ຜົນສຳເລັດຂອງ“ລາຍການພົບປະຫວຽດນາມ”-ເປີດກາລະໂອກາດໃຫມ່ໃຫ້ແກ່ວົງການນັກວິທະຍາສາດ

(vovworld)-ວັນ​ທີ 17/8, ລາຍການ​ພົບ​ປະ​ຫວຽດນາມ ຄັ້ງ​ທີ 9 ຈະ​ອັດ​ລົງ​ພາຍຫລັງ​ ເຮັດ​ວຽກ​ມາ​ເປັນ​ເວລາ​ຫລາຍ​ມື້ (ນັບ​ແຕ່​ວັນ​ທີ 28/7-17/8). ລາຍການ​ພົບ​ປະ​ໄດ້​ດຶງ​ດູດ​ນັກ​ວິທະຍາສາດ 220 ທ່ານ ທີ່​ມາ​ຈາກ 30 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ, ​ໃນ​ນັ້ນ ມີ​ນັກວິທະຍາສາດ 5 ທ່ານ​ໄດ້​ຮັບ​ລາງວັນ Nobel ຟີ​ຊິກ​ສາດ, ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ກາລະ​ໂອກາດ​ດີ​ສຳລັບ​ບັນດາ​ນັກວິທະຍາ​ສາດ ຫວຽດນາມ ​ເພື່ອ​ພົບ​ປະ,​ ​ແບ່ງປັນ​ຄວາມ​ຮູ້, ບົດຮຽນ ​ແລະ ບັນດາ​ໂຄງການ​ຄົ້ນ​ຄ້ວາ​ຂອງ​ຕົນ ກັບ​ວົງ​ການ​ນັກວິ​ທະ​ຍາ​ສາດ​ສາກົນ. ​

        ລາຍການ​ພົບ​ປະ​ຫວຽດນາມ​ຄັ້ງ​ທີ 9 ​ໂດຍ​ສະມາຄົມ​ວິທະຍາສາດ​ພົບ​ປະ​ຫວຽດນາມ ສົມທົບ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະຊວງ​ສຶກສາ- ບຳລຸງ​ສ້າງ, ກະ​ຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ພ້ອມ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ່​ງດີ້​ງ ຈັດ​ຕັ້ງ​. ລາຍການ​ດັ່ງກ່າວ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/7-17/8 ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ, ​ໃນ​ນັ້ນ ​ຈັດ​ກອງ​ປະ​ຊຸມ​ວິທະຍາສາດ​ສາກົນ 4 ຄັ້ງ. ນອກ​ນັ້ນ ຍັງ​ເປີດ​ຊຸດ​ຮຽນ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ຟີ​ຊິກ​ສາດ,ດາລາສາດ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​​ໃຫຍ່​ຫລວງ​ຂອງ​ສະມາຄົມ​ວິທະຍາສາດ​ພົບ​ປະ​ຫວຽດນາມ ​ແລະ ສາດສະດາຈານ ​ເຈີ​ນ​ແທງ​ເວີນ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝລັ່ງ, ຊື່​ງ​ແມ່ນ​ຜູ້​ລິ​ເລີ່​ມ ​ແລະ ຈັດ​ຕັ້ງ​ລາຍກາ​ນພົບ​ປະ. ສາດສະດາ​ຈານ ​ເຈີ​ນ​ແທງ​ເວີນ ​​ໃຫ້​ຮູ້​ວ່າ:

        “ສິ່ງທີ່ພວກຂ້າພະເຈົ້າປາດຖະຫນາທີ່ສຸດ ແມ່ນເຮັດແນວໃດພວກເຮົາສ້າງໄດ້ ກົນ​ໄກ​ຢູ່​ຫວຽດນາມ ທີ່​ສາມາດ​ຊ່ວຍ​​ໃຫ້​ບັນດາ​ນັກວິທະຍາສາດ​ຫນຸ່ມ​ຂອງ​ຫວຽດນາມ ​ເປັນເອກະລາດ​ກວ່າ, ພາຫະນະ​ອຸປະກອນ​ຫລາຍກວ່າ​ເພື່ອ​ສາ​ມາດ​ຄົ້ນ​ຄ້ວາ​ໃນ​ອະ​ນາ​ຄົດ.”

ຜົນສຳເລັດຂອງ“ລາຍການພົບປະຫວຽດນາມ”-ເປີດກາລະໂອກາດໃຫມ່ໃຫ້ແກ່ວົງການນັກວິທະຍາສາດ - ảnh 1
ສາດສະດາຈານ ​ເຈີ​ນ​ແທງ​ເວີນ ຕ້ອນຮັບບັນດານັກວິທະຍາສາດສາກົນ
ພາບ:dantri.com

        ນອກຈາກ​ບັນດາ​ກອງ​ປະຊຸມ​ວິ​ທະ​ຍາ​ສາດ​ສາກົນ​​ແລ້ວ, ​ເນື້ອ​ໃນ​ສຳຄັນ​ຂອງ​ລາຍການ​ພົບ​ປະ​ຫວຽດນາມ​ຄັ້ງ​ນີ້ ​ແມ່ນ​ການ​ສ້າງ​ຕັ້ງ​ສູນ​ວິທະຍາສາດ ​ແລະ ສຶກສາລະ​ຫວ່າງ​ຂະ​ແຫນງ​ສາກົນ, ຊື່​ງ​ແມ່ນ​ກຸ່ມ​ປະສົມ​ບັນດາກິດຈະກຳ​ສະຖາປັດຕະຍະກຳ ລວມມີ: ສູນ​ກອງ​ປະຊຸມ, ​ໂຮງ​ແຮມ, ​ໂຮງສາຍ​ຮູບ​​ຈັກກະວານ​​ໃນ​ເນື້ອ​ທີ່​ດິນ 20​ ​ເຮັກຕາ ຢູ່ ນະ​ຄອນ ກູ​ຍ​ເຍີນ. ນີ້​ແມ່ນ​ສະຖານ​ທີ່​ອັນ​ດູມດື່ມ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ​ຊັ້ນ​ນຳ​ຂອງ​ໂລກມາ​ເຕົ້າ​ໂຮມ​ຢູ່​ທີ່​ນີ້ ​ເພື່ອ​ຄົ້ນ​ຄ້ວາ, ​ແລກປ່ຽນ​ບົດ​ຮຽນ, ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ຂອງ​ວິທະຍາສາດ​ໂລກ. ດຣ ​ເຈືອງ​ດີງຫຽນ ຖື​ວ່າ:

        “ນີ້​ແມ່ນການ​ພົບ​ປະ​ທີ່​ສຳຄັນ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ດິນ​ແດນ​ພາກ​ກາງ​ຫວຽດນາມ ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ແລະ ການ​ສ້າງ​ຕັ້ງ​ສູນ​ດັງ​ກ່າວ ​ໄດ້​ນຳ​ມາ​​​ໃຫ້​ພາກ​ກາງ​ໄລຍະ​​ໃຫມ່. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ພາກ​ກາງ ຫວຽດນາມ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ ​ຄື​ດັ່ງ​ນະຄອນຫລວງ​ແຫ່ງ​ວິທະຍາສາດ​ຢ່າງ​ແທດ​ຈິງ, ​ໃນ​ນັ້ນມີ​ນັກວິທະຍາສາດ, ນັກປາດ​ຫລາຍ​ທ່ານ​ຢູ່​​ໃນ​ໂລກ​ມາ​ເຕົ້າ​​ໂຮມ​ຢູ່​ທີ່​ນີ້​ເພື່ອ​ໂຄສະນາ, ປຶກສາ​ຫາລື ​ເພື່ອ​ຍົກ​ອອກ​ບັນດາ​ຄຳ​ຕັດສິນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ວິທະຍາສາດ​ຫວຽດນາມ ​ແລະ ​ໂລກ, ນີ້​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຫລົງ​ລືມ​​ໄດ້.”

        ພ້ອມ​ກັບ​ການ​ເຕົ້າ​ໂຮມ​ຂອງ​ບັນດາ​ນັກວິທະຍາສາດ​ໂລກ ​ແລະ ຫວຽດນາມ, ​ໃນ​ນັ້ນ ມີ ນັກວິທະຍາສາດ​ສາກົນ 5 ທ່ານ​ທີ່​ຍາດ​ໄດ້​ລາງ​ວັນ Nobel ຟີ​ຊິກ​ສາດ, ຜົນສຳ​ເລັດ​ໃຫຍ່​ສຸດ​ຂອງ​ລາຍການ​ພົບ​ປະ​ຄັ້ງ​ນີ້ ​ແມ່ນ​​ເປີດກາລະ​ໂອກາດ​ໃຫມ່​​ໃຫ້​ແກ່​ວົງ​ການ​ນັກ​ຄົ້ນ​ຄ້ວາ​ວິທະຍາສາດ​ທີ່​ຍັງ​ຫນຸ່ມ​ແຫນ້ນ​ຂອງ​ຫວຽດນາມ. ບັນດາ​ເນື້ອ​ໃນ​ຂອງ​ລາຍການ​ພົບ​ປະ​ໄດ້​ສະຫນອງ​ໃຫ້​ບັນດາ​ນັກວິທະຍາສາດ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ນັກຮຽນ, ນັກ​ສຶກສາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ໃຫມ່​ຫລາຍ​ຢ່າງ. ​ເພື່ອນ ບຸ່ຍ​ວັນ​​ໂຝ, ນັກ​ຄົ້ນ​ຄ້ວາ​ຂອງ​ຫວຽດນາມ ​ຢູ່ ມະຫາວິທະຍາ​ໄລ Osaka ຍີ່​ປຸ່ນ ​ເວົ້າ​ວ່າ:

        “ລາກ​ຍານ​ພົບ​ປະ​ຄັ້ງ​ນີ້​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດຫລາຍ​ຢ່າງ​ໃຫ້​ແກ່​ຂ້າພະ​ເຈົ້າ. ນອກຈາກ​ວິຊາ​ຮຽນ​​ແລ້ວ, ພວກ​ນ້ອງ​ຍັງ​ຮູ້ຈັກ​ໄດ້​ຫລາຍ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄົ້ນ​ຄ້ວາ​ຂອງ​ຂ້າພະ​ເຈົ້າ. ນີ້​ແມ່ນ​ກາລະ​ໂອກາດ​ດີ​ທີ່​ສຸດ”

        ນັ​ບ​ແຕ່​ປີ 1993 ມາ​ຮອດ​ປະຈຸ​ບັນ, ລາຍການ​ພົບ​ປະ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ຢູ່ ຫວຽດນາມເປັນ 8 ຄັ້ງ​ແລ້ວ. ຜົນສຳ​ເລັດ​ຂອງ​ລາຍການ​ພົບ​ປະ​ຫວຽດນາມ ຄັ້ງ​ທີ 9 ​ແມ່ນ​ຊ່ວຍ​​ໃຫ້​ຂະ​ແຫນງ​ວິທະຍາສາດ​ຫວຽດນາມ ຊຸກຍູ້ຫລາຍ​ຂົງ​ເຂດ​ຄົ້ນ​ຄ້ວາ​ພື້ນຖານ​ໃນ​ຂົງ​ເຂດ​ຟີ​ຊິກ​ນິວ​ເຄຼຍ, ​ຟີ​ຊິກ​ດາລາສາດ ​ແລະ ການ​ຄົ້ນ​ຄ້ວາ​ໝູນ​ໃຊ້… ​ໃນ 20 ປີຜ່ານມາ. ທ່ານ ຫງວຽນ​ກວນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ ສືບ​ຕໍ່​ເອົາ​ໃຈ​ໃສ່​​ເຖິງວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ບັນດາ​ຂະ​ແຫນງ​ວິທະຍາສາດ​ໝູນ​ໃຊ້ ​ແຕ່ບໍ່​ປະລະ​ການ​ຄົ້ນ​ຄ້ວາ​ພື້ນຖານ. ນອກຈາກ ພວກ​ຂ້າພະ​ເຈົ້າ​ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ຫນູນຊ່ວຍ​​ໃຫ້​ແກ່​ບັນດາ​ນັກວິ​ທະຍາ​ສາດ​ແລ້ວ, ​ໄລຍະ​ຈະ​ມາ​ເຖິງ ລັດຖະບານ ກໍ​ພິຈາລະນາ, ອະນຸມັດ​ບັນດາ​​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຟີ​ຊິກ​ສາດ ​ແລະ ຈະ​ມີ​ການ​ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ຂົງ​ເຂດ​ຄົ້ນ​ຄ້ວາ​ພື້ນຖາ​ນຈຳນວນ​ຫນຶ່ງ.”

        ລາຍການ​ພົບ​ປະ​ຫວຽດນາມ ຄັ້ງ​ທີ 9 ​ອັດ​ລົງ ​ໄດ້​ເປີດ​ກາລະ​ໂອກາດ​ໃຫມ່​ໃຫ້​ແກ່​ວິທະຍາສາດ​ຫວຽດນາມ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ພາກ​ກາງ​ຫວຽດນາມ ຈະ​ແມ່ນ​ສູນ​ກາງຂອງ​ບັນດາ​ເຫດການ​ວິ​ທະຍາ​ສາດ​ໃຫຍ່, ຊ່ວຍ​ໃຫ້​ວົງ​ການ​ນັກວິທະຍາສາດ​ຫວຽດນາມ ຕິດ​ພັນ​ຢ່າງ​ແຫນ້​ນ​ແຟ້ນກັບ​ປະຊາ​ຄົມ​ວິທະຍາສາດ​ໂລກ​ກວ່າ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ