ຜູ້ມີສິດເລືອກຕັ້ງປ່ອນບັດໃຫ້ບັນດາສະມາຊິກສະພາແຫ່ງຊາດມີຄຸນສົມບັດ,ຄວາມເກັ່ງກ້າສາມາດ


(vovworld)- ວັນ​ທີ 22/5 ຈະ​ມາ​ເຖິງ, ຢູ່​ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016- 2021. ນີ້​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ - ນິ​ຕິ​ທຳ, ປ​ະ​ຊາ​ທິ​ປະ​ໄຕ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ປະ​ຕິ​ບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ຜ່ານ​ການ​ເລືອກ​ຕັ້ງ​ໂດຍ​ກົງ ເພື່ອ​ເລືອກ​ເຟັ້ນ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄຸນ​ສົມ​ບັດ, ສຸດ​ຈິດ​ສຸດ​ໃຈເພື່ອ​ຄວາມ​ຮັບ​ຜິດ​ຊອບ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມກວ່າ.

ຜູ້ມີສິດເລືອກຕັ້ງປ່ອນບັດໃຫ້ບັນດາສະມາຊິກສະພາແຫ່ງຊາດມີຄຸນສົມບັດ,ຄວາມເກັ່ງກ້າສາມາດ - ảnh 1
ທ່າ​ນ​ນາງ​ຫງວຽນ​ທິ​ບິກງອກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​
ປະ​ຊາ​ຊົນ​ນະ​ຄອນຮ່າ​ໂນ້ຍ ແລກ​ປ່ຽນ​ຄຳ​ເຫັນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ
ເມືອງ ແທງ​ຊວນ- ຮ່າ​ໂນ້ຍ
(ພາບ:hanoi)

        ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 -2021 ແມ່ນ​ບັນ​ຫາ​ຊື່ງ​ປະ​ຊາ​ຊົນ​ໃນທົ່ວ​ປະ​ເທດພວ​ມ​ສົນ​ໃຈ, ໃນ​ນັ້ນ ມາດ​ຕະ​ຖານ​ກ່ຽວ​ກັ​ບ​ລະ​ດັບ​ຄວາມ​ຮູ້​ຄວາ​ມ​ສາ​ມາດ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ສິ່ງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ.

       ມີ​ຄວາມສົນ​ໃຈເປັນ​ພິ​ເສດ​ເຖິງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ

       ທ່ານ ດີງ​ຊວນ​ເງີ້ຍ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດີງ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ​: ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ດຳ​ເນີນ​ໃນ​ວັນ​ທີ 22/5 ຈະ​ມາ​ເຖິງ ແມ່ນ​ຊອກ​ໄດ້​ຜູ້​ທີ່​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ສະ​ຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ປະ​ຊາ​ຊົນ, ຮັບ​ຟັງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ, ສະ​ເຫນີ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ ເພື່ອ​ໃຫ້​ການ​ນຳ​ທຸກ​ຂັ້ນ​ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ. ທ່ານ ດີງ​ຊວນ​ເງີ້ຍ ໃຫ້​ຮູ້​ວ່າ:

        “ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ມີ​ລະ​ດັບ​ຄວາມ​ຮູ້ ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ເພື່ອ​ສ່ອງ​ແສງ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຢ່າງ​ຊັດ​ເຈນ. ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ຕ້ອງ​ມີ​ໂຄງ​ການ​ດຳ​ເນີນ​ງານ, ລາຍ​ງານ​ຕໍ່​​ຫນ້າປະ​ຊາ​ຊົນ​ຢ່າງ​ຈະ​ແຈ້ງ.”

        ທີ່ກອງ​ປະ​ຊຸມ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ຕ່າງໆ​ພວມ​ດຳ​ເນີນ​ໃນ​ບໍ​ລິ​ເວນ​ທົ່ວ​ປະ​ເທດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ທ່ານ ຟ້າມ​ຮູຍ​ທູ້, ຜູ້​ມີ​ສິດ​ເລືອກ​ຕັ້ງ ເມືອງ ດົງ​ດາ ຮ່າ​ໂນ້ຍ ຖື​ວ່າ:

        “ຢາກ​ຮູ້​ວ່າ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ມີ​ກຳ​ລັງ​ຄວາມ​ສາ​ມາດ​ຫລືບໍ່ ຕ້ອງ​ຮັບ​ຟັງ​ແຜນ​ດຳ​ເນີນ​ງານ​ຂອງ​ເຂົາ​ເຈົ້າເປັນຄື​ແນວ​ໃດໃນ​ການ​ປະ​ກອບ​ສ່ວນກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ. ສິ່ງ​ສຳ​ຄັນ ເຂົາ​ເຈົ້າ​ເຮັດ​ຄື​ແນວ​ໃດ​ຈຶ່ງ​ມີ​ປະ​ສິດ​ທິ​ຜົນ. ປະ​ຈຸ​ບັນ ປະ​ຊາ​ຊົນ​ເຄີຍ​ຕິດ​ຕາມ​ວິ​ວັດ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ອນນີ້ ພ້ອມ​ທັງ​ຊອກ​ຮູ້​ວ່າ ລະ​ດັບ​ຄວາມ​ຮູ້, ​ຖາ​ນະ​ນາມ​ຂອງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​​ແມ່ນເໝາະສົມ​ກັບຕົວ​ແທນ​ຂອງ​ປະ​ຊາ​ຊົນ​ແລ້ວຫລື​ບໍ່ ເວ​ລານັ້ນ​ຈຶ່ງ​ປ່ອນ​ບັດ. ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ ແມ່ນ​ຢາກ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ສັງ​ຄົມ, ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ, ເຂດ​ທະ​ເລ​ໝູ່​ເກາະ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ.”

        ຄຽງ​ຄູ່​ກັບບັນ​ດາ​ກອງ​ປະ​ຊຸມ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາຍ​ງານ​ໂຄງ​ການ​ດຳ​ເນີນ​ງານ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ຢາກ​ມີ​ຊ່ອງ​ຂໍ້​ມູນ​ຫລາຍກວ່າ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ທ່ານ ຟ້າມ​ວັນ​ທຽມ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ແທງ​ຊວນ ຖື​ວ່າ: ຂໍ້​ມູນ​ຂ່າວ​ຊີ​ວະ​ປະ​ຫວັດ​ຍໍ້​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ຄວນ​ສະ​ຫນອງ​ໂດຍ​ໄວ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄົ້ນ​ຄ້​ວາ, ແລກ​ປ່ຽນ​ຄຳ​ເຫັນ:

        “ຂ້າ​ພະ​ເຈົ້າ​ຢາກ​​ໃຫ້​ເອົາບັ​ນ​ຊີ​ລາຍ​ຊື່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປະ​ກາດ​ໂດຍ​ໄວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງເພື່ອ​ໃຫ້​ປະ​ຊາ​ຊົນ​ຄົ້ນ​ຄ້​ວາ​ ​ຈຸດ​ດີ​ຈຸ​ດ​ອ່ອນ​ຂອງ​ເຂົາ​ເຈົ້າ ກ່ອນ. ບົນ​ພື້ນ​ຖານນັ້ນ ​ການປ່ອນ​ບັດ​​ຈະ​ມີ​ຄວາມ​ຊັດ​ເຈນກວ່າ, ມີ​ປະ​ສິດ​ທິ​ຜົນ​ກວ່າ.”

        ເລືອກ​ເຟັ້ນ​ຜູ້​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ປາດ​ຖະ​ຫນາ​ຢາກໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ ແມ່ນ​ຜູ​້​ມີ​ຄຸນ​ສົມ​ບັດ​ດ້ານ​ການ​ເມືອງຢ່າງ​ໝັ້ນ​ແກ່ນ, ​ມີ​ຄວາມຈົ່ງ​ຮັກ​ພັກ​ດີ, ສັດຊື່​ບໍ​ລິ​ສຸດ​, ສຸດ​ຈິດ​ສຸດ​ໃຈ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕ້ອງ​ມີ​ພູມ​ປັນ​ຍາ, ຄວາມ​ເກັ່ງ​ກ້າ​ສາ​ມາດ ເພື່ອ​ສຳ​ເລັດ​ຫນ້າ​ທີ່ ຊື່ງ​ປະ​ຊາ​ຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ມອບ​ໝາຍ​ໃຫ້. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ເປັນ​ແບບ​ຢ່າງ, ດ້ວຍ​ການ​ກະ​ທຳ​ລະ​ອຽດ, ໝາກ​ຜົນ​ວຽກ​ງານ​ເພື່​ອ​ພິ​ສູດ​ຄຳ​ເວົ້າ ແລະ ​ຄຳ​ໝັ້ນ​ໝາຍ​ຂອງ​ຕົນຕໍ່​ຫນ້າ​ປະ​ຊາ​ຊົນ. ຍິ່ງກວ່າ​ນັ້ນ ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ແມ່ນ​ຜູ້​ໃກ້​ຊ​ິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ຄວາມ​ຮັກ​ແພງຈາກ​ປະ​ຊາ​ຊົນ ແລະ ປະ​ຊາ​ຊົນ​​ເປັນ​ຜູ້ເລືອກ​ຕັ້ງ.

        ສຳ​ລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ການ​ປ່ອນ​ບັດ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຊັ່ງ​ຊາ ເພາະ​ວ່າ ຄັດເລືອກ​​ເອົາຜູ້​​ທີ່ມີ​ຄຸນ​ນະ​ທາດ​ຄື​ດັ່ງ​ກ່າວບໍ່​ແມ່ນ​ສິ່ງ​ງ່າຍ​ດາຍ. ທ່ານ ຫງວຽນ​ດີງ​ເລີບ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ແທງ​ຈີ ຮ່າ​ໂນ້ຍ ຖື​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຕ່​ລະ​ຄົນ, ດ້ວຍ​ພູມ​ປັນ​ຍາ, ຄຸ​ນ​ສົມ​ບັດ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຢ່າງ​ເໝາະ​ສົມ, ໃກ້​ຊິດ​ຕິດ​ແທດ​ກັບ​ສະ​ພາບ​ຕົວ​ຈິງ, ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການນັ້ນ ຖ້າ​ຫາກ​ໄດ້​ຮັບ​ການ​ເລືອກ​ຕັ້ງ.”

        ການ​ເລືອກ​ຕັ້ງ​ແມ່ນ​ວິ​ທີ​ການ​ປະ​ຕິ​ບັດ​ສິດ​ເປັນ​ເຈົ້າ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ. ຜ່ານ​ການ​ເລືອກ​ຕັ້ງ, ປະ​ຊາ​ຊົນ​​ໄດ້ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ເປັນ​ເຈົ້າ​​ຕົນເອງ. ອັດ​ຕາ​ສ່ວນ​ບັດ​ສະ​ຫນັບ​ສະ​ຫນູນ​ສູງ, ຕົວ​ແທນຜູ້​ມີ​ສິດ​ເລືອກ​ຕັ້ງ​ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງກວ່າ, ຍິ່ງມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ແລະ ຕໍ່​ປະ​ຊາ​ຊົນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ