ຜົນຮ້າຍຢ້ອນຫຼັງໃນທົ່ວໂລກຈາກຄຳສັ່ງລົງໂທດລັດເຊຍ

ຜົນຮ້າຍຢ້ອນຫຼັງໃນທົ່ວໂລກຈາກຄຳສັ່ງລົງໂທດລັດເຊຍ - ảnh 1
(ພາບ​ປະ​ກອບ)
   ເລື່ອງ​ສະ​ກຸນ​ເງິນ​ຣຸບ​ຕົກ​ລາ​ຄາ​ຢ່າງ​ຕໍ່​ເນື່ອງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຊຸດ​ໂຊມນັ້ນ, ກໍ​ແມ່ນ​ບັນ​ດາ​ຜົນ​ພາຍຫຼັງ​ໂດຍ​ກົງ​ຈາກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຊຶ່ງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຈັດ​ວາງ​ສຳ​ລັບ​ລັດ​ເຊຍ. ບັນ​ດາ​ຜົນ​ສະ​ທ້ອນ​ເມື່ອ​ເງິນ​ຣຸບ​ຕົກ​ລາ​ຄາ​ທີ່​ມີ​ຕໍ່​ປະ​ເທດ​ລັດ​ເຊຍ ແມ່ນ​ສິ່ງ​ທີ່​ເຫັນ​ໄດ້​ຊັດ​ແລ້ວ, ແຕ່​ບັນ​ດາ​ບັນ​ຫາ​ທີ່​ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ​ໃນ​ປະ​ຈຸ​ບັນ, ນັ້ນ​ແມ່ນການ​ຊຸດ​ໂຊມ​ຂອງ​ພື້ນ​ຖານເສດ​ຖະ​ກິດລັດ​ເຊຍ ຈະ​ພາ​ໄປ​ເຖິງ​ຜົນ​ຮ້າຍ​ຫຍັງ​ແດ່​ໃຫ້​ແກ່​ສະ​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

   ກ່ອນ​ປີ 2014, ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ ບໍ່​ມີ​ສັນ​ຍານ​ບົ່ງ​ບອກ​ເຖິງ​ການ​ຊຸດ​ໂຊມແຕ່​ຢ່າງ​ໃດ, ຫາກ​ກົງ​ກັນ​ຂ້າມ, ທຸກ​ຕົວ​ເລກ, ດັດ​ຊະ​ນີ ກໍ​ລ້ວນ​ແຕ່​​ສະ​ແດງໃຫ້​ເຫັນ​ພື້ນ​ຖານ​ເສດ​ຖະ​ກິດລັດ​ເຊຍ​ມີ​ພື້ນ​ຖານ​ການ​ເງິນ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ. ສ່ວນ​ເລື່ອງ​ກ້າວ​ເຂົ້າ​ສູ່​ປີ 2014, ນັບ​ແຕ່​ເດືອນ 6/2014 ຂະ​ນະ​ທີ່​ລາ​ຄາ​ນ້ຳ​ມັນຫຼຸດ​ລົງ​ເຄິ່ງ​ໜຶ່ງ​ຍ້ອນ​ຜົນ​ກະ​ທົບ​ຈາກ​​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ​ຂອງຝ່າຍ​ຕາ​ເວັນ​ຕົກ ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ສູ້​ຮົບ​ຢູ່​ຢູ​ແກຼນ ແລະ ຍ້ອນ​ອົງ​ການ OPEC ປະ​ຕິ​ເສດ​ຫຼຸດ​ຜ່ອນ​ປະ​ລິ​ມານ​ການ​ຜະ​ລິດ, ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ ຊຶ່ງ​ຕົ້ນ​ຕໍ່​ແມ່ນ​ອາ​ໄສ​ການ​ສົ່ງ​ອອກພະ​ລັງ​ງານ, ບໍ່​ສາ​ມາ​ສດຫຼຸດ​ພົ້ນ​ອ​ອກ​ຈາກ​ສະ​ພາບ​ອຶດ​ອາດ​ຊັກ​ຊ້າ. ຄຳ​ສັ່ງ​ຂວ້ຳ​ບາດ​ການ​ນຳ​ເຂົ້າ​ສະ​ບຽງ​ອາ​ຫານ​ໄດ້​ເຮັດ​ໃຫ້​ດັດ​ຊະ​ນີ​ໃຊ້​ສອຍ CPI ໃນ​ຊຸມ​ເດືອນ​ທ້າຍ​ປີ​ຂອງ​ລັດ​ເຊຍ​ຂຶ້ນ​ເຖິງ​ລະ​ດັບ 8%. ເງິນ​ຣຸບ​ອ່່ອນ​ຕົວ​ລົງ ກໍ​ໄດ້​ເຮັດ​ໃຫ້​ບັນ​ດາ​ບ້ວງ​ໜີ້​ສິນ​ເປັນ​ເງິນ USD ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ທະ​ນາ​ຄານ​ເພີ່ມ​ຄວາມ​ໜັກ​ຫນ່ວງຫຼາຍ​ຂຶ້ນ. ລະ​ດັບ​ເງິນ​ເຟີ້​ໃນ​ປີ 2014 ເກືອບ​ເທົ່າ​ກັບ 10% ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ອີກ​ໃນ​ປີ 2015.

   ຜົນ​ກະ​ທົບ​ຈາກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ

  ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນ​ດາ​ມາດ​ຕະ​ການ​ລົງ​ໂທດດ້ານ​ການ​ເງິນຂອງ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ສົ່ງ​ຜົນ​ກະ​ທົບ​ທີ່ບໍ່​ດີ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ. ແຕ່​ລັດ​ເຊຍບໍ່​ແມ່ນ​ປະ​ເທດ​ໜຶ່ງ​ດຽວ​ທີ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຊຸດ​ໂຊມດ້ານ​ເສດ​ຖະ​ກິດ​ຍ້ອນ​ເງິນ​ຣຸບ​ຕົກ​ລາ​ຄາເທົ່າ​ນັ້ນ. ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ກໍ​ຄາດ​ຄະ​ເນ​ວ່າ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ. ກ່ອນ​ອື່ນ​ໝົດ, ວິ​ກິດ​ການ​ເສດ​ຖະ​ກິດ​ລັ​ດເຊຍໄດ້​ສົ່ງ​ຜົນ​ກະ​ທົບ​ແບບ​ຜ​ແຜ່​ລາມ​ເຖິງ​ຕະ​ຫຼາດ​ເງິນ​ຕາ​ຢູ່​ອາ​ຊີ​ກາງ ແລະ ເອີ​ລົບ​ຕາ​ເວັນ​ອອກ. ໃນ​ຕົວ​ຈິງ, ຂະ​ນະ​ທີ່​ເງິນ​ຣຸບ​ຕົກ​ລາ​ຄານັ້ນ, ບາງ​ປະ​ເທດ​ໃນ​ພາກ​ພື້​ນ​ຕ້ອງ​ຟ້າວ​ຟັ່ງດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ແຊກ​ແຊງ​ເຂົ້າ​ຕະຫຼາດ​ການ​ເງິນ-ເງິນ​ຕາ, ແນ​ໃສ່ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ຂອງ​ສະ​ກຸນ​ເງິນ​ຂອງ​ຕົນ ພາຍຫຼັງ​ທີ່​​ຮັບ​ເອົາ​ແຫຼ່ງ​ເງິນ​ຢ່າງ​ກະ​ທັນ​ຫັນ​ຈາກລັດ​ເຊຍ​. ລະ​ບົບ​ທະ​ນາ​ຄານ​ໃນ EU ຍັງ​ສົ່ງ​ສັນ​ຍານ​ທີ່​ໜ້າ​ວິ​ຕົກ​ກັງ​ວົນ, ຍ້ອນ​ທະ​ນາ​ຄານຫຼາຍ​ແຫ່ງຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ມີ​ລາຍ​ການ​ໃຫ້​ກູ້​ຢືມຫຼາຍ​ພໍ​ສົມ​ຄວນ​ຢູ່​ລ​ັດ​ເຊຍ. ເບ​ຣາ​ຣຸດ ແລະ ກາ​ຊັກ​ສະ​ຖານ ແມ່ນ 2 ປະ​ເທດ​ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່່ຫຼວງ ຍ້ອນ​ມີ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ​ກັບ​ລັດ​ເຊຍ. ຫວ່າງຕົ້ນ​ປີນີ້, ທັງ 3 ປະ​ເທດ​ໄດ້​ເຊັນສັນ​ຍາ​ສ້າງ​ຕັ້ງ​ສຳ​ພັນ​ທະ​ພາບ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ. ລັດ​ເຊຍ​ໃນ​ປະ​ຈຸ​ບັນ​ແມ່ນ​ຕະຫຼາດ​ຈຳ​ໜ່າຍ 40% ປະ​ລິ​ມານ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ເບ​ຣາ​ຣຸດ ແລະ ນັ້ນ​ແມ່ນ​ບັນ​ດາ​ຄວາມ​ສ່ຽງ​ໄພ​ກວ່າ​ໝູ່​ຂອງ​ພື້ນ​ຖານ​ເສດ​ຖະ​ກ​ິດ​ປະ​ເທດນີ້ ຕໍ່​ໜ້າ​ການ​ຫັນ​ປ່ຽນ​ຢູ່​ລັດ​ເຊຍ.

    ບາງ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ​ທີ່ນ້ອຍ​ກ່​ວາ​ຢູ່​ອາ​ຊີ​ກາງ ກໍ​ຕ້ອງ​ຮັບ​ຜົນ​ພາຍຫຼັງ​ໂດຍ​ກົງ. ນັ້ນ​ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ຊຶ່ງ​ແຫຼ່ງ​ລາຍ​ຮັບ​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ ສ່ວນຫຼາຍ​ແມ່ນ​ອາ​ໄສ​ແຫຼ່ງ​ເງິນ​ຕາ​ຕ່າງ​ປະ​ເທດຈາກ​ຄົນ​ງານ​ທີ່​ເຮັດ​ວຽກ​ຢູ່​ລັດ​ເຊຍ.  ເສດ​ຖະ​ກິດ​ລັດ​ເຊຍຊຸດ​ໂຊມ, ຈະ​ເຮັດ​ໃຫ້​ວຽກ​ເຮັດ​ງານ​ທຳ​ໜ້ອຍກວ່າ, ບວກ​ກັບ​ທ່າຕົກ​ລາ​ຄາຂອງ​ເງິນ​ຣຸບ​ ໄດ້​ພາ​ໃຫ້​ແຫຼ່ງເງິນ​ຕາ​ຕ່າງ​ປະ​ເທດຈາກ​ລັດ​ເຊຍ​ສົ່ງ​ໄປ​ຍັງ​ປະ​ເທດ​ເຫຼົ່າ່ນີ້ຫຼຸດ​ໜ້ອຍ​ຖອ​ຍລົງ. ບັນ​ດາ​ປະ​ເທດ​ອື່ນ​ເຊັ່ນ: ອັກ​ເມ​ເນຍ, ອຸ​ເຢ​ີ​ເບ​ກິດ​ສະ​ຖານ, ຈໍ​ເຈຍ, ມົນ​ໂດ​ວາ ກໍ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ເຊ່ັນດຽວ​ກັນ.

   ການ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

   ໜຶ່ງໃນ​ບັນ​ດາ​ຈຸດ​ທີ່​ພົ້ນ​ເດັ່ນ​ຂອງຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທົ່ວ​ໂລກພາຍຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ນັ້ນ, ແມ່ນ​ການ​ກຳ​ເນີດ​ຂຶ້ນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ​ ແລະ ກອງ​ທຶນ​ສາ​ກົນ IMF ແນ​ໃສ່​ຊ່ວຍ​ສ້າງ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມ​ືອງ ແລະ ການ​ເງິນ, ເງິນ​ຕາ​ທົ່ວ​ໂລກ. ໃນ​ຊຸມ​ປີ 90, ລັດ​ເຊຍ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ IMF ແລະ ໄດ້​ມີ​ທີ່​ນັ່ງ​ໃນ​ຄະ​ນະ​ອຳ​ນວຍ​ການ. ລັດ​ເຊຍ​ກໍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 5 ປະ​ເທດ​ປະ​ຈຳ ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ​, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ສະ​ມາ​ຊິກ​ຂອງ​ກຸ່ມ​ G 8 , ສະ​ມາ​ຊິກ​ຂອງ​ກຸ່ມ G 20 . ແຕ່ G 8 ໄດ້​ໂຈະ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ ແລະ ປະ​ເທດ​ນີ້​ຍັງ​ຖືກ G 20 ໃຫ້ຫຼຸດ​ລະ​ດັບ​ລົງ​ຖາ​ນະ​ເປັນ “ຜູ້​ສັງ​ເກດ​ການ” . ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທົ່ວ​ໂລກ ພວມ​ປ່ຽນ​ແປງ​ໄປ ແລະ ລັດ​ເຊຍ​ພວມ​ຄ່ອຍສູນ​ເສຍ​ທີ່​ຕັ້ງ​ບົດ​ບາດ. ນັ້ນ​ແມ່ນ​ບັນ​ດາ​ຜົນ​ພາຍຫຼັງ​ທຳ​ອິດ​ຈາກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍຊຶ່ງ​ກ່ຽວ​ຂ້ອງ​ຈາ​ກວິ​ກິດ​ການ​ຢູ່ຢ​ູແກຼນ.

    ສາຍ​ເຫດ​ຕົ້ນ​ຕໍ່​ທີ່​ພາ​ໄປ​ເຖິງ​ຄວາມ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນ ແມ່ນວິ​ກິດ​ການ​ຢູ່ຢ​ູແກຼນຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ, ໃນ​ຂະ​ນະ​ທີ່​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໂດຍ​ບັນ​ດາ​ຝ່າຍຍັກ​ອອກ​ມານັ້ນ ບໍ່​ພຽງ​ແຕ່​ກໍ່​ຄວາມ​ເສຍ​ຫາຍ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະ​ທ້ອນເຖິງ​ບັນ​ດາ​ປະ​ເທດ EU ແລະ ນັບ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ກໍ​ຕ້ອງ​ຮັບ​ຜົນ​ກະ​ທົບ​ອີກ​ດ້ວຍ. ມາ​ຮອດ​ປະ​ຈຸ​ບັນ, ຫຼາຍ​ປະ​ເທດ​ເອີ​ລົບ ເບິ່ງ​ຄື​ວ່າ ໄດ້​ເຫັນ​ແຈ້ງ​ກ່ຽວ​ກັບ​ຜົນ​ກະ​ທົບ​​ຈາກ​​ຄຳ​ສັ່ງ​ລົງ​ໂທດ​ ຍ້ອນ​ສາຍ​ພົວ​ພັນ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ, ການ​ຄ້າ​ທີ່​ອາ​ໄສ​ຕໍ່​ກັນ ແລະ ກັນ. ຄວ​າມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ພາຍຫຼັງ​ທີ່ບໍ່​ດີ ຊຶ່ງ​ອາດ​ຈະ​ຂັດ​ຂວາງຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ເສດ​ຖະ​ກິດ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ