ຜູ້ປະສານງານປະຈຳສະຫະປະຊາຊາດຢູ່ຫວຽດນາມ: ມີຄວາມປະທັບໃຈຫລາຍຢ່າງ ຢູ່ຫວຽດນາມ

(vovworld)- ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊ​າ​ຊາດ ແມ່ນ​ແບບ​ຢ່າງ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ ສະ​ຫະ​ປະ​ຊາ​ຊາດກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກກໍ່​ຄື​ກ່ຽວ​ກັບ​ບົດ​ບາດ​ຂອງ ສ​ປ​ຊ ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ. ກ່ອນ​​ທີ່ສິ້ນ​ສຸດ​ອາ​ຍຸ​ການປະ​ຕິ​ບັດ​ງານ 5 ປີຢູ່​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ປະ​ຈຳ ໃນ​ທ້າຍ​ເດືອນ 10 ຜ່ານ​ມາ, ປອ Pratibha Mehta ສະ​ແດງ​ໃຫ້​ເຫັນບັນ​ດາ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ ກ່ຽວ​ກັບ ຫວຽດ​ນາມ, ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້ ກໍ​ຄື​ກາ​ນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊ​າ​ຊາດ​ໃນ​ໄລ​ຍະ​ຜ່ານ​ມາ.

ຜູ້ປະສານງານປະຈຳສະຫະປະຊາຊາດຢູ່ຫວຽດນາມ: ມີຄວາມປະທັບໃຈຫລາຍຢ່າງ ຢູ່ຫວຽດນາມ - ảnh 1
​ທ່ານ​ນາງ Pratibha Mehta ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ຫງວຽນ​ຊວນ​ຟຸກ
ພາບ:Talk Vietnam


        ເກືອບ 40 ປີ ນັບ​ແຕ່​ເມື່ອ​ຫວຽດ​ນາມ ເຂົ້າ​ຮ່ວມ ສ​ປ​ຊ ຢ່າງ​ເປັນ​ທາງ​ການ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ປ​ຊ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ ຕາມ​ທິດ​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ມີ​ປະ​ສິ​ດ​ທິ​ຜົນ. ບັນ​ດາ​​ໂຄງ​ການ​ຂອງ ສ​ປ​ຊ ລ້ວນ​ແຕ່​ໃກ້​ຊິດ​ຕິດ​ແທດ​ກັບ​ຊີ​ວິດ, ​ກັບມີ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ.

        ການ​ຮ່ວມ​ມື​ນັບ​ມື້​ນັບ​ຮອບ​ດ້ານ

        ຕາມ​ທ່ານ​ນາງ Pratibha Mehta ແລ້ວ, ຫວຽດ​ນາມ ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ຜົນ​ສຳ​ເລັດ. ພາຍ​ຫລັງ 30 ປີ​ແຫ່ງ​ການ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຫວຽດ​ນາມ ໄດ້​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫ​ັດ​ສະ​ວັດ​ຂອງ ສ​ປ​ຊ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​​ຊາວ ຫວຽດ​ນ​າມ ​ດີ​ພໍ​ສົມ​ຄວນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຜົນ​ງານ​ຂອງວິ​ວິດ​ການ​ເຊື່ອມ​ໂຍງ. ຈາກ​ປະ​ເທດ​ຖືກ​ຕົກ​ຢູ່​ໂດດ​ດ່ຽວ, ຖືກ​ຂວ້ຳ​ບາດ​ພາຍ​ຫລັງ​ສົງ​ຄາມ, ຫວຽດ​ນາມ ນັບ​ມື້​ນັບ​ເຊື່ອມ​ໂຍ​ງ​ຢ່າງ​ແຮງ​ເຂົ້າ​ກັບ​ພາກ​ພື້ນ ແລະ ທົ່ວໂລກ, ທີ່​ຕັ້ງ​ບົດ​ບາດ​ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພິ​ເສດ 5 ປີ​ຜ່ານ​ມາ ແມ່ນ​ໄລ​ຍະ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ມີ​ຫນ້າ​ຂອງ​ຫວຽດ​ນາມ ຢູ່​ຫລາຍ​ກົນ​ໄກ​ຮ່ວມ​ມື​ ສ​ປ​ຊ.

        “5 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ຫນ້າ​ທີ່​ສຸດ ແລະ ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ຂອງ ສ​ປ​ຊ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2014 – 2016, ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ ສ​ປ​ຊ ECOSOC 2014 – 2016, ເຂົ້າ​ຮ່ວມ​ບັນ​ດາ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ຊູ​ດານ ແລະ ສ້າງ​ຕັ້ງ​ສູນ​ຮັກ​ສາ​ສັນ​ຕິ​ພາບ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ການ​ຮ່ວມ​ມື​ ລະ​ຫວ່າງ ສ​ປ​ຊ ແລະ ຫວຽດ​ນາມ ນັບ​ມື້​ນັບ​ຮອບ​ດ້ານກວ່າ​”

ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສ​ປ​ຊ ອາດ​ຈະ​ແບ່ງ​ເປັນ​ຫລາຍ​ໄລ​ຍະ. ພິ​ເສດ ໃນ 5 ປີ​ຜ່ານ​ມາ, ສ​ປ​ຊ ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ໂຄງ​ການ​ຢູ່​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ການ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ຕ່ຳ, ຫນູນ​ຊ່ວຍ​ການ​ປະ​ຕິ​ຮູບ​ດ້ານນະ​ໂຍ​ບາຍ. ແບ່ງ​ປັນ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ​ໃນ​ໄລ​ຍະ​ຮ່ວມ​ເດີນ​ທາງນັ້ນ, ທ່ານ​ນາງ Pratibha Mehta ຢືນ​ຢັນ​ວ່າ:

        “ຖ້າ​ຫວນ​ຄືນ​ໄລ​ຍະ​ 5 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ. ໃນ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ, ມີ​ສິ່ງ​ຫນຶ່ງ​ທີ່​ຫນ້າ​ຊື່ນ​ຊົມ ນັ້ນ​ແມ່ນ​ການ​ສ່ອງ​ແສງ​ຕີ​ລາ​ຄາ​ຈາກ​ສັງ​ຄົມ. ລັດ​ຖະ​ທຳ​ມະ​ນູນ ໄດ້​​ເອົາ​ລົງ​ອິນ​ເຕີ​ແນດ ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ. ນອກນັ້ນ ລັດ​ຖະ​ທຳ​ມະ​ນູນ ຫວຽດ​ນາມ ໄດ້​ຍູ້​ແຮງ​ບັນ​ຫາ​ສິດ​ທິ​ມະ​ນຸດ. ແລະ ອີກ​ບັນ​ຫາ​ຫນຶ່ງ​ແມ່ນ​ການ​ປ່ຽນ​ແປງ​ທັດ​ສະ​ນະ​ໃນ​ຊຸມ​ປີ​ຜ່ານ​ມາ​ກ່ຽວ​ກັບ​ບັນ​ຫາ​​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ເຕີບ​ໂຕ​ຂຽວ, ພິ​ເສດ​ແມ່ນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກ່ຽວ​ກັບ​​ປ່ຽນ​ແປງ​ໃຫ້​ເຫັນ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ໃຫຍ່​ສຸດ​ໃນ​ບັນ​ຫານີ້.”

ມີ​ຫລາຍ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ຫວຽດ​ນາມ

 ໄລ​ຍະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ປະ​ຈຳ, ທ່ານ​ນາງ Pratibha Mehta ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ​ຫລາຍ​ເຂດແຄ້ວນ, ແຂວງ, ນະ​ຄອນ​ຢູ່​ຫວຽດ​ນາມ ແລະ ພ້ອມ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຫນູນ​ຊ່ວຍ​​ການປະ​ຕິ​ຮູບ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງໂດຍ​ກົງ​ເຖິງປະ​ຊາ​ຊົນ​ຄື: ການ​ລົ​ບ​ລ້າງ​ຄວາມ​ອຶ​ດ​ຫິວ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ປະ​ຕິ​ຮ​ູບ​ຕຸ​ລາ​ການ, ປັບ​ປຸງ​ຄຸນ​ນະ​ພາບ​​ການບໍ​ລິ​ກາ​ນ​​ດ້ານສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ… ເມື່ອ​ແບ່ງ​ປັນ​ບັນ​ດາ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ, ທ່ານ​ນາງ Pratibha Mehta ເວົ້າ​ວ່າ:

        “ມີ​ຫລາຍ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ປະ​ເທດນີ້. ເມື່ອ​ຂ້າ​ພະ​ເຈົ້າ​ເລີ່ມ​ຮັບ​ອາ​ຍຸ​ກາ​ນ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ ໃນ​ປີ 2012, ໃນ​ໄລ​ຍະ​ນັ້ນ ຫວຽດ​ນາມ​ເລີ່ມ​ຕົ້ນ​ຕົກ​ເຂົ້າ​ສູ່​ສະ​ພາບ​ວິ​ກິດ​ການ​ດ້ານ​ການ​ເງິນ. ແຕ່ບໍ່​ວ່າ​ໃນ​ຈຸດ​ເວ​ລາ​ໃດ ຂ້າ​ພະ​ເຈົ້າ​ກໍ​ເຫັນ​ວ່າ ສິ່ງ​ທີ່​ລັດ​ຖະ​ບານ​ຫວຽດ​ນາມ ມີ​ການ​ກະ​ທຳ, ການ​ແກ້​ໄຂ​ວິ​ກິດ​ການຢ່າງວ່ອງ​ໄວ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ 2 ຂອງ​ຂ້າ​ພະ​ເຈົ້າ ນັ້ນ​ແມ່ນ ຊາ​ວ​ຫວຽດ​ນາມ. ປະ​ຊາ​ຊົນ​ຫວຽດ​ນາມ ມີ​ຄວາມ​ດຸ​ໝັ່ນ, ອົດ​ທົດ, ສະ​ຫລາດ​ສະ​ຫລຽວ, ກ້າ​ຫານ, ພິ​ເສດ​ແມ່ນ​ໄວ​ຫນຸ່ມ. ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ປະ​ທັບ​ໃຈ​ຢ່າງ​ແທ້​ຈິງຕໍ່​ວິ​ທີ​ການ​ຄົ້ນ​ຄິດ, ວິ​ທີ​ການ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ​ລ້ວນ​ແຕ່ປາດ​ຖະ​ຫນາ​ຢາກ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.”

ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ໄດ້​ນຳ​ມາ​ໃຫ້ ຫວຽດ​ນາມ ຫລາຍ​ກາ​ລະ​ໂອ​ກາດ, ແລະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ບົດ​ບາດ​ຂອງ​ຕົນ​ເຂົ້າ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ ແລະ ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ, ທົ່ວ​ໂລກ. ນີ້​ກໍ​ແມ່ນ​ພື້​ນ​ຖານ​ເພື່ອ​ໃຫ້​ຫວຽດ​ນາມ ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຮ່ວມ​ມື, ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ກັບ​ບັນ​ດາ​ປະ​ເທດ​ອື່ນ. ທ່ານ​ນາງ Pratibha Mehta ຖື​ວ່າ ໂລກ​ໄດ້​ຮູ້​ຈັກ​ເຖິງ​ປະ​ເທດ​ຫວຽດ​ນາມ ໃນ​ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ ຫວຽດ​ນາມ ຍັງ​ມີ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຫລາຍ​ຢ່າງ ຄວນ​ໄດ້​ຮັບ​ການ​ໂຄ​ສະ​ນາ​ຢ່າງກວ້າງ​ຂວາງ​​ເພາະ​ວ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ມີສີ​ສັນ​ສະ​ເພາະ​ທີ່​ສຸດ. ບັນ​ດາ​​ຈຸດສີ​ສັນ​ວັດ​ທະ​ນະ​ທຳ​ນັ້ນ ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ ອັນ​ໄດ້​ສ້າງ​ເປັນ​ກຳ​ລັງ​ແຮງ​ຫວຽດ​ນາມ. ສະ​ນັ້ນ ເຖິງວ່າ ຫວຽດ​ນາມ ໄດ້​ເຊື່ອມ​ໂຍງ​ຢ່າງ​ແຮງ​ຄື​ແນວ​ໃດ​ກໍ​ຕາມ ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ນີ້ ຄວນ​ໄດ້​ຮັບ​ການ​ຮັກ​ສາ​, ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ. ທ່ານ​ນາງ Pratibha Mehta ຢືນ​ຢັນ​ວ່າ: ນີ້​ກໍ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອົງ​ການ ສ​ປ​ຊ. ສ​ປ​ຊ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. 


ຕອບກັບ

ຂ່າວ/ບົດ​ອື່ນ