດັບຄວາມຮູ້ຢ່າງພຽງພໍ ເພື່ອແບກຫາບໜ້າທີ່ເຊິ່ງພັກ ແລະ ປະຊາຊົນມອບໝາຍໃຫ້. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ບັນດາເອກະສານທີ່ໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການສ້າງຂຶ້ນບົນພື້ນຖານການສະຫຼຸບທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ການເຕົ້າໂຮມສິ່ງຍອດຍິ່ງທາງດ້ານພູມປັນຍາ, ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. ບັນດາເອກະສານໄດ້ສະຫຼຸບ, ຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ຕິດພັນກັບການສະຫຼຸບໄລຍະ 35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງ 1991, ສະຫຼຸບ 10 ປີແຫ່ງການປະຕິບັດໂຄງການການເມືອງເພີ່ມເຕີມ, ຂະຫຍາຍປີ 2011, ຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2011 – 2020; ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021 – 2025 ແລະ ກຳນົດເປົ້າໝາຍ, ທິດທາງ, ວິໄສທັດຮອດປີ 2030, ວິໄສທັດພັດທະນາປະເທດຊາດຮອດປີ 2045. ໂດຍຕີລາຄາໝາກຜົນຂອງກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ.

        “ກອງປະຊຸມໃຫຍ່ເປັນການສະແດງໃຫ້ເຫັນຄວາມເປັນເອກະພາບດ້ານເຈດຈຳນົງ ແລະ ຄວາມຕັດສິນໃຈກະທຳຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນໄລຍະໃໝ່, ປະຕິບັດເປົ້າໝາຍພັດທະນາສັງລວມໃຫ້ໄດ້ ເຊິ່ງໄດ້ຍົກອອກໃນບົດລາຍງານການເມືອງແມ່ນ ຍົກສູງກຳລັງນຳພາ, ກຳລັງກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ, ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ; ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ; ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ສົມທົບກຳລັງແຮງຂອງຍຸກສະໄໝ; ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ພາລະກິດແຫ່ງການຫັນປະເທດຊາດເປັນທັນສະໄໝ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສູ້ຊົນເພື່ອຮອດກາງສະຕະວັດທີ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາຕາມກຳນົດທິດສັງຄົມນິຍົມ.”

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຢືນຢັນວ່າ, ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ຮັບຮອງເອົາບັນດາແຜນນະໂຍບາຍ ແລະ ລັດຖະນະໂຍບາຍສຳຄັນ ເພື່ອກຳນົດທິດ ແລະ ນຳພາ, ຊີ້ນຳວິວັດທະນາການຜັນຂະຫຍາຍການຈັດຕັ້ງການປະຕິບັດ, ທິດທາງ, ໜ້າທີ່ພັດທະນາປະເທດຢ່າງໄວ, ໝັ້ນຄົງເຂັ້ມແຂງ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງຖືກຕ້ອງ ແລະ ຮອບດ້ານ. ກອງປະຊຸມໃຫຍ່ຢືນຢັນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ຢືດໝັ້ນລັດທິ ມາກ-ເລນິນ, ແນວຄິດໂຮ່ຈີມິນ, ນຳໃຊ້ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງໃຫ້ເໝາະສົມກັບຕົວຈິງຂອງຫວຽດນາມ ໃນແຕ່ລະໄລຍະ; ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ແນວທາງປ່ຽນແປງໃໝ່ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ພ້ອມທັງເນັ້ນໜັກວ່າ, ຕ້ອງເພີ່ມທະວີການປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງຢ່າງແທດຈິງ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ກອງປະຊຸມໃຫຍ່ດຳເນີນໄປຢ່າງເຂັ້ມງວດ, ຄັດເລືອກເອົາບັນດາຜູ້ມີເງື່ອນໄຂຢ່າງພຽງພໍ, ສົມເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ 13. ກອງປະຊຸມໃຫຍ່ໄດ້ມອບໜ້າທີ່ໃຫ້ແກ່ຄະນະບໍລິຫານງານສູນກາງພັກ ຊີ້ນຳທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ຢ່າງມີໄຊ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃຫ້ຂໍ້ສັງເກດວ່າ.

        “ຜົນສຳເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະເປັນການລະດົມກຳລັງໃຈໃຫ່ແກ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສະດວກ, ນຳປະເທດໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງຕາມການກຳນົດທິດສັງຄົມນິຍົມໂດຍໄວ. ຂ້າພະເຈົ້າສະເໜີວ່າ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງນີ້, ບັນດາຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ບັນດາພະນັກງານສະມາຊິກພັກ ຕ້ອງສຸມໃສ່ປະຕິບັດການ, ໂຄສະນາເຜີຍແຜ່ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ໃຫ້ເປັນຢ່າງດີ; ຄົ້ນຄວ້າ, ເຊື່ອມຊຶມມະຕິ ແລະ ບັນດາເອກະສານຂອງກອງປະຊຸມໃຫຍ່; ຮີບເຮັ່ງສ້າງ, ຜັນຂະຫຍາຍໂຄງການ, ແຜນການກະທຳ, ປຸກລະດົມຂະບວນການແຂ່ງຂັນຮັກຊາດຢ່າງເລິກເຊິ່ງ; ຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອນຳມະຕິກອງປະຊຸມໃຫຍ່ເຂົ້າໃນຊີວິດຕົວຈິງໂດຍໄວ.”

        ສຸດທ້າຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ພໍ່ແມ່ພີ່ນ້ອງຊາວຫວຽດນາມ ຢູ່ພາຍໃນປະເທດກໍຄືອາໄສຢູ່ຕ່າງປະເທດ ເສີມຂະຫຍາຍນ້ຳໃຈຮັກຊາດເປັນຢ່າງສູງ; ມີເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ອອກແຮງແຂ່ງຂັນປະຕິບັດມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ